ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໃນຂະນະທີ່ທ່ານ ທຣຳ ໂຄສະນາຫາສຽງ ກ່ຽວກັບ ກົດໝາຍ ແລະ ຄວາມເປັນລະບຽບຮຽບຮ້ອຍ, ທ່ານ ບາ ເຜີຍແຜ່ໂຄງການ ຕໍ່ສູ້ອາຊະຍາກຳ


ລັດຖະມົນຕີກະຊວງຍຸຕິທຳ ທ່ານ ວິລລຽມ ບາ ນັ່ງຟັງ ໃນລະຫວ່າງ ການໃຫ້ການຕໍ່ຄະນະກຳມະການຕຸລາການສະພາຕໍ່າຢູ່ຫໍລັດຖະສະພາ ແຄັບປິຕອລ ຮິລ. 28 ກໍລະນກົດ, 2020.
ລັດຖະມົນຕີກະຊວງຍຸຕິທຳ ທ່ານ ວິລລຽມ ບາ ນັ່ງຟັງ ໃນລະຫວ່າງ ການໃຫ້ການຕໍ່ຄະນະກຳມະການຕຸລາການສະພາຕໍ່າຢູ່ຫໍລັດຖະສະພາ ແຄັບປິຕອລ ຮິລ. 28 ກໍລະນກົດ, 2020.

ການສະໜັບສະໜູນທີ່ກະຕືລືລົ້ນຂອງລັດຖະມົນຕີກະຊວງຍຸຕິທຳ ທ່ານ ວິລລຽມ ບາ ສຳລັບແຜນ ການກົດໝາຍ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງປະທານາທິບໍດີ ດໍໂນລ ທຣຳ ໃນລະຫວ່າງສອງສາມເດືອນສຸດທ້າຍຂອງການໂຄສະນາຫາສຽງປະທານາທິບໍດີ, ໄດ້ກໍ່ໃຫ້ເກີດການໂຕ້ຖຽງກັນ ກ່ຽວກັບ ບົດບາດທີ່ເໝາະສົມຂອງກະຊວງຂອງທ່ານ ໃນການເລືອກຕັ້ງທາງການເມືອງ.

ເວລາທີ່ທ່ານ ທຣຳ ໄດ້ໄປຢ້ຽມຢາມເມືອງ ເຄໂນຊາ, ລັດ ວິສຄອນຊິນ ເມື່ອວັນອັງຄານອາທິດແລ້ວນີ້ ເພື່ອເບິ່ງຄວາມເສຍຫາຍຂອງຫ້າງຮ້ານທຸລະກິດ ແລະ ໄດ້ປະກາດທຶນຊ່ວຍເຫຼືອສຸກເສີນຫຼາຍກວ່າ​ 40 ລ້ານໂດລາ ສຳລັບຄວາມປອດໄພຂອງສາທາລະນະສຳລັບເມືອງ ເຄໂນຊາ ແລະ ລັດ ວິສຄອນຊິນ ນັ້ນ, ທ່ານໄດ້ພາທ່ານ ບາ ໄປກັບທ່ານ.

ໃນການກ່າວຢໍ້າຄຳເວົ້າການໂຄສະນາຫາສຽງຂອງທ່ານ ທຣຳ ກ່ຽວກັບ ການໃຫ້ທະຫານເຂົ້າຄວບ ຄຸມການປະທ້ວງຍ້ອນຄວາມບໍ່ຍຸຕິທຳ ກ່ຽວກັບ ເຊື້ອຊາດຜິວພັນ ແລະ ຄວາມໂຫດຮ້າຍປ່າເຖື່ອນຂອງຕຳຫຼວດນັ້ນ, ທ່ານ ບາ ໄດ້ກ່າວຕໍ່ບັນດາຜູ້ນຳໃນທ້ອງຖິ່ນທີ່ມາເຕົ້າໂຮມກັນວ່າ ມັນຢູ່ພາຍໃຕ້ການຊີ້ນຳຂອງທ່ານ ທຣຳ ທີ່ລາວມີເວລາພຽວບໍ່ເທົ່າໃດວັນ ກ່ອນທີ່ກຸ່ມຂອງບັນດາເຈົ້າໜ້າທີ່ລັດ ຖະບານກາງຈະຖືກສົ່ງໄປເມືອງ ເຄໂນຊາ.

ເມືອງດັ່ງກ່າວໄດ້ຮັບຄວາມເສຍຫາຍຢ່າງຮ້າຍແຮງ ຍ້ອນການປະທ້ວງທີ່ໃຊ້ຄວາມຮຸນແຮງ ແລະ ການຈະລາຈົນຫຼາຍວັນຫຼັງຈາກເຈົ້າໜ້າທີ່ຕຳຫຼວດຄົນນຶ່ງ ໄດ້ຍິງ ປືນໃສ່ຜູ້ຊາຍອາເມຣິກັນເຊື້ອ ສາຍ ອາຟຣິກາ ທ້າວ ເຈຄັອບ ເບລກ ຫຼາຍລູກໃນ ວັນທີ 23​ ສິງຫາທີ່ຜ່ານມາ, ຈົນເຮັດໃຫ້ລາວເປັນອຳມະພາດສ່ວນນຶ່ງ.

ທ່ານ ບາ ໄດ້ກ່າວວ່າ “ລັດຖະບານກາງມີຄວາມຍິນດີທີ່ຈະນຳໃຊ້ເຄື່ອງມືທີ່ພວກເຮົາມີທັງໝົດ, ກົດໝາຍທຸກຂໍ້ຂອງພວກເຮົາມີ ເພື່ອນຳເອົາຄົນພວກນີ້ມາລົງໂທດ.”

ທ່ານ ບາ ໄດ້ເປັນຄົນທີ່ຢູ່ຄຽງຂ້າງທ່ານ ທຣຳ ຢ່າງເປັນປະຈຳໃນສອງສາມເດືອນທີ່ຜ່ານມານີ້, ໃນຂະນະທີ່ທ່ານປະທານາທິບໍດີໄດ້ເພັ່ງເລັງໃສ່ການປະທ້ວງ ເພື່ອຊ່ວຍຫັນຄວາມສົນໃຈອອກຈາກໂຣກລະບາດ ແລະ ວິກິດການດ້ານເສດຖະກິດ ແລະ ໄດ້ສະເໜີໂຕທ່ານເອງຕໍ່ບັນດາຜູ້ລົງຄະແນນສຽງດັ່ງກັບຜູ້ລົງແຂ່ງຂັນທີ່ເຂັ້ມງວດຕໍ່ອາຊະຍາກຳ.

ໃນຂະນະທີ່ການແຂ່ງຂັນເພື່ອທຳນຽບຂາວລະຫວ່າງທ່ານ ທຣຳ ກັບຄູ່ແຂ່ງຂອງທ່ານຈາກພັກເດໂມແຄຣັດ, ອະດີດຮອງປະທານາທິບໍດີ ໂຈ ໄບເດັນ, ກຳລັງດຸເດືອດຂຶ້ນມານັ້ນ, ທ່ານ ບາ ແມ່ນໄດ້ທຳການປຸກລະດົມ ກ່ຽວກັບ ການບັງຄັບໃຊ້ ກົດໝາຍລັດຖະບານກາງ ແລະ ໄດ້ເຜີຍແຜ່ຫຼາຍໂຄງ ການເພື່ອສົ່ງເສີມຫົວຂໍ້ ການໂຄສະນາຫາງສຽງເລືອກຕັ້ງອີກສະໄໝຊື່ວ່າ “ກົດໝາຍ ແລະ ຄວາມເປັນລະບຽບຮຽບຮ້ອຍ” ຂອງທ່ານ ທຣຳ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG