ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. Barack Obama ​ໂຈມຕີ ​ນະ​ໂຍບາຍ ​ຕ່າງປະ​ເທດ ຂອງຈີນ (ສະໄລດ໌/ວີດີໂອ)


OBAMA ASIA CNPK4-29-14
please wait

No media source currently available

0:00 0:02:31 0:00
ປະທານາທິບໍດີສະຫະລັດ ທ່ານ Barack Obama ​ໄດ້​
ກ່າວໂຈມຕີ ແບບບໍ່ໄດ້ບົ່ງຊື່ໂດຍກົງ ຕໍ່​ນະ​ໂຍບາຍ​ຕ່າງ
ປະ​ເທດຂອງຈີນ ​ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ຂະນະ​ທີ່​ທ່ານ​
ມ້ວນທ້າຍ ​ການ​ຢ້ຽມຢາມ​ສີ່​ປະ​ເທດ​ໃນເອ​ເຊຍເປັນເວ
ລານຶ່ງອາ ທິດ.

ໃນການຖະແຫຼງຕໍ່ພວກທະຫານສະຫະລັດ ​ແລະ​ຟິລິບ
​ປີນ ກ່ອນ​ອອກ​ເດີນທາງ​ຈາກນະຄອນ​ມະ​ນີລາ ​ປະທາ
ນາທິບໍດີ Obama ​ໄດ້ກ່າວ​ຢ້ຳເຖິງທ່າທີຂອງລັດຖະບານ​
ທ່ານ ທີ່​ມີມາເປັນເວລາດົນນານ ກ່ຽວ​ກັບ​ການ​ຂັດ​ແຍ້​ງ
ທາງ​ທະ​ເລຂອງຈີນ.

ທ່ານ​ໂອບາມາກ່າວ​ວ່າ: “ພວກ​ເຮົາ​ເຊື່ອ​ວ່າ ທຸກໆ​ປະ​ເທດ ​ແລະ​ປະຊາຊົນ​ມີ​ສິດ​ທິ
​ໃນ​ການ​ຢູ່ຢ່າງ​ປອດ​ໄພ ​ແລະ​ສະຫງົບ ​ພ້ອມທັງອະທິປະໄຕ ​ແລະ​ເຂດນ້ຳແດນດິນ
ອັນຄົບຖ້ວນຂອງພວກເຂົາເຈົ້າ ໄດ້ຮັບການເຄົາລົບນັບຖື. ພວກ​ເຮົາ​ເຊື່ອ​ວ່າ ກົດໝາຍນາໆຊາດຕ້ອງໄດ້ຮັບການນັບຖື ສິດເສລີພາບໃນການເດີນທາງໄປມາ
ຂອງກ່ຳປັ່ນຕ້ອງໄດ້ຮັບການເຄົາລົບແລະການຄ້າຂາຍຈະຕ້ອງບໍ່ໄດ້ຮັບການກີີດ
ຂວາງ. ພວກເຮົາເຊື່ອວ່າ ບັນດາຂັດແຍ້ງເຫຼົ່ານີ້ຈະຕ້ອງໄດ້ຮັບການແກ້ໄຂຢ່າງ
ສັນຕິ ແລະ ຈະຕ້ອງບໍ່ມີການຂົ່ມຂູ່ຫລືໃຊ້ກຳລັງ.”


ການໃຫ້ຄວາມເຫັນ ຊຶ່ງບໍ່​ໄດ້​ກ່າວ​ຊື່ຈີນໂດຍກົງດັ່ງກ່າວນີ້ ​ມີຂື້ນ​ນຶ່ງ​ມື້​ຫລັງ​ຈາກ ວໍ​ຊິງ
ຕັນ ​ແລະ​ມະນິລາ ​ໄດ້​ລົງ​ນາມຂໍ້​ຕົກລົງສະບັບ​ໃໝ່ ​ເພື່ອ​ຂະຫຍາຍການມີ ໜ້າທາງທະ
ຫານຂອງ​ສະຫະລັດ ຢູ່ໃນປະເທດຟີລິບປີີນ​.

ທ່ານ Obma ​ໄດ້​ກ່າວ​ຢຳ້ ວ່າ ຄວາມໝາຍໝັ້ນຂອງສະຫະລັດ ​ທີ່​ຈະ​ປ້ອງ​ກັນ ຟິລິບ
​ປິນນັ້ນ ແມ່ນ “ໜັກແໜ້ນເຂັ້ມແຂງ.” ທ່ານ​ໄດ້ກ່າວອ້າງ​ເຖິງສົນທິສັນຍາປີ 1951
ທີ່​ທັງ​ສອງ​ປະ​ເທດ ໄດ້ຕົກລົງ​ກັນ ​ທີ່ຈະປົກປ້ອງອີກປະເທດນຶ່ງ ຖ້າ ​ ​ຫາກ​ຖືກ​ໂຈມຕີ.

ຄວາມສຳພັນທີ່ໃກ້ຊິດ​ທາງ​ທະຫານ​ດັ່ງກ່າວ ​ແມ່ນໄດ້ມອງກັນຢ່າງ​ກວ້າງຂວາງ​ວ່າ
ເປັນການຕອບໂຕ້ຕໍ່ການປັກ​ກິ່ງທີ່ມີສ່ວນ​ພົວພັນໃນການ​ເຮັດ​ໃຫ້​ບັນຫາຂັດແຍ້​ງກ່ຽວ
ກັບເລື່ອງເຂດນ້ຳແດນ​ດິນ​ໃນທະ​ເລ​ຈີນ​ໃຕ້ກັບຟີລິບປິນຊຸດໂຊມລົງນັ້ນ.
XS
SM
MD
LG