ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວ​ອາ​ເມ​ຣິ​ກັນ ພາ​ກັນ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ກາງ​ສະ​ໄໝ ເອົາ​ສະ​ມາ​ຊິກ​ສະ​ພາ ແລະ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ


ຊາວ​ອາ​ເມ​ຣິ​ກັນ ພາ​ກັນ​ໄປ​ປ່ອນ​ບັດລ່ວງ​ໜ້າ ທີ່​ເມືອງ​ Las Cruces ລັດ​ນິວ​ເມັກ​ຊິ​ໂກ ເມື່ອ​ວັນ​ທີ 24 ຕຸ​ລາ 2022.
ຊາວ​ອາ​ເມ​ຣິ​ກັນ ພາ​ກັນ​ໄປ​ປ່ອນ​ບັດລ່ວງ​ໜ້າ ທີ່​ເມືອງ​ Las Cruces ລັດ​ນິວ​ເມັກ​ຊິ​ໂກ ເມື່ອ​ວັນ​ທີ 24 ຕຸ​ລາ 2022.
ລິງໂດຍກົງ

ໃນ​ວັນ​ທີ 8 ພະ​ຈິກມື້ນີ້ ຄົນ​ອາ​ເມ​ຣິ​ກັນ​ທົ່ວ​ໄປ ຮວມທັງ​ຄົນອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ ​ແມ່ນ​ພາ​ກັນ​ໄປ​ໃຊ້​ສິດ​ໃຊ້​ສຽງ ເພື່ອ​ເລືອກ​ເອົາ​ສະ​ມາ​ຊິກ​ສະ​ພາ ແລະ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ຢູ່​ຕາມ​ລັ​ດ​ຕ່າງໆ. ຍາ​ນາງ​ໃຫຍ່ ​ທີ່​ຢູ່​ນະ​ຄອນ​ແອັດ​ແລນ​ຕາ ​ລັດ​ຈໍ​ເຈຍ ​ກ່າວ​ວ່າ:

“ຊິ​ເລືອກ​ຝ່າຍ​ເດ​ໂມ​ແຄ​ຣັດ ມັກ​ເດ​ໂມ​ແຄ​ຣັດເພາະ​ວ່າ​ທີ່​ຜ່ານໆ​ມາ ເປັນ​ການ​ຈັດ​ຕັ້​ງ​ທີ່​ດີ ຊ່ວຍ​ເຫຼືອ​ປະ​ຊາ​ຊົນ”

ໃນ​ສະ​ພາ​ຊຸດ​ປັດ​ຈຸ​ບັນ​ ພັກ​ເດ​ໂມ​ແຄ​ຣັດ​ຄວບ​ຄຸມ 220 ບ່ອນ​ນັ່ງ ຂອງ​ຈຳ​ນວນ​ທັງ​ໝົດ 435 ບ່ອນ​ນັ່ງ ໃນ​ຂະ​ນະ​ທີ່​ພັກ​ຣີ​ພັບ​ບ​ລີ​ກັນ​ຄວບ​ຄຸມ 212 ບ່ອນ​ນັ່ງ ສ່ວນ​ອີກ 3 ບ່ອນ​ນັ່ງ ແມ່ນ​ເປັນ​ບ່ອນ​ນັ່ງ​ທີ່​ຫວ່າງ​. ສ່ວນ​ສະ​ພາ​ສູງ​ກຳ​ຜູ້​ລະ 50 ບ່ອນ​ນັ່ງ ແລະ​ພັກ​ເດ​ໂມ​ແຄ​ຣັດ​ເປັນ​ຜູ້​ໄດ້​ປຽບ ຍ້ອນ​ມີ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຄາ​ມາ​ຣາ ແຮ​ຣິ​ສ ເປັນ​ຜູ້​ຕັດ​ສິນ​ຊີ້​ຂາດ.

ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ໃນ​ມື້ນີ້ ນອກ​ຈາກ​ການ​ເລືອກເອົາ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ທັງ​ໝົດ 435 ຄົນ​ແລ້ວ ຍັງ​ຈະ​ມີ​ການ​ເລືອກ​ເອົາ​ສະ​ມາ​ຊິກ​ສະ​ພາ​ສູງ 35 ທ່ານ ຂອງ​ຈຳ​ນວນ​ທັງ​ໝົດ 100 ທ່ານ ແລະ​ຜູ້​ປົກ​ຄອງ​ລັດ​ອີກ 36 ທ່ານ ຂອງ​ຈຳ​ນວນ​ທັງ​ໝົດ 50 ທ່ານ.

ການ​ໄປການ​ປ່ອນ​ບັດ ເປັນ​ສ່ວນ​ນຶ່ງ​ໃນ​ການ​ຊົ​ມ​ໃຊ້​ສິ​ດ​ເສ​ລີ​ພາບ​ຂອງ​ທ່ານ​ແລະ​ກໍ​ເປັນ​ການ​ເຮັດ​ໜ້າ​ທີ່​ພົນ​ລະ​ເມືອງ​ດີ​ ຊຶ່ງ​ບັດ​ຂອງ​ທ່ານ​ທີ່​ປ່ອນ​ໄປ​ນັ້ນ ​ອາດ​ພາ​ໃຫ້​ມີ​ການ​ປ່ຽນ​ເກີດ​ຂຶ້ນ ແລະ​ຜົນ​ຂອງ​ການ​ເລືອກ​ຕັ້ງ​ສ່ວນ​ໃຫຍ່​ຈະ​ມີ​ການ​ປະ​ກາດ​ໃຫ້​ຊາບ​ພາຍ​ໃນ​ແລງ​ວັນ​ອັງ​ຄານມື້ນີ້.

ລາຍ​ງານ​ຂ່າວ​ແຈ້ງວ່າ ມີ​ຊາວ​ອາ​ເມ​ຣິ​ກັນ​ຫຼາຍກວ່າ 40 ລ້ານ​ຄົນ​ໄດ້​ໄປ​ລົງ​ຄະ​ແນນ​ສຽງ​ດ້ວຍ​ຕົວ​ເອງ ຫຼືດ້ວຍ​ການ​ປ່ອນ​ບັດ​ທາງ​ໄປ​ສະ​ນີ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ.

XS
SM
MD
LG