ເວລາທີ່ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ທ່ານ ພີດ ເຮກເຊັດ ເລີ່ມຕົ້ນວັນເຮັດວຽກຢ່າງເປັນທາງການວັນທຳອິດໃນເຊົ້າວັນຈັນມື້ນີ້ ທ່ານຈະຕ້ອງປະເຊີນກັບບັນຫາຕ່າງໆຫຼວງຫຼາຍທີ່ຕ້ອງຈັດການ ບໍ່ວ່າຈະເປັນຄວາມຂັດແຍ້ງລະດັບໂລກ, ຄວາມໝັ້ນຄົງເຂດຊາຍແດນ ໄປຈົນເຖິງກິດຈະການດ້ານການບໍລິຫານຕ່າງໆ ອີງຕາມລາຍງານຂອງອົງການຂ່າວເອພີ.
ປະເດັນສຳຄັນອັນດັບຕົ້ນໆຂອງລາຍການກໍຄື ການເວົ້າເຖິງບູລິມະສິດຂອງປະທານາທິບໍດີ ດໍໂນລ ທຣຳ ໃນການເສີມກຳລັງທະຫານ ສະຫະລັດ ຕາມເຂດຊາຍແດນພາກໃຕ້ ແລະ ທົບທວນວ່າ ຄວນໃຊ້ກຳລັງປະຈຳການໃນການບັງຄັບໃຊ້ກົດໝາຍຫຼືບໍ່ ຊຶ່ງເປັນສິ່ງທີ່ບໍ່ຄ່ອຍເກີດຂຶ້ນຫຼາຍປານໃດ.
ຍັງມີປະເດັນອື່ນໆອີກຫຼວງຫຼາຍທີ່ຈະຍາດຊິງຄວາມສົນໃຈຈາກທ່ານເຊັ່ນ ການພັດທະນາແຜນງົບປະມານອັນມະຫາສານຂອງກະຊວງປ້ອງກັນປະເທດ, ການຕັດສິນໃຈກ່ຽວກັບຄວາມຊ່ວຍເຫຼືອແກ່ ຢູເຄຣນ, ການສະໜັບສະໜູນການຢຸດຍິງໃນເຂດກາຊາ, ການສົ່ງກຳລັງທະຫານໄປປະຈຳການໃນເຂດຕາເວັນອອກກາງ ພ້ອມກັບຄຳສັ່ງຂອງທ່ານ ທຣຳ ໃນການກຳຈັດໂຄງການຕ່າງໆ ແລະ ບຸກຄະລາກອນດ້ານຄວາມຫຼາກຫຼາຍອອກຈາກລັດຖະບານກາງ ລວມທັງການເຄື່ອນໄຫວເພື່ອຫຼຸດຄວາມສິ້ນເປືອງ ແລະ ປົດຜູ້ສະໜັບສະໜູນລັດຖະບານທ່ານ ໄບເດັນ ທີ່ຍັງເຫຼືອຢູ່ອອກ.
ໃນຂໍ້ຄວາມທີ່ຂຽນເຖິງກອງກຳລັງບໍ່ດົນຫຼັງຈາກເຂົ້າຮັບຕຳແໜ່ງເມື່ອວັນເສົາທີ່ຜ່ານມານັ້ນ ທ່ານ ເຮກເຊັດ ໄດ້ກ່າວເຖິງຄວາມທ້າທາຍທີ່ທ່ານແນມເຫັນໃນອະນາຄົດ, ບາງຢ່າງເປັນສິ່ງທີ່ບັນພະບູລຸດຂອງທ່ານຕ້ອງປະເຊີນເຊັ່ນກັນຄື ການປ່ຽນທິດທາງຂອງກອງທັບຈາກການມຸ່ງເນັ້ນທີ່ເຂດຕາເວັນອອກກາງມາຫຼາຍທົດສະວັດ ແລະ ການຍັບຢັ້ງ ຈີນ ໃຫ້ດີຂຶ້ນ, ຄວາມຂັດແຍ້ງທີ່ຍັງຄົງດຳເນີນຕໍ່ໄປໃນພາກພື້ນ ລວມເຖິງການໂຈມຕີ ອິສຣາແອລ ໂດຍກຸ່ມຮາມາສໃນເດືອນຕຸລາ 2023 ເຮັດໃຫ້ການປ່ຽນແປງນັ້ນບໍ່ສາມາດດຳເນີນການໄດ້.
ທ່ານ ເຮກເຊັດ ຍັງໄດ້ແຈ້ງໃຫ້ສະມາຊິກກອງກຳລັງຮັບຊາບ ກ່ຽວກັບ ລຳດັບຄວາມສຳຄັນອື່ນໆ ລວມເຖິງການເສີມສ້າງຖານອຸດສາຫະກຳການປ້ອງກັນປະເທດ ແລະ ການເຮັດໃຫ້ກະຊວງປ້ອງກັນປະເທດຜ່ານການກວດສອບ ໃນຂະນະທີ່ຕ້ອງໝັ້ນໃຈວ່າ ສະຫະລັດ ຍັງຄົງເປັນ “ກອງກຳລັງທີ່ແຂງແກ່ນ ແລະ ອັນຕະລາຍທີ່ສຸດໃນໂລກ.”
ເມື່ອວັນເສົາທີ່ຜ່ານມາ ທ່ານໄດ້ໄປແວ່ ກະຊວງປ້ອງກັນປະເທດໂດຍບໍ່ໄດ້ແຈ້ງລ່ວງໜ້າ ລັງຈາກພິທີສາບານຕົນທີ່ ອາຄານສຳນັກງານບໍລິຫານ ໄອເຊັນຮາວເວີ ໂດຍບໍ່ມີການລາຍງານຂ່າວການມາເຖິງຂອງທ່ານໃນສື່ມວນຊົນ.
ອ່ານຂ່າວນີ້ເປັນພາສາອັງກິດ
When Defense Secretary Pete Hegseth starts his first official day on Monday morning, he will face a daunting array of issues to tackle — from global conflicts and border security to administrative tasks.
At the top of his list is addressing President Donald Trump's priority to strengthen the U.S. military presence along the southern border and reviewing whether active-duty forces should be used for law enforcement — something done rarely.
Dozens of other issues will compete for his attention, including developing the Pentagon's massive budget, decisions about aid to Ukraine, support for the ceasefire in Gaza, troop deployments in the Middle East. Not to mention Trump directives to rid the federal government of diversity programs and personnel as well as moves to cut waste and remove any lingering Biden administration backers.
In a message to the force shortly after he was sworn in Saturday, Hegseth cited the challenges he sees ahead. Some are ones his predecessors also faced, such as reorienting the military from decades of a Middle East focus and better deterring China. Continued conflict in the region, including the October 2023 attack on Israel by Hamas, has made that shift impossible to execute.
Hegseth also told service members about other priorities, including strengthening the defense industrial base and getting the Pentagon to pass an audit, while ensuring that the United States remains “the strongest and most lethal force in the world."
He made an unannounced stop to the Pentagon on Saturday after the swearing-in ceremony at the Eisenhower Executive Office Building. There was no media coverage of his arrival.
ຟໍຣັມສະແດງຄວາມຄິດເຫັນ