ການຕິດຕັ້ງສິນລະປະກຳເໝືອນຈິງຢູ່ໃນນະຄອນນິວຢອກ ໄດ້ເຮັດໃຫ້ຄົນປະທັບໃຈຫລາຍ. ທີມງານທີ່ຢູ່ເບື້ອງຫລັງຂອງຈຸດດຶງດູດທີ່ຄົນນິຍົມກັນຫລາຍນີ້ຄືໃຜ? ສ່ວນນຶ່ງ ມັນກໍແມ່ນມະນຸດ ແລະສ່ວນນຶ່ງມັນກໍແມ່ນຊຸດຄຳສັ່ງຂອງເຄື່ອງຈັກທີ່ຮຽນຮູ້ໄດ້. ທີນາ ຈຣິງ (Tina Trinh), ນັກຂ່າວວີໂອເອ ໄດ້ສຳຫລວດເບິ່ງວ່າ ມັນມີຫຍັງເກີດຂຶ້ນ ເມື່ອປັນຍາປະດິດໄດ້ກາຍເປັນສ່ວນນຶ່ງຂອງຂັ້ນຕອນຂອງການຄົ້ນຄິດປະດິດສ້າງ, ຊຶ່ງບົວສະຫວັນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ມັນເປັນຄວາມລະເມີເພີ້ຝັນທີ່ເຫັນພາບ ແລະສີສັນໃນຕອນກາງເວັນ, ຊຶ່ງເປັນ ການຕິດຕັ້ງສິນລະປະກຳ ຢູ່ໃນນະຄອນນິວຢອກ ທີ່ຫລັ່ງອອກມາຢູ່ຕໍ່ໜ້າ ຂອງຜູ້ຊົມທີ່ຢູ່ໃນຫ້ວງແຫ່ງຄວາມຝັນກາງເວັນ.
ທ່ານ ເຣີຟິກ ອັນນາໂດລ ເປັນນັກສິນລະປິນທີ່ເປັນມະນຸດຢູ່ເບື້ອງຫລັງຂອງ “ເຄື່ອງຈັກປະສາດຫລອນ” ຫລື "Machine Hallucination," ແຕ່ວ່າ ຜູ້ປະດິດສ້າງເຄື່ອງຈັກນີ້ຮ່ວມກັບ ທ່ານແມ່ນຊຸດຄຳສັ່ງຂອງເຄື່ອງຈັກທີ່ພັດທະນາຂຶ້ນມາໂດຍບັນດານັກຄົ້ນຄວ້າໃນອົງການເອນວິດເດຍ (NVIDIA).
ທ່ານ ອັນນາໂດລ, ນັກສິນລະປິນເຮັດ “ເຄື່ອງຈັກປະສາດຫລອນ” ກ່າວວ່າ:
"ຂ້າພະເຈົ້າໄດ້ຮັບແຮງບັນດານໃຈຢ່າງຫລວງຫລາຍ ມາຈາກນະວະນິຍາຍດ້ານວິທະຍາສາດ ແລະຂ້າພະເຈົ້າກໍຄາດເດົາເບິ່ງ ປະສົບການຂອງພວກເຮົາໃນອະນາຄົດໃກ້ໆນີ້ ຢູ່ບ່ອນທີ່ປັນຍາປະດິດ ຫລື AI, ການສຶກສາກ່ຽວກັບປະສາດ ແລະສະຖາປະນິຕະຍະກຳຂອງພວກເຮົາມາປະສົບໃສ່ກັນ. ຢູ່ໃນໂຄງການນີ້ ເລື້ອງລາວຂອງມັນກໍຄື ປັນຍາປະດິດ ຫລື AI ຕັ້ງຈະເຂົ້າໄປໃນອິນເຕີແນັດອີຫລີ ແລະ ດຶງເອົາ ຫລື download ພາບຂອງນະຄອນນິວຢອກ 113 ລ້ານ ອັນອອກມາ"
ຊຸດຄຳສັ່ງຂອງເຄື່ອງຈັກ ໄດ້ຖືກຕັ້ງໂປຣແກຣມໃຫ້ຮວບຮວມເອົາຮູບພາບ ຂອງບ່ອນສຳຄັນໃນນະຄອນນິວຢອກທີ່ມີຢູ່ໃນສື່ສັງຄົມອອນລາຍເຂົ້າມາໄວ້.
ທ່ານ ອັນນາໂດລກ່າວເພີ້ມອີກວ່າ:
"ສະນັ້ນ ພວກເຮົາສຸມໃສ່ຄວາມຊົງຈຳລວມກັນແບບສະເພາະເຈາະຈົງ, ຄືຕຶກຕ່າງໆ, ສະຖາປະຕິຍະກຳ. ຖ້າຫາກທ່ານເບິ່ງຕຶກສາມຫລ່ຽມແຟລດໄອຣອນ (Flatiron) ຫລື ຖ້າຫາກທ່ານຫລຽວເບິ່ງຕຶກເອມພາຍສະເຕດ (Empire State) ພວກເຮົາແມ່ນມີພາບຫລາຍລ້ານອັນທີ່ຖ່າຍຈາກຫລາຍມຸມຂອງຕຶກດຽວກັນນັ້ນ."
ຊຸດຮູບພາບ ແລະຄວາມຊົງທີ່ໄດ້ຮັບອອກມາ ແມ່ນເປັນປ່ອງຢ້ຽມອັນນຶ່ງໃຫ້ ຫລຽວເຂົ້າໄປເບິ່ງສິ່ງທີ່ນັກສິລະປະກອນເອີ້ນວ່າ "ຄວາມຄິດ" ຂອງເຄື່ອງຈັກ -- ຊຶ່ງທີ່ຈິງແລ້ວມັນແມ່ນປັນຍາປະດິດ. ແຕ່ວ່າ ທ່ານອັນນາໂດລ ກໍຢາກ ສຳຫລວດເບິ່ງວ່າ ຄວາມຄິດຂອງເຄື່ອງຈັກອັນດຽວກັນນີ້ ມີຈິດສຳນຶກຫລືບໍ່.
ທ່ານ ອັນນາໂດລກ່າວດັ່ງນີ້:
"ເຄື່ອງຈັກ ບັດນີ້ສາມາດຮຽນຮູ້ໄດ້ ແລະແນ່ນອນ ໃນນາມວ່າເປັນນັກສິນລະປະກອນ ຂ້າພະເຈົ້າກໍກຳລັງຖາມຄຳຖາມ ເຊັ່ນວ່າ 'ພວກເຂົາສາມາດຝັນໄດ້ບໍ່?'"
ຫ້ອງເຮັດວຽກຂອງທ່ານໄດ້ພັດທະນາໂປຣແກຣມ ຫລື software ເພີ້ມເຕີມ ທີ່ເອົາມານຳໃຊ້ກັບຊຸດຂອງຖານຂໍ້ມູນດັ່ງກ່າວນັ້ນ ເພື່ອສ້າງຈັກກະວານທີ່ມີຫລາຍແງ່ຫລາຍດ້ານ ຄ້າຍຄືກັບຢູ່ໃນຄວາມຝັນ ທີ່ໃນທີ່ສຸດກໍມີກົກເຄົ້າເກີດມາຈາກຮູບພາບຢູ່ໃນຊີວິດຈິງ.
ທ່ານ ອັນນາໂດລເວົ້າເຖິງເຄື່ອງດິຈິຕອລດັ່ງກ່າວວ່າ ເປັນ "ໂຮງຮູບເງົາທີ່ແອບແຝງ", ກໍຄືໂຮງຮູບເງົາຢູ່ໃນສະໄໝປັນຍາຂອງເຄື່ອງຈັກ.
ທ່ານ ອັນນາໂດລ ກ່າວດັ່ງນີ້:
"ຂ້າພະເຈົ້າຕ້ອງຕິຢ່າງແຮງ ກ່ຽວກັບວິທີທີ່ເທັກໂນໂລຈີເຫລົ່ານີ້ໄດ້ຖືກວິວັດທະນາການມາ ແລະສິ່ງທີ່ພວກມັນ ທີ່ຈິງແລ້ວໄດ້ບອກໃຫ້ເຮົາຮູ້… ສະນັ້ນ ວິທີນີ້ ອາດຈະເປັນຄວາເຂົ້າໃຈໃນແງ່ນຶ່ງກ່ຽວກັບວ່າ ເທັກໂນໂລຈີສາມາດຖືກເອົາມານຳໃຊ້ໄດ້ແນວໃດກັນແທ້, ນອກເໜືອໄປຈາກຄວາມຄິດທີ່ເຕັມໄປດ້ວຍຄວາມຢ້ານກົວນັ້ນແລ້ວ. ມີຫຍັງອີກແດ່ທີ່ພວກເຮົາສາມາດເຮັດໄດ້ກັບເທັກໂນໂລຈີນັ້ນ ຂ້າພະເຈົ້າຄິດວ່າ ມັນເປັນຄຳຖາມທີ່ສຳຄັນຫລາຍອັນນຶ່ງ.”
ສຳລັບນັກສິນລະປະກອນຄົນນີ້ແລ້ວ ຄວາມສຳຜັດອັນເບົາໆທີ່ລອຍຕະຫລອດເວລາກຳລັງຕົກລົງມາສູ່ຄວາມຄິດຂອງເຄື່ອງຈັກ.
ທ່ານອັນນາໂດລກ່າວມ້ວນທ້າຍວ່າ:
"ຂ້າພະເຈົ້າຮູ້ສຶກຄ້າຍກັບວ່າ ຕົນເອງມີເຄື່ອງມືທີ່ອະນຸຍາດໃຫ້ຕົນສາມາດເຮັດໃຫ້ສິ່ງທີ່ເບິ່ງບໍ່ເຫັນ ກາຍມາເປັນທີ່ເບິ່ງເຫັນໄດ້ຫລາຍຂຶ້ນ."
. . . ຊຶ່ງເປັນການເປີດຕາ ແລະຈິນຕະນາການຂອງຜູ້ເບິ່ງຜູ້ຊົມໄດ້.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້
An immersive art installation in New York City has visitors captivated. The team behind the popular attraction? It's part human and part machine-learning algorithms. VOA's Tina Trinh looks at what happens when artificial intelligence becomes part of the creative process.
It's a psychedelic reverie of patterns and colors, an art installation in New York that unfolds in front of viewers in a daydream loop.
Refik Anadol ("ruh-FEEK AN-uh-dohl") is the human artist behind "Machine Hallucination," but his co-creators are algorithms developed by researchers at NVIDIA ("in-VID-ee-ah").
Refik Anadol, Artist, "Machine Hallucination":
"I'm heavily inspired from science fiction and I'm speculating about our near future experiences where AI, neuroscience and architecture collides." // "In this project, the story is literally an AI goes online and downloads a 113 million images of New York."
Algorithms were programmed to gather publicly available images of New York landmarks from social media.
Refik Anadol:
"So we focus on collective memories specifically, the buildings, the architecture. If you look at Flatiron or if you look at Empire State, we have millions of images looking at the same building from multiple angles."
The resulting set of images and memories is a window into what the artist calls a machine's "mind" -- essentially its artificial intelligence. But Anadol wanted to explore whether this same machine mind had a consciousness.
Refik Anadol:
"The machines now can learn, and of course as an artist I'm asking like, 'Can they dream?' "
His studio developed additional software that was applied to the data set, to generate a multidimensional, dreamlike universe that's ultimately rooted in real-life images.
Anadol refers to the digital medium as "latent cinema," cinema in an age of machine intelligence.
Refik Anadol:
"I'm heavily critical about how these technologies are evolving and what they are actually saying to us. ... So maybe this is one way of understanding of how the technology can really be used, beyond just fearfully thinking. What else can we do with that is I think, a very important question."
For this artist, the virtual brush is being dipped into a machine's mind.
Refik Anadol:
"I feel like I have tool that allow me to make the invisible more visible."
. . . Opening viewers' eyes and imaginations.