ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

23 ຄົນເສຍຊີວິດ ແລະຫລາຍກວ່າ 65 ຄົນໄດ້ຮັບບາດເຈັບ ຢູ່ແບກແດດ


ຜູ້ຍິງຄົນນຶ່ງໄດ້ຮັບການຊ່ວຍເຫລືອຈາກພວກຜູ້ຊາຍ ຫລັງຈາກໄດ້ເກີດເຫດການວາງລະເບີດລົດຄັນນື່ງ ຢູ່ໃຈກາງ
ນະຄອນຫລວງແບກແດດ, ວັນຈັນ ທີ 4 ມີຖຸນາ 2012.
ຜູ້ຍິງຄົນນຶ່ງໄດ້ຮັບການຊ່ວຍເຫລືອຈາກພວກຜູ້ຊາຍ ຫລັງຈາກໄດ້ເກີດເຫດການວາງລະເບີດລົດຄັນນື່ງ ຢູ່ໃຈກາງ ນະຄອນຫລວງແບກແດດ, ວັນຈັນ ທີ 4 ມີຖຸນາ 2012.

ບັນດາ​ເຈົ້າ​ໜ້າ​ທີ່ອີຣັກ ກ່າວວ່າ ການວາງ​ລະ​ເບີ​ດລົດ​ຄັນ​ນຶ່ງໂຈມ​ຕີ​ຢູ່​ກາງ​ນະຄອນ
ຫລວງແບກແດດ ​ໄດ້​ເຮັດໃຫ້​ມີ​ຜູ້​ເສຍ​ຊີວິ​ດ​ຢ່າ​ງໜ້ອຍ 23 ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ
​ອີກ ຫລາຍ​ກ່ວາ 65 ຄົນ.

ລະ​ເບີດ​ໄດ້​ແຕກ​ຂຶ້ນ​ໃນຕອນ​ເຊົ້າ​ວັນ​ຈັນ ຢູ່​ຄຸ້​ມ Baab-al-Muadham ແລະໄດ້ສ້າງ​
ຄວາມ​ເສຍ​ຫາຍໃຫ້​ແກ່​ຫ້ອງການ ຂອງ​ມູນ​ນິທິ​ກິດຈະການ​ສາສະໜາຂອງ​ຊາວຊີ​ໄອ
ທີ່​ຄຸ້ມ​ຄອງ​ສະຖານ​ທີ່ທາງສາສະໜາ ​ແລະວັດທະນາ​ທໍາຕ່າງໆ​ຂອງ​ຊາວ​ຊີ​ໄອ. ມັນ
​ເປັນ​ການ​ໂຈມ​ຕີຄັ້ງ​ດຽວ​ທີ່​ຮ້າຍ​ແຮງ​ທີ່​ສຸດ ​ໃນຮອບ​ຫລາຍເດືອນ ທີ່​ຜ່ານ​ມາ​ຢູ່ໃນ
ເມືອງຫລວງ​ຂອງ​ອີຣັກ.

​ໃນເວລາ​ຕໍ່​ມາ​ຂອງ​ວັນ​ຈັນນັ້ນ ກໍ​ໄດ້​ເກີດ​ເຫດ​ລະ​ເບີດຂຶ້ນ ​ໃກ້​ກັບ​ຫ້ອງການ​ໃຫຍ່
ສໍາລັບ​ກິດຈະການ​ທາງ​ສາສະໜາ​ຂອງ​ຊາວຊຸນນີ. ​ແຕ່​ບໍ່​ມີ​ໃຜ​ໄດ້​ຮັບ​ບາດ​ເຈັບ.

ການ​ໂຈມຕີຫລາຍໆ​ບັ້ນ​ຕໍ່​ເນື່ອງ​ກັນ​ໃນ​ກຸງ​ແບກແດດ ອາທິດ​ແລ້້ວ​ນີ້​ ໄດ້​ເຮັດ​ໃຫ້
17 ຄົນເສຍ​ຊີວິດ.

ການເພີ່ມ​ທະວີ​ຂຶ້ນ​ໃນ​ການ​ກໍ່ຄວາມ​ຮຸນ​ແຮງ​ໄດ້​ເກີດ ​ໃນ​ເວລາດຽວກັນ​ກັບທີ່
ຄວາມ​ຕຶງຄຽດ​ທາງ​ດ້ານ​ການ​ເມືອງ​ເພີ່ມ​ທະວີ​ຂຶ້ນ​ເຊ່ນ​ກັນ ​ໂດຍທີ່​ມີ​ຫລາຍໆພັກ​
ການ​ເມືອງ​ພາກັນ​ຮຽກ​ຮ້ອງ​ໃຫ້ນາ​ຍົກ​ລັດຖະມົນ​ຕີ Nouri al-Maliki ອອກ​ຈາກ
​ຕໍາແໜ່ງ.

​ໂດຍ​ທົ່ວ​ໄປ​ແລ້ວ ຄວາມ​ຮຸນ​ແຮງ​ຢູ່​ໃນ​ອີຣັກ ​ໄດ້​ລົດ​ນ້ອຍ​ຖອຍ​ລົງ​ຢ່າງ​ຫລວງຫລາຍ
ນັບ​ຕັ້ງ​ແຕ່​ໄດ້​ຖີບ​ຂຶ້ນ​ເຖິງ​ຂັ້ນ​ສູງສຸດໃນ​ປີ 2006 ຫາ 2007 ​ແຕ່​ວ່າການ​ໂຈ​ມຕີ​ກໍຍັງ
ຄົງເກີດ​ຂຶ້ນ ເປັນ​ເລື້ອງ​ທໍາ​ມະ​ດາຢູ່.

XS
SM
MD
LG