ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ.ນ ຮິລແລຣີ ຄລິນຕັນ ເສັດສິ້ນ ການຢ້ຽມຢາມມຽນມາ (ເບິ່ງຮູບສະໄລດ໌ແລະວີດີໂອ)


ທ.ນ ຮິລແລຣີ ຄລິນຕັນ ເສັດສິ້ນ ການຢ້ຽມຢາມມຽນມາ (ເບິ່ງຮູບສະໄລດ໌ແລະວີດີໂອ)
ທ.ນ ຮິລແລຣີ ຄລິນຕັນ ເສັດສິ້ນ ການຢ້ຽມຢາມມຽນມາ (ເບິ່ງຮູບສະໄລດ໌ແລະວີດີໂອ)

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່າ​ນນາງ ຮິ​ລ​ແລຣີ ຄລິນ​ຕັນ ​ໄດ້ເສັດ​ສິ້ນ​ການ​ຢ້ຽມຢາມ​ ມຽນມາ​ ​ເປັນ​ເວລາສາມ​ວັນ ​ໃນ​ອາທິດ​ແລ້ວ​ນີ້ ຫລັງ​ໄດ້​ປຶກ​ສາ​ຫາລື​ກັນ​ກັບ​ຫົວໜ້າຝ່າຍ​ນິຍົມ ປະຊາທິປະ​ໄຕ ທ່ານ​ນາງ​ອອງຊານ ຊູ​ຈີ ​ແລະ​​ໄດ້ໃຫ້​ຄໍາ​ໝັ້ນ​ສັນຍາວ່າ ສະຫະລັດ​ກຽມ​ພ້ອມ ​​ແລ້ວ ທີ່​ຈະ​ໃຫ້ການ​ສະໜັບສະໜຸນ​ ​ແກ່ການ​ປະຕິ​ຮູບ​ໄປ​ສູ່​ປະຊາທິປະໄຕຕື່ມ​ອີກ​ໃນ​ມຽນມາ​ນັ້ນ. ດາຣາມີ​ລານ​ງານ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ເບິ່ງວີດິໂອລາຍງານຂ່າວເປັນພາສາອັງກິດ

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ​ຮິ​ລ​ເລີຣີ ຄລິນ​ຕັນ​ ​ເວົ້າ​ວ່າ: “ພວກ​ເຮົາ​
ພ້ອມ​ແລ້ວ​ທີ່​ຈະ​ກ້າວໄປໄກ​ກ່ວາ​ນີ້​ອີກ ຖ້າ​ຫາກ​ການ​ປະຕິ​ຮູບ​ຕ່າງ​ໆ ດໍາ​ເນີນ​
ສືບ​ຕໍ່​ໄປ ​ແຕ່​ປະວັດ​ສາດ​ແມ່ນ​ສິດສອນ​ໃຫ້​ພວກ​ເຮົາ​ມີ​ຄວາມລະມັດລະ​ວັງ. ​
ພວກ​ເຮົາຮູ້ດີ​ວ່າ ​ໄດ້ມີ​ການ​ຖອຍຫລັງ​ຢ່າງ​ຮ້າຍ​ແຮງ​ ແລະ​ພ້ອມ​ກັບ​ຄວາມ​ຜິດ​
ຫວັງ​ທີ່ຢ່າງ​ໃຫຍ່​ຫລວງຫລາຍ​ຄັ້ງ ​ໃນ​ຕະຫລອດ​ໄລຍະ​ຫລາຍ​ສິບ​ປີຜ່ານມາ.”

ທ່ານ​ນາງ​ຮິ​ລ​ເລີຣີ ຄລິນ​ຕັນ​ ກັບ​ທ່ານ​ນາງ​ອອ​ງ ຊານ ຊູ​ຈີ ຢືນ​ຈັບ​ມື​ກັນ ​ເວລາ​ໃຫ້​ສໍາ
ພາດຕໍ່ພວກ​ນັກ​ຂ່າວ​ເມື່ອ​ວັນສຸກຜ່ານ​ມາ ຢູ່ລະບຽງບ້ານຂອງທ່ານ​ນາງອອງຊານ ຊູ​ຈີ
ທີ່ນະຄອນ​ຢ່າງ​ກຸ້ງ ບ່ອນ​ທີ່​ທ່ານ​ນາງ​ຖືກ​ກັກ​ບໍລິ​ເວນ​ມາ​ເປັນ​ເວລາ​ສ່ວນ​ໃຫຍ່​ຂອງ​ຊາວ
ປີຜ່ານມາ. ທ່ານ​ນາງຄລິນ​ຕັນ ກ່າວ​ວ່າ ສະຫະລັດ​ຈະ​ມອບ​ການ​ຊ່ວຍ​ເຫລືອ​ໃນ​ມູນ​ຄ່າ
ນຶ່ງ​ລ້ານສອງ​ແສນ​ໂດ​ລາ ​ແກ່ມຽນມາ ​ເພື່ອ​ຊ່ວຍ​ເຫລືອ​ພວກ​ປະສົບ​ໄພ​ລະ​ເບີດ​ຝັງ​ດິນ
ການດໍ​າ​ເນີນ​ການ​ດ້ານການ​ເງິນຈຸນລະ​ພາກຫລື​ຂະໜາດ​ນ້ອຍ ​ແລະ​ການ​ລິ​ເລີ່​ມ ດ້ານການ​ຮັກສາສຸຂະພາບ.

ເບິ່ງຮູບສະໄລດ໌ກ່ຽວກັບຊີວິດຊາວມຽນມາ ໃນນະຄອນຢ່າງກຸ້ງ:

ແຕ່​ທ່ານ​ນາງຄລິນ​ຕັນ ກ່າວ​ວ່າ ການ​ລົງ​ໂທດ​ທີ່​ໜັກໜ່ວງຕໍ່ມຽນມາ​ນັ້ນ​ຍັງ​ຈະ​ບໍ່ຖືກ​ຍົກ​ເລີກ​ເທື່ອ ຈົນ​ກວ່າ​ວ່າ​ມຽນມາ​ຈະ​ເອົາ​ບາດກ້າວ​ທີ່​ເປັນ​ຮູບ​ປະ​ທໍາ ໄປ​ສູ່​ປະຊາທິປະ​ໄຕ​ ​ເສຍ​ກ່ອນ.

ທ່ານ​ນາງ​ຮິ​ລ​ເລີຣີ ຄລິນ​ຕັນ​ ​ເວົ້າ​ວ່າ: “ພວກ​ເຮົາ​ຈະ​ສະໜອງ​ຕອບແບບ ບາດກ້າວ​ຕໍ່​ບາດກ້າວ ​ແລະ​ຖ້າ​ຫາກ​ມີຄວາມ​ກ້າວໜ້າ​ຢ່າງພຽງພໍ ​ແທ້ໆ​ແລ້ວ ພວກ​ເຮົາ​ກໍ​ຈະ​ພິດ​ຈາລະ​ນາຍົກ​ເລີກ ການ​ລົງ​ໂທດໃຫ້.”

ທ່ານ​ນາງ​ຮິ​ລ​ເລີຣີ ຄລິນ​ຕັນ​ ​ໄດ້​ຍ້ອງຍໍ​ສັນ​ເສີນການນໍາພາ​ທີ່ແນ່​ວ​ແນ່ ​ແລະ​ແຈ້ງ​ຂາວ ຂອງທ່ານ​ນາງ​ອອງຊານ ຊູ​ຈີ ​ໂດຍ​ກ່າວ​ວ່າ ສະຫະລັດ ຕ້ອງການ​ຢາກ​ຈະ​ເຫັນ​ມຽນມາ ​ໄດ້​ມີບ່ອນ​ຫລື​ຖານະ​ທີ່​ຖືກຕ້ອງ​ຊອບ​ທໍາ​ຂອງ​ຕົນຢູ່​ໃນ​ໂລກ​ນີ້​ ​ແລະ ​ໄດ້ເອີ້ນ​ຜູ້ນໍາ​ປະຊາທິປະ​ໄຕມຽນມາ​ວ່າ ​ເປັນ​ແຮງ​ດົນ​ໃຈ.

ສ່ວນທ່ານ​ນາງ​ອອງຊານ ຊູ​ຈີ ນັ້ນ ກ່າວ​ວ່າ ​ທ່ານ​ນາງ​ມີ​ຄວາມ​ພໍ​ໃຈນໍາ ແນວທາງ ​ທີ່​ສະຫະລັດ​ກໍາລັງເຂົ້າ​ມາພົວພັນ​ກັບ​ມຽນມາ​ຢູ່​ໃນ​ເວລາ​ນີ້ ​ແລະ​ກໍ​ຄິດ​ວ່າ ​ມັນ​ຈ​ະ​ເຮັດ​ໃຫ້​ຂັ້ນ​ຕອນ​ການ​ສ້າງປະຊາທິປະ​ໄຕ​ໃນ​ມຽນມາ​ນັ້ນ ​ງ່າຍ​ຂື້ນ​.

ໃນ​ລະຫວ່າງ​ການ​ຢ້ຽມ​ຢາມນະຄອນຫລວງເນ​ປິ​ດໍຂອງ​ມຽນມາ ​ເພື່ອ​ວັນ ພະຫັດ​ແລ້ວ​ນີ້ ທ່ານ​ນາງ​ລັດຖະມົນຕີ​ຕ່າງປະ​ເທດ​ຄລິນ​ຕັນ ກ່າວ​ວ່າ ບາດກ້າວ​ໃດ​ກໍ​ຕາມ​ທີ່​ມຽນມາ​ຈະ​ດໍາ​ເນີນ ​ເພື່ອ​ກ້າວໄປ​ສູ່​ການ​ປະ​ຕິຮູບທາງ​ການ​ເມືອງ​ນັ້ນ ​ແມ່ນ​ຈະ​ໄດ້​ຮັບ​ການ​ພິດ​ຈາລະ​ນາ​ຢ່າງ​ລະອຽດຖີ່​ຖ້ວນແລະ ​ລະມັດລະວັງ.

ທ່ານ​ນາງໄດ້​ຮຽກຮ້ອງ​ໃຫ້ລັດຖະບານ​ມຽນມາ ເລັ່ງລັດຄວາມ​ພະຍາຍາມໃນການ​ປອງ​ດອງຊາດ​ໃຫ້​ໄວ​ຂຶ້ນ ​ໂດຍການ​ປ່ອຍ​ຕົວ​ພວກ​ນັກ​ໂທດ​ການ ​ເມືອງ​ຕື່ມ​ອີກ ​ແລະ​ຍຸດຕິ​ການ​ປະຕິບັດ​ການ​ຢ່າງ​ຮຸນ​ແຮງຕ້ານ​ພວກ​ຊົນ​ກຸ່ມ​ນ້ອຍນັ້ນ​ເສຍ. ນອກ​ນີ້​ແລ້ວ​ ທ່ານ​ນາງຄລິນ​ຕັນຍັງ​ໄດ້​ຮຽກຮ້ອງ​ໃຫ້​ມຽນມາ​ຍຸຕິ​ການ​ພົວພັນທາງ​ທະຫານ​ທີ່​ຜິດ​ກົດໝາຍ​ໃດໆກັບ​ເກົາ​ຫລີ​ເໜືອ ​ແລະ​ຈົ່ງ​ເຄົາລົບ​ນັ​ບຖື​ຄວາມ​ເຫັນ​ໂດຍ​ສ່ວນ​ລວມຂອງ​ນາໆ​ຊາດ​ ທີ່ຄັດຄ້ານ​ຕໍ່​ການ​ເຜີຍ​ແຜ່​ອາ​ວຸດ​ນີວ​ເຄລຍນັ້ນ.

ທ່ານ​ນາງຄລິນ​ຕັນ ພົບ​ປະ​ຄັ້ງ​ປະວັດ​ສາດ ກັບ​ປະທານາທິບໍດີ​ມຽນມາ ທ່ານ Thein Sein ໃນນະຄອນຫລວງນາຍປີດໍຂອງມຽນມາ ໃນວັນທີ 1 ທັນວາ, 2011
ທ່ານ​ນາງຄລິນ​ຕັນ ພົບ​ປະ​ຄັ້ງ​ປະວັດ​ສາດ ກັບ​ປະທານາທິບໍດີ​ມຽນມາ ທ່ານ Thein Sein ໃນນະຄອນຫລວງນາຍປີດໍຂອງມຽນມາ ໃນວັນທີ 1 ທັນວາ, 2011

ທ່ານ​ນາງຄລິນ​ຕັນໄດ້ໂອ້​ລົມກັບ ​ພວກ​ນັກ​ຂ່າວ​ ຫລັງ​ຈາກ​ການ​ພົບ​ປະ​ຄັ້ງ​ປະວັດ​ສາດ ກັບ​ປະທານາທິບໍດີ​ມຽນມາ ທ່ານ Thein Sein ທີ່​ໄດ້​ເປັນ​ຜູ້​ກໍາ
ກັບ​ດູແລ​ນໍາ​ການ​ເອົາບາດ
ກ້າວ​ໄປ​ສູ່​ການ​ປະຕິ​ຮູບ​ຕ່າງໆແບບ​ທົດ​ລອງ ນັບ​ຕັ້ງ​ແຕ່​ທ່ານເຂົ້າຮັບ​ຕໍາ​ແໜ່​ງປະທາ​ນາ​ທິບໍດີໃນ​ເດືອນ​ມີນາ​ຜ່ານ​ມາ​ນັ້ນ. ສ່ວນ​ທ່ານ Thein Sein ອະດີດ​ນາຍ​ພົນ​ສໍາຄັນ​ຂອງ
ມຽນມາ ​ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ສິ່ງ​ທີ່​ທ່ານເອີ້ນ​ວ່າ ສັກກະ​ຫລາດ​ໃໝ່​ໃນ​ຄວາມ​ສໍາພັນ​ລະຫວ່າງ​ສະຫະລັດ​ແລະມຽນມາ​ນັ້ນ.

ທ່ານ​ນາງ ຄລິນ​ຕັນ ​ເປັນ​ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ​ຄົນທໍາ​ອິດ​ທີ່​ໄດ້​ໄປ​ຢ້ຽມຢາມ​ມຽນມາ ​ໃນ​ຮອບ 50 ປີ.

ຮູບສະໄລດ໌ກ່ຽວກັບຊີວິດຊາວມຽນມາ ໃນນະຄອນຢ່າງກຸ້ງ ຕື່ມອີກ:

ລັດຖະບານ​ຊຸດ​ໃໝ່​ມຽນມາ ​ໄດ້ປ່ອຍ​ຕົວ​ພວກ​ນັກ​ໂທດ​ການ​ເມືອງ​ປະມານ 200 ຄົນ​ແລ້ວ ​ແລະໂຍະຍານ​ຂໍ້​ຈໍາກັດ​ຮັດ​ແຄບ​ວົງ​ການ​ຂ່າວ​ບາງ​ປະການ ​ແລະ​ເປີດການ​ໂອ້​ລົມ​ສົນທະນາ​ກັບ​ພວກ​ທີ່​ຕ້ອງ​ຕິ​ຕົນບາງ​ຄົນ​ ​ໂຮມທັງ​ທ່ານ​ນາງ​ອອງຊານ​ຊູ​ຈີ ນັ້ນ​ນໍາ.

ທ່ານ​ນາງ​ອອງຊານ ຊູ​ຈີ ຜູ້​ໄດ້​ຮັບ​ລາງວັນ​ໂນ​ເ​ເບ​ລຂະ​ແໜງ​ສັນຕິພາບ ​ໄດ້​ຖືກ​ປ່ອຍ​ຕົວ​ຈາກ​ການ​ກັກ​ບໍລິ​ເວນ​ໃນ​ເວລາ​ສ່ວນ​ໃຫຍ່​ຂອງ 20 ປີ ທີ່ຜ່ານມາ. ພັກ​ການ​ເມືອງ​ຂອງ​ທ່ານ​ນາ​ງ​ໄດ້​ຮັບໄຊຊະນະ​ການ​ເລືອກ​ຕັ້ງ​ຄັ້ງ​ປີ 1990 ດ້ວຍ​ຄະ​ແນນ​ສຽງ​ຖ້ວມ​ທົ້ນ ​ແຕ່​ກໍ​ໄດ້​ຖືກ​ຂັດຂວາງ​ບໍ່​ໃຫ້​ເຂົ້າ​ກໍາ​ອໍານາດ. ທ່ານ​ນາງໄດ້​ຢືນຢັນ​ເມື່ອ​ວັນ​ພຸດ​ຜ່ານ​ມາ​ນີ້​ວ່າ ທ່ານ​ນາງ​ຈະ​ຈະ​ລົງ​ສະມັກ​ເລືອກຕັ້ງ​ເປັນ​ສະມາຊິກ​ສະພາ​ໃນ​ການ​ເລືອກ​ຕັ້ງຄັ້ງ​ຕໍ່ໜ້າ​ນີ້.

ສະຫະລັດ​ແລະ​ພວກ​ປະ​ເທດ​ຕາ​ເວັນ​ຕົກ​ໄດ້​ລົງ​ໂທດອະດີດ​ລັດຖະບານ​ທະ ຫານ​ມຽນມາ​ຫລາຍໆ​ບັ້ນ ​ຍ້ອນ​ການ​ຝ່າຝືນ​ສິດທິ​ມະນຸດ​ທີ່​ຮຸນ​ແຮງ​ຂອງຕົນ​ນັ້ນ ​ໂຮມ​ທັງ​ການ​ປະຕິບັດ​ການ​ທາງ​ທະຫານ​ຕໍ່ຕ້ານ​ພວກ​ກຸ່ມ​ຊົນ​ເຜົ່າ ​ແລະ​ຈໍາ​ຄຸກ​ພວກ​ນັກ​ໂທ​ດການ​ເມືອງ​ຫລາຍ​ເຖິງ 2,000 ຄົນ. ທ່ານ​ນາງຄລິນ​ຕັນ ​ໄດ້​ຮຽກຮ້ອງ​ອີກ​ຄັ້ງ​ນຶ່ງ ໃຫ້​ລັດຖະບານ​ມຽນມ ປ່ອຍ​ຕົວ​ພວກ​ນັກ​ໂທດ​ການ​ເມືອງ​ທັງ​ໝົດ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ​ເວົ້າ​ວ່າ:“ພວກ​ເຮົາ​ຢາກ​ຈະ​ເຫັນ​ພວກ​ນັກ​ໂທດ​ການ​ເມືອງທັງ​ໝົດ​ເຫລົ່າ​ນັ້ນ​ຖືກ​ປ່ອຍຕົວ. ພວກ​ເຮົາ​ຢາກ​ເຫັນ​ ຄວາມ​ພະຍາຍາມ​ທີ່​ຈິງ​ຈັງໃນ​ການ​ສ້າງ​ສັນຕິພາບ ​ແລະ​ຄວາມປອງ​ດອງ​ຊາດ. ພວກ​ເຮົາ​ຢາກ​ເຫັນມື້​ທີ່ກໍານົດ​ໃຫ້​ມີ​ການ​ເລືອກ​ຕັ້ງ.”

XS
SM
MD
LG