ກຸ່ມເນໂຕ້ກ່າວວ່າ ລະບົບປ້ອງກັນລູກສອນໄຟພາຍໃຕ້ການນໍາພາຂອງສະຫະລັດສໍາລັບ
ຢູໂຣບນັ້ນ ແມ່ນໄດ້ຕິດຕັ້ງຂຶ້ນ ແລະກໍໃຊ້ການໄດ້ແລ້ວ.
ທ່ານ Anders Fogh Rasmussen ເລຂາທິການໃຫຍ່ຂອງເນໂຕ້ ກ່າວໃນວັນອາທິດວານນີ້ ທີ່ນະຄອນ Chicago ວ່າ ລະບົບດັ່ງກ່າວ ໄດ້ເຂົ້າສູ່ໃນຂັ້ນ ມີສະມັດຖະພາບຊົ່ວຄາວ ພ້ອມກັບການຕິດຕັ້ງລູກ ສອນໄຟສໍາລັບສະກັດກັ້ນລູກສອນໄຟ ໃສ່ເທິງກໍາປັ່ນລົບຂອງສະຫະ ລັດລໍານຶ່ງໃນທະເລ Mediterranean ແລະຕິດຕັ້ງລະລົບເຣດາອັນນຶ່ງໃນປະເທດ Turkey.
ກຸ່ມເນໂຕ້ກໍາລັງຊອກຫາທາງຕິດຕັ້ງຕາໜ່າງປ້ອງກັນຂອງຕົນຂຶ້ນ ທີ່ສາມາດສະກັດກັ້ນການໂຈມຕີດ້ວຍລູກສອນໄຟ ທີ່ຍິງມາຈາກບ່ອນໃດກໍຕາມໃນຢູໂຣບພາຍໃນທ້າຍທົດສະວັດນີ້.
ທໍາອິດນັ້ນ ອະດີດປະທານາທິບໍດີ George W. Bush ໄດ້ສະເໜີໃຫ້ສ້າງລະບົບປ້ອງກັນລູກສອນໄຟຂຶ້ນຢູ່ເທິງບົກ ເພື່ອປ້ອງກັນບັນດາປະເທດພັນທະມິດຂອງເນໂຕ້ ຈາກການໂຈມຕີທີ່ອາດມີຂຶ້ນໄດ້ຈາກອີຣ່ານ ຫຼືຈາກພວກລັດຖະບານອື່ນໆທີ່ເປັນປໍລະປັກນັ້ນ. ແຕ່ຕໍ່ມາ ປະທານາທິບໍດີ ບາຣັກ ໂອບາມາ ໄດ້ດັດແປງແຜນການດັ່ງກ່າວ ໂດຍເອົາເຄື່ອງ radar ຈໍານວນນຶ່ງໄປຕິດຕັ້ງໃສ່ໄວ້ເທິງເຮືອລົບ.
ລະບົບປ້ອງກັນລູກສອນໄຟໄດ້ສ້າງບັນຫາຂັດແຍ່ງຂຶ້ນລະຫວ່າງສະຫະລັດກັບຣັດເຊຍ ທີ່ຖື
ວ່າ ລະບົບດັ່ງກ່າວເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງຕົນ. ລັດຖະບານວັງ Kremlin ໄດ້ຂົ່ມ
ຂູ່ທີ່ຈະຕິດຕັ້ງລູກສອນໄຟໂຈມຕີຂອງຕົນຂຶ້ນ ຕາມຊາຍແດນຂອງພວກປະເທດສະມາຊິກ
ຂອງກຸ່ມເນໂຕ້ ຖ້າຫາກກຸ່ມເນໂຕ້ດໍາເນີນການໄປຕາມແຜນການປ້ອງກັນລູກສອນໄຟຂອງ
ຕົນນັ້ນ.
ລັດຖະບານກຸງວໍຊິງຕັນແລະກຸ່ມເນໂຕ້ ໄດ້ເຊື້ອເຊີນຣັດເຊັຍໃຫ້ມາຮ່ວມມືນໍາກັນ ໃນເລື້ອງ
ຕິດຕັ້ງລະບົບປ້ອງກັນລູກສອນໄຟນີ້ ໂດຍກ່າວວ່າ ລະບົບປ້ອງກັນທີ່ວ່ານີ້ບໍ່ໄດ້ແນເປົ້າ
ໝາຍໃສ່ ຫຼືຂົ່ມຂູ່ຕໍ່ຣັດເຊຍໃນທາງໃດເລີຍ.