ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວຍອມຮັບວ່າ ງົບປະມານປີນີ້ ສ່ວນໃຫຍ່ ຈະໄດ້ມາຈາກ ອາກອນຊັບພະຍາກອນ ທໍາມະຊາດ


ການຂຸດຄົ້ນບໍ່ແຮ່ທີ່ພູເບ້ຍຂອງລາວ ຊຶ່ງນໍາລາຍຮັບເຂົ້າງົບປະມານຂອງລັດຖະບານລາວສ່ວນນຶ່ງ
ການຂຸດຄົ້ນບໍ່ແຮ່ທີ່ພູເບ້ຍຂອງລາວ ຊຶ່ງນໍາລາຍຮັບເຂົ້າງົບປະມານຂອງລັດຖະບານລາວສ່ວນນຶ່ງ

ລັດຖະມົນຕີລາວຍອມຮັບວ່າ ລາຍຮັບສ່ວນໃຫຍ່ຂອງລັດຖະບານ ໃນຕະຫຼອດແຜນການງົບ ປະມານປະຈໍາປີ 2011-2012 ນີ້ຍັງຈະໄດ້ຈາກອາກອນຊັບພະຍາກອນທໍາມະຊາດ ແລະອາ ກອນຂາອອກ-ຂາເຂົ້າ.

ທ່ານ ສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງແຜນການ ແລະການລົງທຶນ ຖະແຫຼງຢືນ
ຢັນວ່າ ໃນຕະຫຼອດໄລຍະແຜນການປະຈໍາປີ 2011-2012 ທີ່ໄດ້ເລີ່ມປະຕິບັດນັບແຕ່ເດືອນ
ຕຸລາປີນີ້ ໄປຈົນເຖິງເດືອນ ກັນຍາ ປີ 2012 ນັ້ນ ລັດຖະບານລາວໄດ້ວາງເປົ້າໝາຍທີ່ຈະສ້າງ
ລາຍຮັບເຂົ້າ ງົບປະມານໃຫ້ໄດ້ເຖິງ 15,726 ຕື້ກີບ ຫຼືຄິດເປັນ 22% ຂອງຄາດໝາຍຍອດ
ຜະລິດຕະພັນລວມພາຍໃນ (GDP) ຕະຫຼອດແຜນການ.

ພາຍໃຕ້ເປົ້າໝາຍດັ່ງກ່າວ ລັດຖະບານລາວກໍໄດ້ຄາດໝາຍວ່າ ຈະເປັນລາຍຮັບພາຍໃນປະ
ເທດ ຄິດເປັນມູນຄ່າບໍ່ໜ້ອຍກວ່າ 11,516 ຕື້ກີບ ເພີ່ມຂຶ້ນ 20% ເມື່ອທຽບໃສ່ແຜນການປີ
2010-2011 ທີ່ໄດ້ສິ້ນສຸດແຜນການໄປແລ້ວເມື່ອເດືອນກັນຍາທີ່ຜ່ານມາ. ຫາກແຕ່ວ່າ ລາຍ ຮັບພາຍໃນຂອງລັດຖະບານລາວນັ້ນ ກໍຍັງຈະມາຈາກພາສີອາກອນສິນຄ້າຂາອອກ-ຂາເຂົ້າ
ເປັນດ້ານຫຼັກ ດັ່ງທີ່ທ່ານ ສົມດີ ໄດ້ຖະແຫຼງຍອມຮັບວ່າ:

ຕາຂ່າຍໄຟຟ້າທີ່ນໍາກະແສໄຟຟ້າເພື່ອສົ່ງອອກໄປຂາຍທີ່ໄທ
ຕາຂ່າຍໄຟຟ້າທີ່ນໍາກະແສໄຟຟ້າເພື່ອສົ່ງອອກໄປຂາຍທີ່ໄທ

ແຫຼ່ງລາຍຮັບສ່ວຍສາອາ
ກອນສ່ວນໃຫຍ່ຍັງອິງໃສ່
ອາກອນຈາກຊັບພະຍາ
ກອນແຮ່ທາດ, ໄຟຟ້າແລະ
ຈາກຫົວໜ່ວຍຮ່ວມມື,
ຮ່ວມທຶນລັດ-ເອກະຊົນຂະ
ໜາດໃຫຍ່ຈໍານວນໜຶ່ງ.
ສ່ວນແຫຼ່ງລາຍຮັບຈາກ
ພາສີອາກອນຂາເຂົ້າ-ຂາ
ອອກ ແມ່ນອີງໃສ່ການ
ນໍາເຂົ້າພາຫະນະ, ນໍ້າມັນ
ເຊື້ອໄຟ, ວັດສະດຸກໍ່ສ້າງເປັນຕົ້ນຕໍຊຶ່ງພວກເຮົາຄາດຄະເນວ່າໃນສົກປີ 2011-2012
ນີ້ຍັງຈະເພີ່ມຂຶ້ນ​.

ທາງ​ດ້ານທ່ານ ນາງ Genevieve Boyreau ນັກເສດຖະສາດຂອງທະນາຄານໂລກປະຈໍາ
ປະເທດລາວໄດ້ໃຫ້ການສະເໜີແນະ ໃນໂອກາດກອງປະຊຸມເຜີຍແຜ່ລາຍງານການປະເມີນ ຜົນກ່ຽວກັບບັນຍາກາດດ້ານການລົງທຶນປະຈໍາປີ 2011 ທີ່ໄດ້ຈັດຂຶ້ນເມື່ອບໍ່ນານມານີ້ ຢູ່ນະຄອນຫຼວງວຽງຈັນວ່າ ການພັດທະນາຂະແໜງການທີ່ບໍ່ແມ່ນຊັບພະຍາກອນທໍາ ມະຊາດໃຫ້ມີການຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈະມີທ່າແຮງຕໍ່ການຂະຫຍາຍຕົວ
ທາງເສດຖະກິດຢ່າງຍືນຍົງຫຼາຍກວ່າ ການພັດທະນາທີ່ເປັນການນໍາໃຊ້ຊັບພະຍາກອນ
ທໍາມະຊາດເປັນຕົ້ນຕໍ.

ທັງນີ້ກໍເນື່ອງຈາກວ່າ ການພັດທະນາທີ່ເປັນການນໍາໃຊ້ຊັບພະຍາກອນທໍາມະຊາດເປັນ
ຕົ້ນຕໍນັ້ນ ກໍຄືການເຮັດໃຫ້ຊັບພະຍາກອນທໍາມະຊາດລົດໜ້ອຍຖອຍລົງນັບມື້ ຖ້າຫາກວ່າ
ບໍ່ມີການຄຸ້ມຄອງທີ່ດີພໍ. ສ່ວນການພັດທະນາຂະແໜງທີ່ບໍ່ແມ່ນຊັບພະຍາກອນທໍາມະຊາດ
ນັ້ນ. ນອກຈາກຈະບໍ່ຕ້ອງມີການທໍາລາຍຊັບພະຍາກອນທໍາມະຊາດແລ້ວ ກໍຍັງສາມາດທີ່
ຈະເຮັດໃຫ້ມີການພັດທະນາຢ່າງຍືນຍົງ ແລະສາມາດສ້າງວຽກເຮັດງານທໍາໃຫ້ໄດ້ຢ່າງ
ຍາວນານອີກດ້ວຍ.

ພວກນັກຮຽນການຊ່າງ ທີ່ຝຶກອົບຮົມຢູ່ສູນຝຶກອົບຮົມແຮງງານ ແຫ່ງນຶ່ງໃນນະຄອນວຽງຈັນ ຊຶ່ງເປັນສ່ວນນຶ່ງໃນການພັດທະນາ ຊັບພະຍາກອນມະນຸດ
ພວກນັກຮຽນການຊ່າງ ທີ່ຝຶກອົບຮົມຢູ່ສູນຝຶກອົບຮົມແຮງງານ ແຫ່ງນຶ່ງໃນນະຄອນວຽງຈັນ ຊຶ່ງເປັນສ່ວນນຶ່ງໃນການພັດທະນາ ຊັບພະຍາກອນມະນຸດ

ແຕ່ຢ່າງໃດກໍຕາມທ່ານນາງ
Genevieve Boyreau ກໍໄດ້
ເນັ້ນຢໍ້າວ່າ ການທີ່ລັດຖະ
ບານລາວ ຈະສາມາດພັດທະ
ນາຂະແໜງການທີ່ບໍ່ແມ່ນຊັບ
ພະຍາກອນທໍາມະຊາດໄດ້
ຢ່າງມີປະສິດທິຜົນນັ້ນ, ກໍມີ
ຄວາມຈໍາເປັນຢ່າງຍິ່ງ ທີ່ຈະ
ຕ້ອງມີການເສີມສ້າງບັນຍາ
ກາດດ້ານການລົງທຶນ ໃຫ້
ເປັນທີ່ຍອມຮັບຂອງນັກລົງ
ທຶນທັງຫຼາຍ ໂດຍບໍ່ວ່າຈະ
ເປັນການພັດທະນາລະບຽບກົດໝາຍ, ລະບົບພາສີ, ສິ່ງອໍານວຍຄວາມສະດວກຕ່າງໆ
ແລະການພັດທະນາຊັບພະຍາກອນມະນຸດ ທີ່ສາມາດຕອບສະໜອງຄວາມຕ້ອງການ ຂອງການລົງທຶນໄດ້ຢ່າງພຽງພໍ.

ຊຶ່ງຖ້າຫາກວ່າ ລັດຖະບານລາວສາມາດດໍາເນີນການພັດທະນາປັດໃຈດັ່ງກ່າວໄດ້ຢ່າງຄົບ
ຖ້ວນ ແລະເປັນທີ່ຍອມຮັບຂອງນາໆຊາດຢ່າງແທ້ຈິງ ກໍຈະເຮັດໃຫ້ຂະແໜງການທີ່ບໍ່ແມ່ນ
ຊັບພະຍາກອນທໍາມະຊາດນີ້ ມີການຂະຫຍາຍຕົວ ຄິດເປັນສັດສ່ວນທີ່ກວມເອົາເກີນກວ່າ
ເຄິ່ງນຶ່ງຂອງຍອດຜະລິດຕະພັນລວມພາຍໃນລາວ (GDP) ໃນແຕ່ລະປີ ທັງຍັງສາມາດທີ່
ຈະເພີ່ມສູງຂຶ້ນເປັນ 75% ຂອງ GDP ໄດ້ໃນໄລຍະກາງອີກດ້ວຍ.

XS
SM
MD
LG