ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຄົ້ນຄວ້າພົບວ່າ ການກວດລົມຫາຍໃຈ ສາມາດຊ່ວຍວິນິໄສ ໂຣກມະເຮັງປອດໄດ້ (ເບິ່ງວີດິໂອພາສາອັງກິດ & ລາວ)


ການຄົ້ນຄວ້າພົບວ່າ ການກວດລົມຫາຍໃຈ ສາມາດຊ່ວຍວິນິໄສ ໂຣກມະເຮັງປອດໄດ້ (ເບິ່ງວີດິໂອພາສາອັງກິດ & ລາວ)
ການຄົ້ນຄວ້າພົບວ່າ ການກວດລົມຫາຍໃຈ ສາມາດຊ່ວຍວິນິໄສ ໂຣກມະເຮັງປອດໄດ້ (ເບິ່ງວີດິໂອພາສາອັງກິດ & ລາວ)

ໂຣກມະເຮັງປອດໄດ້ເອົາຊີວິດຄົນໄປປະມານ 1 ລ້ານ 5 ​ແສນຄົນ ໃນແຕ່ລະປີ. ແຕ່ວ່າ ທີມນັກຄົ້ນຄວ້າ ຢູ່ທີ່ຄລີນິກໃນເມືອງ Cleveland ແລະມະຫາວິທະຍາໄລລັດ ອິລລີນອຍ ກໍາລັງທໍາງານ ເພື່ອພັດທະນາວິທີການກວດແບບໃໝ່ ທີ່ສາມາດທໍາການວິນິ​ໄສ ແລະປິ່ນປົວ ພະຍາດນີ້ໄດ້ໄວຂຶ້ນ ແລະງ່າຍຂຶ້ນກວ່າເກົ່າ. ຜູ້ສື່ຂ່າວ ວີໂອເອ Vidushi Sinha ລາຍງານວ່າ ສິ່ງທີ່ຕ້ອງການໃຊ້ໃນການກວດແບບນີ້ ກໍມີພຽງແຕ່ອາກາດທີ່ຫາຍໃຈອອກບາດນຶ່ງ ເທົ່ານັ້ນ. ດາຣາມີລາຍລະອຽດ ມາສະເໜີທ່ານ.

ເບິ່ງວີດີໂອລາຍງານພາສາລາວ:

ຖ້າວ່າ ການວິນິດ​ໄສໂຣກມະເຮັງປອດ ງ່າຍຄືກັນກັບການຫາຍໃຈອອກ ກໍ​ຄົງ​ຈະ​ດີດອກ
​ແຕ່ອີກຈັກໜ້ອຍ ມັນກໍອາດຈະເປັນເຊັ່ນນັ້ນແທ້. ເຄື່ອງຈັກອັນນີ້ ວິໄຈລົມຫາຍໃຈຂອງຄົນ
ແລະຊອກຫາສ່ວນປະກອບ ທີ່ແນ່ນອນຂອງສານປະກອບອິນ​ຊີ ຢູ່ໃນລົມຫາຍໃຈນັ້ນ.
Dr. Peter Mazzone ​ແຫ່ງ​ຄລີ​ນິກ Cleveland ກ່າວ​ວ່າ:

ຄົນເຮົາລ້ວນແຕ່ ມີທາດເຄມີຢູ່ໃນລົມຫາຍໃຈຂອງ​ຕົນ ແລະພວກເຮົາຄິດວ່າ
ທາດເຄມີຢູ່ໃນລົມຫາຍໃຈຂອງຄົນ ທີ່ເປັນໂຣກມະເຮັງ ​ແມ່ນ​ຈະແຕກຕ່າງກັນ
ກັບຂອງພວກທີ່ບໍ່ເປັນໂຣກມະເຮັງນັ້ນໜ້ອຍນຶ່ງ."


Dr. Peter Mazzone ເປັນຜູ້ນໍາພາການສຶກສາຄົ້ນຄວ້າ ທີ່ໃຊ້ການວິໄຈລົມຫາຍໃຈເປັນ
ເຄື່ອງມືໃນການວິນິດ​ໄສໂຣກມະເຮັງປອດ. ທ່ານແລະທີມນັກຄົ້ນຄວ້າຂອງທ່ານ ໄດ້ກວດ
ເບິ່ງລົມຫາຍໃຈຂອງຄົນເຈັບ 229 ຄົນ ຈາກຄລີນິກ Cleveland. ໃນນັ້ນ 92 ຄົນໄດ້ຖືກ
ຢືນຢັນວ່າ ເປັນໂຣກມະເຮັງປອດ ແລະພວກທີ່ເຫລືອ ກໍມີຄວາມສ່ຽງສູງໃນການເລີ້ມທີ່
​ຈະເປັນໂຣກດັ່ງກ່າວ ໂດຍທີ່ມີການເຕີບໂຕຂອງພະຍາດທີ່ອາດ​ເປັນ​ມະ​ເຮັງກໍ​ໄດ້ ຢູ່ໃນ
ປອດຂອງພວກເຂົາເຈົ້າ. Dr. Mazzone ກ່າວ​ວ່າ:

ພວກເຮົາໄດ້ພົບວ່າ ພວກເຮົາສາມາດ ໄດ້​ຮັບຄວາມແມ່ນ​ຢໍາ ໃນລະຫວ່າງ
80-85% ໃນການກວດຫາໂຣກມະເຮັງປອດ ຈາກການ​ເບິ່ງລັກສະນະ​ຂອງ
ລົມຫາຍໃຈ. ມັນແມ່ນ​ຢໍາ​ກວ່າ​ນັ້ນ​ອີກ ຖ້າ​ຫາກ​ພວກ​ເຮົາກວດຫາໂຣກມະ
​ເຮັງ​ປອດຊະນິດໃດ​ຊະນິດ​ນຶ່ງ​ໂດຍ​ສະ​ເພາະ​ ແທນ​ທີ່ຈະ​ເບິ່ງ​ມະ​ເຮັງ​ປອດ​ແບບ
​ລວມໆ. ພວກ​ເຮົາ​ໄດ້​ພົບ​ວ່າ ເຮົາ​ສາມາດ ​ທີ່​ຈະ​ບອກ​ຊະນິດຂອງໂຣກມະ​ເຮັງ
​ປອດ​ຂອງ​ຄົນ​ເຈັບ ທີ່ຢູ່​ໃນ​ຂັ້ນກ້າວໜ້າ​ຫລືຮ້າ​ຍ​ແຮງ​ນັ້ນ ​ຫລາຍ​ກ່ວາຢູ່​ໃນຂັ້ນ
ຕົ້ນໆ."


ດຣ. Mazzone ກ່າວ​ຕື່ມ​ວ່າ ການກວດ​ເບິ່ງ​ລົ​ມຫາຍ​ໃຈ ຍັງ​ບອກໃຫ້​ຮູ້​ອີກວ່າ ​ໂຣກມະ​ເຮັງ
​ນັ້ນມີ​ການເຄື່ອນ​ໄຫວ​ແນວ​ໃດ. ຕົວຢ່າງ​ເຊັ່ນ ການສຶກສາຄົ້ນຄວ້າ​ສະ​ແດງ​ໃຫ້ເຫັນວ່າ ຄົນ​ທີ່​
ເປັນ​ໂຣກມະ​ເຮັງ​ປອດທີ່​ຂະຫຍາຍ​ໂຕ​ໄວ ມີ​ລົມຫາຍ​ໃຈທີ່​ມີລັກສະນະ​ທາງ​ຊີວະ​ພາບ​ແຕກ
ຕ່າງຈາກໂຣກມະ​ເຮັງ ທີ່​ຂະຫຍາຍ​ໂຕຊ້າ.

Dr. Steven Birnbaum ໃຊ້ CT-Scan ເພື່ອກວດເບິ່ງໂຣກມະເຮັງ ຢູ່ສູນການແພດໃນພາກໃຕ້ຂອງລັດ New Hampshire (03/06/10)
Dr. Steven Birnbaum ໃຊ້ CT-Scan ເພື່ອກວດເບິ່ງໂຣກມະເຮັງ ຢູ່ສູນການແພດໃນພາກໃຕ້ຂອງລັດ New Hampshire (03/06/10)

ແຕ່​ວ່າ ວິທີການກວດລົມ​ຫາຍ
ໃຈ​ທີ່​ວ່າ​ນີ້​ຈະ​ຕ້ອງ​ໄດ້​ຮັບ​ການ
ປັບປຸງ​ໃຫ້​ລະອຽດດີກວ່ານີ້ກ່ອນ
ຈຶ່ງ​ຈະ​ສາມາດ​ເອົາ​ໄປນໍາ​ໃຊ້​ຢ່າງ
ກວ້າງຂວາງ​ໄດ້. Dr. Mazzone
ກ່າວວ່າ:

“ອັນນີ້ຍັງເປັນເຄື່ອງມືທີ່ຫຍາບໆ​
ຢູ່ ຊຶ່ງຍັງມີຫລາຍຢ່າງຕ້ອງໄດ້
ປັບປຸງ​ໃຫ້​ດີ​ຂຶ້ນ. ສະນັ້ນ ຄວາມ
ຫວັງຂອງພວກເຮົາກໍຄືວ່າ ລະ
ບົບກວດ​ແບບນີ້ລຸ້ນໃໝ່ ຈະສາ
ມາດເພີ້ມຄວາມແມ່ນຢໍາຂຶ້ນ​ໄດ້
ກາຍ​ລະດັບ 80-85% ຂຶ້ນຈົນ
ເຖິງຂັ້ນທີ່ມັນສາມາດ ໃຊ້ປະໂຫຍດໄດ້ ໃນທາງການ​ແພດ.”

ເມື່ອໄປເຖິງຈຸດນັ້ນແລ້ວ ການກວດແບບນີ້ກໍ​ຈະສາມາດນໍາເອົາໄປໃຊ້ ໃນການກວດຮ່າງ
ກາຍເປັນປະຈໍາ ເພື່ອກວດຫາພະຍາດນີ້ແຕ່ຫົວທີ. ມັນຈະ​ເປັນ​ວິທີ​ທີ່​ເຮັດ​ໄດ້​ງ່າຍໆ ບໍ່ມີ
ການກວດ​ເລິກ​ເຂົ້າ​ໄປ​ໃນ​ຮ່າງ​ກາຍ ແລະກໍບໍ່ແພງເທົ່າກັບວິທີການກວດໃນປັດຈຸບັນ ຄື
ການກວດເນື້ອເຍື່ອ ແລະການກວດແບບສະແກນ.

ພວກນັກຊ່ຽວຊານຍັງຫວັງອີກວ່າ ການກວດລົມຫາຍໃຈ ພ້ອມ​ກັບການກວດໂດຍໃຊ້ຄອມ
ພີວເຕີສະແກນ ຫລື CAT scan ເພີ້ມເຕີມອີກ ຈະສາມາດຊ່ວຍໃຫ້ທ່ານໝໍເບິ່ງອອກໄດ້ວ່າ
ເນື້ອງອກອັນໃດ ເປັນເນື້ອງອກທີ່ບໍ່ອັນຕະລາຍ ແລະອັນໃດເປັນເນື້ອງອກທີ່​ເປັນ​ໂຣກມະ
ເຮັງ ເພື່ອວ່າຈະສາມາດເລີ້ມຕົ້ນປິ່ນປົວພະຍາດດັ່ງກ່າວ​ໄດ້ໄວຂຶ້ນ.

ເບິ່ງວີດີໂອລາຍງານພາສາອັງກິດ:

XS
SM
MD
LG