ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນລາວເປັນໄຂ້ເລືອດອອກ ເພີ່ມຂື້ນເຖິງ 300%


ຍຸງລາຍ ທີ່ເປັນສື່ນໍາມາຊື່ງ ເຊື້ອພະຍາດໄຂ້ເລືອດອອກ
ຍຸງລາຍ ທີ່ເປັນສື່ນໍາມາຊື່ງ ເຊື້ອພະຍາດໄຂ້ເລືອດອອກ

ປະຊາຊົນລາວເປັນໄຂ້ເລືອດອອກເພີ່ມຂື້ນເຖິງ 300% ໂດຍຖືວ່າຮຸນແຮງທີ່ສຸດໃນຮອບ 5 ປີ ແລະຍັງມີທ່າອຽງທີ່ຈະຮຸນແຮງຂື້ນອີກຖ້າຫາກວ່າ ປະຊາຊົນລາວຍັງຂາດຄວາມຮູ້ ໃນ ການປ້ອງກັນຕົນເອງ.

ດຣ. ດວງຈັນ ແກ້ວອາສາ ຫົວໜ້າກົມອະນາໄມແລະປ້ອງກັນພະຍາດ ກະຊວງສາທາລະ
ນະສຸກຂອງລາວ ໄດ້ຢືນຢັນວ່າ ນັບແຕ່ເດືອນມັງກອນເຖິງຕົ້ນເດືອນຕຸລານີ້ ມີປະຊາຊົນ
ລາວທີ່ເຈັບປ່ວຍຍ້ອນພະຍາດໄຂ້ເລືອດອອກ ແລ້ວ 19,838 ຄົນ ຊຶ່ງນອກຈາກຈະນັບ
ເປັນຈໍານວນຄົນປ່ວຍ ທີ່ເພີ່ມຂື້ນຈາກໄລຍະດຽວກັນຂອງປີຜ່ານມາເຖິງ 300% ແລ້ວ
ກໍຍັງນັບເປັນສະພາບການທີ່ຮຸນແຮງທີ່ສຸດໃນຮອບ 5 ປີທີ່ຜ່ານມາອີກດ້ວຍ.

ຈາກສະຖິຕິຂອງທາງການລາວໃນຊ່ວງປີ 2005-2008 ນັ້ນ ຈະມີປະຊາຊົນລາວເປັນໄຂ້
ເລືອດອອກໂດຍສະເລ່ຍພຽງແຕ່ 6,000 ເທົ່ານັ້ນໃນແຕ່ລະປີ ແລະເຖິງແມ່ນວ່າ ຈະເພີ່ມ
ຂື້ນເປັນ 7,000 ຄົນເມື່ອປີຜ່ານມາກໍຕາມ ຫາກແຕ່ກໍບໍ່ເຄີຍມີປະຊາຊົນລາວທີ່ຕ້ອງເສຍ
ຊີວິດຍ້ອນເປັນໄຂ້ເລືອດອອກເຖິງ 45 ຄົນ ຄືກັບໃນປີນີ້ແຕ່ຢ່າງໃດ.

ຍິ່ງໄປກວ່ານັ້ນ ຖ້າຫາກສະພາບການດັ່ງກ່າວນີ້ຍັງດໍາເນີນຕໍ່ໄປ ແລະ ເມື່ອປະກອບກັບ
ໃນຊ່ວງນີ້ກໍເປັນລະດູຝົນ ທີ່ເອື້ອອໍານວຍຕໍ່ການຂະຫຍາຍພັນ ແລ ເພີ່ມຈໍານວນປະຊາ
ກອນຍຸງລາຍ ຊຶ່ງເປັນພາຫະນະທີ່ນໍາເຊື້ອໂຣກໄຂ້ເລືອດອອກມາສູ່ຄົນດ້ວຍແລ້ວ ກໍຍັງ ເຮັດໃຫ້ມີທ່າອຽງທີ່ຄົນລາວຈະເຈັບເປັນພະຍາດດັ່ງກ່າວນີ້ເພີ່ມຫລາຍຂື້ນນັບມື້. ຊຶ່ງດ້ວຍ ສະພາບການດັ່ງກ່າວ ກໍໄດ້ສົ່ງຜົນເຮັດໃຫ້ທ່ານ ບົວສອນ ບຸບຜາວັນ ນາຍົກລັດຖະມົນ ຕີລາວ ໄດ້ອອກປະກາດຄໍາສັ່ງໄປເຖິງບັນດາເຈົ້າແຂວງ ແລະເຈົ້າຄອງເຂດນະຄອນວຽງ ຈັນເມື່ອໝໍ່ໆມານີ້ ເພື່ອໃຫ້ດໍາເນີນການປຸກລະດົມໃຫ້ປະຊາຊົນລາວໃນທົ່ວປະເທດ ມີ ການຕື່ນຕົວໃນການປ້ອງກັນຕົວເອງຈາກໄພອັນຕະລາຍ ທີ່ອາດຈະເກີດຈາກພະຍາດໄຂ້ ເລືອດອອກດັ່ງກ່າວ ໃຫ້ມີປະສິດທິຜົນຢ່າງແທ້ຈິງ. ທັງນີ້ກໍເນຶ່ອງຈາກປາກົດວ່າ ຍັງມີປະ ຊາຊົນລາວຈໍານວນບໍ່ໜ້ອຍທີ່ຂາດຄວາມຮູ້ຄວາມເຂົ້າໃຈໃນການປ້ອງກັນຕົນເອງ ຈຶ່ງເຮັດ ໃຫ້ຕ້ອງມີການໂຄສະນາເພື່ອໃຫ້ຄວາມຮູ້ດັ່ງກ່າວກັບປະຊາຊົນລາວຢ່າງກວ້າງຂວາງ ດັ່ງ ທີ່ເຈົ້າໜ້າທີ່ໃນກະຊວງສາທາລະນະສຸກໄດ້ໃຫ້ ການອະທິບາຍວ່າ:

“ວິທີປ້ອງກັນເພື່ອສະກັດກັ້ນບໍ່ໃຫ້ພະຍາດໄຂ້ຍຸງນີ້ ອັນສໍາຄັນທີ່ສຸດ ຖ້າຫາກວ່າ ຢູ່ເຮືອນຂອງພວກທ່ານບໍ່ມີຕາໜ່າງ: ນຶ່ງແມ່ນໃຊ້ຢາອູດຍຸງປ້ອງກັນບໍ່ໃຫ້ຍຸງ ເຂົ້າໄປໃນເຮືອນ, ອັນທີ່ສອງກໍແມ່ນໃຊ້ຢາທາຕົນເອງເພື່ອປ້ອງກັນບໍ່ໃຫ້ຍຸງກັດ. ນອກຈາກນັ້ນ ເວລາເປັນໄຂ້ແລ້ວ ກໍຂໍຮຽກຮ້ອງພໍ່ແມ່ປະຊາຊົນບໍ່ໃຫ້ຫາຢາກິນ ເອງ ເພາະເວລາເປັນໜັກແລ້ວ ຄ່ອຍໄປໂຮງໝໍ ເວລານັ້ນແພດກໍບໍ່ສາມາດ ຊ່ວຍໄດ້”

ນອກຈາກການແຜ່ລະບາດຂອງເຊື້ອພະຍາດໄຂ້ເລືອດອອກດັ່ງກ່າວແລ້ວ ກໍຍັງມີການແຜ່ ລະບາດຂອງພະຍາດຖອກທ້ອງ ພະຍາດທ້ອງບິດ ພະຍາດໄຂ້ທໍລະພິດ ພະຍາດອະຫິວາ
ພະຍາດໄຂ້ຍຸງມາເລເລຍ ແລະທີ່ໜ້າເປັນຫ່ວງຢ່າງຍິ່ງສໍາລັບໃນຊ່ວງລະດູໜາວ ທີ່ກໍາລັງ
ຈະມາເຖິງໃນໝໍ່ໆນີ້ ກໍຄືພະຍາດໄຂ້ຫວັດສັດປີກ ແລະພະຍາດໄຂ້ຫວັດໃຫຍ່ສາຍພັນໃໝ່
ລວມທັງພະຍາດໝູຫູກໍ່າດ້ວຍ ຊຶ່ງດ້ວຍການແຜ່ລະບາດຂອງເຊື້ອໂຣກເຫລົ່ານີ້ ກໍຍັງໄດ້ສົ່ງ
ຜົນກະທົບໂດຍກົງຕໍ່ແຜນການ ແລະເປົ້າໝາຍຂອງລັດຖະບານລາວ ໃນການທີ່ຈະລົດອັດ ຕາການເສຍຊີວິດຂອງປະຊາກອນລາວໃຫ້ຕໍ່າລົງອີກດ້ວຍ.

XS
SM
MD
LG