ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ເປີດເຈລະຈາ ກັບເກົາຫຼີເໜືອ ທີ່ບາງກອກ


<span class="imageCaption">2008年6月27日拍摄的这张图片显示,朝鲜宁边的一个核电厂的一个冷却水塔(右)在拆除之前拍摄的照片。 </span>
<span class="imageCaption">2008年6月27日拍摄的这张图片显示,朝鲜宁边的一个核电厂的一个冷却水塔(右)在拆除之前拍摄的照片。 </span>

ພວກ​ເຈົ້າ​ໜ້າ​ທີ່​ຂອງສະຫະລັດ​ແລະ​ເກົາຫຼີ​ເໜືອ​ກໍາລັງ​ພົບ​ປະກັນ​ທີ່ບາງກອກປະ​ເທດ​
ໄທ ​ເພື່ອ​ສົນທະນາ​ຫາລື​ກ່ຽວ​ກັບຄວາມເປັນໄປໄດ້ ໃນການ​ຟື້ນຟູການດຳເນີນຄວາມ
ພະຍາຍາມ​ຊອກ​ຄົ້ນຫາຊາກກະດູກ​ທະຫານ​ອະ​ເມຣິກັນ ທີ່​ຍັງ​ຫາຍສາບສູນຫຼັງ​ຈາກ
ສົງຄາມ​ເກົາຫຼີ​ນັ້ນ.

ໂຄສົກຍິງ​ຂອງກອງທັບ​ທະຫານ​ຂອງ​ສະຫະລັດ ​ໄດ້ກ່າວວ່າ ການ​ໂອ້​ລົມ​ສົນທະນາ​
ໄດ້​ເລີ່​ມຂຶ້ນ​ໃນ​ວັນອັງຄານ​ມື້​ນີ້ ​ແລະ​ຄາດ​ວ່າ​ຈະໃຊ້ເວລາທັງໝົດ2-3 ວັນນັ້ນ.
ຄະນະຜູ້ແທນຂອງສະຫະລັດ​ແມ່ນນໍາພາ​ໂດຍ​ລັດຖະມົນ​ຕີ ຊ່ອຍວ່າການກະຊວງ
ປ້ອງ​ກັນ​ປະ​ເທດ ທ່ານ Robert Newberry.

ສະຫະລັດ​ໄດ້​ໂຈະການປະຕິບັດງານຊອກຫາຊາກກະດູກທະຫານອະເມຣິກັນ ໃນ​ປີ
2005 ​ເພາະເປັນ​ຫ່ວງ​ເປັນ​ໃຍເຖິງຄວາມ​ປອດ​ໄພຂອງ​ພວກ​ພະນັກງານ​ທີ່​ກ່ຽວຂ້ອງ
ຊຶ່ງ​ຕອນ​ນັ້ນ​ໄດ້ເກີດຄວາມ​ເຄັ່ງ​ຕຶງ​ຫ້ອມລ້ອມໂຄງການ​ນິວ​ເຄລຍຂອງ​ເກົາຫຼີ​ເໜືອຢູ່.
ທາງ​ຝ່າຍ​ທໍານຽບຫ້າ​ແຈບໍ່​ໄດ້​ແຈ້ງໃຫ້ຊາບວ່າເປັນຫຍັງຈຶ່ງ ກັບ​ມາ​ໂອ້​ລົມ​ສົນທະນາ​
ກັນຄືນ​ໃໝ່ອີກໃນເວລານີ້ ​ແຕ່​ກ່າວ​ເຖິງ​ວ່າການ​ໂອ້​ລົມ​ສົນທະນາ​ດັ່ງກ່າວ​ນີ້​ ແມ່ນ​ບໍ່​
ໄດ້​ພົວພັນ​ກັບ​ເລື່ອງໃດໆທັງ​ສິ້ນ.

XS
SM
MD
LG