ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໂຄງການ “​ແຊບ​ຫຼາຍໆ" ສົ່ງເສີມການບໍລິໂພກ ແມງໄມ້ ຢູ່ລາວ


ໂຄງການ “​ແຊບ​ຫຼາຍໆ" ຂອງອົງການອາຫານແລະການກະເສດ.
ໂຄງການ “​ແຊບ​ຫຼາຍໆ" ຂອງອົງການອາຫານແລະການກະເສດ.

ການ​ບໍຣິ​ໂພ​ກພວກ​ແມງ​ໄມ້​ຕ່າງໆ​ໃນ​ລາວ​ແລະ​ໃນ​ປະ​ເທດ
ແຖບ​ເອ​ເຊຍ​ນັ້ນ ​ຖື​ວ່າ​ເປັນ​ເລື່ອງ​ປົກກະຕິທຳມະດາ ຊຶ່ງ​
ຊາວບ້ານ ຊາວໄຮ່ ຊາວນານັ້ນ​ໄດ້​ບໍລິໂພກ​ແລະ​ເອົາພວກ​
ແມງ​ໄມ້​ພວກ​ນີ້​ໃຊ້ເປັນອາຫານ.

ໂຄງການ “​ແຊບ​ຫຼາຍໆ" ສົ່ງເສີມການບໍລິໂພກ ແມງໄມ້ ຢູ່ລາວ
ໂຄງການ “​ແຊບ​ຫຼາຍໆ" ສົ່ງເສີມການບໍລິໂພກ ແມງໄມ້ ຢູ່ລາວ

ແຕ່​ສ່ວນ​ໃຫ່ຽ​ແລ້ວ ຕາມ​ຫົວ​ເມືອງໃຫ່ຽຕ່າງໆ​ ກໍແມ່ນວ່າມັກ​ຈະ​ນຳ​ມາ​ກິນເປັນອາຫານກັບ ​ແກ້ມຕ່າງໆ ​ແຕ່​ບໍ່​ນິຍົມ​ນໍາມາເປັນ​ອາຫານ​ຫຼັກ​ໃຊ້​ຮັບ​ປະທານ​ກັບເຂົ້າ. ແຕ່ທາງການລາວກໍ ກໍາລັງພະຍາຍາມຈະໃຫ້ມີການປ່ຽນແປງແລ້ວ ຊຶ່ງ​ມື້​ນີ້​ທາງ VOA ​ໄດ້​ມີ​ໂອກາດໂອ້​ລົມ​ກັບ ອະລຸ​ນາ ຖາວອນ​ສຸກ ນັກ​ສິນລະປິນ, ນັກ​ຮ້ອງ, ນັກ​ແຕ່ງ​ເພງ, ນັກ​ຂຽນຈາກ​ວຽງ​ຈັນ ປະ​ເທດ​ລາວ ກ່ຽວ​ກັບ​ໜ້າ​ທີ່ໃນ​ອີກ​ບົດບາດ​ໃໝ່ຂອງ​ນາງ ຄື​ການ​ເປັນ​ຕົວແທນ​ນຳສະ​ເໜີ ໂຄງການ “​ແຊບ​ຫຼາຍໆ” ຂອງ​ອົງການ​ອາຫານ​ແລະ​ການ​ກະ​ເສດ ຫຼື Food and Agriculture Organization ຊຶ່ງ​ເປັນ​ອົງການ​ໃນ​ເຄື່ອຂ່າ​ຍຂອງສະຫະປະຊາຊາດ ທີ່​ຊຸກຍູ້​ໃຫ້ຊາວ​ລາວບໍລິໂພກ​ແມງ​ໄມ້​ໃຫ້​ຫຼາຍ​ຂຶ້ນ ​ຫຼື​ເຮັດ​ເປັນ​ທຸລະ​ກິດ​ກໍ​ຍິ່ງ​ດີ ຊຶ່ງ​ອະລຸ​ນາ ໄດ້ອະທິບາຍໃນ​ຕອນນຶ່ງ​ຂອງ​ບົດ​ສຳ​ພາດ​ວ່າ:

ໂຄງການ “​ແຊບ​ຫຼາຍໆ" ສົ່ງເສີມການບໍລິໂພກ ແມງໄມ້ ຢູ່ລາວ
ໂຄງການ “​ແຊບ​ຫຼາຍໆ" ສົ່ງເສີມການບໍລິໂພກ ແມງໄມ້ ຢູ່ລາວ
“ໂຄງການ “​ແຊບ​ຫຼາຍໆ” ​ແມ່ນ​ກ່ຽວ​ກັບ​ຫຍັງ? ​ແມ່ນ​ກ່ຽວ​ກັບ​ໄອ​ເດ​ຍທີ່​ເພິ່ນ​ໄດ້​ ເລືອກແມງ​ໄມ້
ຫຼາຍໆ​ຊະນິດ​ ທີ່​ເຮົາ​ເຄີຍ​ກິນມາ
ນີ້​ລະ​ເນາະ ນອກຈາກເປັນ
ອາຫານກັບ​ແກ້ມ​ແລ້ວ ​ເພິ່ນ​ກໍ​
ໄດ້​ເລືອກ​ມາ​ເປັນ​ ອາຫານ​ຫຼັກ​
ຄື​ກັນ ​ແທນ​ທີ່​ຈະ​ມາ​ເປັນ​ແຕ່​
ຈືນມາ​ຂົ້ວ​ໃຫ້​ເປັນ​ກັບ​ແກ້ມ​ຊື່ໆ​
ເນາະ ​ເອົາ​ປຸງ​ແຕ່ງ​ເປັນ​ແບບ​
ໃໝ່ ຕົວຢ່າງ​ເຊັ່ນ ຕົ້ມ​ຍຳ​ບໍ່ ​ຫຼື​
ອາຫານ​ຫຼາຍໆຮູບ​ແບບ​ຂອງ
ຫຼາຍ​ປະ​ເທດD ຍົກ​ຕົວຢ່າງ​ເຊັ່ນຖ້າ​ເປັນອາຫານອີ​ຕາ​ລີກໍແມ່ນເຮົາ​ສາມາດ​ເຮັດ​ສະປາ​ແກ​ຕີ
ຕັກ​ກະ​ແກນ​ໄດ້ ອາຫານ​ຍີ່​ປຸນ​ອາດ​ຈະ​ເປັນ​ຊຸ​ຊິໜອນ​ໄມ້​ໄຜ່ ຊຶ່ງ​ເພິ່ນ​ໄດ້​ນຳ​ມາ​ປຸງ​ແຕ່​ງ
ແບບ​ໃໝ່ ໄອ​ເດ​ຍໃໝ່ ຊຶ່ງ​ເພິ່ນ​ໄດ້​ຄົ້ນ​ຄ້ວາ​ມາວ່າ ພວກ​ແມງ​ໄມ້​ຕ່າງໆ​ນີ້ມີ​ແຮ່​ທາດ​ທີ່​ໃກ້
ຄຽງ​ກັບ​ຊີ້ນ​ປະ​ເພດ​ອື່ນ​ໆເນາະ ຊຶ່ງ​ເປັນ​ທາງພະລັງງານ ​ເອ​ເນີ​ຈີ​ອື່ນ​ໆ ທາດ​ມິນ​ເນີ​ໂຣ
ເ​ເຮ່ທາດ​ຕ່າງໆ ​ໄຂມັນ​ດີ​ແລະ​ວິຕາມິນ​ແລະ​ໂປຣຕີນໃກ້​ຄຽງ​ກັບ​ຊີ້ນ​ສັດ​ປະ​ເພດ​ອື່ນ​ໆ
ບໍ່​ວ່າ​ຈະ​ເປັນ​ໝູ ປາ ຫຼື ​ໄກ່ ​ເພາະສະ​ນັ້ນ ​ເຮົາສາມາດ​ເອົາ​ອັນນີ້​ເປັນ​ທາງ​ເລືອກ​ນຶ່ງ ຂອງການ​ບໍລິ​ໂພ​ກ.”

ເຊີນທ່ານຟັງການສຳພາດທັງໝົດ ໂດຍຄລິກຮູບໂທລະໂຄ່ງດ້ານເທິງຂວາມື້ໄດ້.

XS
SM
MD
LG