ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Taco ຈີ່ນາຍຂອງລາວໄດ້ເຂົ້າສະແດງໃນງານ World Expo 2010


Մանկան զգացմունքները
Մանկան զգացմունքները

ຫວ່າງມໍ່ໆມານີ້ ທາງວີ​ໂອ​ເອໄດ້ນຳສະເໜີລາຍງານການ ດັດແປງການປຸງແຕ່ງອາຫານ ​ໂດຍ​ໃຊ້ພວກແມງໄມ້ພື້ນ ບ້ານໃນລາວ ມາ​ປຸງ​ແຕ່ງ​ເປັນ​ອາຫານຫຼັກ ຕາມ​ໂຄງການ​ຂອງ​ອົງການ FAO ຂອງ​ສະຫະ​ປະຊາ​ຊາດ ທີ່ຊຸກຍູ້​ໃຫ້​ບໍລິ​ໂພ​ກ​ແມງ​ໄມ້ນັ້ນ. ວັນນີ້ ​ເຮົາໄດ້ສຳພາດກັບສອງຕົວແທນ ຂອງໂຄງການນີ້ ຈາກ​ປະ​ເທດ​ລາວ ອັນ​ມີ​ນັກ​ຮ້ອງສາວ​ຊື່​ດັງ ອະລູນາ ຖາວອນສຸກ ແລະພໍ່ຄົວ ສີສຸພັນ ໂອກຳໂປ ຈາກ​ ຮ້ານ​ອາຫານ Sticky Fingers ທີ່​ນະຄອນຫລວງ​ວຽງ​ຈັນ ທີ່​ໄດ້​ເດີນທາງ​ໄປ​ຮ່ວມ​ງານ​ມະຫະກໍາ World Expo ທີ່ນະຄອນຊຽງໄຮ້ ​ເພື່ອ​ສະ​ແດງ​ວິທີປຸງ​ແຕ່ງອາຫານ​ທີ່​ໃຊ້​ແມງ​ໄມ້​ເປັນ​ອາຫານ​ຫລັກ ຊຶ່ງທັງ​ສອງຕ່າງກໍກ່າວ​ວ່າ ດີ​ໃຈ​ແລະ​ຮູ້ສຶກເປັນກຽດອັນສູງສົ່ງ ທີ່ໄດ້ນຳສະເໜີ​ໃຫ້​ຊົນ​ຊາດ​ອື່ນ​ໄດ້​ຮູ້ ກ່ຽວກັບວິຖີຊີວິດຂອງຊາວລາວ ຮວມທັງວິທີການປຸງ ແຕ່ງອາຫານທີ່​ແປກ​ໃໝ່​ນີ້. ອະລຸນາແບ່ງປັນຄວາມຮູ້ສຶກຂອງນາງ ໃຫ້ພວກເຮົາຟັງວ່າ:

/ອະລຸນາ/

ໃນງານມະຫະກຳວາງສະແດງນາໆຊາດ (World Expo) ທີ່ຊຽງໄຮ້ ເມື່ອວັນທີ 19-22 ເດືອນກັນຍາທີ່ຜ່ານມານີ້ ທາງປະ​ເທດລາວກໍໄດ້ມີຜາມຂອງຕົນເອງ ​ໂດຍໄດ້ນຳເອົາສິນລະ ປະ ວັດທະນະທຳ ​ເຄື່ອງຫັດຖະກໍາ ແລະຮູບພາບຕ່າງໆຂອງປະ​ເທດລາວ ຕັ້ງແຕ່ເໜືອເຖິງ ໃຕ້ ​ໄປວາງສະ​ແດງໃຫ້ແຂກທີ່​ໄປ​ຮ່ວມ ໄດ້ຊົມ​ແລະ​ຮຽນຮູ້.

ສີສຸພັນ ໂອກຳໂປ ຊຶ່ງເປັນຕົວແທນພໍ່ຄົວລາວ ທີ່​ໄປສະ​ແດງວິທີປຸງແຕ່ງອາຫານລາວ ແບບໃໝ່ ຈາກການນຳເອົາພວກແມງໄມ້ພື້ນບ້ານຂອງລາວ ມາປຸງແຕ່ງໃຫ້ເປັນອາຫານທີ່​ແຊບນົວ ກໍ​ໄດ້​ສະ​ແດງ​ສີມື​ໃນ​ການ​ເອົາແມງ​ໄມ້ມາປຸງ​ແຕ່ງ​ເປັນ taco ອາຫານ Mexico ທີ່​ຄົນ​ນິຍົມ​ກິນ​ທົ່ວ​ໂລກ​ນັ້ນ ແຕ່ສອດ​ລົດຊາດ​ແບບ​ລາວໆ​ໃສ່ນໍາ. ສີສຸພັນໄດ້ເວົ້າສູ່ພວກເຮົາ ຟັງ ເຖິງການເປັນຕົວແທນຂອງລາວທີ່ເຂົ້າຮ່ວມໃນຄັ້ງນີ້ວ່າ:

/ສີສຸພັນ ໂອກຳໂປ/

ການ​ປະກອບສ່ວນ​ຂອງອາ​ລູ​ນາ ຖາວອນ​ສຸກ ກັບສີ​ສຸ​ພັນ ໂອ​ກໍາ​ໂປ ທີ່ງານມະຫະກຳວາງ ສະແດງສິນຄ້ານາໆຊາດ (World Expo) ຢູ່​ນະຄອນຊຽງໄຮ້ ໄດ້ຜ່ານພົ້ນໄປແລ້ວຢ່າງ ສວຍງາມ, ສ້າງຄວາມຕື່ນຕາຕື່ນໃຈໃຫ້ຊາວໂລກ ທີ່ໄດ້ຮຽນຮູ້ເຖິງຄວາມເປັນປະເທດລາວ ຫຼາຍຂຶ້ນ ຮວມທັງວັດທະນະທຳ, ປະເພນີ ແລະວິຖີຊີວິດ. ພ້ອມດຽວກັນນັ້ນ ກໍຍັງໄດ້ຊີມ ອາຫານທີ່ປະດິດຈາກແມງໄມ້ ທີ່ພວກເຂົາເຈົ້າຄຸ້ນເຄີຍຢູ່ແລ້ວ ມາໃນຮູບແບບໃໝ່ທີ່ສ້າງ ຄວາມສົນ​ໃຈ​ແລະ​ກະຕືລື​ລົ້ນ ຢາກຮູ້ຢາກເຫັນ ໃຫ້ແຂກທີ່​ໄປເຂົ້າຊົມ ຢ່າງລົ້ນຫລາມ.

ໂຄງການ​ຊຸກຍູ້​ການ​ບໍລິ​ໂພ​ກ​ແມງ​ໄມ້​ຂອງ​ອົງການ FAO ​ເປັນ​ໂຄງການຮ່ວມ​ງານ​ກັນກັບ​ລັດຖບານ​ລາວ ຊຶ່ງ​ມີ​ເປົ້າ​ໝາຍ​ເພື່ອຊຸກຍູ້​ແລະ​ສົ່ງ​ເສີມ​ການ​ລ້ຽງແມງ​ໄມ້​ແບບ​ຍືນ​ຍົງ​ຖາວອນ ​ເພື່ອ​ນໍາ​ໃຊ້​ເປັນ​ອາຫານ​ທີ່​ມີ​ຄຸນ​ນະ​ປະ​ໂຫຍ​ດທາງ​ດ້ານ​ໂພຊະ​ນາ​ການ ​ເພື່ອ​ເພິ່ມຄວາມ​ໝັ້ນ​ຄົງ​ດ້ານ​ອາຫານ​ໃຫ້​ແກ່​ປະຊາຊົນ​ລາວ ​ແລະ​ເພິ່ມລາຍ​ຮັບ​ໃຫ້​ຄອບຄົວ​ລາວ​ນໍາ​ດ້ວຍ.

ໂອກາດໜ້າ ວີ​ໂອ​ເອຈະ​ພະ​ຍາ​ຍາມ ສຳພາດກັບທ່ານ David Mann ຫົວໜ້າອົງການ ອາຫານແລະການກະເສດປະຈຳລາວ ກ່ຽວ​ກັບ​ໂຄງການ​ນີ້ ​ເພື່ອນໍາ​ເອົາລາຍ​ລະອຽດ​ເພີ້​ມ ຕື່ມ​ມາສະ​ເໜີ​ທ່ານ ພ້ອມທັງຂໍ້​ມູນ​ກ່ຽວ​ກັບວິທີການລ້ຽງແມງໄມ້​ ທີ່​ທ່ານ​ຜູ້​ຟັງ​ໄດ້ອີ​ເມລ​ເຂົ້າ​ມາຖາມ​ນັ້ນ. ກະລຸນາຄອຍຕິດຕາມຟັງ.



XS
SM
MD
LG