ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການ​ປັກ​ຫລັກ​ໝາຍ​ເຂດ​ຊາຍ​ແດນ​ ລາວ-ຫວຽດນາມ​


ເຈົ້າໜ້າທີ່ລາວ ກັບຫວຽດນາມ ທຳການປັກຫລັກໝາຍເຂດຊາຍແດນ ລະຫວ່າງກັນ
ເຈົ້າໜ້າທີ່ລາວ ກັບຫວຽດນາມ ທຳການປັກຫລັກໝາຍເຂດຊາຍແດນ ລະຫວ່າງກັນ

ການປັກຫລັກໝາຍແລະບູລະນະຫລັກໝາຍຊາຍແດນ ລະວ່າງລາວ-ຫວຽດນາມໄດ້ ຄືບໜ້າໄປຫລາຍແລ້ວ ໂດຍທັງສອງຝ່າຍຈະຮ່ວມກັນດຳເນີນການໃຫ້ສຳເລັດທັງ ໝົດພາຍໃນປີ 2014 ແລະໃນຂະນະດຽວກັນ ກໍໄດ້ຮ່ວມກັນວາງແຜນການພັດທະນາ ເຂດການຄ້າຊາຍແດນລະຫວ່າງສອງປະເທດດ້ວຍ.

ການ​ປະຊຸມ​ຄັ້ງ​ທີ່ 7 ຂອງ​ຄະນະ​ວິຊາ​ການ​ວ່າ​ດ້ວຍ​ການ​ປັກ​ຫລັກ​ໝາຍ​ຖີ່​ແລະ​ບູລະນະ​ລະບົບ​ຫລັກ​ໝາຍ​ຊາຍ​ແດນ​ລະ​ວ່າງ​ລາວ​ກັບ​ຫວຽດນາມ​ ຊຶ່ງກໍ​ໄດ້​ມີ​ຂື້ນ​ຢ່າງ​ເປັນ​ທາງ​ການ​ເມື່ອ​ບໍ່ນານ​ມາ​ນີ້​ຢູ່​ແຂວງ​ເຫ​ງ່ອານ ​ປະ​ເທດ​ຫວຽດນາມ ຄະນະ​ຜູ້​ແທນ​ຂອງ​ທັງ​ສອງ​ຝ່າ​ຍ​ໄດ້​ສະ​ລຸບລາຍ​ງານ​ຜົນ​ການ​ດຳ​ເນີນ​ງານ​ຮ່ວມ​ກັນ​ໃນ​ໄລຍະ​ທີ່​ຜ່ານ​ມາ​ວ່າ​ໄດ້​ຕົກລົງ​ຮ່ວມ​ກັນ​ໃນ​ການ​ກຳໜົດ​ທີ່​ຕັ້ງ​ຫລັກ​ໝາ​ຍຊາຍ ​ແດນ​ໄດ້​ທັງ​ໝົດ 261 ຈຸດ ​ແລະ​ຈະ​ມີ​ການ​ປັກ​ຫລັກ​ໝາຍ​ຊາຍ​ແດນ​ທັງ​ໝົດ 278 ຫລັກ​ໝາຍ ​ໂດຍ​ມາ​ເຖິງ​ປັດຈຸບັນ​ນີ້​ ກໍ​ສາມາດ​ດຳ​ເນີນ​ການ​ສຳເ​ລັດ​ແລ້ວ 170 ຈຸດ​ແລະ​ປັກ​ຫລັກ​ໝາຍ​ຊາຍແດນ​ໄດ້ 184 ຫລັກ​ໝາຍ ​ຈຶ່ງ​ຍັງ​ຄົງ​ເຫລືອ​ອີກ 91 ຈຸດ ​ແລະ 94 ຫລັກ​ໝາຍ​ທີ່​ຈະ​ຕ້ອງ​ດຳ​ເນີນ ການ​ໃຫ້​ສຳ​ເລັດ​ພາຍ​ໃນ​ປີ 2010 ນີ້.

ແຕ່​ຢ່າງ​ໃດ​ກໍ​ຕາມ ​ເນຶ່ອງຈາກ​ວ່າການ​ປັກ​ຫລັກ​ໝາຍ​ຖີ່​ແລະ​ບູລະນະ​ລະບົບ​ຫລັກ​ໝາຍ​ໃນ​ຕະ ຫລອດ​ແນວ​ເຂດ​ຊາຍ​ແດນ​ລະ​ວ່າງ​ລາວ​ກັບ​ຫວຽດນາມ​ທີ່​ມີ​ລະຍະ​ທາງ​ຍາວ​ກວ່າ 2,000 ກິ​ໂລ ​ເມດ​ນັ້ນ ຈະ​ຕ້ອງ​ມີ​ການ​ປັກ​ຫລັກ​ໝາຍ​ຊາຍ​ແດນ​ຮ່ວມ​ກັນ​ຕະຫລອດ​ໄລຍະ​ກວ່າ 2ປີ​ມາ​ນີ້ ຈຶ່ງ​ ເຮັດໃຫ້​ທາງ​ການ​ຂອງ​ທັງ​ສອງ​ຝ່າຍ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ແລະ​ໄດ້​ຕົກລົງຮ່ວມ​ກັນ​ວ່າ ການ​ປັກ​ຫລັກໝາຍ​ຖີ່​ແລະ​ບູລະນະ​ລະບົບ​ຫລັກ​ໝາຍ​ຕະຫລອດ​ຊາຍ​ແດນ​ລາວ​ຍກັບ​ຫວຽດນາມ​ນັ້ນ ​ຈະ​ສຳ​ເລັດ​ສົມບູນ​ພາຍ​ໃນ​ປີ 2014 ຢ່າງ​ແນ່ນອນ. ສາ​ເຫດ​ທີ່​ເຮັດ​ໃຫ້​ທາງ​ການ​ລາວ​ກັບ​ຫວຽດ ນາມ​ຕ້ອງ​ດຳ​ເນີນ​ການ​ປັກ​ຫລັກ​ໝາຍ​ຖີ່​ແລະ​ບູລະນະ​ລະບົບ​ຫລັກ​ໝາຍ​ຊາຍ​ແດນ​ໃໝ່​ທັງ​ໝົດ​ນັ້ນ ກໍ​ຍ້ອນ​ວ່າ​ຫລັກ​ໝາຍ​ໃນ​ອະດີດ​ໄດ້​ເກີດ​ການ​ປ່ຽນ​ແປງ​ໄປ​ຢ່າງ​ຫລວງ​ຫລາຍ​ ຈຶ່ງ​ເຮັດ​ໃຫ້ການ​ຮ່ວມ​ມື​ກັນ​ໃນ​ຄັ້ງໃໝ່​ນີ້ ​ມີ​ເປົ້າໝາຍ​ທີ່​ຈ​ະ​ເຮັດ​ໃຫ້​ເຂດ​ຊາຍ​ແດນ​ລະ​ວ່າງ​ສອງ​ປະ​ເທດ​ມີ​ຄວາມ​ຊັດແຈ້ງ​ຂື້ນ​ອັນ​ຈະ​ເປັນ​ການ​ປ້ອງ​ກັນ​ບໍ່ໃຫ້​ເກີດ​ຂໍ້​ຂັດ​ແຍ້​ງກັນ​ຂື້ນ​ໃນ​ອະນາຄົດ​ອີກ​ດ້ວຍ. ດ່ັງ​ທີ່​ທ່ານທອງ​ລຸນ ສີ​ສຸ​ລິດ​ ຮອງ​ນາ​ຍົດ​ລັດ​ຖະມົນຕີ​ແລະ​ລັດຖະມົນຕີ​ວ່າການ​ຕ່າງປະ​ເທດ​ຂອງ​ລາວ​ ໃຫ້ການຢືນຢັນ​ແລະ​ອະທິບາຍ​ໃນ​ຕອນ​ນຶ່ງ​ວ່າ:

“ຖ້າ​ຫາກ​ພວກ​ເຮົາ​ບໍ່​ປຶກສາ​ຫາ​ລື ບໍ່​ຕົກລົງ​ກັບ​ຫວຽດນາມ ຫລື​ຖ້າ​ຫາກ​ສອງ​ຝ່າຍ​ບໍ່​ໄດ້​ຕົກລົງ​ກັນ​ວ່າ ຕັດສິນ​ໃຈ​ປັກ​ຫລັກ​ໝາຍ​ຖີ່​ນີ້ ຈັກ​ໜ່ອຍ​ບໍ່​ເຂົ້າ​ໃຈ​ກັນ ເພາະວ່າ​ການປັກ​ຫລັກ​ຢູ່​ຈອມ​ພູ​ນີ້ ​ເລັ່ງ​ໄປ​ຕາມ​ສັນ​ພູເຂດ​ຊາຍ​ແດນ ບາດ​ໄປ​ຮອດ​ຍ່ານ​ໃດ​ຍ່ານ​ນຶ່ງ​ສະພາບ​ຂອງພູ ມີ​ຫລາຍ​ແງ່​ຫລາຍ​ມຸມ ຫ້ວຍ​ນ້ຳກໍ​ມີ​ທຳ​ມະ​ຊາດ​ປ່ຽນ​ແປງໄປ ມັນ​ປັນ​ກັນ​ຢູ່​ບ່ອນ​ໃດ​ແທ້ ​ເກີ​ດຖົກຖຽງ​ກັນ ບາງ​ເທື່ອ​ພູ​ໜ່ວຍ​ນີ້​ກັບ​ພູ​ໜ່ວຍ​ນີ້​ມັນ​ໄກ້​ກັນ​ ​ແລະ​ມີ​ຄວາມ​ຕ່ຳສູງ​ເທົ່າ​ກັນ ຊຶ່ງດຽວ​ນີ້ເຮົາ​ຈະ​ປັກ​ຫລັກ​ໝາຍ​ໃຫ້​ຖີ່​ເຂົ້ານັ້ນ ​ເພື່ອ​ເອົາ​ໄວ້​ເປັນ​ຫລັກ​ຖານ​ອ້າງ​ອິງ​ດ້ວຍ​ກົດໝາຍໄວ້ໃຫ້​ລູກ​ຫລານ​ຂອງ​ພວກ​ເຮົາ”.

ຍິ່ງ​ໄປ​ກວ່າ​ນັ້ນ ​ເປົ້າໝາຍ​ສຳຄັນ​ອີກ​ປະການ​ນຶ່ງ​ທີ່​ທາງ​ການ​ລາວ​ແລະ​ຫວຽດນາມ​ຕ້ອງການ​ເຮັດ​ໃຫ້ ​ເຂດ​ຊາຍ​ແດນ​ລະ​ວ່າງ​ສອງ​ປະ​ເທດ​ມີ​ຄວາມ​ແຈ່ງ​ແຈ່ມ​ແລະ​ແນ່ນອນ​ນັ້ນ ກໍ​ຄື​ການ​ທີ່​ຈະ​ຮ່ວມ​ມືກັນ ​ເພື່ອ​ພັດທະນາ​ເຂດ​ການ​ຄ້າ​ຊາຍ​ແດນ​ໃຫ້​ມີ​ຄວາມ​ທັນ​ສະ​ໄໝ​ຫລາຍ​ຂື້ນ​ນັບ​ມື້ ​ໂດຍ​ລ່າ​ສຸດ​ກໍ​ມີ​ລາຍ ງານ​ວ່າ​ທາງ​ການ​ກະຊວງ​ອຸດສາຫະກຳ​ແລະ​ການ​ຄ້າ​ຂອງ​ທັງ​ສອງ​ຝ່າຍ​ໄດ້ຕົກລົງ​ຮ່ວມ​ມື​ກັນ​ເຂົ້າ​ໃນ ການ​ພັດທະນາ​ການ​ຄ້າ​ລະ​ຫວ່າງ​ເຂດ​ແຂວງ​ຕ່າງໆ​ ທີ່​ມີ​ຊາຍ​ແດນ​ຕິດ​ຕໍ່​ກັນ​ທັງ​ໃນ​ເຂດ​ພາກ​ເໜືອ ພາກກາງ​ແລະ​ພາກ​ໃຕ້ ​ໂດຍ​ໃນໄລຍະ​ເລີ່ມຕົ້ນ​ນີ້​ກໍ​ຈະ​ເນັ້ນ​ໜັກ​ການ​ຮ່ວມ​ກັນ​ຈັດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ເປັນ​ດ້ານ​ຫລັກ​ ສ່ວນ​ໃນ​ອະ​ນາ​ຄົດ​ກໍ​ຈະ​ຍົກ​ລະດັບ​ການຈັດ​ງານ​ເປັນ​ການ​ງາ​ງສະ​ແດງ​ສິນ​ຄ້າ​ນາໆຊາດ​ໃນ​ເຂດລຸ່ມ​ແມ່ນ້ຳຂອງ​ຕໍ່​ໄປ. ​ໂດຍ​ກ່ອນ​ໜ້າ​ນີ້ ຜູ້ນຳ​ພັກ​ປະຊາຊົນ​ປະຕິ​ວັດ​ລາວ​ກັບ ຜູ້ນຳ​ພັກຄອມ​ມີ​ວນິສຕ໌ຫວຽດນາມ​ ກໍ​ໄດ້​ຕົກລົງ​ທີ່​ຈະ​ເພີ່​ມການ​ພົບ​ປະ​ແລກ​ປ່ຽນ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ ລະ​ວ່າງ​ກັນ​ໃຫ້ຫລາຍ​ຂື້ນ ທັງ​ການ​ແລກປ່ຽນ​ໃນ​ດ້ານ​ທິດ​ສະ​ດີ ​ແລະ​ແຜນການ​ປ່ຽນ​ແປງ​ໃໝ່ ການ​ພັດທະນາ​ຊັບພະຍາກອນ​ມະນຸດ ການ​ພັດທະນາ​ທາງ​ສັງຄົມ ການ​ເມືອງ​ແລະ​ຄວາມ​ໝັ້ນຄົງ​ໃນ​ທັງ​ສອງ​ປະ​ເທດ ຮ່ວມກັນ​ຢ່າງ​ໄກ້​ຊິດ.

ສ່ວນ​ທາງ​ດ້ານ​ເສດຖະກິດ​ນັ້ນ ທັງ​ສອງ​ຝ່າຍ​ກໍ​ຈະ​ສົ່ງ​ເສີ​ມ​ໃຫ້​ມີ​ການ​ຄ້າ​ຫລາຍ​ຮູບ​ແບບ ທີ່​ມີ​ການ​ອຳ ນວຍ​ຄວາມ​ສະດວກ​ໃຫ້​ພາກ​ທຸລະ​ກິດ​ການ​ຄ້າ ການ​ລົງທຶນ ​ແລະ​ພັດທະນາ​ການ​ເຊື່ອມ​ຕໍ່​ດ້ານ​ຄົມມະ​ນາ​ຄົມ-ຂົນ​ສົ່ງ​ຢ່າງ​ຄົບ​ວົງ​ຈອນ. ສຳ​ລັບ​ໃນ​ດ້ານ​ການ​ຄ້າ​ນັ້ນ​ ທັງ​ສອງ​ຝ່າຍ​ກໍ​ໄດ້​ວາງ​ເປົ້າ ໝາຍ​ທີ່​ຈະ​ເພີ່ີມມູນ​ຄ່າ​ການ​ຄ້າ​ລະວ່າງກັນ​ໃຫ້ໄດ້ ​ເຖິງ 1ພັນ​ລ້ານ​ໂດ​ລາ​ສະຫະລັດ ​ໃນ​ປີ 2010 ​ແລະ​ເພີ່ມ​ຂື້ນ​ເປັນ 2 ພັນ​ລ້ານ​ໂດ​ລາ​ສະຫະລັດ ​ໃນ​ປີ​2015 ​ແລະ 5 ພັນ​ລ້ານ​ໂດ​ລາ​ສະຫະລັດ ​ໃນ​ປີ 2020 ຕໍ່​ໄປ.

XS
SM
MD
LG