ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Arnold Palmer ຜູ້ທີ່ເຮັດໃຫ້ ກິລາ ກອຟ ມີຊື່ສຽງ ເສຍຊີວິດ ອາຍຸໄດ້ 87 ປີ


ພາບນີ້ສະແດງໃຫ້ເຫັນອະດີິດແຊັ້ມກອລຟ The Masters ທ່ານ Arnold Palmer ຍົກໂປ້ມືໃຫ້ກັບຝູງກອງເຊຍ ໃນການຕີເຂົ້າຂຸມທຳອີດຂອງການແຂ່ງຂັນ Masters Golf 2007 ທີ່ສະໂມສອນ ກອຟແຫ່ງຊາດ Augusta ໃນເມືອງ Augusta, ລັດ ຈໍເຈຍ.
ພາບນີ້ສະແດງໃຫ້ເຫັນອະດີິດແຊັ້ມກອລຟ The Masters ທ່ານ Arnold Palmer ຍົກໂປ້ມືໃຫ້ກັບຝູງກອງເຊຍ ໃນການຕີເຂົ້າຂຸມທຳອີດຂອງການແຂ່ງຂັນ Masters Golf 2007 ທີ່ສະໂມສອນ ກອຟແຫ່ງຊາດ Augusta ໃນເມືອງ Augusta, ລັດ ຈໍເຈຍ.

ນັກກິລາ ກອລຟ ຊາວ ອາເມຣິກັນ ທີ່ມີຊື່ສຽງລະດັບແທ່ນຄຳ ທ່ານ Arnold Palmer ໄດ້ ນຳເອົາຝູງຄົນຈຳນວນຫຼາຍມາສູ່ວົງການກິລາກອລຟ ດ້ວຍລີລາການຕີລູກກອລຟ ທີ່ມີ ຄວາມແຮງ, ມີພອນສະຫວັນ ແລະ ເປັນທີ່ຖືກໃຈຂອງຄົນທົ່ວໄປ, ທ່ານເປັນຄົນທີ່ມີອາ ລົມສະບາຍໃນເວລາທີ່ເປັນປະທານ ແລະ ຫົວໜ້າສະມາຄົມ ກິລາກອລຟ, ແລະ ໄດ້ຖືກ ຕັ້ງສາຍາໃຫ້ເປັນ “ລາຊາ ຫຼື The King." ທ່ານໄດ້ເສຍຊີິວິດໃນເມືອງ Pittsburgh ລັດ Pennsylvania ໃນວັນອາທິດວານນີ້. ທ່ານມີອາຍຸໄດ້ 87 ປີ.

ທ່ານ Alastair Johnson ຜູ້ບໍລິຫານລະດັບສູງຂອງບໍລິສັດ Arnold Palmer ໄດ້ຢືນ ຢັນວ່າ ທ່ານ Palmer ໄດ້ເສຍຊີວິດໃນຕອນບ່າຍຂອງວັນອາທິດວານນີ້ ດ້ວຍບັນຫາ ແຊກຊ້ອນຂອງຫົວໃຈ. ທ່ານ Johnson ກ່າວວ່າ ທ່ານ Palmer ໄດ້ຖືກນຳສົ່ງໂຮງໝໍໃນ ວັນພະຫັດທີ່ຜ່ານມາ ສຳລັບການການປິ່ນປົວບາງຢ່າງ ກ່ຽວກັບ ຫົວໃຈ ແລະ ໄດ້ອ່ອນ ເພຍລົງໃນສອງສາມມື້ຜ່ານມາ.

ທ່ານ Palmer ໄດ້ຖືກຈັດໃຫ້ຢູ່ໃນບັນດາຜູ້ມີຊື່ສຽງທີ່ສຳຄັນທີ່ສຸດໃນປະຫວັດສາດກິລາ ກອລຟ ແລະ ຍັງມີຫຼາຍອັນນອກເໜືອໄປຈາກການໄດ້ເປັນແຊັ້ມ Major 7 ຄັ້ງ ແລະ ການ ຊະນະການແຂ່ງຂັນ PGA 62 ຄັ້ງ. ໜ້າຕາທີ່ມີຄວາມເຈົ້າຊູ້, ຮອຍຍິ້ມທີ່ມີສະເໜ່ ແລະ ນິໄສທີ່ມັກສ່ຽງທຸກຢ່າງເພື່ອຄວາມສຳເລັດຂອງທ່ານ ໄດ້ເຮັດໃຫ້ກິລາຂອງຄົນຊັ້ນສູງເປັນ ທີ່ສົນໃຈສຳລັບທຸກຄົນ. ແລະ ມັນໄດ້ເປັນປະໂຫຍດທີ່ວ່າທ່ານໄດ້ມາຮອດເວລາປະມານ ດຽວກັນກັບ ທີ່ໂທລະພາບໄດ້ຖືກຊື້ເຂົ້າໃນບ້ານເຮືອນຂອງຄົນສ່ວນຫຼາຍ, ມັນເປັນເວລາ ທີ່ເໝາະສົມ ທີ່ເຮັດໃຫ້ກິລາກອລຟ ໄດ້ຮັບຄວາມນິຍົມແບບບໍ່ເຄີຍມີມາກ່ອນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Arnold Palmer
please wait
Embed

No media source currently available

0:00 0:01:04 0:00

XS
SM
MD
LG