ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຈະ​ດຳ​ເນີນຄະດີ ສິບ​​ໂທ Bergdahl ​ໂດຍສານ​ທະຫານ ໃນຂໍ້ຫາ ປະລະໜ້າທີ່


ສິບໂທ Bergdahl ນັ່ງຢູ່ໃນລົດ ທີ່ຍາມໂດຍພວກ ທາລິບານ ທາງພາກຕາເວັນອອກຂອງ ອັຟການິສຖານ.
ສິບໂທ Bergdahl ນັ່ງຢູ່ໃນລົດ ທີ່ຍາມໂດຍພວກ ທາລິບານ ທາງພາກຕາເວັນອອກຂອງ ອັຟການິສຖານ.

ກອງທັບ​ສະຫະລັດ ປະກາ​ດ​ໃນ​ວັນ​ຈັນວານ​ນີ້​ວ່າ ຕົນ​ຈະ​ດຳ​ເນີນ
​ຄະດີ ສິບໂທ Bowe Bergdahl ​ໂດຍສານ​ທະຫານ​ ​ໃນ​ຂໍ້​ຫາ​
ປະລະ​ໜ້າ​ທີ່ ​ແລະ​ເຮັດ​ໃຫ້​ບັນ ດາ​ເພື່ອນ​ທະຫານ​ຂອງ​ລາວ ຕົກ
ຢູ່​ໃນ​ອັນ​ຕະລາຍ​ ໃນອັຟກາ​ນິສຖານ.

ສິບ​ໂທ Bergdahl ​ໄດ້ໃຊ້ເວລາ​ຫ້າ​ປີ​ ​ໃນ​ຖານະເປັນນັກ​ໂທດຢູ່​
ກັບພວກ​ທາ​ລິ​ບານ ກ່ອນ​ທີ່​ລາວ​ໄດ້​ຖືກ​ປ່ອຍໃນ​ປີ​ກາຍ​ນີ້ເພື່ອ
ແລກປ່ຽນ​ກັບພວກ​ນັກ​ລົບ​ທາ​ລິ​ບານ​ຫ້າ​ຄົນ ທີ່​ຖືກ​ຄຸມຂັງ​ໄວ້​ຢູ່​
ຄຸກ​ ສະຫະລັດ ທີ່ ອ່່າວ Guantanamo ປະ​ເທດ​ຄິວ​ບາ.

ຖ້າ​ຫາກຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ ສິບ​ໂທ Bergdahl ອາດ​
ຈະ​ຮັບໃຊ້​ໂທດ​ຕະຫລອດ​ຊີວິດ ຢູ່​ໃນ​ຄຸກ​ທະຫານ.

ຄະນະທະນາຍຄວາມ ທີ່ຕໍ່ສູ້​ຄະດີ​ໃຫ້ສິບ​ໂທ Bergdahl ​ໄດ້​ໂຕ້​ຖຽງ​ຢູ່​ໃນ​ການ​ຮັບ​ຟັງໃນ
​ຕົ້ນ​ປີ​ນີ້​ວ່າ ລາວ​ສົມ​ຄວນ​ຖືກ​ກ່າວ​ຫາ​ ​ໃນ​ຄວາມ​ຜິດ​ທີ່​ບໍ່​ຮ້າຍ​ແຮງ ຊຶ່ງ​ໝາຍ​ຄວາມວ່າ ປົດ​
ຊັ້ນລົງ ຕິດ​ຄຸກ​ເປັນ​ເວລາ​ສັ້ນໆ ​ແລະ​ໄລ່​ອອກ​ຈາກ​ທະຫານ​ຢ່າງ​ໜ້າ​ອັບອາຍ. ​ເຂົາ​ເຈົ້າ
​ກ່າວ​ວ່າ ສິບ​ໂທ Bergdhal ບໍ່​ແມ່ນ​ເປັນ​ໃຈພວກ ທາ​ລິ​ບານ ​ແລະ​ບໍ່​ມີ​ໃຜ​ຖືກ​ຂ້າ​ຕາຍ
ເວລາ​ພວກ​ທະຫານອອກ​ໄປ​ຊອກ​ຫາ​ລາວ. ບັນດາ​ທະນາຍຄວາມ ຍັງ​ກ່າວ​ວ່າ ລູກ
ຄວາມຂອງ​ເຂົາ​ເຈົ້າ ​ໄດ້​ຮັບ​ຄວາມ​ທໍລະ ມານ​ຢູ່​ໃນ​ກຳມື​ຂອງ​ທາ​ລິ​ບານ.

​ແຕ່​ບັນດາ​ໄອ​ຍະ​ການທະຫານ​ ກ່າວ​ວ່າ ສິບ​ໂທ Bergdahl ​ໄດ້​ເຮັດ​ໃຫ້​ບັນດາໝູ່ເພື່ອນ
ທະຫານຂອງ​ລາວ​ຕົກ​ຢູ່​ໃນ​ອັນຕະລາຍ ​ເວລາ​ເຂົາ​ເຈົ້າ​ຕ້ອງ​ໄດ້​ຊອກ​ຫາ​ລາວ ຢູ່​ໃນ​ບາງ​
ເຂດ​ຂອງອັຟການິສຖານ ບ່ອນ​ທີ່​ພວກ​ກໍ່​ການ​ຮ້າຍ​ທາ​ລິ​ບານພາ ກັນ​ລີ້​ຊ່ອນຢູ່​ນັ້ນ. ​ເຂົາ​
ເຈົ້າ​ໄດ້​ໂຕ້​ຖຽງ​ວ່າ ສິບ​ໂທ Bergdahl ​ໄດ້​ລັກລອບ​ໜີ​ອອກຈາກໝວດ​ທະຫານຂອງ​ລາວ
​ທ່າ​ງກາງ​ຄວາມ​ມືດໃນ​ຕອນ​ກາງຄືນ ​ແລະ​ໄດ້​ວາງ​ແຜນ​ຫລົບໜີ​ໄປ​ເປັນ​ເວລາ​ຫລາຍ​ອາທິດ.

ຢູ່​ໃນ​ການ​ສຳພາດ​ເພື່ອ​ນຳ​ອອກ​ເຜີຍ​ແຜ່​ທາງ podcast ນັ້ນສິບ​ໂທ Bergdahl ກ່າວ​ວ່າ
ລາວ​ຕ້ອງການຢາກ​ໃຫ້​ເປັນ​ທີ່ສົນ​ໃຈ ໃນອັນ​ທີ່​ລາວ​ເຫັນວ່າ​ເປັນ​ຄວາມ​ “ລົ້ມ​ແຫລວ”
ຂອງ​ຜູ້ນຳ​ທະຫານ ​ຢູ່​ໃນ​ໝວກ​ຂອງ​ລາວນັ້ນ.

US Bergdalh Court Martial
please wait

No media source currently available

0:00 0:00:59 0:00

XS
SM
MD
LG