ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ຢູເຄຣນ ກວດຄົ້ນ ບໍລິສັດ Software ທີ່ເຊື່ອມໂຍງ ກັບການໂຈມຕີ ຄອມພິວເຕີ


ໜ້າຈໍຄອມພິວເຕີ ສະແດງໃຫ້ເຫັນໜ້າລາຍການຂອງ Software ບັນຊີຂອງບໍລິສັດ M.E.Doc ຢູ່ຫ້ອງການແຫ່ງໜຶ່ງໃນນະຄອນຫຼວງ Kyiv, ປະເທດ ຢູເຄຣນ. 5 ກໍລະກົດ, 2017.
ໜ້າຈໍຄອມພິວເຕີ ສະແດງໃຫ້ເຫັນໜ້າລາຍການຂອງ Software ບັນຊີຂອງບໍລິສັດ M.E.Doc ຢູ່ຫ້ອງການແຫ່ງໜຶ່ງໃນນະຄອນຫຼວງ Kyiv, ປະເທດ ຢູເຄຣນ. 5 ກໍລະກົດ, 2017.

ຕຳຫຼວດຕິດອາວຸດໃນນະຄອນຫຼວງ Kyiv ໄດ້ບຸກເຂົ້າໄປໃນບໍລິສັດຂາຍ Software
ຄອມພິວເຕີ ທີ່ຈຳໜ່າຍໂປຣແກຣມ ພາສີ ແລະ ບັນຊີທີ່ຖືກໃຊ້ຢ່າງກວ້າງຂວາງທີ່ສຸດ
ຂອງ ຢູເຄຣນ ແລະໄດ້ກ່າວວ່າພວກເຂົາເຈົ້າໄດ້ປະຕິບັດການເພື່ອປ້ອງກັນການໂຈມ
ຕີທາງຄອມພິວເຕີອີກ.

ຕຳຫຼວດທີ່ໃສ່ຊຸດກຽມພ້ອມສຳລັບການຕໍ່ສູ້ ໄດ້ຍຶດເຄື່ອງເຊີຣເວີຣຂອງຄອມພິວເຕີ ຢູ່
ຫ້ອງການໃຫຍ່ຂອງບໍລິສັດຂາຍ Software ຊື່ວ່າ M.E.Doc ໃນນະຄອນຫຼວງຂອງ
ຢູເຄຣນ. ພວກພະນັກງານໄດ້ຢືນຖ້າຢ່າງມິດງຽບ ໃນຂະນະທີ່ບັນດາເຈົ້າໜ້າທີ່ໆຖືປືນ
ກົນ ແລະ ໃສ່ຊຸດພາງຕາຍູ້ອຸປະກອນຄອມພິວເຕີໃສ່ລໍ້ອອກໄປ.

ໂຄສົກຕຳຫຼວດໄດ້ກ່າວໃນວັນພຸດວານນີ້ວ່າ “ພວກເຮົາໄດ້ປ້ອງກັນການລິເລີ່ມຂອງ
ຄື້ນໄວຣັສຄັ້ງທີສອງ.”
ທ່ານໄດ້ກ່າວເພີ່ມເຕີມວ່າ ບັນດານັກສືບສວນສອບສວນໄດ້ພົບ
ຫຼັກຖານການມີໜ້າຂອງຣັດເຊຍ ໃນເຊີຣເວີຣພວກນີ້ແລ້ວ. ແຕ່ບໍ່ໄດ້ໃຫ້ຂໍ້ມູນເພີ່ມເຕີມ.

ຢູເຄຣນ ໄດ້ກ່າວຫາວັງ ເຄຣັມລິນ ສຳລັບການໂຈມຕີທາງຄອມພິວເຕີ, ແຕ່ ຣັດເຊຍ ໄດ້ປະຕິເສດການກ່າວຫາການມີສ່ວນຮ່ວມໃດໆ.

ບໍລິສັດ M.E.Doc, ເຊິ່ງໂປຣແກຣມທີ່ມີຊື່ສຽງຂອງພວກເຂົາເຈົ້າໄດ້ຖືກຕິດຕັ້ງໃສ່ລະ
ບົບຄອມພິວເຕີຫຼາຍລ້ານໜ່ວຍນັ້ນ, ໄດ້ປະຕິເສດການເຊື່ອມໂຍງໃດໆຕໍ່ໄວຣັສຄອມ
ພິວເຕີທີ່ເຮັດໃຫ້ເຄືອຂ່າຍຄອມພິວເຕີຂອງລັດຖະບານ ແລະ ທຸລະກິດໃນ ຢູເຄຣນ
ແລະ ຫຼາຍສິບປະເທດອື່ນໆກາຍເປັນອຳມະພາດ ເລີ່ມຂຶ້ນໃນວັນທີ 27 ມິຖຸນາທີ່ຜ່ານ
ມາ. ແນວໃດກໍຕາມ, ບໍລິສັດໄດ້ຍອມຮັບໃນວັນພຸດວານນີ້ວ່າ ພວກເຂົາເຈົ້າໄດ້ຖືກບຸກ
ລຸກໂດຍພວກນັກເຈາະຂໍ້ມູນ ໃນການໂຈມຕີ “ລະບົບຮັກສາຄວາມປອດໄພ” ໃນເຊີບ
ເວີຣຂອງພວກເຂົາເຈົ້າ, ແລະ ວ່າມັນແມ່ນແຫຼ່ງທີ່ມາຂອງໄວຣັສຄອມພິວເຕີທີ່ຂາດ
ຄວາມເອົາໃຈໃສ່, ໄວຣັສທີ່ມີຊື່ວ່າ “Notpetya” ໂດຍຜູ້ຊ່ຽວຊານດ້ານຄວາມປອດໄພ
ຄອມພິວເຕີບາງຄົນ.

ຜູ້ບໍລິຫານໃຫຍ່ຂອງບໍລິສັດ M.E.Doc ທ່ານນາງ Olesya Bilousova ໄດ້ກ່າວຕໍ່ບັນ
ດານັກຂ່າວວ່າ ມັນຍັງມີຄວາມສ່ຽງສືບຕໍ່ໄປຢູ່, ແລະ ວ່າຄອມພິວເຕີທຸກໆໜ່ວຍຢູ່ໃນ
ເຄືອຂ່າຍທີ່ໄດ້ໃຊ້ Software ພາສີ ແລະ ບັນຊີ ຍັງຄົງມີຄວາມສ່ຽງຕໍ່ການໂຈມຕີຢູ່.
ທ່ານໄດ້ກ່າວໃນນະຄອນຫຼວງຂອງ ຢູເຄຣນ ວ່າ “ພວກເຮົາຕ້ອງເອົາໃຈໃສ່ຕໍ່ຄອມ
ພິວເຕີພວກນັ້ນ ທີ່ບໍ່ໄດ້ຮັບຜົນກະທົບໃນສັບປະດາທີ່ຜ່ານມາໃຫ້ຫຼາຍທີ່ສຸດ.”

ທ່ານນາງ Bilousova ໄດ້ກ່າວວ່າ “ໄວຣັສ ແມ່ນຢູ່ໃນຄອມພິວເຕີພວກນັ້ນ ກໍລັງ
ຖ້າສັນຍານຢູ່. ມັນມີລາຍມືຢູ່ຄອມພິວເຕີເຊິ່ງບໍ່ໄດ້ໃຊ້ແມ່ນກະທັ້ງຜະລິດຕະພັນ
ຂອງພວກເຮົາ.”

ການໂຈມຕີທາງຄອມພິວເຕີ ຖືກຄາດວ່າໄດ້ສ້າງຄວາມເສຍຫາຍຫຼາຍລ້ານໂດລາ ຕໍ່
ເຄືອຂ່າຍທີ່ໄດ້ຮັບຜົນກະທົບນັ້ນ, ແລະ ຜູ້ຖືກເຄາະຮ້າຍບາງຄົນແມ່ນຍັງບໍ່ສາມາດ
ເຂົ້າຫາຂໍ້ມູນຂອງພວກເຂົາເຈົ້າໄດ້ເທື່ອ.

Armed police in Kyiv have raided a software firm that supplies Ukraine's most widely used tax and accounting programs and said they acted to prevent another major cyberattack.

Police equipped for combat seized computer servers at the main office in Ukraine's capital of software company M.E.Doc. Employees stood by calmly as officers carrying assault weapons and clad in camouflage gear carted away the computer equipment.

"We prevented the initiation of a second wave of viruses," a police spokesman said Wednesday. He added that investigators have already found "evidence of Russian presence on these servers," but gave no further details.

Ukraine blamed the Kremlin for the cyberattack, but Russia has denied any involvement.

M.E.Doc ("My Electronic Document"), whose programs reputedly are installed on more than a million computer systems, denied any connection to the malware that paralyzed government and business computer networks in Ukraine and more than a dozen other countries, beginning on June 27. However, the company admitted Wednesday that it had been invaded by hackers in a "back-door" attack on its servers, and that it was the inadvertent source of the malware, a virus named as "NotPetya" by some computer security experts.

M.E.Doc's chief executive, Olesya Bilousova told reporters there is a continuing risk, and that any computer on a network that has used the tax and accounting software remains vulnerable to attack. "We need to pay the most attention to those computers which weren't affected (last week)," she said in the Ukrainian capital.

"The virus is on them waiting for a signal," Bilousova said. "There are fingerprints on computers which didn't even use our product."

The cyberattack is estimated to have caused millions of dollars in damage to the infected networks, and some victims have not yet been able to regain access to their data.

XS
SM
MD
LG