ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ນຳ ຝ່າຍຄ້ານ ທ່ານ Macri ໄດ້ຊະນະ ໃນການ ຢັ່ງຫາງສຽງເລືອກຕັ້ງເປັນ ປະທານາທິບໍດີ ອາເຈັນຕີນາ


ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ພັກຝ່າຍຄ້ານ ທ່ານ Mauricio Macri ສະຫຼອງໄຊຊະນະກັບບັນດາຜູ້ສະໜັບ
ສະໜູນຂອງທ່ານທີ່ສຳນັກງານໃຫຍ່ໂຄສະນາຫາສຽງ ໃນນະຄອນຫຼວງ Buenos Aires, ອາເຈັນຕິນາ, 22 ພະຈິກ, 2015
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ພັກຝ່າຍຄ້ານ ທ່ານ Mauricio Macri ສະຫຼອງໄຊຊະນະກັບບັນດາຜູ້ສະໜັບ ສະໜູນຂອງທ່ານທີ່ສຳນັກງານໃຫຍ່ໂຄສະນາຫາສຽງ ໃນນະຄອນຫຼວງ Buenos Aires, ອາເຈັນຕິນາ, 22 ພະຈິກ, 2015

ຜູ້ນຳພັກຝ່າຍຄ້ານ ທ່ານ Maurico Macri ໄດ້ຮັບໄຊຊະນະໃນ ການເລືອກຕັ້ງຂັ້ນຊີ້ຂາດສຳລັບຕຳແໜ່ງປະທານາທິບໍດີຂອງ ອາເຈັນທີນາ ເປັນຄັ້ງທຳອິດເທົ່າທີ່ເຄີຍມີມາ.

ຜູ້ລົງແຂ່ງຂັນຈາກພັກການເມືອງທີ່ກຳລັງປົກຄອງປະເທດ ທ່ານ Daniel Scioli, ເປັນຜູ້ຖືກເລືອກໃຫ້ສືບທອດປະທານາທິບໍດີ ທ່ານນາງ Cristina Fernandez de Kirchner ທີ່ກຳລັງຈະພົ້ນ ຈາກຕຳແໜ່ງ ໄດ້ເສຍໄຊໃນຕອນແລງ ຂອງວັນອາທິດວານນີ້. ທ່ານໄດ້ກ່າວຕໍ່ບັນດາຜູ້ສະໜັບສະໜູນທີ່ທ່ານໄດ້ເອີ້ນວ່າ Macri ໃຫ້ສະແດງຄວາມຍິນດີຕໍ່ກັບທ່ານ.

ການເລືອກຕັ້ງໄດ້ຖືກພິຈາລະນາຢ່າງກວ້າງຂວາງວ່າເປັນການລົງຄະແນນ ສຽງຕໍ່ນະໂຍບາຍ ທີ່ມີແນວໂນ້ມເປັນຝ່າຍຊ້າຍຂອງທ່ານນາງ Fernandez ແລະ ຜູ້ສືບທອດ ແລະ ສາມີທີ່ໄດ້ ເສຍຊີວິດໄປຂອງທ່ານນາງ ຄື​ທ່ານ Nestor Kirchner ນັ້ນ.

ທ່ານ Macri ອະດີດຫົວໜ້າຂອງສະໂມສອນເຕະບານ Boca Junior ທີ່ມີຊື່ສຽງ ໄດ້ຮັບສິດທິ ສຳລັບການແຂ່ງຂັນຊີ້ຂາດກັບຜູ້ລົງແຂ່ງຂັນພັກການເມືອງທີ່ ກຳລັງປົກຄອງປະເທດຢູ່ທ່ານ Daniel Scioli ຫຼັງຈາກຜົນຄະແນນທີ່ຜິດຄາດໃນການຢັ່ງຫາງສຽງໃນວັນທີ 25 ຕຸລາທີ່ຜ່ານ ມາລວມທັງຜູ້ລົງແຂ່ງຂັນຄົນອື່ນໆ 4​ ຄົນ.

ການສຳຫຼວດຫຼາຍຄັ້ງ ນຳໄປສູ່ການລົງຄະແນນສຽງເດືອນທີ່ຜ່ານມາ ໄດ້ທ່ານ Scioli, ເຊິ່ງ ເປັນຜູ້ເລືອກໃຫ້ສືບທອດຕຳແໜ່ງຂອງປະທານາທິບໍດີ Kirchner ໄດ້ຮັບໄຊຊະນະ.

ທ່ານ Macri ໄດ້ກ່າວຕໍ່ຜູ້ສະໜັບສະໜູນຂອງທ່ານວ່າທ່ານຢາກຈະຍົກເລີກການ ຄວບຄຸມໃນ ນະຄອນຫຼວງ ແລະ ການຫ້າມດ້ານການຄ້າ ເພື່ອໃຫ້ໄດ້ຄວາມໝັ້ນໃຈແກ່ບັນດານັກລົງທຶນ ແລະ ນຳເອົາເງິນຕາຈຳນວນຫຼາຍເຂົ້າມາໃນເສດຖະກິດທີ່ຕ້ອງການເງິນໂດລານີ້.

ທ່ານ Scioli ໄດ້ເຕືອນວ່າ ໄຊຊະນະຂອງທ່ານ Macri ຈະນຳປະເທດທີ່ມີປະຊາຊົນ 41 ລ້ານ ຄົນໄປສູ່ນະໂຍບາຍຕະຫຼາດ ຂອງຊຸມປີ 1990, ເຊິ່ງເປັນໄລຍະຂອງການປ່ອຍເສລີ ທີ່ຄົນ ອາເຈັນຕິນາ ຫຼາຍຄົນເຊື່ອວ່າເປັນການຕັ້ງສາກໃໝ່ຈາກການລົ້ມລະລາຍ ທາງດ້ານການເງິນ ໃນປີ 2001 ຫາ 2002.

ການເລືອກຕັ້ງເກີດຂຶ້ນໃນເວລາທີ່ເສດຖະກິດຂອງ ອາເຈັນຕິນາ, ເຊິ່ງເປັນເສດຖະກິດທີ່ໃຫຍ່ ເປັນອັນດັບສາມຂອງ ອາເມລິກາ ລາຕິນ ໄດ້ຢຸດຊະງັກ. ອັດຕາເງິນເຟີ້ແມ່ນປະມານ 30 ເປີ ເຊັນ, ການເພີ່ມຂຶ້ນຂອງຍອດຜະລິດຈະພັນລວມ ແມ່ນສູງກວ່າ 0 ພຽງໜ້ອຍດຽວ ແລະ ນັກ ເສດຖະສາດເອກະຊົນຫຼາຍຄົນໄດ້ເຕືອນວ່າ ການໃຊ້ຈ່າຍຂອງລັດຖະບານທ່ານນາງ Fernandez ແມ່ນບໍ່ໝັ້ນຄົງ.

XS
SM
MD
LG