ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ແລະ ສະຫະລັດ ຈະສະແຫວງຫາ ຄວາມສຳພັນທີ່ອົບອຸ່ນຂຶ້ນ ບໍ?


ແຟ້ມພາບ - ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ, ຂວາ, ແລະ ປະທານປະເທດຈີນ ສີ ຈິ້ນຜິງ ພົບປະກັນ ຢູ່ນອກກອງປະຊຸມສຸດຍອດ G20 ຢູ່ໃນຣີສອດ ນູຊາ ດູອາ ຂອງເກາະບາລີ, ອິນໂດເນເຊຍ, ເມື່ອວັນທີ 14 ພະຈິກ 2022.
ແຟ້ມພາບ - ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ, ຂວາ, ແລະ ປະທານປະເທດຈີນ ສີ ຈິ້ນຜິງ ພົບປະກັນ ຢູ່ນອກກອງປະຊຸມສຸດຍອດ G20 ຢູ່ໃນຣີສອດ ນູຊາ ດູອາ ຂອງເກາະບາລີ, ອິນໂດເນເຊຍ, ເມື່ອວັນທີ 14 ພະຈິກ 2022.

ປະທານປະເທດຂອງຈີນ ທ່ານສີ ຈິ້ນຜິງ ໄດ້ກ່າວດ້ວຍນ້ຳສຽງທີ່ປະນີປະນອມ ແບບບໍ່​ເຄີຍ​ໄດ້​ຍິນ​ມາ​ກ່ອນ ໂດຍການຮຽກຮ້ອງໃຫ້ມີການຮ່ວມມືກັນຢ່າງໃກ້ຊິດ ກວ່າເກົ່າ ແລະຄວາມສຳພັນທີ່ທຸ່ນທ່ຽງຫຼາຍຂຶ້ນລະຫວ່າງຈີນ ແລະສະຫະລັດ ບົນພື້ນຖານຂອງຄວາມເຄົາລົບນັບຖືຊຶ່ງກັນແລະກັນ ແລະການຢູ່ຮ່ວມກັນຢ່າງ ສັນຕິ.

ຂໍ້ຄວາມດັ່ງກ່າວ ທີ່ມີຢູ່ໃນຈົດໝາຍສະບັບນຶ່ງທີ່ສົ່ງໄປ ສຳນັກງານໃຫຍ່ຂອງຄະ ນະກຳມະການຄວາມສຳພັນລະຫວ່າງສະຫະລັດແລະຈີນແຫ່ງຊາດ ຢູ່ນະຄອນ ນິວຢອກ ໃນວັນອັງຄານຜ່ານມານີ້ ໄດ້ປາກົດອອກມາທ່າມກາງການຄາດໝາຍ ຂອງກອງປະຊຸມລະຫວ່າງ ທ່ານສີ ແລະ ປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ ຢູ່ກອງປະຊຸມສຸດຍອດການຮ່ວມມືດ້ານເສດຖະກິດເອເຊຍປາຊີຟິກ ໃນ ເດືອນພະຈິກ ທີ່ນະຄອນແຊນແຟຣນຊິສໂກ.

ໃນຈົດໝາຍສະບັບດັ່ງກ່າວ ທ່ານສີ ໄດ້ກ່າວວ່າ “ໃນ​ຖາ​ນະ​ເປັນສອງປະເທດທີ່ ສຳຄັນໃນໂລກ, ບໍ່ວ່າ ຈີນ ຫຼື ສະຫະລັດ ແມ່ນສາມາດຊອກ​ຫາ​ວິ​ທີ​ທີ່ຖືກຕ້ອງ ເພື່ອຄົບຫາຢູ່ຮ່ວມກັນໄດ້, ມີສ່ວນກ່ຽວຂ້ອງຕໍ່ສັນຕິພາບຂອງໂລກ ແລະ ການພັດທະນາ ແລະ ອະນາຄົດຂອງມະນຸດຊາດ.”

“ຈີນພ້ອມແລ້ວທີ່ຈະເຮັດວຽກກັບສະຫະລັດ ໃນສາມຫຼັກການຂອງຄວາມເຄົາລົບ ນັບຖືຊຶ່ງກັນແລະກັນ, ຢູ່ຮ່ວມກັນຢ່າງສັນຕິ ແລະ ການຮ່ວມມືທີ່​ໃຫ້​ຜົນ​ປະ​ໂຫຍດ​ສອງ​ຝ່າຍ ເພື່ອ​ພັດ​ທະ​ນາ​ການ​ຮ່ວມ​ມື​ສອງ​ຝ່າຍ​ທີ່​ເປັນ​ປະ​ໂຫຍດ, ຈັດ​ການກັບຄວາມແຕກຕ່າງກັນຢ່າງຖືກຕ້ອງ, ຮ່ວມກັນແກ້ໄຂບັນຫາທ້າທາຍ ຕ່າງໆຂອງໂລກ, ແລະ ຊ່ອຍເຫຼືອຊຶ່ງກັນແລະກັນໃຫ້ປະສົບຜົນສຳເລັດ ແລະ ຈະເລີນຮຸກເຮືອງນຳ​ກັນ ເພື່ອຜົນປະໂຫຍດຂອງທັງສອງປະເທດ ພ້ອມກັບໂລກນຳດ້ວຍ” ທ່ານສີກ່າວ.

Chinese President Xi Jinping, striking an unusually conciliatory tone, is calling for closer cooperation and more stable ties between China and the United States based on mutual respect and peaceful coexistence.

The message, contained in a letter to the New York-headquartered National Committee on United States-China Relations on Tuesday, came amid expectations of a meeting between Xi and U.S. President Joe Biden in San Francisco at the November Asia-Pacific Economic Cooperation summit.

In the letter, Xi said, "As two major countries in the world, whether China and the United States can find a right way to get along with each other, bears on world peace and development and the future of humanity."

"China is ready to work with the United States in the three principles of mutual respect, peaceful coexistence, and win-win cooperation to advance mutually beneficial cooperation, properly manage differences, jointly address global challenges, and to help each other succeed and prosper together to the benefits of both countries, as well as the world," he said.

XS
SM
MD
LG