ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍ​ລິ​ສັດ Apple ຈະທົບ​ທວນ​ຄືນ ນະ​ໂຍ​ບາຍ ກ່ຽວ​ກັບ ການ​ອອກ​ແຜນ​ທີ່ ຢູ່​ເຂດ​ຊາຍ​ແດນ ທີ່​ມີ​ການ​ຂັດ​ແຍ້ງ​ກັນ


ເຄື່ອງ​ໝາຍ​ບໍ​ລິ​ສັດ Apple ຢູ່​ເບື້ອງ​ຫຼັງ​ຂອງ ໂມງ ຢູ່​ສະ​ຖາ​ນີ​ລົດ​ໄຟ Grand Central ເຂດ ແມັນ​ແຮັດ​ຕັນ, ນະ​ຄອນ ນິວຢອກ. 21 ກຸມ​ພາ, 2016.
ເຄື່ອງ​ໝາຍ​ບໍ​ລິ​ສັດ Apple ຢູ່​ເບື້ອງ​ຫຼັງ​ຂອງ ໂມງ ຢູ່​ສະ​ຖາ​ນີ​ລົດ​ໄຟ Grand Central ເຂດ ແມັນ​ແຮັດ​ຕັນ, ນະ​ຄອນ ນິວຢອກ. 21 ກຸມ​ພາ, 2016.

ບໍ​ລິ​ສັດ Apple ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ຈະ​ທົບ​ທວນ​ຄືນ​ວິ​ທີ​ທີ່​ເຂົາ​ເຈົ້າ​ລະ​ບຸ “ເຂດ​ຊາຍ​ແດນ​ທີ່​ມີ​ການ​ຂັດ​ແຍ້ງ​ກັນ” ຫຼັງ​ຈາກ​ໄດ້​ຮັບ​ການ​ຕຳ​ໜິ​ຕິ​ຕຽນ ສຳ​ລັບ​ການ​ສະ​ແດງ​ໃຫ້​ເຫັນ​ແຫຼມ ໄຄ​ຣ​ເມຍ ຂອງ ຢູ​ເຄ​ຣນ ເປັນ​ພາກ​ສ່ວນ​ຂອງ ຣັດ​ເຊຍ ຢູ່​ໃນ​ແອັບ​ພ​ລີ​ເຄ​ຊັ້ນ ແຜນ​ທີ່ ແລະ ອາ​ກາດ ສຳ​ລັບ​ຜູ້​ໃຊ້​ຊາວ ຣັດ​ເຊຍ.

ໂຄ​ສົກ​ຍິງ​ຂອງ​ບໍ​ລິ​ສັດ Apple ທ່ານ​ນາງ ທ​ຣູດີ ມັ​ລ​ເລີ ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ ຣອຍ​ເຕີ ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ວ່າ ບໍ​ລິ​ສັດ​ເທັກ​ໂນ​ໂລ​ຈີ ສະ​ຫະ​ລັດ ດັ່ງ​ກ່າວ​ “ໄດ້​ທຳ​ການພິ​ຈາ​ລະ​ນາ​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ ວິ​ທີ​ທີ່​ພວກ​ເຮົາ​ຮັບ​ມື​ກັບ​ເຂດ​ຊາຍ​ແດນ​ທີ່​ມີ​ການ​ຂັດ​ແຍ້ງ​ກັນ.

ທ່ານ​ນາງ ມັ​ລ​ເລີ ໄດ້​ເວົ້າ​ວ່າ Apple ໄດ້​ທຳ​ການ​ແປ່ງ​ແປງ​ສຳ​ລັບ​ຜູ້​ໃຊ້ຊາວ ຣັດ​ເຊຍ ຍ້ອນ​ກົດ​ໝາຍ​ໃໝ່​ທີ່​ໄດ້​ຖືກ​ບັງ​ຄັບ​ໃຊ້​ໃນ ຣັດ​ເຊຍ ແລະ ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ທຳ​ການ​ປ່ຽນ​ແປງ​ໃດໆ​ຕໍ່​ແຜ່ນ​ທີ່​ຂອງ​ເຂົາ​ເຈົ້າ​ຢູ່ນອກ​ປະ​ເທດ​ດັ່ງ​ກ່າວ.

ທ່ານ​ນາງ​ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ ຣອຍ​ເຕີ ວ່າ “ພວກ​ເຮົາ​ໄດ້​ທົບ​ທວນ​ກົດ​ໝາຍ​ສາ​ກົນ ເຊັ່ນ​ດຽວ​ກັບ​ກົດ​ມາຍ ສະ​ຫະ​ລັດ ແລະ ກົ​ດ​ໝາຍ​ພາຍ​ໃນທີ່​ສຳ​ຄັນ​ອື່ນໆ ກ່ອນ​ທຳ​ການ​ພິ​ຈາ​ລະ​ນາ ໃນ​ການ​ໃສ່​ຊື່ໃນ​ແຜ່ນ​ທີ່​ຂອງ​ພວກ​ເຮົາ ແລະ ທຳ​ການ​ປ່ຽນ​ແປງ​ຕ່າງ​ໆຖ້າ​ຖືກ​ກຳ​ນົດ​ໂດຍ​ກົດ​ໝາຍ.”

ທ່ານ​ນາງ ມັ​ລ​ເລີ ໄດ້​ກ່າວ​ເພີ່ມ​ເຕີມ​ວ່າ “ບໍ​ລິ​ສັດ Apple ອາດ​ທຳ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງໃນ​ອະ​ນາ​ຄົດ​ດັ່ງ​ກັບ​ຜົນ​ທີ່​ອອກ​ມາ” ຂອງ​ການ​ທົບ​ທວນ​ນະ​ໂຍ​ບາຍ​ຄືນ​ຂອງ​ເຂົາ​ເຈົ້າ, ໂດຍບໍ່​ເຈາະ​ຈົງ.

ສະ​ຖານ​ທູດ ຣັດ​ເຊຍ ແລະ ຢູ​ເຄ​ຣນ ໃນ ສະ​ຫະ​ລັດ ບໍ່​ໄດ້​ອອກ​ມາ​ຕອບ​ການ​ຂໍ​ຄຳ​ເຫັນ​ໃນ​ທັນ​ທີ​ທັນ​ໃດ.

ເວ​ລາ​ໃຊ້ ແອັບ​ພ​ລີ​ເຄ​ຊັ້ນ​ຈາກ ສະ​ຫະ​ລັດ, ແລະ ໃນຫຼາຍ​ພາກ​ສ່ວນ​ຂອງ ຢູ​ໂຣບ, ບໍ່​ມີ​ເຂດ​ຊາຍ​ແດນ​ສາ​ກົນ​ໃດ ​ໄດ້​ປາ​ກົດ​ຢູ່​ອ້ອມ​ແຫຼມ​ດັ່ງ​ກ່າວ.

ຫລັງ​ຈາກ​ໄດ້​ມີ​ລາຍ​ຕ່າງໆ​ອອກ​ມາ ກ່ຽວ​ກັບ ການ​ປາ​ກົດ​ຕົວ​ຂອງ ແຫຼມ ໄຄ​ຣ​ເມຍ ເປັນ​ພາກ​ສ່ວນ​ນຶ່ງ​ຂອງ ຮັດ​ເຊຍ ນັ້ນ, ສະ​ຖານ​ທູດ ຢູ​ເຄ​ຣນ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ ໄດ້​ບອກ​ວິ​ທະ​ຍຸ RFE/RL ວ່າ​ເຂົາ​ເຈົ້າ​ໄດ້​ສົ່ງ​ໜັງ​ສື​ຫາ​ບໍ​ລິ​ສັດ Apple ອະ​ທິ​ບາຍ​ສະ​ຖາ​ນະ​ການ​ໃນ​ແຫຼມ ໄຄ​ຣ​ເມຍ ແລະ ໄດ້​ຮຽກ​ຮ້ອງໃຫ້ເຂົາ​ເຈົ້າ​ກວດ​ແກ້​ການ​ແຕ່ງ​ຕັ້ງ​ຂອງ​ແຫຼມ​ດັ່ງ​ກ່າວ.

ເຂົາ​ເຈົ້າ​ກໍ​ໄດ້​ກ່າວ​ໃນ​ທວິ​ດ​ເຕີ​ດ້ວຍ​ວ່າ “ທຸກ​ຄົນ​ມາເຕືອນ​ບໍ​ລິ​ສັດ Apple ນຳ​ກັນເຖາະ​ວ່າ ໄຄ​ຣ​ເມຍ ແມ່ນ ຢູ​ເຄ​ຣນ ແລະ ໄດ້​ຢູ່​ພາຍ​ໃຕ້​ການ​ຍຶດ​ຄອງ​ຂອງ ຣັດ​ເຊຍ, ບໍ່​ແມ່ນ​ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງ​ເຂົາ​ເຈົ້າ.”

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຢູ​ເຄ​ຣນ ທ່ານ ວາ​ດິມ ປ​ຣິ​ສ​ໄຕ​ໂກ ໄດ້​ຂຽນ​ໃນ​ທວິດ​ເຕີ​ວ່າ “Apple ກະ​ລຸ​ນາ, ກະ​ລຸ​ນາ​ດ້ວຍ, ຈົງ​ຍຶດ​ຕິດ​ກັບ​ເທັກ​ໂນ​ໂລ​ຈີ​ລະ​ດັບ​ສູງ ແລະ ບັນ​ເທີງ. ການ​ເມືອງ​ໂລກບໍ່​ແມ່ນ​ດ້ານ​ທີ່​ແຂງ​ແກ່ນ​ຂອງພວກ​ເຈົ້າ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG