ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍ​ລິ​ສັດ Foxconn, ຜູ້​ສົ່ງ​ສິນ​ຄ້າ​ຂອງ​ບໍ​ລິ​ສັດ Apple, ຖືກກວດ​ສອບ​ພາ​ສີ​ໂດຍ​ເຈົ້າ​ໜ້າ​ທີ່ ຈີນ


ສັນ​ຍາ​ລັກບໍ​ລິ​ສັດ Foxconn ຕ​ິດ​ຢູ່​ໜ້າ​ປະ​ຕູ​ແກ້ວ​ຢູ່​ໃນ​ຕຶກ​ຫ້ອງ​ການ​ຂອງ​ບໍ​ລິ​ສັດ​ໃນ​ນະ​ຄອນຫຼວງ ໄທ​ເປ, ໄຕ້​ຫວັນ, 12 ພະ​ຈິກ 2020.
ສັນ​ຍາ​ລັກບໍ​ລິ​ສັດ Foxconn ຕ​ິດ​ຢູ່​ໜ້າ​ປະ​ຕູ​ແກ້ວ​ຢູ່​ໃນ​ຕຶກ​ຫ້ອງ​ການ​ຂອງ​ບໍ​ລິ​ສັດ​ໃນ​ນະ​ຄອນຫຼວງ ໄທ​ເປ, ໄຕ້​ຫວັນ, 12 ພະ​ຈິກ 2020.

ສື່ມວນ​ຊົນ​ລັດ​ຖະ​ບານ ຈີນ ໄດ້​ລາຍ​ງານ​ວ່າ, ບໍ​ລິ​ສັດ Foxconn, ເຊິ່ງ​ແມ່ນ​ບໍ​ລິ​ສັດ​ທີ່​ຢູ່​ໃນ​ລາຍ​ຊື່ 500 ບໍ​ລິ​ສັດ​ທີ່​ໃຫຍ່​ທີ່​ສຸດ​ໃນ ສະ​ຫະ​ລັດ ທີ່​ຮູ້​ຈັກ​ການ​ໃນ​ທົ່ວ​ໂລກ​ສຳ​ລັບ​ການ​ຜະ​ລິດ​ໂທ​ລະ​ສັບ​ມື​ຖື iPhone ຂອງ​ບໍ​ລິ​ສັດ Apple ນັ້ນ, ເມື່ອ​ບໍ່​ດົນ​ມານີ້​ໄດ້​ຖືກກວດ​ຄົ້ນ​ໂດຍ​ບັນ​ດາ​ເຈົ້າ​ໜ້າ​ທີ່​ພາ​ສີ​ຂອງ​ຈີນ. ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ, ທີ່​ຖືກ​ລາຍ​ງານ​ໃນ​ວັນ​ອາ​ທິດ​ວານນີ້, ຕໍ່​ບໍ​ລິ​ສັດທີ່​ສຳ​ຄັນ​ຂອງ ໄຕ້​ຫວັນ ໃນ​ຈີນ ນັ້ນ​ແມ່ນ​ເກີດ​ຂຶ້ນ​ໄດ້​ຍາກ.

ຄວາ​ມ​ເຄັ່ງ​ຕຶງແມ່ນ​ສູງ​ລະ​ຫວ່າງ ຈີນ ແລະ ໄຕ້​ຫວັນ ເມື່ອ​ສອງ​ສາມ​ປີ​ທີ່​ຜ່ານ​ມາ. ຈີນ ໄດ້​ອ້າງວ່າ​ເກາະ​ທີ່​ປົກ​ຄອງ​ຕົນ​ເອງ​ແບບ​ປະ​ຊາ​ທິ​ປະ​ໄຕນັ້ນ ແມ່ນ​ສ່ວນ​ນຶ່ງ​ຂອງ​ເຂດ​ແດນ​ຂອງ​ເຂົາ​ເຈົ້າ. ຜູ້​ກໍ່​ຕັ້ງ​ບໍ​ລິ​ສັດ Foxconn ທ່ານ ເທີ​ຣີ​ທ ກູ, ໄດ້​ກ່າວ​ໃນ​ເດືອນ​ສິງ​ຫາ​ທີ່​ຜ່ານ​ມາ​ວ່າ ທ່ານ​ອາດ​ລົງ​ແຂ່ງ​ຂັນ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ ໄຕ້​ຫວັນ, ເຊິ່ງ​ຈະ​ຖືກ​ຕັ້ງ​ຂຶ້ນ​ໃນ​ຕົ້ນ​ປີ​ໜ້າ. ຫຼັງ​ຈາກ​ນັ້ນ​ທ່ານ​ຈະ​ລາ​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ທ່ານ​ໃນ​ຄະ​ນະ​ກຳ​ມະ​ການ​ຂອງ Foxconn. ທ່ານ ກູ ຖືກ​ພິ​ຈາ​ລະ​ນາ​ດັ່ງ​ກັບ​ຜູ້​ລົງ​ແຂ່ງ​ຂັນ​ທີ່​ເປັນ​ມິດ​ກັບ​ຈີນ.

Chinese state media report that Foxconn, a Fortune 500 company known globally for making Apple iPhones, was recently subjected to searches by Chinese tax authorities. Such a move, reported Sunday, against a major Taiwanese enterprise in China is rare. Tensions have been high between China and Taiwan in recent years. China claims the democratic self-governing island as part of its own territory. Foxconn's founder, Terry Gou, said in August that he would be running as a candidate in Taiwan's presidential elections, which will be held early next year. He then resigned from his seat on the board of Foxconn. Gou is seen as a China-friendly candidate.

XS
SM
MD
LG