ສານອຸທອນແຫ່ງນຶ່ງໃນວັນພຸດວານນີ້ ໄດ້ຕັດສິນເຫັນດ້ວຍກັບການຍຶດເງິນຂອງທຳ
ນຽບຫ້າແຈ ທີ່ຈະສ້າງກຳແພງເຂດຊາຍແດນຕິດກັບປະເທດ ເມັກຊິໂກ, ໄດ້ຕັ້ງຂໍ້ສົງ
ໄສ ກ່ຽວກັບ ຄວາມສາມາດຂອງປະທານາທິບໍດີ ດໍໂນລ ທຣຳ ທີ່ຈະເຮັດຕາມສັນຍາ
ການໂຄສະນາຫາສຽງ ກ່ອນການເລືອກຕັ້ງປີ 2020.
ຄະນະກຳມະການຜູ້ພິພາກສາ ທີ່ບໍ່ເຫັນພ້ອມກັນສາມທ່ານ ຂອງສານອຸທອນ ສະຫະ
ລັດ ປະຈຳເຂດທີ 9 ໃນເມືອງ ແຊນ ແຟຣນຊິສໂກ, ໄດ້ເຫັນພ້ອມກັບການຕັດສິນຂອງ
ສານຂັ້ນຕ່ຳ ທີ່ໄດ້ປ້ອງກັນລັດຖະບານຈາກການຂໍເງິນປາບປາມຢາເສບຕິດຂອງກະ
ຊວງປ້ອງກັນປະເທດ ເພື່ອສ້າງກຳແພງໃນພາກສ່ວນທີ່ມີບູລິມະສິດສູງສຸດໃນລັດ ອາ
ຣິໂຊນາ ແລະ ນິວ ເມັກຊິໂກ.
ການຕັດສິນດັ່ງກ່າວແມ່ນຄວາມລົ້ມແຫຼວ ໃນແຜນການທີ່ມີຄວາມທະເຍີທະຍານຂອງ
ທ່ານ ທຣຳ. ທ່ານໄດ້ສິ້ນສຸດການປິດລັດຖະບານດົນ 35 ວັນໃນເດືອນກຸມພາທີ່ຜ່ານ
ມາ ຫຼັງຈາກສະພາຕ່ຳໄດ້ໃຫ້ເງິນໜ້ອຍກວ່າທີ່ທ່ານຕ້ອງການ. ຫຼັງຈາກນັ້ນທ່ານໄດ້ປະ
ກາດພາວະສຸກເສີນແຫ່ງຊາດ ທີ່ທຳນຽບຂາວໄດ້ກ່າວວ່າ ຈະເປີດເງິນຫຼາຍພັນລ້ານ
ໂດລາ ຈາກທຳນຽບຫ້າແຈ.
ກໍລະນີດັ່ງກ່າວຍັງຈະໄດ້ຮັບການພິຈາລະນາຢູ່, ແຕ່ລັດຖະບານດັ່ງກ່າວບໍ່ສາມາດສ້າງ
ມັນ ໄດ້ໃນລະຫວ່າງການຄັດຄ້ານທາງກົດໝາຍ.
ການຍຶດທີ່ກຳນົດໂດຍຜູ້ພິພາກສາປະຈຳເຂດ ສະຫະລັດ ທ່ານ ເຮຫວູດ ກິລລຽມ ຈູ
ເນຍ ຈາກເມືອງ ໂອກແລນ ໃນເດືອນພຶດສະພາທີ່ຜ່ານມາ ໄດ້ປ້ອງກັນວຽກງານ ກ່ຽວ
ກັບ ສັນຍາສ້າງກຳແພງທີ່ໄດ້ຮັບທຶນຈາກທຳນຽບຫ້າແຈສອງໂຄງການ. ໂຄງການນຶ່ງ
ມີຄວາມຍາວ 74 ກິໂລແມັດ ໃນລັດ ນິວ ເມັກຊິໂກ ແລະ ອີງໂຄງການນຶ່ງຍາວ 8 ກິ
ໂລແມັດ ໃນເມືອງ ຢູມາ ລັດ ອາຣິໂຊນາ.
ໃນຂະນະທີ່ຄຳສັ່ງດັ່ງກ່າວແມ່ນໃຊ້ໄດ້ກັບໂຄງການທີ່ສຳຄັນສຸດເທົ່ານັ້ນ, ທ່ານ ກິລ
ລຽມ ໄດ້ໃຫ້ຄວາມກະຈ່າງແຈ້ງວ່າ ທ່ານຮູ້ສຶກວ່າ ສະຫະພາບເສລີພາບພົນລະເມືອງ
ອາເມຣິກັນ ແລະ ກຸ່ມອື່ນໆ ມີຄວາມເປັນໄປໄດ້ວ່າຈະໄດ້ຊະນະໃນການໂຕ້ຖຽງຢູ່
ສານ ທີ່ວ່າທ່ານປະທານາທິບໍດີ ບໍ່ໄດ້ຫົວຊາກັບຄວາມຕ້ອງການຂອງສະພາຕ່ຳ ດ້ວຍ
ການຫັນໄປຫາເງິນຂອງກະຊວງປ້ອງກັນປະເທດ.
ຜູ້ພິພາກສາໄດ້ຂຽນວ່າ “ລັດຖະສະພາ ເປັນຜູ້ຄວບຄຸມ ກ່ຽວກັບ ການໃຊ້ຈ່າຍຂອງລັດ
ຖະບານກາງຢ່າງຄົບຖ້ວນ, ແມ່ນກະທັ້ງເວລາທີ່ການຄວບຄຸມນັ້ນອາດຂັດຂວາງ
ຄວາມຕ້ອງການຂອງຝ່າຍບໍລິຫານ ກ່ຽວກັບ ໂຄງການທີ່ເຂົາເຈົ້າເຫັນວ່າມີຄວາມສຳ
ຄັນນັ້ນ ແມ່ນບໍ່ໄດ້ຂັດກັບລະບົບລັດຖະທຳມະນູນຂອງພວກເຮົາ. ມັນແມ່ນລັກສະນະ
ຂອງລະບົບທີ່ວ່ານັ້ນ, ແລະ ເປັນສິ່ງທີ່ສຳຄັນ.”