ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໙ ກຸມພາ ໒໐໒໕

ແອັປໃຫ້ຂໍ້ມູນໄຟໄໝ້ທັນທີທັນໃດ ຕໍ່ຊາວລອສແອນເຈິີເລສ


ແອັປໃຫ້ຂໍ້ມູນໄຟໄໝ້ທັນທີທັນໃດ ຕໍ່ຊາວລອສແອນເຈິີເລສ

ເນື່ອງຈາກໄຟໄໝ້ປ່າ ໃນ ລອສແອນເຈີເລສ ກຳລັງເຜົາໄໝ້ແລະຄຸກຄາມຊຸມຊົນ, ປະຊາຊົນ ແລະ ໜ່ວຍກູ້ໄພຕ້ອງການຂໍ້ມູນທີ່ສາມາດນໍາໃຊ້ໄດ້ທັນທີ ດັ່ງເຂດອົບພະຍົບ, ທິດທາງລົມ, ຄວັນ, ໄຟຟ້າມອດ ແລະ ອື່ນ ໆ.

ຫຼາຍຄົນຫັນມາໃຊ້ແອັປທີ່ຊື່ວ່າ Watch Duty ຊຶ່ງດຳເນີນການໂດຍທີມງານທີ່ຢູ່ຫ່າງໄກອອກໄປຫຼາຍຮ້ອຍກິໂລແມັດຢູ່ພາກເໜືອຂອງຄາລີຟໍເນຍ.

Watch Duty ນໍາສະເໜີຂໍ້ມູນສຳຄັນໃຫ້ແກ່ຜູ້ຢູ່ອາໄສ ກ່ຽວກັບການລຸກລາມໃໝ່, ຮູບແບບລົມທີ່ປ່ຽນແປງ ແລະ ຄວາມເປັນຫ່ວງອື່ນ ໆ. ໃຫ້ຄິດວ່າແອັປນີ້ເປັນສູນປະຕິບັດການສຸກເສີນສົມຈິງທີ່ໃຫ້ຂໍ້ມູນຫຼ້າສຸດ ໃນແຕ່ລະຄຸ້ມບ້ານຂະນະທີ່ວິກິດການພວມເກີດຂຶ້ນ.

ທ່ານ ນິກ ຣັສໂຊລ ຮອງປະທານຝ່າຍປະຕິບັດການຂອງ Watch Duty ກ່າວຕໍ່ອົງການຂ່າວ ວີໂອເອ ຜ່ານ ຊຸມ ວ່າ “ເຫດສຸກເສີນຂອງຂ້ອຍ ກັບເພື່ອນບ້ານທີ່ຢູ່ຫ່າງຈາກຂ້ອຍໄປ ປະມານ 0.4 ກິໂລແມັດ. ເຫດສຸກເສີນຂອງເຮົາແຕກຕ່າງກັນຫຼາຍ, ນັ້ນເປັນເລື້ອງຈິງສຳລັບຊຸມຊົນທຸກບ່ອນ ແລະ ນັ້ນຄືຈຸດທີ່ເທັກໂນໂລຈີເຂົ້າມາມີບົດບາດຢ່າງແທ້ຈິງ.”

ການທີ່ Watch Duty ນໍາສະເໜີຂໍ້ມູນສະເພາະພື້ນທີ່ໂດຍລະອຽດເປັນເຫດຜົນນຶ່ງ ທີ່ເຮັດໃຫ້ແອັປໄດ້ຮັບຄວາມນິຍົມໃນກຸ່ມຜູ້ໃຊ້ 7 ລ້ານຄົນ. ຊຶ່ງຫຼາຍຄົນດາວໂຫຼດແອັປນີ້ ໃນຊ່ວງບໍ່ພໍເທົ່າໃດອາທິດທີ່ຜ່ານມາ.

ຄວາມສຳເລັດຂອງ Watch Duty ຊີ້ໃຫ້ເຫັນເຖິງຄຳໝັ້ນສັນຍາທີ່ວ່າ ເທັກໂນໂລຈີ ເຊັ່ນປັນຍາປະດິດ ແລະ ເຊັນເຊີ້ ຈະໃຫ້ຂໍ້ມູນຕາມຕົວຈິງທີ່ເກີດຂຶ້ນໃຫ້ແກ່ຜູ້ຢູ່ອາໄສ ແລະເຈົ້າໜ້າທີ່ກູ້ໄພທີ່ພວກເຂົາຕ້ອງການເພື່ອຄວາມຢູ່ລອດ ແລະຕໍ່ສູ້ກັບໄພພິບັດທາງທຳມະຊາດ.

ພາຍໃນພັນທະມິດດ້ານເທັກໂນໂລຈີ ຂອງ Watch Duty ໄດ້ແກ່ Alert California ຊຶ່ງດຳເນີນການໂດຍມະຫາວິທະຍາໄລ ຄາລີຟໍເນຍ ຊານດີເອໂກ. ເຄືອຂ່າຍກ້ອງທີ່ປັບປຸງດ້ວຍປັນຍາປະດິດ ຫຼາຍກ່ວາ 1,000 ໜ່ວຍ ຢູ່ທົ່ວລັດທີ່ຈະກວດຫາຄວັນ, ສ່ວນຫຼາຍມັກຈະກວດຈັບໄຟໄໝ້ໄດ້

ທ່ານ ນິກ ຣັສໂຊລ ອະທິບາຍຜ່ານ ຊູມ ວ່າ “ຮ່ວມມືກັນ ພວກເຮົາກາຍເປັນຫູແລະຕາ. ແລະຕໍ່ຈາກນັ້ນ ພວກເຮົາກໍກະຈາຍຂໍ້ມູນນັ້ນ ເຂົ້າໄປໃນບົດລາຍງານຕ່າງໆ ໄປຍັງສາທາລະນະຜ່ານແພລັດຟອມຂອງພວກເຮົາ.”

ອີກນຶ່ງພັນທະມິດຂອງ Watch Duty ຄື N5 Sensors ຊຶ່ງເປັນບໍລິສັດທີ່ຕັ້ງຢູ່ໃນ ລັດ ແມຣີແລນ. ເຄື່ອງເຊັນເຊີ້ພາກພື້ນດິນຂອງບໍລິສັດນີ້ ຈະກວດຈັບຄວັນ, ຄວາມຮ້ອນ ແລະ ສັນຍານອື່ນ ໆ ຂອງໄຟໄໝ້.

ທ່ານ ນິກ ຣັສໂຊລ ອະທິບາຍຜ່ານ ຊູມ ອີກວ່າ “ພວກເຊັນເຊີ້ ຄືກັບດັງ ຖ້າເຈົ້າຈະ, ສະນັ້ນ ພວກມັນກວດຫາຄວາມຜິດປົກກະຕິຂອງຄວັນໃດໆ ແລະຄວາມແຕກຕ່າງຂອງແບບແຜນດ້ານສານເຄມີໃນອາກາດ.”

ບໍລິການຂອງ Watch Duty ກວມເອົາ 22 ລັດ ສ່ວນຫຼາຍຢູ່ໃນສະຫະລັດອາເມຣິກາ ພາກຕາເວັນຕົກ ແລະມີແຜນທີ່ຈະຂະຫຍາຍໄປຍັງທຸກ ໆ ລັດ. ເຖິງວ່າ ໄຟໄໝ້ຈະເປັນບັນຫາສຳຄັນແຕ່ Watch Duty ກໍຕາມ ຍັງມີແຜນຕິດຕາມໄພທຳມະຊາດອື່ນ ໆ ເຊັ່ນ ພະຍຸທໍນາໂດ, ພະຍຸເຮີຣີເຄນ, ແຜ່ນດິນໄຫວ ແລະ ຊູນາມິ ນໍາດ້ວຍ.

ທ່ານ ນິກ ຣັດໂຊລ ຮອງປະທານຝ່າຍປະຕິບັດການຂອງ Watch Duty ກ່າວ

ຂອບໃຈຜ່ານ ຊູມ ວ່າ “ເຮົາຕ້ອງການເປັນສູນລວມຂໍ້ມູນແບບຄົບວົງຈອນ ທີ່ຜູ້ຄົນສາມາດເຂົ້າໄປຮັບຂໍ້ມູນໃນຊ່ວງເວລາທີ່ຍາກລຳບາກເພື່ອໃຫ້ມີແຫຼ່ງຂໍ້ມູນທີ່ຈະແຈ້ງ ແລະແນ່ນອນກ່ຽວກັບສິ່ງທີເກີດຂຶ້ນ.”

ອ່ານບົດລາຍງານພາສາອັງກິດ

As the Los Angeles fires burned and threatened communities, residents and first responders needed information they could use immediately. Evacuation zones. Wind and smoke direction. Power outages. And more.

Many turned to an app called Watch Duty, run by a team hundreds of kilometers away in Northern California.

Watch Duty offers residents crucial information about new outbreaks, changing wind patterns and other concerns. Think of it as a virtual emergency operation center that gives neighborhood-by-neighborhood updates as a crisis unfolds.

Nick Russell, Watch DutyCourtesy: Zoom “My emergency and my neighbor, who lives a quarter mile away from me, our emergencies are much different. That is true for communities everywhere, and that’s where technology really comes in.”

Watch Duty's delivery of detailed, localized information is one reason for its popularity with its 7 million users, many of whom downloaded the app in recent weeks.

Watch Duty’s success points to the promise that technologies such as artificial intelligence and sensors will give residents and first responders the real-time information they need to survive and fight natural disasters.

Among Watch Duty’s technology partners is ALERTCalifornia, run by the University of California, San Diego. Its network of more than 1,000 A.I.-enhanced cameras throughout the state looks for smoke, often detecting fires before people call emergency lines.

Nick Russell, Watch DutyCourtesy: Zoom “Together we become the eyes and ears. And then we disseminate that into reports to the public through our platform.”

Another Watch Duty partner is N5 Sensors, a Maryland-based firm. Its ground-based sensors detect smoke, heat and other signs of fire.

Nick Russell, Watch DutyCourtesy: Zoom “They're like a nose, if you will, so they detect smoke anomalies and different chemical patterns in the air.”

Watch Duty’s service covers 22 states, mostly in the Western U.S., and it plans to expand to all states. While fire has been its focus, Watch Duty also plans to track other natural disasters, such as tornadoes, hurricanes, earthquakes and tsunamis.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG