ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ມີ​ການ​ປະ​ດິດແອັບພ​ລີ​ເຄ​ຊັນ ສຳ​ລັບ ​ຊ່ວຍ​ພວກ​ປ່ຽນ​ເພດຊອກ​ຫາຊື່​ໃໝ່ ມາລອງໃຊ້​ກັນເບິ່ງ​ແລ້ວ


LogOn: App Helps Transgender People Try New Names
please wait

No media source currently available

0:00 0:02:00 0:00

ເບິ່ງວີ​ດິ​ໂອ ກ່ຽວ​ກັບການ​ໃຊ້ແອັບພ​ລີ​ເຄ​ຊັນ ສຳ​ລັບ ​ຊ່ວຍ​ພວກ​ປ່ຽນ​ເພດຊອກ​ຫາຊື່​ໃໝ່ມາລອງໃຊ້​ເບິ່ງ

ບຸກຄົນທີ່ປ່ຽນ​ເພດແລະ​ຄົນ​ທີ່​ຮູ້ສຶກບໍ່ສອດຄ່ອງກັບເພດທີ່​ເກີດມາໂດຍ ປົກກະຕິແລ້ວ ໄດ້ຜ່ານຂະ ບວນການເລືອກຊື່ໃໝ່ ເພື່ອສະທ້ອນເຖິງການ​ກໍ​ນົດເພດຂອງເຂົາເຈົ້າ. ແຕ່ວ່າ ຄົນເຮົາ​ທຳ​ການຕັດສິນໃຈແນວໃດ? ນັກ​ຂ່າວ​ວີ​ໂອ​ເອ Tina Trinh ໄດ້​ພົບ​ປະ​ກັບ​ຜູ້​ທີ່ມີ​ອາ​ຍຸ 19 ປີ ​ຜູ້​ທີ່​ໄດ້​ສ້າງ​ແອັບພ​ລີ​ເຄ​ຊັນ ​ເພື່ອ​ຊ່ວຍເຂົາ​ເຈົ້າເຮັດ​ເຊັ່ນ​ນັ້ນ ຊຶ່ງ​ບົວ​ສະ​ຫວັນ ມີ​ລາຍ​ລະ​ອຽດ​ເລື້ອງນີ້​ມາ​ສະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.

ຈາ​ຊົວ ທິນທ໌ ອາຍຸ 19 ປີ ຖືວ່າຕົນເອງເປັນເພດຊາຍມາ​ແຕ່​ເກີດ ຫຼື “ຊີສ”, ທີ່ລະບຸເພດໃຫ້ລາວໃນເວ​ລາກີດມາ. ແຕ່ມີບາງຄັ້ງລາວກໍມີ​ຄວາມບໍ່ແນ່ໃຈກ່ຽວ​ກັບ ມັນ.

ຈາ​ຊົວ ທິນທ໌, ນັກພັດທະນາແອັບພ​ລີ​ເຄ​ຊັນສຳ​ລັບນັກສຶກສາ App ເວົ້າ​ວ່າ:
“ຕະ​ຫລອດ​ໄລ​ຍະ​ເຂົ້າ​ຮຽນ​ໃນໂຮງຮຽນມັດທະຍົມຕອນປາຍ, ຂ້ອຍຈະເຮັດສິ່ງ ຕ່າງໆເຊັ່ນ ທາເລັບ. ຂ້ອຍທາເລັບຂ້ອຍ, ເຈົ້າຮູ້ບໍ່. ຂ້​ອຍ​ອາດ​ຈະ​ໃສ່​ເຄື່ອງ​ນຸ່ງ​ທີ່​ເປັນແມ່​ຍິງ​ຫຼາຍກ​ວ່າ ... ເຖິງ​ແມ່ນ​ວ່າ ຄົນ​ທີ່ເປັນ​ຜູ້​ຊາຍ​ໃນ​ຕອນ​ເກີດ​ມາ ເຊັ່ນ​ຂ້ອຍນີ້…. ມີ​ຄຳ​ຖາມ​ຕະ​ຫລອດ​ຊີວິດຂອງຕົນ​ວ່າ: ‘ຂ້ອຍ​ເປັນ​ຜູ້​ຊາຍ​ແທ້ໆບໍ? ຂ້ອຍແມ່ນ ຊີ​ສ ແທ້ໆບໍ? ຂ້ອຍເປັນ​ຄົນປ່ຽນ​ເພດບໍ?"

ໂດຍໄດ້ຮັບແຮງກະຕຸ້ນຈາກປະສົບການຂອງຕົນເອງ ແລະຂອງຫມູ່ເພື່ອນ, ທິນທ໌ ຕັດສິນໃຈສ້າງແອັບ​ພ​ລີ​ເຄ​ຊັນ ທີ່ຄົ້ນຫາພາກສ່ວນທີ່ສໍາຄັນຂອງຂະ ບວນການລະບຸຕົວຕົນທາງເພດ - ກໍ​ຄືການປ່ຽນຊື່.

ແອັບ​ພ​ລີ​ເຄ​ຊັນ Discover Me ຊ່ວຍໃຫ້ຜູ້ໃຊ້ລອງໃຊ້ຊື່ ແລະຊຸດຄຳ​ນຳ​ໜ້າ​ທີ່​ບົ່ງ​ບອກ​ເພດແຕກຕ່າງກັນ.

ແອັບ​ພ​ລີ​ເຄ​ຊັນ ທີ່​ຊະນະການປະກວດນັກສຶກ​ສາແອັບ​ໂປ (Apple) ເມື່ອບໍ່ດົນມານີ້ ມີຂຶ້ນໃນຂະນະທີ່​ມີການໂຕ້ວາທີຢູ່ທົ່ວປະເທດກ່ຽວກັບສິດທິຂອງໄວໜຸ່ມປ່ຽນເພດ, ໂດຍ​ທີ່ຝ່າຍຄັດຄ້ານໃຫ້​ຂໍ້ໂຕ້ແຍ້ງວ່າ ພໍ່ແມ່ຄວນມີຄຳເວົ້າຕັດ​ສິ​ນ ສຸດທ້າຍກ່ຽວກັບການ​ກໍ​າ​ນົດເພດຂອງລູກ.

ແອັບ​ພ​ລີ​ເຄ​ຊັນດັ່ງກ່າວ ເອົາຊື່ທີ່ສະເໜີໄວ້ໃນປະໂຫຍກຕົວຢ່າງຕ່າງໆ ທີ່ອະ​ນຸຍາດໃຫ້ຜູ້ໃຊ້ສາມາດເຫັນໄດ້ ໃນສະພາບການທີ່ເປັນມືອາຊີບ, ແບບວິຊາການ ແລະແບບທຳມະດາ.

ຈາ​ຊົວ ທິນທ໌ ກ່າວ​ອີກວ່າ:
“ທ່ານສາມາດປັດໜ້າ​ຈໍ​ໄປທາງຊ້າຍ ຫຼືຂວາໄດ້ ເພື່ອຊີ້ບອກວ່າ ເຈົ້າມັກ ຫຼື ບໍ່ມັກ​ຊື່ນັ້ນ….. ເບິ່ງປະເພດຂອງຂໍ້ຄວາມຕົວຢ່າງທີ່ທ່ານຈະເຫັນ."

ທ່ານນາງ​ໂອ​ລີ​ເວຍ ຫັ້ນ (Olivia Hunt) ທີ່ສູນກາງເພື່ອຄວາມສະເໝີພາບສຳ​ລັບຄົນ​ປ່ຽນ​ເພດ​ແຫ່ງ​ຊາດ​ເວົ້າ​ວ່າ:
"ກ່ອນທີ່ທ່ານພ້ອມທີ່ຈະບອກໂລກ​ໃຫ້​ຮູ້, ຄົນສ່ວນໃຫຍ່ຕ້ອງໃຊ້ເວລາ​ໄລ​ຍະ​ນຶ່ງ ເພື່ອທົດ​ລອງ​ເຮັດ​ສິ່ງນັ້ນ ແລະແອັບພ​ລີ​ເຄ​ຊັນເຊັ່ນນີ້ ຈະເຮັດໃຫ້ມັນງ່າຍຂຶ້ນ ເລັກນ້ອຍ ເພື່ອເບິ່ງວ່າ ມັນຈະມີຄວາມຮູ້ສຶກແນວໃດທີ່ຈະເອີ້ນຕົນ​ເອງວ່າຊື່ນັ້ນ ແລະ ຖືກເອີ່ຍເຖິງໂດຍການ​ໃຊ້ຄໍານຳ​ໜ້າບົ່ງບອກເພດ ທີ່ແຕກຕ່າງກັນ.”

ທ່ານນາງ​ໂອ​ລີ​ເວຍ ຫັ້ນ (Olivia Hunt) ເປັນຜູ້ອໍານວຍການດ້ານນະໂຍບາຍ ຂອງສູນເພື່ອຄວາມສະເຫມີພາບສຳ​ລັບຄົນ​ປ່ຽນ​ເພດ​ແຫ່ງ​ຊາດ. ​ທ່ານນາງກ່າວ ວ່າ ການຖືກເອີ້ນຊື່ທີ່ເລືອກໃຫ້ ສາມາດເປັນຜົນດີຕໍ່ສຸຂະພາບຈິດຂອງໄວຫນຸ່ມ ທີ່​ປ່ຽນ​ເພດ ແລະບໍ່​ມີ​ເພດ​ໃດ​ໝົດ ຫລື nonbinary.

​ຈາ​ຊົວ ທິນ​ທ໌, ນັກພັດທະນາແອັບພ​ລີ​ເຄ​ຊັນນັກສຶກສາ App ກ່າວ​ອີກວ່າ:
“ຂ້ອຍ​ໝາຍ​ຄວາມ​ວ່າ, ຊື່​ເຈົ້າ​ເປັນ​ເລື່ອງ​ເລັກໆ​ນ້ອຍໆ, ແຕ່​ມັນ​ເປັນ​ວິທີ​ທີ່​ເຈົ້າ​ແນະນຳ​ຕົວ​ເອງ​ໃຫ້​ທົ່ວ​ໂລກ​ຮູ້. ມັນມີຄວາມສຳຄັນຫຼາຍໃນການຫລໍ່​ຫລອມ ຕົວຕົນຂອງເຈົ້າ."

ມັນເປັນຄວາມເຂົ້າໃຈທີ່ເຮັດໃຫ້ທິນ​ທ໌ ສ້າງເຄື່ອງມືເພື່ອຊ່ວຍຄົນອື່ນ, ບໍ່ວ່າຈະ ເປັນ "ທ້າວ", "ນາງ" ຫຼື "ພວກເຂົາ" ກໍ​ຕາມ.

ຈາ​ຊົວ ທິນທ໌ ອາຍຸ 19 ປີ ຖືວ່າຕົນເອງເປັນເພດຊາຍມາ​ແຕ່​ເກີດ ຫຼື “ຊີສ”, ທີ່ລະບຸເພດໃຫ້ລາວໃນເວ​ລາກີດມາ. ແຕ່ມີບາງຄັ້ງລາວກໍມີ​ຄວາມບໍ່ແນ່ໃຈກ່ຽວ​ກັບ ມັນ.

ຈາ​ຊົວ ທິນທ໌, ນັກພັດທະນາແອັບພ​ລີ​ເຄ​ຊັນສຳ​ລັບນັກສຶກສາ App ເວົ້າ​ວ່າ:
“ຕະ​ຫລອດ​ໄລ​ຍະ​ເຂົ້າ​ຮຽນ​ໃນໂຮງຮຽນມັດທະຍົມຕອນປາຍ, ຂ້ອຍຈະເຮັດສິ່ງ ຕ່າງໆເຊັ່ນ ທາເລັບ. ຂ້ອຍທາເລັບຂ້ອຍ, ເຈົ້າຮູ້ບໍ່. ຂ້​ອຍ​ອາດ​ຈະ​ໃສ່​ເຄື່ອງ​ນຸ່ງ​ທີ່​ເປັນແມ່​ຍິງ​ຫຼາຍກ​ວ່າ ... ເຖິງ​ແມ່ນ​ວ່າ ຄົນ​ທີ່ເປັນ​ຜູ້​ຊາຍ​ໃນ​ຕອນ​ເກີດ​ມາ ເຊັ່ນ​ຂ້ອຍນີ້…. ມີ​ຄຳ​ຖາມ​ຕະ​ຫລອດ​ຊີວິດຂອງຕົນ​ວ່າ: ‘ຂ້ອຍ​ເປັນ​ຜູ້​ຊາຍ​ແທ້ໆບໍ? ຂ້ອຍແມ່ນ ຊີ​ສ ແທ້ໆບໍ? ຂ້ອຍເປັນ​ຄົນປ່ຽນ​ເພດບໍ?"

ໂດຍໄດ້ຮັບແຮງກະຕຸ້ນຈາກປະສົບການຂອງຕົນເອງ ແລະຂອງຫມູ່ເພື່ອນ, ທິນທ໌ ຕັດສິນໃຈສ້າງແອັບ​ພ​ລີ​ເຄ​ຊັນ ທີ່ຄົ້ນຫາພາກສ່ວນທີ່ສໍາຄັນຂອງຂະ ບວນການລະບຸຕົວຕົນທາງເພດ - ກໍ​ຄືການປ່ຽນຊື່.

ແອັບ​ພ​ລີ​ເຄ​ຊັນ Discover Me ຊ່ວຍໃຫ້ຜູ້ໃຊ້ລອງໃຊ້ຊື່ ແລະຊຸດຄຳ​ນຳ​ໜ້າ​ທີ່​ບົ່ງ​ບອກ​ເພດແຕກຕ່າງກັນ.

ແອັບ​ພ​ລີ​ເຄ​ຊັນ ທີ່​ຊະນະການປະກວດນັກສຶກ​ສາແອັບ​ໂປ (Apple) ເມື່ອບໍ່ດົນມານີ້ ມີຂຶ້ນໃນຂະນະທີ່​ມີການໂຕ້ວາທີຢູ່ທົ່ວປະເທດກ່ຽວກັບສິດທິຂອງໄວໜຸ່ມປ່ຽນເພດ, ໂດຍ​ທີ່ຝ່າຍຄັດຄ້ານໃຫ້​ຂໍ້ໂຕ້ແຍ້ງວ່າ ພໍ່ແມ່ຄວນມີຄຳເວົ້າຕັດ​ສິ​ນ ສຸດທ້າຍກ່ຽວກັບການ​ກໍ​າ​ນົດເພດຂອງລູກ.

ແອັບ​ພ​ລີ​ເຄ​ຊັນດັ່ງກ່າວ ເອົາຊື່ທີ່ສະເໜີໄວ້ໃນປະໂຫຍກຕົວຢ່າງຕ່າງໆ ທີ່ອະ​ນຸຍາດໃຫ້ຜູ້ໃຊ້ສາມາດເຫັນໄດ້ ໃນສະພາບການທີ່ເປັນມືອາຊີບ, ແບບວິຊາການ ແລະແບບທຳມະດາ.
“ທ່ານສາມາດປັດໜ້າ​ຈໍ​ໄປທາງຊ້າຍ ຫຼືຂວາໄດ້ ເພື່ອຊີ້ບອກວ່າ ເຈົ້າມັກ ຫຼື ບໍ່ມັກ​ຊື່ນັ້ນ….. ເບິ່ງປະເພດຂອງຂໍ້ຄວາມຕົວຢ່າງທີ່ທ່ານຈະເຫັນ."

ທ່ານນາງ​ໂອ​ລີ​ເວຍ ຫັ້ນ (Olivia Hunt) ທີ່ສູນກາງເພື່ອຄວາມສະເໝີພາບສຳ​ລັບຄົນ​ປ່ຽນ​ເພດ​ແຫ່ງ​ຊາດ​ເວົ້າ​ວ່າ:
"ກ່ອນທີ່ທ່ານພ້ອມທີ່ຈະບອກໂລກ​ໃຫ້​ຮູ້, ຄົນສ່ວນໃຫຍ່ຕ້ອງໃຊ້ເວລາ​ໄລ​ຍະ​ນຶ່ງ ເພື່ອທົດ​ລອງ​ເຮັດ​ສິ່ງນັ້ນ ແລະແອັບພ​ລີ​ເຄ​ຊັນເຊັ່ນນີ້ ຈະເຮັດໃຫ້ມັນງ່າຍຂຶ້ນ ເລັກນ້ອຍ ເພື່ອເບິ່ງວ່າ ມັນຈະມີຄວາມຮູ້ສຶກແນວໃດທີ່ຈະເອີ້ນຕົນ​ເອງວ່າຊື່ນັ້ນ ແລະ ຖືກເອີ່ຍເຖິງໂດຍການ​ໃຊ້ຄໍານຳ​ໜ້າບົ່ງບອກເພດ ທີ່ແຕກຕ່າງກັນ.”

ທ່ານນາງ​ໂອ​ລີ​ເວຍ ຫັ້ນ (Olivia Hunt) ເປັນຜູ້ອໍານວຍການດ້ານນະໂຍບາຍ ຂອງສູນເພື່ອຄວາມສະເຫມີພາບສຳ​ລັບຄົນ​ປ່ຽນ​ເພດ​ແຫ່ງ​ຊາດ. ​ທ່ານນາງກ່າວ ວ່າ ການຖືກເອີ້ນຊື່ທີ່ເລືອກໃຫ້ ສາມາດເປັນຜົນດີຕໍ່ສຸຂະພາບຈິດຂອງໄວຫນຸ່ມ ທີ່​ປ່ຽນ​ເພດ ແລະບໍ່​ມີ​ເພດ​ໃດ​ໝົດ ຫລື nonbinary.

​ຈາ​ຊົວ ທິນ​ທ໌, ນັກພັດທະນາແອັບພ​ລີ​ເຄ​ຊັນນັກສຶກສາ App ກ່າວ​ອີກວ່າ: “ຂ້ອຍ​ໝາຍ​ຄວາມ​ວ່າ, ຊື່​ເຈົ້າ​ເປັນ​ເລື່ອງ​ເລັກໆ​ນ້ອຍໆ, ແຕ່​ມັນ​ເປັນ​ວິທີ​ທີ່​ເຈົ້າ​ແນະນຳ​ຕົວ​ເອງ​ໃຫ້​ທົ່ວ​ໂລກ​ຮູ້. ມັນມີຄວາມສຳຄັນຫຼາຍໃນການຫລໍ່​ຫລອມ ຕົວຕົນຂອງເຈົ້າ."

ມັນເປັນຄວາມເຂົ້າໃຈທີ່ເຮັດໃຫ້ທິນ​ທ໌ ສ້າງເຄື່ອງມືເພື່ອຊ່ວຍຄົນອື່ນ, ບໍ່ວ່າຈະ ເປັນ "ທ້າວ", "ນາງ" ຫຼື "ພວກເຂົາ" ກໍ​ຕາມ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້:

Transgender and gender-nonconforming individuals typically go through a process of choosing a new name to reflect their gender identity. But how does one decide? VOA’s Tina Trinh met a 19-year-old who created an app to help.

19-year-old Joshua Tint considers himself a cisgender, or "cis," man, one who identifies with the gender assigned to him at birth. But there were times when he wasn’t so sure.

Joshua Tint, Student App Developer:
“Going through high school, I would do things like paint my nails. I paint my nails, you know. I might wear more feminine clothing … even cis people like me question over the course of their life, ‘Am I really a man? Am I really cis? Am I trans?’”

Spurred by his own experience and that of friends, Tint decided to build an app that explores a major part of the gender identity process — the name change.

Discover Me lets users try different names and sets of pronouns.

The app, winner of a recent Apple student contest, comes as debate roils nationwide about the rights of transgender youth, with opponents contending that parents should have the final say on a child’s gender identity.

The app places a proposed name in various sample sentences, allowing users to see it in professional, academic and casual contexts.

“You can swipe left or right in order to indicate whether or not you like the name . . . the type of sample text you’re going to see.”

Olivia Hunt, National Center for Transgender Equality: “Before you're ready to tell the world, most people need to spend some time trying that on, and an app like this will make that a little bit easier, to see what it's going to feel like to be referred to by that name and to be referred to by different pronouns.”

Olivia Hunt is a policy director at the National Center for Transgender Equality. She says being called by one’s chosen name can be positive for the mental health of trans and nonbinary youth.

Joshua Tint, Student App Developer: “I mean, your name is a small thing, but it’s how you introduce yourself to the world. It’s massively significant in shaping your identity.”

It’s that understanding that drives Tint to create tools to help others, whether they identify as a “he”, “she” or “they.”

XS
SM
MD
LG