ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີປຸ່ນ ປະກາດຊ່ອຍເຫຼືອ 7 ພັນລ້ານໂດລາ ເພື່ອພັດທະນາ ເຂດແມ່ນ້ຳຂອງ


ຄົນຫາປາລາວ ຄົນນຶ່ງກຳລັງຂວ່າງແຫ ຢູ່ແມ່ນໍ້າຂອງໃນນະຄອນ ຫລວງພະບາງ.
ຄົນຫາປາລາວ ຄົນນຶ່ງກຳລັງຂວ່າງແຫ ຢູ່ແມ່ນໍ້າຂອງໃນນະຄອນ ຫລວງພະບາງ.

ຍີ່ປຸ່ນທີ່ໃຫ້ການສະໜັບສະໜຸນຕໍ່ການພັດທະນາເສດຖະກິດໃນເຂດເອເຊຍຕາເວັນອອກ ສຽງໃຕ້​ ພວມເພີ້ມທະວີ ການພົວພັນຂອງຕົນໃນເຂດດັ່ງກ່າວ ຂະນະທີ່ຈີນ ໄດ້ຍົກລະດັບ​ ການ​ມີໜ້າ​ຂອງ​ຕົນ​ຢູ່​ໃນ 10 ປະ​ເທດ​ສະມາຊິກ​ຂອງ​ສະມາຄົມບັນດາ​ປະຊາ​ຊາດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ຫຼືອາ​ຊ່ຽນ.

ຍີ່ປຸ່ນ​ໄດ້​ຂະຫຍາຍ​ບົດບາດ​ຂອງ​ຕົນ​ ໃນ​ການ​ອະ​ພິປາຍ​ກ່ຽວ​ກັບຄວາມ​ໝັ້ນຄົງ​ໃນ​ເຂດ​ເອ​ ເຊຍ​ຕາ​ເວັນອອກສຽງ​ໃຕ້ ​ໂດຍ​ສະ​ເພາະ​ແລ້ວ​ໃນ​ທະ​ເລ​ຈີນ​ໃຕ້ບ່ອນ​ທີ່ຍີ່ປຸ່ນກ່າວ​ວ່າການ​ຂັດ​ແຍ້​ງ​ໃດໆ​ກໍ​ຕາມ​ແມ່ນ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ລະບຽບກົດໝາຍແລະ​ບໍ່​ແ​ມ່ນການ ໃຊ້​ກຳລັງ.

​ໃນຕົ້ນອາທິດ​ນີ້ ຍີ່ປຸ່ນ​ໄດ້​ປະກາດ​ໂຄງການ​ຊ່ອຍ​ເຫລືອ​ເປັນ​ເວລາ 3 ປີ​ໃນ​ມູນ​ຄ່າ​ 6​ ພັນ 800 ລ້ານ​ໂດ​ລາ ​ເພື່ອ​ເສີມ​ຂະຫຍາຍ​ໂຄງ​ລ່າງ​ພື້ນຖານ ​ຢູ່​ໃນ​ເຂດອະນຸ​ພາກພື້ນລຸ່ມ​ແມ່ ນ້ຳຂອງ ຊຶ່ງ​ຮວມທັງ​ເຂດ​ຕ່າງໆ​ ຂອງ​ຫວຽດນາມ ສປປ ລາວ​ ແລະ ​ໄທ.

​ໃນ​ການ​ຖະ​ແຫຼງທີ່​ມະຫາວິທະຍາ​ໄລ​ແຫ່ງ​ນຶ່ງ​ຢູ່​ບາງກອກ ລັດຖະມົນຕີ​ການ​ຕ່າງປະ​ເທດ ​ຍີ່ປຸ່ນ ທ່ານ Fumio Kishida ກ່າວ​ວ່າ ຂໍ້​ລິ​ເລີ້ມການ​ເຊື່ອມ​ໂຍງ​ ລະຫວ່າງ​ຍີ່ປຸ່ນ ​ແລະ​ ເຂດ​ແມ່​ນ້ຳຂອງ ​ແມ່ນ​ມີ​ຈຸດປະສົງ​ແນ​ໃສ່ ​ເພື່ອ​ສ້າງຂອບທີ່​ໃຫ້ການ​ສະໜັບສະໜຸນ​ເພື່ອ ​ປັບປຸງ​ໂຄງລ່າງ​ພື້ນຖານ​ ເຊັ່ນຂົວ ແລະຕາໜ່າງທາງ​ລົດໄຟ ການ​ພັດທະນາ​ຊັບພະຍາ ກອນ​ມະນຸດ ແລະ​ໃຫ້ການ​ສະໜັບ​ສະນຸນຕໍ່​ຂົງ​ເຂດແມ່ນ້ຳຂອງ.

​ໂຄງການ​ຫລ້າ​ສຸດ​ຂອງ​ຍີ່ປຸ່ນ​ສຳລັບ​ຂົງ​ເຂດ​ແມ່​ນ້ຳຂອງ​ນີ້ມີ​ຂຶ້ນຫລັງ​ຈາກ​ ການ​ໃຫ້ຄວາມ ​ຊ່ອຍ​ເຫລືອ​ໃນ​ປີ 2013​ ​ໃ​ນມູນ​ຄ່າ 2 ພັນຕື້​ເຢນ ​ຕໍ່​ການ​ໃຫ້​ຄວາມ​ຊ່ອຍ​ເຫຼືອ​ສຳລັບ​ການ​ພັດທະນາຢ່າງເປັນ​ທາງ​ການຫຼື ODA ​ແກ່​ບັນດາ​ປະ​ເທດ​ອາຊ່ຽນ ພາຍ​ໃນ​ໄລຍະ​ຫ້າ​ປີ. ນອກ​ນັ້ນຍີ່ປຸ່ນຍັງ​ໄດ້​ໃຫ້ການ​ສະໜັບສະໜຸນ​ຕໍ່​ການຮວມຕົວ​ຂອງ​ອາ​ຊ່ຽນ​ເປັນ​ເງິນ 100 ລ້ານ​ໂດ​ລາ.

ນັກ​ລັດຖະສາດ​ການປົກຄອງ ຂອງ​ໄທ ທ່ານທິດ​ທິນັນ ພົງ​ສຸດ​ທີ່​ຣັກ ກ່າວ​ວ່າ ​ໂຄງການ​ ໄລຍະຍາວ​ຂອງຍີ່​ປຸ່ນກ່ຽວ​ກັບ​ການ​ໃຫ້​ຄວາມ​ຊ່ອຍ​ເຫລືອ​ໃນ​ດ້ານ​ການ​ພັດທະນາແລະ ການ​ສະໜັບສະໜຸນ​ ທາງ​ດ້ານ​ການ​ທູດ​ນັ້ນ​ ແມ່ນ​ໄດ້​ຮັບ​ການ​ກົດ​ດັນ​ຫຼາຍຂຶ້ນຈາກອິດ ​ທິພົນ​ທີ່​ພວມ​ເພີ້ມທະວີ​ຂຶ້ນຂອງ​ຈີນ​ຢູ່​ໃນ​ຂົງ​ເຂດ​ດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG