ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໖ ມັງກອນ ໒໐໒໕

ບອສເນຍ ຈັດພິທີ ລະນຶກເຖິງ ວັນຄົບຮອບ 20 ປີ ໃນການ ສັງຫານໝູ່ ຢູ່ເມືອງ Srebrenica


Srebrenica
please wait
Embed

No media source currently available

0:00 0:01:09 0:00

ຫລາຍໆພັນຄົນ ໄດ້ໄປເຕົ້າໂຮມກັນ ຢູ່ທີ່ເມືອງ Srebrenica ໃນ
Bosnia-Herzegovina ໃນວັນເສົາມື້ນີ້ ເພື່ອເປັນຂີດໝາຍ ລະ
ນຶກເຖິງວັນຄົບຮອບ 20 ປີ ໃນການສັງຫານໝູ່ ທີ່ຮ້າຍແຮງສຸດຢູ່
ໃນຢູໂຣບ ນັບແຕ່ສົງຄາມໂລກຄັ້ງທີ 2 ເປັນຕົ້ນມາ.

ຊາກກະດູກຂອງພວກເຄາະຮ້າຍຈຸໃໝ່ 136 ຄົນທີ່ໄດ້ຮັບການພິ
ສູດແລ້ວຈະຖືກນຳໄປຝັງໄວ້ໃກ້ໆກັບພວກເຄາະຮ້າຍໃນການຂ້າ
ລ້າງເຜົ່າພັນ 6,000 ກວ່າຄົນທີ່ສູນກາງໄວ້ອາໄລ ນອກເມືອງດັ່ງ
ກ່າວພຽງເລັກນ້ອຍ ຊຶ່ງຕັ້ງຢູ່ໃນພາກຕາເວັນ ອອກຂອງ Bosnia ນັ້ນ.

ໃນວັນທີ 11 ກໍລະກົດ ປີ 1995 ທະຫານເຊີເບຍ ໄດ້ບຸກເຂົ້າຍຶດເອົາ ເມືອງ Srebrenica ແລະໄດ້ສັງຫານພວກຜູ້ຊາຍ ແລະເດັກນ້ອຍຜູ້ຊາຍຊາວມຸສລິມ ຢ່າງບໍ່ເລືອກໜ້າ 8,000
ຄົນ. ທະຫານເຊີເບຍໄດ້ນຳເອົາຊາກສົບ ຂອງພວກເຄາະຮ້າຍ ໄປຝັງໄວ້ໃນຂຸມຂະໜາດ ໃຫຍ່ອ້ອມແອ້ມເມືອງ Srebrenica ໃນຄວາມພະຍາຍາມເພື່ອປົກປິດຄວາມຮ້າຍແຮງໃນ
ການກໍ່ອາຊະຍາກຳຂອງພວກ ເຂົາ.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ “ພວກເຮົາບໍ່ສາມາດ ໃຫ້ການ ປອບຂວັນ ທີ່ສາມາດຊ່ອຍບັນເທົາຄວາມເຈັບປວດໂດຍເຕັມຕໍ່ຄອບຄົວຂອງພວກເຄາະ ຮ້າຍໄດ້ ແຕ່ພວກເຮົາຕ້ອງໄດ້ຫຼຽວກັບຄືນໄປເບິ່ງເມືອງ Srebrenica ດ້ວຍສາຍຕາອັນ ຈະແຈ້ງ ລະນຶກເຖິງໂສກນາດຕະກຳດັ່ງກ່າວ ແລະຖອດຖອນບົດຮຽນຈາກເຫດການນີ້.”

ອະດີດປະທານາທິບໍດີສະຫະລັດ ທ່ານ Bill Clinton ແລະແຂກຜູ້ມີກຽດອື່ນໆມີກຳນົດທີ່ ຈະໄປຮ່ວມພິທີໄວ້ອາໄລດັ່ງກ່າວ.

ລັດຖະບານທ່ານ Clinton ເປັນຜູ້ໃຫ້ຄວາມອຸບປະຖຳ ຊ່ອຍໄກ່ເກ່ຍຂໍ້ຕົກລົງສັນຕິພາບ Dayton ທີ່ໄດ້ຍຸດຕິບັນຫາຂັດແຍ້ງທັງໝົດທີ່ເລີ້ມມາແຕ່ປີ 1992 ຫາ 1995 ຊຶ່ງເຮັດໃຫ້ ມີຜູ້ເສຍຊີວິດທັງໝົດປະມານ 100,000 ຄົນນັ້ນ.

Thousands of people are gathering in Srebrenica, Bosnia-Herzegovina Saturday to mark the 20th anniversary of the worst mass killing in Europe since World War Two.

The remains of 136 newly-identified victims will be buried alongside the more than 6,000 genocide victims at a memorial center just outside the eastern Bosnian town.

On July 11, 1995, Bosnian Serb troops overran Srebrenica and went on a killing spree, killing 8,000 Muslim men and boys. Serbs dumped the bodies of their victims in mass graves around Srebrenica in an effort to hide the magnitude of their crime.

"We can offer no solace that fully addresses the pain borne by the victims' families," said U.S. President Barack Obama."But we must look back at Srebrenica with clear eyes, commemorate the tragedy, and learn from it."

Former U.S. President Bill Clinton and other dignitaries are scheduled to attend the commemoration ceremonies.

The Clinton Administration brokered the Dayton Accords that ended the overall conflict, which lasted from 1992 to 1995, costing an estimated 100,000 lives.

XS
SM
MD
LG