ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໘ ຕຸລາ ໒໐໒໔

ຣັດເຊຍ ກ່າວວ່າ ການສົ່ງອາວຸດນິວເຄລຍຂອງ ສະຫະລັດ ໄປປະຈໍາການຢູ່ ຍີ່ປຸ່ນ ຈະເຮັດໃຫ້ສະຖຽນລະພາບຢູ່ໃນພາກພື້ນພັງລົງ


ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ ຊິກາຣຸ ອິຊິບະ ຈັດການຖະແຫຼງຂ່າວໃນວັນທີ 9 ຕຸລາ 2024, ຢູ່ທີ່ເຮຶອນພັກທາງການຂອງນາຍົກ ໃນນະຄອນຫຼວງໂຕກຽວ, ຍີ່ປຸ່ນ, ລຸນຫຼັງຍຸບສະພາຕໍ່າຂອງລັດຖະສະພາ ແລະດໍາເນີນໃຫ້ມີການເລືອກຕັ້ງໄວຂຶ້ນໃນວັນທີ 27 ຕຸລາ ນີ້.
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ ຊິກາຣຸ ອິຊິບະ ຈັດການຖະແຫຼງຂ່າວໃນວັນທີ 9 ຕຸລາ 2024, ຢູ່ທີ່ເຮຶອນພັກທາງການຂອງນາຍົກ ໃນນະຄອນຫຼວງໂຕກຽວ, ຍີ່ປຸ່ນ, ລຸນຫຼັງຍຸບສະພາຕໍ່າຂອງລັດຖະສະພາ ແລະດໍາເນີນໃຫ້ມີການເລືອກຕັ້ງໄວຂຶ້ນໃນວັນທີ 27 ຕຸລາ ນີ້.

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ ທ່ານ​ນາງ ມາເຣຍ ຊາຄາໂຣວາ (Maria Zakharova) ກ່າວ​ໃນ​ວັນ​ພຸດວານ​ນີ້​ວ່າ ການສົ່ງ​ອາວຸດ​ນິວ​ເຄລຍຂອງ​ສະຫະລັດ ​ໄປ​ຍັງ ​ຍີ່​ປຸ່ນ ພາຍໃຕ້​ຂອບ​ເຂດ​ຂອງ “ເນ​ໂຕ ເ​ອເຊຍ” ຈະສົ່ງຜົນ​ເຮັດ​ໃຫ້​ຄວາມ​ໝັ້ນຄົງຢູ່​ໃນ​ພາກ​ພື້ນ​ຫຼົ້ມສະຫຼາຍ.

ນາຍົກລັດຖະມົນຕີຄົນໃໝ່ຂອງຍີ່ປຸ່ນ ທ່ານ ຊິເກຣຸ ອິຊິບະ (Shigeru Ishiba), ໃນວັນເຂົ້າຮັບຕຳແໜ່ງ ທ່ານໄດ້ຍົກເຖິງແຜນການທີ່ຈະປັບປຸງພັນທະ ມິດໃກ້ຊິດທີ່ສຸດຂອງໂຕກຽວ ໂດຍການຜູກມັດ ວໍຊິງຕັນ ໃຫ້ເປັນ “ເນໂຕ ແຫ່ງ ເອເຊຍ” ແລະ ສົ່ງກອງກຳລັງທະຫານ ຍີ່ປຸ່ນ ໄປສູ່ດິນແດນ ສະຫະລັດ.

ທ່ານ ອິຊິບະ ກ່າວ​ວ່າ ພັນທະ​ມິດ​ດ້ານ​ຄວາມ​ໝັ້ນຄົງ​ໃໝ່​ສາມາດ​ແບ່ງປັນ​ການ​ຄວບ​ຄຸມ​ອາວຸດ​ນິວ​ເຄລຍຂອງ ​ວໍ​ຊິງ​ຕັນ ​ເພື່ອ​ຂັດຂວາງ​ບັນດາ​ປະ​ເທດ​ເພື່ອນ​ບ້ານຂອງ ຍີ່ປຸ່ນ ​ທີ່​ປະກອບ​ອາວຸດ​ນິວ​ເຄລຍ.

ທ່ານນາງ ຊາຄາໂຣວາ ກ່າວວ່າ “ແລະນີ້ ຈະນໍາໄປສູ່​ຫຍັງ? ຄໍາຕອບທີ່ຖືກ ຕ້ອງແມ່ນ ການຫຼົ້ມສະຫຼາຍຂອງສະຖຽນລະພາບຕ່າງໆຢູ່ໃນພາກພື້ນ ທີ່ປະສົບກັບຄວາມທຸກທໍລະມານມາຍາວນານ​ມາແລ້ວ.”

ທ່ານນາງກ່າວວ່າ “​ນີ້​ ຈະ​ກາຍມາ​ເປັນ​ສິ່ງຜັກດັນ​ທີ່​ຮ້າຍ​ແຮງທີ່​ເກີດ​ຂຶ້ນຢູ່​ໃນ​ພາກ​ພື້ນ ​ໂດຍ​ບໍ່​ຮູ້​ຈັກ​ຜົນ​ສະ​ທ້ອນ​ທີ່​ຕາມ​ມາ, ຫຼືເວົ້າອີກຢ່າງນຶ່ງກໍຄື ຮູ້ຜົນທີ່ ຈະຕາມມາຢູ່ແລ້ວ ແຕ່​ພວກ​ເຮົາ​ບໍ່​ຕ້ອງ​ການ​ທີ່​ຈະເວົ້າອອກມາ, ໂດຍ​ກ່າວ​ຕື່ມ​ວ່າ ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ ​ຈະ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ຍອມຈໍານົນ​ຂອງ​ ໂຕ​ກຽວ ​ຕໍ່ ​ວໍ​ຊິງ​ຕັນ ແລະຄວາມ​ມຸ່ງ​ໝັ້ນຂອງພວກເຂົາ​ທີ່​ຈະ​ປະຕິບັດ​ນະ​ໂຍບາຍ​ຂອງ ​ອາ​ເມ​ຣິ​ກາ​ ໃນ​ດິນ​ແດນ ​ຍີ່ປຸ່ນ​ ແບບ​ບໍ່​ມີການນຶກ​ຄິດ.

​ຂໍ້​ສະ​ເໜີ​ດັ່ງກ່າວ​ ບໍ່​ແມ່ນ​ສິ່ງ​ທີ່​ ໂຕ​ກຽວ ​ຈະເດີນ​ໜ້າ​ໃນ​ທັນທີ ພາຍຫຼັງ​ ອິນ​ເດຍ​ ແລະ ​ສະຫະລັດ ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ໃນທິດທາງ​ແຕກ​ຕ່າງ​ກັນ. ແຕ່ ທ່ານ ທາເກຊິ ອິວາຢະ (Takeshi Iwaya), ລັດຖະມົນຕີການຕ່າງປະເທດ ຂອງ ຍີ່ປຸ່ນ ກ່າວວ່າ “ມັນເປັນຄວາມຄິດນຶ່ງສໍາລັບອະນາຄົດ.”

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັວກິດ

MOSCOW, Oct 16 (Reuters) - Any deployment of U.S. nuclear weapons to Japan in the framework of an "Asian NATO" would lead to a collapse in regional stability, Russian Foreign Ministry spokeswoman Maria Zakharova said on Wednesday.

Japan's new Prime Minister Shigeru Ishiba, on the eve of taking office, outlined a plan to revamp Tokyo's closest alliance by locking Washington into an "Asian NATO" and stationing Japanese troops on U.S. soil.

The new security alliance, Ishiba said, could even share control of Washington's nuclear weapons as a deterrent against Japan's nuclear-armed neighbours.

"And this will lead to what? The correct answer is - the collapse of any stability in an already long-suffering region," Zakharova said.

"This will become a monstrous catalyst for escalation in the region with unknown consequences, or rather, the consequences are known, but we do not want to voice them," Zakharova said, adding that such a move would demonstrate Tokyo's subservience to Washington and its willingness to blindly implement American policies on Japanese soil.

The proposal is not something Tokyo is moving ahead with immediately after India and the United States expressed different concerns about it. But Takeshi Iwaya, Japan's foreign minister, has said "it's one idea for the future."

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG