ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວ​ກະ​ສິ​ກອນ​ຢູ​ເຄ​ຣນ​ມີຄວາມ​ ອຸກ​ອັ່ງ​ໃຈ​ເພີ້ມ​ຂຶ້ນ ຂະ​ນະ​ທີ່​ລະ​ດູ​ການ ​ເກັບ​ກ່ຽວ ​ກຳ​ລັງ​ຈະເລີ້ມ​ຂຶ້ນແລ້ວ​


ທ່ານ Serhiy ຊາວ​ກະ​ສິ​ກອນ​ຜູ້​ນຶ່ງ ຊີ້​ໃຫ້​ເຫັນ​ເວີງຂຸມໃຫຍ່ຍ້ອນລູກ​ປືນ​ໃຫຍ່​ຂອງ​ຣັ​ດ​ເຊຍ​ຍິງໃສ່​​ທົ່ງ​ນາ​ຂອງ​ລາວ ​ຢູ່​ໃນ​ບ້ານ Ptyche ໃນ​ເຂດດອນ​ບັ​ສ, ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ, ວັນ​ທີ 12 ມິ​ຖຸ​ນາ, 2022
ທ່ານ Serhiy ຊາວ​ກະ​ສິ​ກອນ​ຜູ້​ນຶ່ງ ຊີ້​ໃຫ້​ເຫັນ​ເວີງຂຸມໃຫຍ່ຍ້ອນລູກ​ປືນ​ໃຫຍ່​ຂອງ​ຣັ​ດ​ເຊຍ​ຍິງໃສ່​​ທົ່ງ​ນາ​ຂອງ​ລາວ ​ຢູ່​ໃນ​ບ້ານ Ptyche ໃນ​ເຂດດອນ​ບັ​ສ, ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ, ວັນ​ທີ 12 ມິ​ຖຸ​ນາ, 2022

ສາງຂອງທ່ານໂອ​ເລັ​ສ​ແຊນ​ເດີ ຊູ​ບຸກ (Oleksandr Chubuk) ຄວນຈະເປົ່າ ແປນ ເພື່ອລໍຖ້າຜົນເກັບກ່ຽວໃໝ່ ໂດຍ​ທີ່ການລຳ​ລຽງເຂົ້າເບ​ລ​ລະດູໜາວຂອງ ລາວໄດ້ສົ່ງໄປອອກຕ່າງປະເທດແລ້ວ. ແຕ່​ກົງ​ກັນ​ຂ້າມ, ຖັງເກັບມ້ຽນເຂົ້າ​ເບ​ລ ຂອງລາວ ຢູ່ໃນພາກກາງຂອງຢູເຄຣນ ແມ່ນເຕັມໄປດ້ວຍເມັດພືດ ທີ່ລາວບໍ່ ສາມາດສົ່ງອອກໄດ້ເນື່ອງຈາກສົງຄາມກັບຣັດ​ເຊຍ, ອີງ​ຕາມ​ອົງ​ການ​ຂ່າວ​ເອ​ພີ (AP).

ຮວງສີຂຽວຂອງເຂົ້າເບ​ລ ກຳລັງສຸກເຫລືອງແລ້ວ. ອີກບໍ່ດົນ, ຂອບຟ້າກໍ​ຈະເບິ່ງ​ແລ້ວ ເປັນຄືກັນກັບທຸງຊາດຢູເຄຣນ ໂດຍ​ມີທະເລສີ​ທອງ ຢູ່ໃຕ້ທ້ອງຟ້າສີຄາມ. ທ່ານ​ຊູກ​ບຸກ (Chubuk) ຄາດວ່າຈະເກັບກ່ຽວເຂົ້າ​ເບ​ລ ໄດ້ 500 ໂຕນ, ແຕ່ ເປັນຄັ້ງທໍາອິດໃນ 30 ປີ​ແຫ່ງ​ການເປັນຊາວກະສິກອນຂອງ​ລາວ ທີ່​ລາວບໍ່ແນ່ ໃຈວ່າຈະເຮັດແນວໃດກັບມັນ. ລາວເວົ້າວ່າ "ຄວາມຫວັງແມ່ນສິ່ງດຽວທີ່ຂ້ອຍ ມີໃນຕອນນີ້."

ສົງຄາມໄດ້ເຮັດ​ໃຫ້​ອາ​ຫານ​ປະ​ເພດ​ເມັດປະມານ 22 ລ້ານໂຕນ ຖືກ​ຕິດ​ຄ້າງຢູ່ພາຍໃນຢູເຄ​ຣນ, ອີງຕາມປະທານາທິບໍດີໂວ​ໂລ​ດິ​ເມຍ ເຊ​ເລັນ​ສ໌​ກີ, ຊຶ່ງ​ເປັນວິກິດການທີ່ນັບ​ມື້ເພີ່ມຂຶ້ນ ສໍາລັບປະເທດທີ່ຮູ້​ກັນ​ດີວ່າເປັນ "ກະ​ຕ່າ​ເຂົ້າ​ຈີ່ຂອງຢູ​ໂຣບ" ສໍາລັບ ການສົ່ງອອກເຂົ້າເບ​ລ, ສາລີ ແລະນ້ໍາມັນດອກຕາເວັນ.

ຄວັນ​ພຸ້ງ​ຂຶ້ນ​ຈາກເຂດ​ແນວ​ໜ້າ​ບ່ອນ​ທີ່ມີ​ການ​ສູ້​ລົບ​ກັນ​ດຸ​ເດືອດ​ລະ​ຫວ່າງ​ທະ​ຫານຢູ​ເຄ​ຣນ​ກັບ​ຣັດ​ເຊຍ ຢູ່ທົ່ງ​ກະ​ສິ​ກຳ​ອັນ​ກວ້າງ​ໃຫຍ່ ​ໃນ​ເຂດ Dnipropetrovsk ຂອງ​ຢູ​ເຄ​ຣນ, ວັນ​ທີ 4 ກໍ​ລະ​ກົດ, 2022.
ຄວັນ​ພຸ້ງ​ຂຶ້ນ​ຈາກເຂດ​ແນວ​ໜ້າ​ບ່ອນ​ທີ່ມີ​ການ​ສູ້​ລົບ​ກັນ​ດຸ​ເດືອດ​ລະ​ຫວ່າງ​ທະ​ຫານຢູ​ເຄ​ຣນ​ກັບ​ຣັດ​ເຊຍ ຢູ່ທົ່ງ​ກະ​ສິ​ກຳ​ອັນ​ກວ້າງ​ໃຫຍ່ ​ໃນ​ເຂດ Dnipropetrovsk ຂອງ​ຢູ​ເຄ​ຣນ, ວັນ​ທີ 4 ກໍ​ລະ​ກົດ, 2022.

ກ່ອນການຮຸກຮານຂອງຣັດເຊຍ, ຢູເຄຣນສາມາດສົ່ງອອກອາ​ຫານ​ປະ​ເພດ​ເມັດໄດ້ 6 ລ້ານ ຫາ 7 ລ້ານ ໂຕນ ຕໍ່ເດືອນ, ແຕ່ໃນເດືອນມິຖຸນາຜ່ານ​ມາ ​ປະ​ເທດນີ້ ສົ່ງອອກ ໄດ້ພຽງແຕ່ 2.2 ລ້ານໂຕນ, ອີງຕາມສະມາຄົມອາ​ຫານ​ປະ​ເພດ​ເມັດຂອງຢູເຄຣນ. ໂດຍປົກກະຕິແລ້ວ ມັນສົ່ງປະມານ 30 ເປີ​ເຊັນ ຂອງເມັດພືດຂອງຕົນໄປຍັງ ຢູໂຣບ, 30 ເປີ​ເຊັນ ໄປອາຟຣິກາເຫນືອ ແລະ 40 ເປີ​ເຊັນໄປເຂດເອ​ເຊຍ, ອີງ​ຕາມທ່ານ​ມີ​ໂກ​ລາ ຮໍ​ບາ​ຈອ​ຟ (Mykola Horbachov), ຫົວຫນ້າສະມາຄົມ ນັ້ນກ່າວ.

ໂດຍ​ທີ່​ມີ​ການປິດ​ລ້ອມຂອງ​ຣັດ​ເຊຍ​ຕໍ່ທ່າ​ກຳ​ປັ່ນຕ່າງໆໃນ​ທະ​ເລ​ດຳ​ຂອງ​ຢູ​ເຄ​ຣນ ຊະ​ຕາ​ກຳ​ຂອງ​ຜົນເກັບ​ກ່ຽວ ​ທີ່​ຈະ​ມາ​ເຖິງນີ້​ຢູ່ໃນ​ຢູ​ເຄ​ຣນ​ແມ່ນ​ບໍ່​ແນ່ນອນ. ອົງການອາຫານ ແລະການກະເສດຂອງສະຫະປະຊາຊາດ ຫຼື FAO ກ່າວວ່າ ສົງຄາມກຳລັງເປັນໄພອັນຕະລາຍ ຕໍ່ການສະໜອງສະບຽງອາຫານໃຫ້ແກ່ຫຼາຍ ປະເທດທີ່ກຳລັງພັດທະນາ ແລະອາດຈະເຮັດໃຫ້ປະຊາຊົນຫລາຍເຖິງ 181 ລ້ານຄົນ ມີຄວາມອຶດຫິວຮ້າຍແຮງຂຶ້ນ.

ໃນ​ຂະ​ນະດຽວ​ກັນ​, ຊາວ​ກະ​ສິ​ກອນ​ຈໍາ​ນວນ​ຫຼາຍ​ໃນຢູ​ເຄ​ຣນອາດ​ຈະ​ລົ້ມ​ລະ​ລາຍ. ທ່ານ​ຮໍ​ບາ​ຈອ​ຟ (Horbachov) ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ກຳລັງ​ປະ​ເຊີນ​ກັບ​ສະຖານະ​ການ​ທີ່​ຫຍຸ້ງຍາກ​ທີ່​ສຸດ ​ນັບ​ຕັ້ງແຕ່​ໄດ້​ຮັບ​ເອກະລາດ​ໃນ​ປີ 1991 ເປັນ​ຕົ້ນ​ມາ.

ປະທານາທິບໍດີເທີກີ, ທ່ານ​ຣີ​ເຊບ ຕາ​ຢິບ ເອີ​ດວນ (Recep Tayyip Erdogan) ໄດ້ກ່າວວ່າປະເທດຂອງທ່ານ ກຳລັງເຮັດວຽກກັບອົງ​ການ ສະຫະປະຊາຊາດ, ຢູເຄຣນ, ແລະຣັດເຊຍເພື່ອຊອກຫາວິທີແກ້ໄຂ, ໂດຍ​ໃຫ້ມີ​ເສັ້ນ ທາງທີ່ປອດໄພໃນທະເລດຳ ເພື່ອຂົນສົ່ງເຂົ້າເບ​ລ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG