ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ການຂຶ້ນອັດຕາດອກເບ້ຍ ສະຫະລັດ ຄາດວ່າ ຈະສົ່ງຜົນກະທົບທົ່ວໂລກ


ພໍ່ຄ້າ ທ່ານ ມີຊີ ໂຄວັກສ໌ ປາດຊີ້ນເພື່ອຂາຍຢູ່ຕະຫຼາດໃນນະຄອນຫຼວງ ບູດາເປັສ, ປະເທດ ຮັງກາຣີ. 20 ພະຈິກ, 2021.
ພໍ່ຄ້າ ທ່ານ ມີຊີ ໂຄວັກສ໌ ປາດຊີ້ນເພື່ອຂາຍຢູ່ຕະຫຼາດໃນນະຄອນຫຼວງ ບູດາເປັສ, ປະເທດ ຮັງກາຣີ. 20 ພະຈິກ, 2021.

ສັນຍານຈາກທະນາຄານກາງ ສະຫະລັດ ໃນວັນພຸດວານນີ້ ກ່ຽວກັບ ການຂຶ້ນ ອັດຕາດອກເບ້ຍ ທີ່ໃກ້ຈະເກີດຂຶ້ນນັ້ນແມ່ນຄາດວ່າຈະມີຜົນກະທົບໄກອອກໄປຈາກແຜ່ນດິນຂອງ ອາເມຣິກາ.

ຄະນະກຳມະການຕະຫຼາດເປີດຂອງທະນາຄານກາງໄດ້ປະກາດວ່າ ເຂົາເຈົ້າຈະຮັກສາຂອບເຂດເປົ້າໝາຍສຳລັບອັດຕາດອກເບ້ຍທີ່ສຳຄັນໃຫ້ຢູ່ໃກ້ກັບສູນສຳລັບຕອນນີ້ ແຕ່ໄດ້ເຕືອນວ່າດ້ວຍອັດຕາເງິນເຟີ້ທີ່ສູງກວ່າ 2 ເປີເຊັນ ແລະ ຕະຫຼາດແຮງງານທີ່ເຂັ້ມແຂງນັ້ນ, ເຂົາເຈົ້າຄາດວ່າ “ໃນໄວໆນີ້ມັນຈະມີຄວາມເໝາະສົມທີ່ຈະ​ຂຶ້ນເປົ້າໝາຍສຳລັບອັດຕາເງິນທຶນລັດຖະບານກາງ.”

ອັດຕາເງິນທຶນລັດຖະບານກາງແມ່ນອັດຕາດອກເບ້ຍທີ່ທະນາຄານການຄ້າປັບຕໍ່ກັນ ແລະ ກັນ ສຳລັບການກູ້ຢືມເງິນຂ້າມຄືນໃນຄັງສຳຮອງຂອງເຂົາເຈົ້າ.

ປະທານທະນາຄານກາງ ທ່ານ ເຈີໂຣມ ພາວ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນພຸດວານນີ້ວ່າ “ຄະ ນະກຳມະການແມ່ນມີຄວາມເປັນໄປໄດ້ວ່າຈະຂຶ້ນອັດຕາດອກເບ້ຍຢູ່ກອງປະຊຸມໃນເດືອນມີນາ. ພວກເຮົາໄດ້ຈັບຕາເບິ່ງຄວາມສ່ຽງຕ່າງໆຢູ່ທົ່ວໂລກ, ແຕ່ເສດຖະກິດຄວນຈະສືບຕໍ່ໃນສະພາບເກົ່າ.”

ໃນຂະນະທີ່ຄັງເງິນໂດລາແມ່ນຄັງສະກຸນເງິນສາກົນຕົ້ນຕໍນັ້ນ, ການຂຶ້ນອັດຕາດອກເບ້ຍ ສະຫະ ລັດ ຈະກົດດັນທະນາຄານກາງຂອງປະເທດອື່ນໃຫ້ຂຶ້ນອັດຕາດອກເບ້ຍຂອງເຂົາເຈົ້າເຊັ່ນກັນສຳລັບຜູ້ທີ່ຢາກຢືມເງິນ.

ທ່ານ ເຈີຣາດ ດີປິບໂປ (Gerard Dipippo), ນັກວິໄຈອາວຸໂສຈາກໂຄງການເສດຖະກິດຢູ່ສູນກາງເພື່ອແຜນຍຸດທະສາດ ແລະ ການສຶກສາສາກົນກ່າວວ່າ “ທົ່ວໂລກຈະມີໜີ້ສິນເງິນໂດລາຢ່າງຫຼວງ ຫຼາຍ, ແລະ ແມ່ນກະທັ້ງທີ່ໜີ້ສິນຂອງເຂົາເຈົ້າເປັນສະກຸນເງິນໃນທ້ອງຖິ່ນ, ທະນາຄານກາງຂອງເຂົາເຈົ້າມັກຈະຂຶ້ນອັດຕາດອກເບ້ຍເພື່ອຊົດເຊີຍການຂຶ້ນອັດຕາດອກເບ້ຍຂອງ ສະຫະລັດ ເພື່ອພະຍາຍາມຮັກສາຄວາມໝັ້ນຄົງຂອງສະກຸນເງິນບາງຊະນິດ.”

ທ່ານນາງ ຊາຣາ ແອນເດີສັນ (Sarah Anderson) ຜູ້ອຳນວຍການໂຄງການເສດຖະກິດໂລກ ຢູ່ສະຖາບັນການສຶກສານະໂຍບາຍກ່າວວ່າ “ການຂຶ້ນອັດຕາດອກເບ້ຍ ແມ່ນໄດ້ເພັ່ງເລັງໃສ່ການຍັບຢັ້ງຄວາມຮຽກຮ້ອງຕ້ອງການຂອງຜູ້ບໍລິໂພດ ເພື່ອແກ້ໄຂເງິນທີ່ວ່ານີ້ຈາກການກະຈາຍໄປທົ່ວໃນເສດຖະກິດຂອງພວກເຮົາ, ແລະ ນັ້ນຈະມີຜົນກະທົບຕໍ່ບັນດາຜູ້ບໍລິໂພກຢູ່ທີ່ນີ້, ພ້ອມກັບຜູ້ຜະລິດສິນຄ້າ ແລະ ປະເທດອື່ນໆທີ່ອາໄສຕະຫຼາດ ສະຫະລັດ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG