ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດານັກວິທະຍາສາດ ເຕືອນວ່າ ຄວາມຫາຍຍະນະ ຂອງ ຢາຕ້ານເຊື້ອ ແມ່ນໃກ້ເຂົ້າມາແລ້ວ


Antibiotic Apocalypse’ A Step Closer
please wait

No media source currently available

0:00 0:02:42 0:00

ເຊີນຊົມວີດີໂອ ລາຍງານນີ້

ບັນດານັກວິທະຍາສາດພວມເຕືອນເຖິງອັນທີ່ເອີ້ນວ່າ ຄວາມ
ຫາຍຍະນະ ຂອງຢາຕ້ານເຊື້ອ ແມ່ນໃກ້ເຂົ້າມາ ອີກບາດກ້າວ
ໜຶ່ງ ຫຼັງຈາກທີ່ໄດ້ກວດພົບວ່າ ມີເຊື້ອພະຍາດຢູ່ໃນປະເທດຈີນ
ທີ່ໄດ້ຕ້ານທານຕໍ່ຢາຕ້ານເຊື້ອ ທຸກຊະນິດທີ່ມີຢູ່​ໃນ​ປັດຈຸບັນ​ນີ້.
ບົດລາຍງານທີ່ພິມ​ເຜີຍ​ແຜ່ ​ໂດຍວາລະສານການແພດ The
Lancet ໄດ້ກະຕຸ້ນໃຫ້ບັນດາເຈົ້າໜ້າທີ່ຂອງຈີນ ພິຈາລະນາ
ຫ້າມການນຳໃຊ້ ຢາຕ້ານເຊື້ອບາງສ່ວນ ກັບສັດຕ່າງໆ. ຜູ້ສື່
ຂ່າວຂອງວີໂອເອ Henry Ridgwell ມີລາຍງານ ກ່ຽວກັບ
ເລື້ອງນີ້ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.


ນັບຕັ້ງແຕ່ການຄົ້ນພົບ ຢາ Penicillin ໃນປີ 1928 ເປັນຕົ້ນມາ ຢາຕ້ານເຊື້ອ ໄດ້ກາຍມາ
ເປັນອາວຸດຫລັກ ໃນການຕໍ່ຕ້ານ ການຕິດແປດຂອງພວກພະຍາດຕ່າງໆ.

ແຕ່ຢູ່ໃນປະເທດຈີນ ບັນດານັກວິທະຍາສາດ ດຽວນີ້ ໄດ້ພົບເຫັນເຊື້ອພະຍາດ ໃນພວກໝູ
ທີ່ຕ້ານທານໄດ້ ແມ່ນກະທັງຢາຕ້ານເຊື້ອ ທີ່ມີປະ ສິດທິພາບສູງສຸດ ທີ່ຮູ້ຈັກກັນຄືຢາ colistin ນັ້ນ.

ສິບຫ້າເປີເຊັນ ຂອງການກວດສອບ ຕົວຢ່າງຂອງຊີ້ນດິບ ແລະ ຕົວຢ່າງຂອງພວກຄົນປ່ວຍ
16 ຄົນ ຍັງພົບເຫັນວ່າ ໄດ້ຕິດແປດ​ເຊື້ອພະຍາດນີ້.

ນາຍແພດ ປີເຕີ ບາຣໂລ ຈາກ ມະຫາວິທະຍາໄລ Edinburgh Napier ຜູ້ທີ່ໄດ້ທຳງານຢູ່ທີ່
ສູນຄວບຄຸມ ແລະ ປ້ອງກັນພະຍາດ ສະຫະລັດ ຫຼື CDC ໄດ້ໂອ້ລົມກັບວີໂອເອ ຜ່ານທາງ Skype.

ນາຍແພດ ບາຣໂລ ເວົ້າວ່າ “ຄວາມຈິງແລ້ວ ການນຳໃຊ້ຢາຕ້ານເຊື້ອ ໃນສັດລ້ຽງນັ້ນ
ແມ່ນໄດ້ສົ່ງເສີມໃຫ້ເກີດສະພາບນີ້. ແລະ ຍ້ອນພວກຢາຕ້ານເຊື້ອ ແມ່ນໄດ້ຖືກນຳໃຊ້
ໃນສັດລ້ຽງ ແລະ ມະນຸດທັງຫຼາຍ ຢ່າງກວ້າງຂວາງນັ້ນ ມັນໄດ້ເຮັດໃຫ້ພວກເຮົາ ຢູ່ໃນ
ຂັ້ນຕອນບ່ອນທີ່ພວກເຮົາ ກຳລັງປະເຊີນໜ້າ ກ່ຽວກັບບັນຫາການຕ້ານທານ ຕໍ່ຢາ
ຕ້ານເຊື້ອ ໃນຫຼາຍໆປະເພດ ທີ່ແຕກຕ່າງກັນ ຂອງເຊື້ອພະຍາດ.”

ບັນດານັກວິທະຍາສາດ ເອີ້ນສະພາບການນີ້ ວ່າ ຄວາມຫາຍຍະນະ ຂອງຢາຕ້ານເຊື້ອ ໃນເວລາພະຍາດ ສາມາດຕ້ານທານໄດ້ ຕໍ່ການປິ່ນປົວ ໂດຍສິ້ນເຊີງ. ກຳມະວິທີຂອງ ການປ່ຽນແປງດ້ານພັນທຸກຳ ທີ່ກໍ່ໃຫ້ເກີດບັນຫານີ້ ໄດ້ຖືກເອີ້ນວ່າ MCR-1. ການປ່ຽນ
ແປງນັ້ນ ເອື້ອອຳນວຍໃຫ້ພະຍາດ ຕ້ານທານໄດ້ ຕໍ່ຢາຕ້ານເຊື້ອຕ່າງໆ ແຕ່ມັນຍັງແຜ່
ລະບາດໄປຍັງພວກພະຍາດ ທີ່​ເປັນອັນຕະລາຍທຸກຊະນິດ ໄດ້ຢ່າງງ່າຍດາຍ.

ນາຍແພດ ບາຣໂລ ເວົ້າອີກວ່າ “ຄວາມເປັນຫ່ວງອັນ​ໃຫຍ່​ຫຼວງກໍແມ່ນວ່າ ການຕ້ານ
ທານ ຕໍ່ຢາຕ້ານເຊື້ອນີ້ ຄວາມຈິງແລ້ວ ສາມາດຕິດຕໍ່ກັນ ຫຼື​ແຜ່ຜາຍລະຫວ່າງ ພວກ
ພະຍາດ ທີ່ມີສາຍພັນທີ່ແຕກຕ່າງກັນ ຊຶ່ງໝາຍຄວາມວ່າ ມີພວກພະຍາດຫຼາຍຂຶ້ນ
ຕື່ມອີກ ທີ່ອາດສາມາດຕ້ານທານ ຕໍ່ຢາຕ້ານເຊື້ອ ຊະນິດດຽວກັນ.”

ອົງການອະນາໄມໂລກ ໃນສັບປະດາຜ່ານມາ ໄດ້ເຂົ້າຮ່ວມກັບອົງການຕ່າງໆ ປະກາດ
ເຕືອນກ່ຽວ​ກັບ​ເລື້ອງນີ້.

ທ່ານນາງ Margaret Chan ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ ເວົ້າວ່າ
“ໂລກກຳລັງມຸ້ງໜ້າ ເຂົ້າສູ່ ຍຸກສະໄໝ ລຸນຫລັງຢາຕ້ານເຊື້ອ ຊຶ່ງການຕິດພະຍາດ
ທຳມະດາທົ່ວໄປ ຈະເອົາຊີວິດຄົນໄດ້ ອີກຄັ້ງໜຶ່ງ. ຖ້າຫາກແນວໂນ້ມ ໃນປັດຈຸບັນນີ້
ຍັງດຳ​ເນີນຕໍ່ໄປຢູ່ ການແຊກແຊງ ທີ່ຊະລັບຊັບຊ້ອນ ເຊັ່ນ ການຜ່າຕັດປ່ຽນອະໄວ
ຍະວະ ການປ່ຽນຂໍ້ຕໍ່ກະດູກ ການປິ່ນປົວມະເຮັງດ້ວຍສານເຄມີ ແລະ ການຮັກສາ
ດູແລພວກທາລົກ ທີ່ເກີດກ່ອນກຳນົດ ເປັນຕົ້ນ ຈະກາຍ ເປັນເລື້ອງທີ່ຫຍຸ້ງຍາກຫຼາຍ
ຂຶ້ນ ຫຼື ເປັນວຽກງານທີ່​ເປັນອັນຕະລາຍຈົນເກີນໄປ ທີ່ຈະລົງມືເຮັດໄດ້.”

ນາຍແພດ ບາຣໂລ ກ່າວຕື່ມວ່າ ຕ້ອງປະຕິການຢ່າງຮີບດ່ວນ ເພື່ອທີ່ຈະຫລີກລ້ຽງໄພ
ພິບັດດັ່ງກ່າວນັ້ນ.

ນາຍແພດ ບຣາໂລ ເວົ້າວ່າ “ພວກເຮົາຕ້ອງມີຍຸດທະສາດໂລກ ທີ່ມີປະສິດທິພາບ ຢ່າງ
ຈິງຈັງ ເພື່ອຮັບມືກັບການນຳໃຊ້ຢາຕ້ານເຊື້ອ ກັບທັງມວນມະນຸດ ແລະ ພວກສັດລ້ຽງ.
ແລະຂ້າພະເຈົ້າຄິດວ່າ ພວກເຮົາຕ້ອງເພີ້ມການລົງທຶນ ແລະ ສະໜັບສະໜູນ ໃນການ
ຄົ້ນຄວ້າຫາຢາຕ້ານເຊື້ອໃໝ່ໆ.”

ລັດຖະບານຂອງຈີນ ແມ່ນກຳລັງພິຈາລະນາ ຫ້າມການນຳໃຊ້ຢາ colistin ໃນສັດລ້ຽງ.
ບັນດານັກວິທະຍາສາດ ກ່າວວ່າ ຍັງມີຫຼັກຖານຂອງສາຍພັນເຊື້ອພະຍາດ ທີ່ຕ້ານທານຢາ
ຢູ່ໃນລາວ ແລະ ມາເລເຊຍ.

XS
SM
MD
LG