ວີທີເກົ່າແກ່ດັ້ງເດີມ ໃຊ້ແທນ ຢາປະຕິຊີວະນະ ທີ່ໄດ້ປະດິດຂຶ້ນໃນຊຸ່ມປີ 1940 ແມ່ນໄດ້ ຖືກເບິ່ງເຫັນໄປໃນຮູບໃໝ່ ໃນການຕໍ່ສູ້ກັບເຊື້ອໂຣກທີ່ດື້ຢາປະຕິຊີວະນະ. Phages ແມ່ນຕົວເຊື້ອໄວຣັຊ ທີ່ໂຈມຕີແບັກເທຍເຣຍ ແຕ່ຈະປະແຊລ໌ ທຳມະດາໄວ້ໃຫ້ຢູ່ຕາມລຳພັງ. ສ່ວນໃຫຽ່ແລ້ວ ວິທີການບຳບັດແບບນີ້ ຈະຖືກປ່ອຍປະໄປເລີຍ ໃນຊ່ວງທີ່ ມີຢາປະຕິຊີວະນະໃຊ້ ແຕ່ກໍຈະກາຍມາເປັນອາວຸດອັນ ທີ່ມີຄຸນປະໂຫຍດ ໃນຊ່ວງນີ້ ເວລາເກີດມີພວກແມງໄມ້ທີ່ດື້ຕໍ່ຢາ. Kevin Enochs ນັກຂ່າວ VOA ມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງວັນນະສອນ ຈະນຳເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
ທ່ານ Mac Guillonneau ມີອາການປ່ວຍ ທີ່ເອີ້ນວ່າ Netheron Syndrome ຊຶ່ງເປັນ ອາການທີ່ເຮັດໃຫ້ລາວເປັນໂຣກຜີວໜັງໄດ້ຢ່າງງ່າຍດາຍ ຊຶ່ງໂຣກຜິວໜັງ ຊະນິດນຶ່ງກໍ ແມ່ນອັນທີ່ອາດຈະພາໃຫ້ລາວຕາຍ.
ຍານາງ Claire Guillonneau ຊຶ່ງກ່າວເປັນພາສາຝຣັ່ງວ່າ “ພວກເຂົາເຈົ້າໄດ້ ບອກພວກ ເຮົາເມື່ອ 6 ເດືອນກ່ອນວ່າ Staphylococcus ໄດ້ເຂົ້າໄປໃນລະບົບ ເສັ້ນເລືອດສອງ ເທື່ອ. ພວກເຮົາຮູ້ວ່າ ຈັ່ງໃດພວກເຮົາ ກໍຈະສູນເສຍ ລາວໄປ ແລະ ວ່າໃນການ ຮັກ ສາລາວ ພວກເຮົາຈະຕ້ອງໄດ້ມາປະເທດ Goergia.”
ໃນທີ່ສຸດ ລາວ ກໍມາສະຖາບັນ Eliava ເພື່ອ ການບຳບັດ Phage ຊຶ່ງເປັນການບຳບັດ ທາງເລືອກ ທີ່ເປັນທີ່ນິຍົມເພີ່ມຈາກຢາປະຕິຊີວະນະແບບໂບຮານ ຊຶ່ງສຸກສາລາ ໄດ້ສ້າງ ຂຶ້ນ ໃນນະຄອນຫຼວງ Tbilisi ຂອງປະເທດ Goergia ໃນປີ 1923 ໂດຍນັກວິທະຍາສາດ George Eliava.
Phage ແມ່ນຢາສະເພາະຫຼາຍກວ່າ ຢາປະຕິຊີວະນະ ຊຶ່ງມັນມີທັງຜົນດີແລະບໍ່ດີພ້ອມກັນ.
ຢາປະຕິຊີວະນະ ກໍຄືຢາ penicillin ທີ່ຂ້າທຸກສິ່ງທຸກຢ່າງ ທີ່ຂັດຂວາງມັນ. ໃນດ້ານກົງກັນ
ຂ້າມ Phage ແມ່ນຈະໂຈມຕີ ແບັກເທຍເຣຍສະເພາະແລະປ່ອຍແຊລ໌ທີ່ດີໄວ້ຕາມລຳພັງ, ແຕ່ວ່າ Phage ພິເສດຈະຕ້ອງໄດ້ເຮັດຂຶ້ນມາສະເພາະແບັກເທຍເຣຍແນວໃດແນວນຶ່ງ. ທ່ານນາງ Naomi Hoyle, ຈາກ ສະຖາບັນ Eliava Institute of Bacterialphages ກ່າວວ່າ “ໃນກໍລະນີນີ້ ຜູ້ປ່ວຍ ແມ່ນບໍ່ມີທາງເລືອກເລີຍ, ແຕ່ວ່າ ພວກເຮົາ ມີທາງເລືອກ
ທີ່ຈະທົດລອງແບບສະເພາະເຈາະຈົງ ແບັກເທຍເຣຍ Phage ທີ່ຕໍ່ຕ້ານກັບ ແບັກເທຍເຣຍ ແລະໃຫ້ການປິ່ນປົວ Phage ນີ້.”
ການບຳບັດທີ່ວ່ານີ້ ເບິ່ງຄືວ່າມັນຈະໄດ້ຜົນ ສຳລັບທ່ານ Mac Guillonneau.
ຍານາງ Guillonneau ກ່າວຕື່ມອີກວ່າ “ພວກເຮົາດີໃຈຫຼາຍ ໃນຂະນະທີ່ອາການຕ່າງໆ ຫາຍໄປ. ໜັງຂອງລາວກາຍເປັນສີແດງແຈ້ງ ແລະເບິ່ງສະບາຍຕາ. ປະຈຸບັນນີ້ ກັບກາຍ
ມາເປັນສີບົວອ່ອນໆ ແລະເກືອບວ່າເປັນສີຂາວ. ທ່ານ Marc ສາມາດຢຽດຂາອອກໄດ້ ຊຶ່ງເມື່ອກ່ອນນັ້ນ ລາວມີແຕ່ຂົດຂາໄວ້ ລາວເໜັງບໍ່ໄດ້ ກິນກໍບໍ່ໄດ້. ແຕ່ດຽວນີ້ ລາວເປັນ
ເປັນປົກກະຕິແລ້ວ.”
ໃນໂລກຕາເວັນຕົກ ນັ້ນດຽວນີ້ ແມ່ນໄດ້ຮູ້ຕົວແລ້ວ. ການທົດລອງວິທະຍາສາດທັງຫຼາຍ ເລີ້ມຕົ້ນໃນຢູໂຣບ ໃນປີກາຍນີ້. ສະຖາບັນອານາໄມແຫ່ງຊາດຂອງສະຫະລັດ ໄດ້ຈັດສັນ ກອງທຶນຈຳນວນນຶ່ງ ເພື່ອການວິໄຈ ຄົ້ນຄວ້າເຖິງກຳມະວິທີ ໃນຂະນະທີ່ຄວາມ ເປັນຫ່ວງ ເປັນໃຍ ມີຫຼາຍ ກ່ຽວກັບແບັກເທຍເຣຍ ທີ່ດື້ຢານີ້.