ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຝຣັ່ງ ຈະ​ອັດ​​ສະຖານທີ່ ທາງການທູດຂອງຕົນ ​ ຢູ່​ໃນ 20 ປະ​ເທດ​ ໃນວັນສຸກຈະມານີ້ (ສະໄລດ໌ກັບວີດີໂອ)


ລົດຕໍາຫຼວດຝຣັ່ງຈອດຢູ່ໜ້າ ສໍານັກງານໜັງສືພິມສຽດສີ Charlie Hebdo
ລົດຕໍາຫຼວດຝຣັ່ງຈອດຢູ່ໜ້າ ສໍານັກງານໜັງສືພິມສຽດສີ Charlie Hebdo
ປະ​ເທດ​ຝຣັ່ງມີ​ແຜ​ນການຈະ​ອັດ​ບັນດາ​ສະຖານທູດ ສະຖານກົງສູນ ສູນວັດທະນະ​ທໍາ ​ແລະ​ໂຮງຮຽນ​ຂອງ​ຕົນ​ ຢູ່​ໃນ 20 ປະ​ເທດ​ໃນ​ວັນ​ສຸກ​ຈະ​ມາ​ນີ້ ​ເພື່ອ​ເປັນ​ມາດ​ຕະການ​ປ້ອງ​ກັນ​ລ່ວງ​ໜ້າ ຫລັງ​ຈາກ​ທີ່ວາລະສານ​ ສຽດ​ສີສະ​ບັບນຶ່ງຂອງຝຣັ່ງ​ໄດ້ພິມຮູບ​ກາ​ຕູນກ່ຽວ​ກັບພະ​ສາ​ສະ​ດາ​ມູຮໍາ​ມັດ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝຣັ່ງກ່າວ​ວ່າ ກໍາລັງ​ມີ​ການ​ເພີ່ມ​ທະວີການ​ຮັກສາ​ຄວາມ​ປອດ​ໄພ​ຂຶ້ນ ຢູ່​ສະຖານ​ທີ່​ທາງ​ການ​ທູດ​ຕ່າງໆ​ຂອງຝຣັ່ງ ​ໃນ​ຂະນະ​ທີ່​ບັນດາຜູ້​ນໍາລັດຖະບານ​ແລະ​ສາສະໜາຮຽກຮ້ອງ​ໃຫ້​ຍັບຍັ້ງຊັ່ງ​ໃຈ.

ວະລະ​ສານ​ລາຍ​ສັບປະດາ Charlie Hebdo ຂອງຝຣັ່ງ​ໄດ້​ເອົາຮູບ​ກາ​ຕູນ​ກ່ຽວ​ກັບພະ​ສາ​ສະ​ດາ​ມູຮໍາ​ມັດ ລົງ​ພິມ​ຫລາຍ​ຮູບ​ໃນ​ວັນ​ພຸດ​ມື້​ນີ້ ​ໂຮມ​ທັງ​ຮູບ​ປະ​ໂປ້​ຫລາຍ​ຮູບ. ​ໃນ​ປີ​ກາຍ​ນີ້ ຫ້ອງການ​ຂອງ​ວາລະສານ​ດັ່ງກ່າວ​ໄດ້ ຖືກຈູດ​ເຜົາ​ດ້ວຍ​ລະ​ເບີດ​ໄຟ ຈາກ​ພວກ​ປະ​ທ້ວງ ຫລັງ​ຈາກ​ທີ່​ໄດ້​ເອົາ​ຮູບ​ເຍາະ​ເຍີ້​ຍພະມູຮໍາ​ມັດ ລົງ​ພິມ.

​ໃນ​ວັນ​ພຸດ​ມື້​ນີ້​ເຊ່ນ​ກັນ ນາຍົກລັດຖະມົນຕີຝຣັ່ງ ທ່ານ Jean-Marc Ayrault ກ່າວ​ວ່າ ທາງ​ການຈະ​ປະຕິ​ເສດ ບໍ່​ອະນຸມັດ ຄໍາ​ຮ້ອງ​ຂໍອະນຸຍາດ ​ເດີນ​ຂະ​ບວນໃນ​ມື້​ວັນ​ເສົາ ​ເພື່ອ​ປະ​ທ້ວງຮູບ​ເງົາຕໍ່ຕ້ານສາສະໜາ​ອິສລາມ ທີ່​ສ້າງ​ຢູ່​ສະຫະລັດນັ້ນ.


ໃນ​ຂະນະ​ດຽວ​ກັນ ທ່ານ​ນາງ ຮິ​ລ​ແລຣີ ຄລິນ​ຕັນ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ ສະຫະລັດກໍາລັງ ເອົາ​ບາດກ້າວ​ອັນ​ໜັກ​ແໜ້ນ​ເພື່ອ​ພິທັກ​ປົກ​ປ້ອງ​ບັນດາ​ນັກ​ການ​ທູດ​ຂອງຕົນ ​ໃນ​ຂະນະ​ທີ່​ການ​ປະ​ທ້ວງ ຮູບ​ເງົາ​ດັ່ງກ່າວ ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ.

ການ​ປະ​ທ້ວງໄ​ດ້ຍັງຜົນ​ໃຫ້​ສະຖານ​ກົງສຸນ​ສະຫະລັດ​ ທີ່​ເມືອງ Medan ​ປະ​ເທດອິນ​ໂດ​ເນ​ເຊຍ ຕ້ອງ​ປິດ​ລົງ​ຊົ່ວຄາວໃນ​ວັນ​ພຸດ​ມື້​ນີ້ ຫຼັງຈາກ​ໄດ້​ມີການ​ເຄື່ອນ​ໄຫວ​ທໍານອງ​ດຽວ​ກັນ ຢູ່​ສະຖານທູດ​ສະຫະລັດ​ທີ່​ບາງກອກ​ປະ​ເທດ​ໄທ ​ໃນ​ວັນ​ອັງຄານ​ວານ​ນີ້. ນອກ​ນີ້​ແລ້ວ ກໍ​ມີການ​ປະ​ທ້ວງເກີດ​ຂຶ້ນໃນ​ວັນ​ພຸດ​ມື້​ນີ້ ທີ່ນະຄອນຫລວງ Islamabad ຂອງ​ປາ​ກິ​ສຖານ ​ແລະ​ໃນ​ເມືອງ Jalalabad ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ອັຟກາ​ນີສຖານ.

ເບິ່ງວີດີໂອ ການຖະແຫລງຂອງທ່ານນາງຄລິນຕັນ ແລະການປະທ້ວງ:

ກ່ຽວຂ້ອງກັນ

XS
SM
MD
LG