ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະທ້ວງ ຕໍ່ຕ້ານ ລັດຖະບານ ໄດ້ກາຍມາເປັນ ຄວາມຮຸນ ແຮງ ໃນປະເທດ ໂຄໂຊໂວ


ຜູ້ປະທ້ວງຄົນໜຶ່ງແກວ່ງກ້ອນຫີນໃສ່ຕຳຫຼວດ ໃນລະຫວ່າງການປະທະກັນກັບຕຳຫຼວດໃນນະຄອນຫຼວງ Pristina, ປະເທດ ໂຄໂຊໂວ. 9 ມັງກອນ, 2016.
ຜູ້ປະທ້ວງຄົນໜຶ່ງແກວ່ງກ້ອນຫີນໃສ່ຕຳຫຼວດ ໃນລະຫວ່າງການປະທະກັນກັບຕຳຫຼວດໃນນະຄອນຫຼວງ Pristina, ປະເທດ ໂຄໂຊໂວ. 9 ມັງກອນ, 2016.

ວິກິດການທາງດ້ານການເມືອງທີ່ຮ້າຍແຮງທີ່ສຸດຂອງປະເທດ ໂຄໂຊໂວ ຕັ້ງແຕ່ ໄດ້ປະກາດເອກະລາດໃນປີ 2008 ເປັນຕົ້ນມາ ໄດ້ສືບຕໍ່ຮຸນແຮງຂຶ້ນ, ພວກປະ ທ້ວງຝ່າຍຄ້ານຫຼາຍພັນຄົນໄດ້ພາ ກັນອອກມາໃນກາງຖະໜົນຂອງນະຄອນຫຼວງ Pristina ໃນວັນ ເສົາວານນີ້ເພື່ອປະນາມເຈົ້າໜ້າທີ່ຫຼາຍຄົນຂອງປະເທດ ທີ່ໄດ້ ຖືກເລືອກຕັ້ງ ແລະ ເອົາໄຟຈູດສຳນັກງານໃຫຍ່ຂອງລັດຖະບານ.

ຝູງຄົນເຊິ່ງໄດ້ຮ້ອງຄຳວ່າ “ລັດຖະບານຈົ່ງລົງຈາກອຳນາດ” ແມ່ນ ບໍ່ພໍໃຈຕໍ່ຂໍ້ ຕົກລົງກັບປະເທດ ເຊີເບຍ ທີ່ນຳໜ້າໂດຍສະຫະພາບ ຢູໂຣບ ເຊິ່ງອະນຸຍາດໃຫ້ ເທດສະບານທີ່ມີຊາວ ເຊີເບຍ ອາໄສຢູ່ ໃນລັດທີ່ມີຊົນເຜົ່າ ອາລບາເນຍ ໂດຍ ສ່ວນໃຫຍ່ສາມາດສ້າງຕັ້ງ ສະມາຄົມຂຶ້ນ ແລະ ມີການປົກຄອງຕົນເອງຫຼາຍຂຶ້ນ.

ຜູ້ປະທ້ວງຕໍ່ຕ້ານລັດຖະບານປະມານ 8,000 ຄົນ ເຂົ້າຮ່ວມໃນການປະທ້ວງໃນເມືອງ Pristina, ປະເທດ ໂຄໂຊໂວ. ວັນທີ 9 ມັງກອນ 2016.
ຜູ້ປະທ້ວງຕໍ່ຕ້ານລັດຖະບານປະມານ 8,000 ຄົນ ເຂົ້າຮ່ວມໃນການປະທ້ວງໃນເມືອງ Pristina, ປະເທດ ໂຄໂຊໂວ. ວັນທີ 9 ມັງກອນ 2016.

ນອກນັ້ນແລ້ວ ພວກເຂົາເຈົ້າຍັງມີຈຸດປະສົງຢາກແຍກຂໍ້ຕົກລົງການແບ່ງເຂດແດນກັບປະ ເທດ ມົງເຕເນໂກຣ ທີ່ໄດ້ໂອນກຳມະສິດສ່ວນແບ່ງນ້ອຍໆຂອງ ໂຄໂຊໂວ ໃຫ້ກັບປະເທດໃນ ແຫຼມ ບານກັງ ທີ່ຢູ່ໃກ້ຄຽງຂອງພວກເຂົາເຈົ້ານັ້ນ.

ທ້າວ Genc ເປັນນັກຮຽນອາຍຸ 21 ປີຜູ້ທີ່ໄດ້ເຂົ້າຮ່ວມໃນການປະທ້ວງຂອງວັນ ເສົາວານນີ້ ກ່າວວ່າ “ພວກເຂົາກຳລັງເອົາປະເທດຂອງພວກເຮົາໄປ. ປະຊາຊົນ ຢູ່ນີ້ແມ່ນເບື່ອໜ່າຍ ຫຼາຍ.”

ຕຳຫຼວດເລີ່ມໃຊ້ແກ໊ສນ້ຳຕາ ໃສ່ພວກປະທ້ວງໃກ້ກັບອະນຸສາວະລີ Skanderberg ໃນນະຄອນຫຼວງ Pristina. 9 ມັງກອນ 2016.
ຕຳຫຼວດເລີ່ມໃຊ້ແກ໊ສນ້ຳຕາ ໃສ່ພວກປະທ້ວງໃກ້ກັບອະນຸສາວະລີ Skanderberg ໃນນະຄອນຫຼວງ Pristina. 9 ມັງກອນ 2016.

ການກ່າວຢູ່ເທິງເວທີໃນຈະຕຸລັດໃຫຍ່ ຕິດກັບຕຶກສະພາແຫ່ງຊາດ, ພວກຜູ້ນຳ ຝ່າຍຄ້ານໄດ້ ກ່າວປະນາມຂໍ້ຕົກ ເຊີເບຍ ແລະ ມົງເຕເນໂກຣ ວ່າເປັນການລະເມີດ ອຳນາດອະທິປະໄຕ ຂອງ ໂຄໂຊໂວ ທີ່ຂັດຕໍ່ລັດຖະທຳມະນູນ ແລະ ໄດ້ຮຽກ ຮ້ອງໃຫ້ມີການເລືອກຕັ້ງໃໝ່.

ກ່ອນການສະຫຼຸບຄຳປາໄສ, ຜູ້ປະທ້ວງບາງຄົນໄດ້ເລີ່ມແກວ່ງກ້ອນຫີນ, ແກ້ວ ແລະ ລະເບີດ ຂວດແກ້ວໃສ່ຕຳຫຼວດທີ່ປະຈຳການຢູ່ນອກຫ້ອງການລັດຖະບານ ຕ່າງໆ. ການປະທະກັນໄດ້ ມີຄວາມເຄັ່ງຕຶງຂຶ້ນໃນທັນທີຫຼັງຈາກການກ່າວຄຳ ປາໄສໄດ້ຈົບລົງ, ເຊິ່ງນຳໄປສູ່ການເກີດໄຟ ໄໝ້ທີ່ອາຄານໃຫຍ່ຂອງລັດຖະບານ.

ພັນຕີ Baki Kelani ຕຳຫຼວດແຫ່ງ ໂຄໂຊໂວ ກ່າວຕໍ່ວີໂອເອວ່າ “ພວກເຮົາໄດ້ລໍຖ້າມາ ເລື້ອຍໆ, ແຕ່ວ່າເມື່ອພວກເຂົາໄດ້ຈູດເຜົາຕຶກອາຄານ ພວກເຮົາກໍຕ້ອງ ໄດ້ປະຕິບັດໜ້າທີ່.”

Kosovo Unrest
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG