ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການ​ໃຊ້ ຫລາຍວິ​ທີ ເພື່ອ​ສະ​ແຫວງ​ຫາ​ ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ ຢູ່​ໃນ​ວົງ​ການ​ ລັດຖະ​ບານ​ ລາວ


ນັກ​ໂທດ​ທີ່​ຖືກ​ຈັບ ແລະຖືກ​ຕັດ​ສິນ​ວ່າທຳ​ການ​ສໍ້​ລາດ ບັ​ງ​ຫລວງ ໃນ​ຮູບ​ແບບ​ຕ່າງໆ
ນັກ​ໂທດ​ທີ່​ຖືກ​ຈັບ ແລະຖືກ​ຕັດ​ສິນ​ວ່າທຳ​ການ​ສໍ້​ລາດ ບັ​ງ​ຫລວງ ໃນ​ຮູບ​ແບບ​ຕ່າງໆ

ອົງ​ການຕ້ານການ​ສໍ້​ລາດ​ບັງ​ຫຼວງແຫ່ງ​ຊາດ ໄດ້​ກວດ​ພົບ​ຫລາຍ​ວິ​ທີ​ການ ແລະ​ຫລາຍ​ຮູບ​
ແບບ ທີ່​ເປັນ​ການ​ທຸດ​ຈະ​ລິດ ເພື່ອ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ຢູ່​ພາຍ​ໃນ​ວົງ​ການ​ຂອງລັດຖະ​ບານ​ລາວ. ຊົງ​ລິດ ໂພນ​ເງິນ ມີ​ລາຍ​ລະ​ອຽດ​ກ່ຽວ​ກັບ​ເລື້ອງນີ້​ມາ​ສະ​ເໜີ​ທ່ານ​
ຈາກ​ບາງກອກ.

ທ່ານ​ສີ​ໄນ ມຽງ​ລາ​ວັນ ຮອງ​ປະ​ທານອົງ​ການກວດ​ກາ​ລັດ​ຖະ​ບານ ແລະ​ຕ້ານການ​ສໍ້​ລາດ
​ບັງ​ຫຼວງແຫ່ງ​ຊາດ ຖະ​ແຫລງ​ຢືນ​ຢັນ​ຕໍ່​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ 6 ຂອງ​ສະ​ພາ​ແຫ່ງ
​ຊາດລາວ ຊຸດ​ທີ 8 ທີ່​ດຳ​ເນີນກອງ​ປະ​ຊຸມ​ໃນ​ຊ່ວງວັນ​ທີ 20 ພະ​ຈິກ ຫາ 21 ທັນ​ວາ 2018
ທີ່ຜ່ານ​ມາວ່າ ຈາກ​ການກວດ​ສອບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂອງ​ບັນ​ດາ​ພະ​ນັກ​ງານ​ຂອງ​ລັດ
​ຖະ​ບານ​ລາວ ໃນ​ທົ່ວ​ປະ​ເທດ​ໄດ້​ພົບ​ເຫັນ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ທີ່​ເປັນ​ການ​ທຸດ​ຈະ​ລິດ​ໃນ​
ຫລາຍ​ວິ​ທີ​ການ ແລະ​ຫລາຍ​ຮູບ​ແບບ​ດ້ວຍ​ກັນ ຊຶ່ງ​ກໍ​ໄດ້​ເຮັດ​ໃຫ້​ເກີດ​ການ​ເສຍ​ຫາຍ​ດ້ານ
​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ​ໄປ​ຢ່າງ​ຫລວງ​ຫລາຍ ດັ່ງ​ທີ່​ທ່ານ​ສີ​ໄນ ຢືນ​ຢັນ​ວ່າ

“ຕາມ​ການ​ຕິດ​ຕາມກວດ​ກາ ໄດ້​ພົບ​ເຫັນ​ບັນ​ດາ​ພຶດ​ຕິ​ກຳ​ທີ່​ເປັນ​ການ​ສໍ້​ລາດ​ບັງ​ຫລວງ
ເປັນ​ຕົ້ນ ການ​ໃຫ້ ແລະ​ຮັບ​ສິນ​ບົນ, ການ​ສວຍ​ໃຊ້​ຖາ​ນະ ຕຳ​ແໜ່ງ, ສິດ​ທິ, ອຳ​ນາດ
ໜ້າ​ທີ່ ເກີນ​ຂອບ​ເຂດ, ການ​ຄັດ​ລອກ ປອມ​ແປງ​ເອ​ກະ​ສານ ແລະ​ການ​ນຳ​ໃຊ້​ເອ​ກະ​
ສານ​ປອມ, ການ​ປະ​ຕິ​ບັດ​ໂຄງ​ການນອກ​ແຜນ, ໂຄງ​ການບໍ່​ໄດ້​ປະ​ເມີນ, ໂຄງ​ການ
ບໍ່​ມີ​ຕົວ​ຕົນ, ໂຄງ​ການ​ຊຳ​ລະ​ເງິນ​ເກີນ ຫລື​ວ່າ ຊຳ​ລະ​ເງິນ​ຄ່າ​ໂຄງ​ການ​ຊ້ຳ​ຊ້ອນ, ຄິດ​
ໄລ່​ມູນ​ຄ່າ​ໂຄງ​ການ​ສູງກວ່າ​ຄວາມ​ເປັນ​ຈິງ.”

ທາງດ້ານ ທ່ານ​ບຸນ​ທອງ ຈິດ​ມະ​ນີ ປະ​ທານ​ອົງ​ການ​ຕ້ານ​ການສໍ້​ລາດ​ບັງ​ຫຼວງແຫ່ງ​ຊາດ
ຢືນ​ຢັນ​ວ່າ ຄະ​ນະ​ກຳ​ມະ​ການ​ກົມການ​ເມືອງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ໄດ້​ມີ​
ມະ​ຕິ​ຕົກ​ລົງ ແລະ​ມອບ​ໝາຍໃຫ້​ອົງ​ການກວດ​ກາ​ພັກ-ລັດ ເປັນ​ພາກ​ສ່ວນ​ທີ່​ຮັບ​ຜິດ​ຊອບ
​ໃນ​ການ​ພິ​ຈາ​ລະ​ນາ ກ່ຽວ​ກັບ​ການ​ນຳ​ສະ​ເໜີ ແລະ​ເຜີຍ​ແຜ່​ກໍ​ລະ​ນີ ຫຼື​ຄະ​ດີ​ທຸ​ດ​ຈະລິດຄໍ
​ຣັບ​ຊັນ ຂອງ​ບັນ​ດາ​ພະ​ນັກ​ງານ​ພັກ​ລັດ ອອກ​ສູ່​ການ​ຮັບ​ຮູ້​ຂອງ​ປະ​ຊາ​ຊົນ​ລາວຢ່າງກວ້າງ
​ຂວາງ ໂດຍ​ຜ່ານ​ເຄືອ​ຂ່າຍ​ສື່ມວນ​ຊົນ​ໃນ​ທົ່ວ​ປະ​ເທດ ຫາກ​ແຕ່​ວ່າ ຈະ​ມີ​ການ​ຍົກເວັ້ນ
​ບາງ​ກໍ​ລະ​ນີ ຫຼື​ຄະ​ດີ​ທີ່​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ​ຊາດເປັນ​ສຳ​ຄັນ.

ທັງນີ້ ໂດຍ​ອົງ​ການກວດ​ກາ​ລັດ​ຖະ​ບານ ໄດ້​ກວດ​ພົບ​ໂຄງ​ການນອກ​ແຜນ​ການ​
ຂອງ​ລັດ​ຖະ​ບານ ຈຳ​ນວນ 285 ໂຄງ​ການ ທີ່​ແຂວງ​ຫຼວງ​ນ້ຳ​ທາອຸ​ດົມ​ໄຊ ຫຼວງ​ພະ​
ບາງ ຫົວ​ພັນ ຊຽງ​ຂວາງ ບໍ​ລິ​ຄຳ​ໄຊ ສະ​ຫວັນ​ນະ​ເຂດ ຈຳ​ປາ​ສັກ ອັດ​ຕະ​ປື ແລະ​
ວຽງ​ຈັນ ທີ່​ມີ​ມູນ​ຄ່າ​ຫຼາຍກວ່າ 4,483 ຕື້​ກີບ ທີ່​ມີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ບໍ່​ເປັນ​ໄປ
​ຕາມ​ລະ​ບຽບກົດ​ໝາຍ ໃນ​ດ້ານ​ງົບ​ປະ​ມານ ລາຍ​ຮັບ-ລາຍ​ຈ່າຍ ແລະ​ບໍ່​ຜ່ານ
​ການ​ຮັບ​ຮອງ​ໂດຍ​ສະ​ພາ​ແຫ່ງ​ຊາດ​ລາວ ຊຶ່ງ​ຍັງ​ບໍ່​ຮວມ​ເຖິງ​ຜົນ​ເສຍ​ຫາຍ ທີ່​ເກີດ​ຂຶ້ນ
​ຈາກ​ການ​ລັກ​ລອບ​ຂົນ​ສົ່ງ​ໄມ້ ໄປ​ຕ່າງ​ປະ​ເທດ ໃນ​ມູນ​ຄ່າ​ເກີນກວ່າ 2,407 ຕື້​ກີບ
ຊຶ່ງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ໄດ້​ຄື​ແນວ​ນີ້ ກໍ​ຍອມ​ຈະ​ຕ້ອງມີ​ການ​ຮວມ​ມື​ກັນ ຢ່າງ​ເປັນ
​ຂະ​ບວນ​ການທັງໃນ​ພາກ​ສ່ວນ​ທີ່​ເປັນ​ພະ​ນັກ​ງານ​ລັດ ນັກ​ທຸ​ລະ​ກິດ ເອກ​ກະ​ຊົນ​ລາວ
ແລະ​ນັກ​ທຸ​ລະ​ກິດຕ່າງ​ຊາດ​ທີ່​ລົງ​ທຶນຢູ່​ໃນ​ລາວນັ້ນ​ເອງ.

ກ່ອນ​ໜ້າ​ນີ້ ຄະ​ນະ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ໄດ້​ມີ​ຄຳ​ສັ່ງ​ໃຫ້​
ບັນ​ດາ​ກະ​ຊວງ ອົງ​ການ​ຈັດ​ຕັ້ງມະ​ຫາ​ຊົນ​ຂອງ​ພັກ ໜ່ວ​ຍງານຂອງ​ລັດ​ແລະ​ອຳ​ນາດ
ການ​ປົກ​ຄອງ​ແຂວງ ໃນ​ທົ່ວ​ປະ​ເທດ​ລາວ ໃຫ້​ແຕ່ງ​ຕັ້ງ​ຄະ​ນະ​ຮັບ​ຜິດ​ຊອບເພື່ອ​ຕິດ
​ຕາມກວດ​ກາການຈັດ​ຕັ້ງ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ບັນ​ດາ​ສະ​ມາ​ຊິກ​ພັກ​ແລະ​ພະ​ນັກ​ງານໃນ
​ສັງ​ກັດ​ຂອງ​ພວກ​ຕົນຢ່າງ​ໃກ້​ຊິດ ດ້ວຍ​ເປົ້າ​ໝາຍເພື່ອ​ການ​ຈັດ​ແບ່ງ​ລະ​ດັບ​ຊັ້ນ ແລະ​
ຄຸ​ນະ​ພາບ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່ຂອງ​ສະ​ມາ​ຊິກ​ພັກ ແລະ​ພະ​ນັກ​ງານ​ລັດໃນ​ທົ່ວ​ປະ​ເທດ
ໂດຍ​ໃຫ້​ກົມ​ຈັດ​ຕັ້ງ​ແລະ​ກົມກວດ​ກາ ເປັນ​ພາກ​ສ່ວນ​ທີ່​ຮັບ​ຜິ​ດຊອບຮ່ວມ​ກັນ.

ໂດຍ​ອົງການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແຫ່ງ​ຊາດ​ລາວ ລາຍ​ງານ​ວ່າ ໃນ​ໄລ​ຍະ 5 ປີ
ຜ່ານ​ມາ​ໄດ້​ກວດ​ພົບ​ວ່າ​ການທຸ​ດ​ຈະ​ລິດ ທີ່​ເຮັດ​ໃຫ້​ພັກ-ລັດ ເສຍ​ຫາຍຄິດ​ເປັນ​ມູນ​ຄ່າ
​ຫຼາຍກວ່າ 5,000 ຕື້​ກີບ ພ້ອມ​ດ້ວຍ​ເງິນ​ຕາຕ່າງ​ປະ​ເທດ ຫຼາຍກວ່າ 90 ລ້ານ​ໂດ​ລາ
ກັບ 40 ລ້ານ​ບາດ ຈາກການກວດ​ກາ 734 ເປົ້າ​ໝາຍ ຊຶ່ງ​ຈາກ​ການ​ຕິດ​ຕາມ​ກວດ​ກາ
ດັ່ງ​ກ່າວ ກໍ​ສາ​ມາດ ຍຶດ​ຊັບ​ສິນ​ກັບ​ຄືນ​ມາ​ໄດ້ 1,000 ກວ່າ​ຕື້​ກີບ 70 ກວ່າ​ລ້ານ ໂດ​ລາ
ແລະ 30 ກວ່າ​ລ້ານ​ບາດ ທັງ​ຍັງ​ຍຶດ​ເອົາ​ທີ່​ດິນ​ຂອງ​ລັດ​ທີ່​ຖືກລັກ​ລອບ ຂາຍ​ໃຫ້​ນັກ​ທຸ​ລະ​
ກິດ​ລາວ ແລະ​ຊາວຕ່າງ​ຊາດ ກັບ​ຄືນ​ມາ​ໄດ້ ໃນ​ເນື້ອ​ທີ່ກວ້າງກວ່າ 10,000 ເຮັກ​ຕາ.

XS
SM
MD
LG