ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພວກປະທ້ວງ ໂຮມຊຸມນຸມ ຕໍ່ຕ້ານຈີນ ໃນນະຄອນຫຼວງ ຟີລິບປິນ (ວີດີໂອ/ສະໄລດ໌)


ພວກປະທ້ວງ ຖືຮູບທ່ານ Apolinario Mabini ວິລະຊົນ ແຫ່ງຊາດ ໃນການປະຕິວັດ ຂະນະທີ່ພວກເຂົາເຈົ້າ ເດີນຂະບວນໄປຍັງກົງສຸນຟີລິບປິນ ທີ່ນະຄອນມານີລາ (12 ມິຖຸນາ 2013)
ພວກປະທ້ວງ ຖືຮູບທ່ານ Apolinario Mabini ວິລະຊົນ ແຫ່ງຊາດ ໃນການປະຕິວັດ ຂະນະທີ່ພວກເຂົາເຈົ້າ ເດີນຂະບວນໄປຍັງກົງສຸນຟີລິບປິນ ທີ່ນະຄອນມານີລາ (12 ມິຖຸນາ 2013)
ບັນດາ​ນັກ​ເຄຶ່ອນ​ໄຫວ​ຟິລິບ​ປີນ ​ໄດ້​ພາກັນໂຮມຊຸມນຸມ​ກັນ
​ຢູ່​ນອກສະຖານທູດ​ຈີນ ​ໃນນະຄອນ​ມະ​ນິລາ ​ໃນ​ວັນ​ພະຫັດ
ວານ​ນີ້ ​ເພື່ອ​ຮຽກຮ້ອງ​ໃຫ້ປັກ​ກິ່ງຖອນ​ ການອ້າງກຳມະສິດ
​ເອົາເຂດທີ່​ມີ​ການ​ໂຕ້ແຍ້​ງກັນ ໃນທະ​ເລ​ຈີນ​ໃຕ້.

ມີ​ຫລາຍ​ສິບ​ຄົນ ​ໄດ້​ເຂົ້າ​ຮ່ວມ​ໃນການປະ​ທ້ວງແບບ​ສັນ​ຕິ
ຊຶ່ງມີ​ຂື້ນ​ໃນ​ວັນ​ຄົບ ຮອບ 116 ປີ ​ທີ່ຟິລິບ​ປີນ ​ໄດ້ເອກ​ກະລາດຈາກສະ​ເປ​ນ.

ຜູ້​ປະ​ທ້ວງ​ຄົນ​ນຶ່ງ ນາງ Marivie dela Fuente ກ່າວ​ວ່າ ອັນ​ທີ່​ຈີນ​ຮ້ອງ​ວ່າ “​nine-dash- line" ໃນການອ້າງກຳມະສິດ​ຢູ່​ທະ​ເລ​ຈີນ​ໃຕ້​ນັ້ນ ລ​ະ​ເມີດຕໍ່ອະທິ ປະໄຕ​ຂອງຟິລິບ​ປີນ.

ນາງ Fuente ເວົ້າວ່າ “ຈີນ ໜີ​ອອກ​ຈາກປະ​ເທດ​ຂອງ​ຂ້ອຍ ບໍ່​ມີ​ໃຜມັກ​ເຈົ້າ. ​ໂລກ​ນີ້ພາ
ກັນ​ຊັງ​ເຈົ້າ ຈີນໜີ​ອອກ​ໄປ. ​ໄປຢູ່​ໃນເຂດແດນ​ຂອງ​ເຈົ້າ. ​ເສັ້ນແບ່ງ9 ເຂດໃນທະເລຈີນ
ໃຕ້ ​ເປັນ​ເລື້ອງ​ຕະລົກ. ​ເສັ້ນດັ່ງກ່າວບໍ່​ມີ​ຄວາມ​ໝາຍ​ຫຍັງ​ໝົດ ​ແຕ່ແມ່ນ​ສິ່ງ​ທີ່​ເຈົ້າເຮັດຂຶ້ນ​
ເອງ. ໜີ​ອອ​ກໄປ ຈີນ ໜີ​ອອກ​ໄປ.”

ຈີນ ​ແລະ​ຟິລິບ​ປີນ ຕ່າງກໍອ້າງ​ເອົາ​ດິນ​ແດນ ທີ່​ອຸດົມສົມ​ບຸນ​ດ້ວຍ​ຊັບພະ​ຍາກ​ອນ ​ແລະ
​ມີຄວາມສຳຄັນທາງດ້ານຍຸດ​ທະ​ສາດໃນ​ທະ​ເລ​ຈີນ​ໃຕ້ ທີ່ມະນີ​ລາ ອ້າງ​ວ່າ​ເປັນທະ​ເລ​
ຕາ​ເວັນ​ຕົກຂອງ​ຟິລິບ​ປີນນັ້ນ.

​ໃນ​ຕົ້ນ​ປີ​ນີ້ ຟິລິບ​ປີນ​ໄດ້​ທ້າ​ທາຍທາງດ້ານກົດໝາຍ​ກ່ຽວກັບຄວາມຖືກຕ້ອງຊອບ ທຳ
ໃນການອ້າງກຳມະສິດຂອງ​ຈີນ ​ຢູ່​ສານ​ນາໆ​ຊາດ ​ໃນ​ນະຄອນ Hague. ​ປັກ​ກິ່ງ ​ໄດ້
ໂກດ​ແຄ້ນ​ຕໍ່ການ​ເຄື່ອນ​ໄຫວດັ່ງກ່າວ​ ​ແລະ​ປ​ະຕິ​ເສດບໍ່ຍອມເຂົ້າຮ່ວມ ໃນຄະດີນີ້.

ປັກ​ກິ່ງ​ໄດ້​ອ້າງກຳມະສິດເອົາ​ເກືອບ​ທັງ​ໝົດ 2 ລ້ານ 5 ​ແສນຕະລາງກິ​ໂລ​ແມັດ ຂອງ​ທະ​
ເລ​ຈີນ​ໃຕ້ ຊຶ່ງ​ເຮັດ​ໃຫ້​ຈີນ ມີການຂັດແຍ້ງກັບຟິລິບ​ປີນ ຫວຽດນາມ ບຣູ ນາຍ ມາ​ເລ​ເຊຍ
​ແລະໄຕ້​ຫວັນ. ​
PHILIPPINES CHINA PROTEST VO
please wait

No media source currently available

0:00 0:00:45 0:00

Philippine activists gathered outside the Chinese Embassy in Manila on Thursday to demand Beijing withdraw its claims to disputed areas of the South China Sea.

Dozens of protesters took part in the peaceful demonstration, which came on the 116th anniversary of the Philippines' independence from Spain.

One demonstrator, Marivie dela Fuente, said China's so-called "nine-dash line" claims in the South China Sea infringe on the Philippines' sovereignty.

((Opt act English))

"Get out of my country, China. Nobody likes you. The world hates you, China. Get out. Stay within your borders. The nine-dash line is a farce. The nine-dash line is nothing but something you made up. Go away, China. Go away."

China and the Philippines both claim territory in the resource-rich and strategic South China Sea, which Manila refers to as the West Philippine Sea.

The Philippines earlier this year challenged the legality of China's claims to an international tribunal in The Hague. Beijing was angered by the move and has refused to participate in the case.

Beijing claims nearly all of the 2.5-million square kilometer South China Sea, putting it at odds with the claims of the Philippines, Vietnam, Brunei, Malaysia, and Taiwan.
XS
SM
MD
LG