ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທ​ຣຳ ຂຽນ​ຂໍ້​ຄວາມ​ໃນ ທວິດ​ເຕີ ກ່ຽວ​ກັບ ພາ​ຍຸ​ເຮີ​ຣິ​ເຄນ ໂດ​ຣຽນ ກ່ອນ​ອອກ​ໄປ​ຕີ ກັອ​ຟ


ປະທານາທິບໍດີ ທຣຳ, ຊ້າຍ, ຟັງໃນຂະນະທີ່ ທ່ານແກຣມ (Graham), ຜູ້ອຳນວຍການ ອົງການ NOAA's National Hurricane Center,ຢູ່ໃນຈໍໂລລະພາບ, ລາຍງານຄວາມຄືບໜ້າ ໃນລະຫວ່າງ ກອງປະຊຸມແຈ້ງໃຫ້ຊາບໂດຍຫຍໍ້ ກ່ຽວກັບ ພາຍຸເຮີຣິເຄນໂດຣຽນ ຢູ່ທີ່ Federal Emergency Management Agency (FEMA), ວັນອາທິດ ທີ 1 ກັນຍາ 2019.
ປະທານາທິບໍດີ ທຣຳ, ຊ້າຍ, ຟັງໃນຂະນະທີ່ ທ່ານແກຣມ (Graham), ຜູ້ອຳນວຍການ ອົງການ NOAA's National Hurricane Center,ຢູ່ໃນຈໍໂລລະພາບ, ລາຍງານຄວາມຄືບໜ້າ ໃນລະຫວ່າງ ກອງປະຊຸມແຈ້ງໃຫ້ຊາບໂດຍຫຍໍ້ ກ່ຽວກັບ ພາຍຸເຮີຣິເຄນໂດຣຽນ ຢູ່ທີ່ Federal Emergency Management Agency (FEMA), ວັນອາທິດ ທີ 1 ກັນຍາ 2019.

ປະທານາທິບໍດີ ດໍໂນລ ທຣຳ ໃນວັນຈັນວານນີ້ ໄດ້ຂຽນຄຳເຕືອນໄພ ແລະແຈ້ງສະພາບ
ການຫຼ້າສຸດ ກ່ຽວກັບພາຍຸເຮີຣິເຄນ ໂດຣຽນ ລົງໃນທວີດເຕີ້ຊ້ຳອີກເທື່ອນຶ່ງ ກ່ອນຈະ
​ອອກ​ໄປ​ພັກ​ ໃນວັນແຮງງານສະຫະລັດ ຢູ່ສະໂມສອນ ກັອຟທຣຳແຫ່ງຊາດຂອງ​ທ່ານ
​ທ​ຣຳ ຫລື Trump National Golf Club ໃນເມືອງສເຕີລິງ, ລັດເວີຈີເນຍ ແລະເປັນສະ
ໜາມກັອຟດຽວກັນ ທີ່ທ່ານໄດ້ຫຼິ້ນກັອຟ ໃນວັນເສົາຜ່ານມານີ້.

ທ່ານທຣຳ ໄດ້ລົງຕີກັອຟ ຕະຫຼອດໄລຍະວັນພັກທ້າຍສັບປະດາ ຫຼັງຈາກ ທີ່ໄດ້ຍົກເລີກ
ການເດີນທາງໄປປະເທດໂປແລນ ເພື່ອກຳກັບນຳລັດຖະບານກາງ ໃນເລື້ອງຂອງການ
ຮັບມືກັບໄພພິບັດຈາກພາຍຸ. ສ່ວນຮອງປະທານາທິບໍດີ ໄມຄ໌ ເພັນສ໌ ໄດ້ເດີນທາງໄປ
ປະເທດໂປແລນແທນທ່ານທຣຳ ເພື່ອເຂົ້າຮ່ວມໃນພິທີ ລະນຶກເຖິງວັນເລີ້ມຕົ້ນຂອງ
ສົງຄາມໂລກຄັ້ງທີ 2 ຄົບຮອບ 80 ປີ.

“ການຕິດຕາມພາຍຸໂດຣຽນຄັ້ງຫຼ້າສຸດ ແມ່ນວ່າ ມັນຢູ່ຫ່າງ​ຈາກເມືອງພາມບີຈໃຕ້ ໄປກ້ຳ
ຕາເວັນອອກ ບໍ່​ເກີນ 161 ກິໂລແມັດ ຫຼາຍພໍ​ປານ​ໃດ” ນັ້ນ​ຄື​ຄຳ​ເວົ້າ​ຂອງຜູ້​ປົກຄອງລັດ
ຟລໍຣີດາ ທ່ານຣອນ ເດີຊານຕິສ ທີ່ກ່າວໃນຕອນເຊົ້າວັນຈັນວານນີ້. ທ່ານກ່າວອີກວ່າ
“ສິ່ງທີ່ສຳຄັນກໍ​ຄື ມັນໄດ້ຊ້າລົງ ມັນກຳລັງ ເຄື່ອນຕົວປະມານ 1.6 ກິໂລແມັດຕໍ່ຊົ່ວໂມງ
ແລະນັ້ນ ກໍເປັນການຄາດຄະເນກັນວ່າ ຈະເກີດຂຶ້ນໃນຕະຫຼອດມື້. ແລະຕໍ່ຈາກນັ້ນ
ການພະຍາກອນອາ​ກາດ ກໍແມ່ນວ່າ ມັນຈະເລີ້ມເຄື່ອນຕົວໄປໃນທິດເໜືອ ແລະ
ແນ່ນອນ ຖ້າ​ມີ​ສິ່ງນັ້ນເກີດຂຶ້ນ ໃນເວລາໃດ ແລະວິທີໃດ ກໍຈະເປັນເລື້ອງສຳຄັນຍິ່ງ
ສຳລັບເລື້ອງຜົນກະທົບຕໍ່ລັດຟລໍຣີດາ.” ທາງການໄດ້ອອກຄຳສັ່ງ ບັງຄັບໃຫ້ຍົກຍ້າຍ
ອອກຈາກພື້ນທີ່ ສຳລັບເຂດເມືອງພາມບີຈ ແລະເຂດປົກຄອງມາຣຕິນ ຊຶ່ງລວມທັງ
ມາຣ-ອາ-ລາໂກ ບ້ານພັກຕາກອາກາດ ຫຼືຣີສອດ ສ່ວນຕົວຂອງທ່ານທຣຳ ອີກດ້ວຍ.

ໃນວັນອາທິດຜ່ານມານີ້ ທ່ານທຣຳ ໄດ້ເດີນທາງໄປຢ້ຽມຢາມ ສຳນັກງານໃຫຍ່ຂອງ
ອົງການຄຸ້ມຄອງເຫດການສຸກເສີນຂອງລັດຖະບານກາງ ຫຼື FEMA ໃນນະຄອນຫຼວງ
ວໍຊິງຕັນ. ທ່ານໄດ້ຮັບການແຈ້ງໃຫ້ຊາບໂດຍຫຍໍ້ ຈາກບັນດາສະ​ມາ​ຊິກ​ຂັ້ນ​ສູງ ຂອງ
ຄະນະລັດຖະບານທ່ານ ພ້ອມດ້ວຍ ຜູ້​ປົກຄອງລັດ ທ່ານເດີຊານຕິສ ແລະຜູ້​ປົກ​ອງລັດ
ຈໍເຈຍ ທ່ານບຣາຍແອນ ແຄັ້ມປ໌ ທ່ານໂຣຍສ໌ ຄຸບເປີ ຜູ້​ປົກຄອງລັດຄາໂຣໄລນາເໜືອ
ແລະ ທ່ານເຮັນຣີ ແມັກແມສເຕີ ຜູ້​ປົກ​ຄອງລັດຄາໂຣໄລນາໃຕ້ ກ່ຽວກັບຄວາມພະຍາ
ຍາມໃນ​ການກຽມຮັບມືກັບພາຍຸໂດຣຽນ ໃນຂັ້ນລັດຖະບານກາງ ແລະຂັ້ນລັດ.

ພາຍຸຫົວດັ່ງກ່າວ ໄດ້ຫລຸດອັນດັບຂອງຄວາມແຮງລົງ ໃນວັນຈັນວານນີ້ ມາເປັນພາຍຸ
ລະດັບ 4 ໃນລະບົບການວັດ​ແທກຂະໜາດຄວາມແຮງຂອງພາຍຸ ຫຼືເອີ້ນວ່າ Saffir-
Simpson Scale. ພາຍຸໂດຣຽນ ໃນເບື້ອງຕົ້ນ ເປັນພາຍຸລະດັບ 5 ທີ່ມີຄວາມແຮງ
ຫຼາຍ ໂດຍມີລົມພັດແຮງເຖິງ 257 ກິໂລແມັດຕໍ່ຊົ່ວໂມງ ໃນຂະນະທີ່ມັນພັດທະຫລົ່ມ
ເກາະບາຮາມັສຢູ່ນັ້ນ.

ພາຍຸໂດຣຽນ ຖືວ່າເປັນພາຍຸທີ່ແຮງທີ່ສຸດໃນໂລກ ສຳລັບປີນີ້. ທ່ານທຣຳ ໄດ້ກາຍເປັນ
ຫົວຂໍ້ໃນຂ່າວ ໃນວັນອາທິດຜ່ານມານີ້ ໃນ​ຕອນ​ທີ່ທ່ານໄດ້ກ່າວວ່າ ທ່ານບໍ່ແນ່ໃຈວ່າ
ທ່ານ “ເຄີຍໄດ້ຍິນວ່າມີພາຍຸລະດັບ 5 ຈັກ​ເທື່ອເລີຍ” ເຖິງແມ່ນວ່າມີພາຍຸເຮີຣິເຄນ 3
ຫົວ ເປັນເຊັ່ນນີ້ມາແລ້ວ ກ່ອນໜ້າພາຍຸເຮີຣິເຄນ ໂດຣຽນ ທີ່ເປັນໄພຂົ່ມຂູ່ຕໍ່ປະເທດ
ນັບຕັ້ງແຕ່ ທ່ານໄດ້ເຂົ້າຮັບຕຳແໜ່ງເປັນ​ຕົ້ນ​ມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG