ລິ້ງ ສຳຫລັບເຂົ້າຫາ

ລາຍງານການນັບຖືສິດທິມະນຸດຢູ່ລາວ ປະຈໍາປີ 2020 ໂດຍກະຊວງການຕ່າງປະເທດ ສຫລ (ພາກ III)


ທ່ານ ແອນໂທນີ ບລິງເຄັນ, ລັດຖະມົນຕີກະະຊວງການຕ່າງປະເທດສະຫະລັດ ກ່າວຕໍ່ກອງກ່ຽວກັບ ບົດລາຍງານປະຈໍາປີ 2020 ກ່ຽວກັບການນັບຖືສິດທິມະນຸດຢູ່​ໃນ​ທົ່ວ​ໂລກ ລວມທັງລາວ ຢູ້ທີ່ກະຊວງການຕ່າງປະເທດສະຫະລັດໃນວັນທີ 30 ເມສາ, 2021

ໃນລາຍການພິເສດມື້ນີ້ ພວກເຮົາຈະນໍາບົດລາຍງານປະຈໍາປີ 2020 ກ່ຽວກັບການນັບຖືສິດທິມະນຸດຢູ່​ໃນ​ທົ່ວ​ໂລກທີ່ກະຊວງການຕ່າງປະເທດສະຫະລັດ ໄດ້ພິມເຜີຍແຜ່ອອກມາ ໃນວັນທີ 30 ມີນານີ້ເອງ ຊຶ່ງໃນນັ້ນ ພາກ ສ່ວນທີ່ກ່ຽວ ຂ້ອງກັບລາວ ມີຢູ່ 3 ພາກທີ່ສໍາຄັນ​ ແລະມື້ນີ້ ພວກເຮົາຈະນໍາເອົາ​ພາກທີ 3 ກໍຄືພາກສຸດທ້າຍມາສະເໜີທ່ານ. ອັນດັບຕໍ່ໄປຂໍ​ເຊີນ​ທ່ານ​ຮັບ​ຟັງລາຍລະອຽດ ກ່ຽວກັບລາຍ​ງານນີ້ ຈາກບົວສະຫວັນໄດ້​ເລີຍ.

ລາຍ​ງານ​ປະຈຳປີ 2020 ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່ຽວກັບການນັບຖືສິດທິມະນຸດຢູ່​ໃນ​ທົ່ວ​ໂລກ ໄດ້ຈັດການນັບຖືສິດທິມະນຸດອອກເປັນ 7 ໝວດ. ມື້ນີ້ພວກເຮົາຈະເວົ້າເຖິງ 5 ໝວດສຸດທ້າຍຂອງພາກສ່ວນທີ່ກ່ຽວຂ້ອງ ກັບລາວ ຊຶ່ງມີລາຍລະອຽດດັ່ງຕໍ່ໄປນີ້.

ໝວດທີ 3. ສິດເສລີພາບໃນການມີສ່ວນຮ່ວມໃນຂະບວນການທາງການເມືອງ ກົດໝາຍບໍ່ອະນຸຍາດໃຫ້ພົນລະເມືອງເລືອກເອົາລັດຖະບານຂອງຕົນຢ່າງເສລີ ແລະຍຸຕິທຳໂດຍອີງໃສ່ການມີສິດເສຣີພາບໃນທົ່ວໂລກ ແລະເທົ່າທຽມກັນນັ້ນໄດ້ ຢູ່ໃນການເລືອກຕັ້ງຕ່າງໆ. ເຖິງແມ່ນວ່າລັດຖະທຳມະນູນໄດ້ກຳນົດລະບົບການ ປົກຄອງປະເທດແມ່ນມີ ຂະແໜງບໍລິຫານ, ນິຕິ ບັນຍັດ ແລະຕຸລາການກໍຕາມ ແຕ່ວ່າ ພັກປະຊາຊົນປະຕິວັດລາວ ຫລື LPRPເປັນຜູ້ຄວບຄຸມການປົກຄອງແລະການນຳພາທຸກຂັ້ນ. ສະພາແຫ່ງຊາດແຕ່ງຕັ້ງຄະນະກຳມະການເລືອກຕັ້ງຂຶ້ນ ເຊິ່ງຈະຕ້ອງຮັບຮອງເອົາຜູ້ສະໝັກທັງໝົດໃນການເລືອກຕັ້ງຂັ້ນທ້ອງຖິ່ນ ແລະລະດັບຊາດ.

ໝວດທີ 4. ການສໍ້ລາດບັງຫຼວງແລະການຂາດຄວາມໂປ່ງໃສໃນລັດຖະບານ
ກົດໝາຍລະບຸໃຫ້ລົງໂທດທາງອາຍາສຳລັບການສໍ້ລາດບັງຫຼວງຂອງເຈົ້າໜ້າທີ່ແລະ ລັດຖະບານກໍໄດ້ມີຄວາມຄືບໜ້າບາງຢ່າງໃນດ້ານນີ້ ແຕ່ເຈົ້າໜ້າທີ່ບາງຄົນກໍຍັງສືບຕໍ່ປະຕິບັດການສໍ້ລາດບັງຫຼວງໂດຍບໍ່ຖືກລົງໂທດໃດໆ. ການສໍ້ລາດບັງຫຼວງຂອງພະະນັກງານລັດແມ່ນມີຢ່າງແຜ່ຫຼາຍ ແລະສາມາດເຫັນໃນທຸກລະດັບຂອງລັດຖະບານ.

ການເປີດເຜີຍທາງການເງິນ: ກົດໝາຍບໍ່ໄດ້ກໍານົດວ່າ ຕ້ອງເປີດເຜີຍຊັບສິນແລະລາຍໄດ້ຂອງເຈົ້າໜ້າທີ່ ທີ່ຖືກແຕ່ງຕັ້ງ ຫລືຖືກເລືອກຕັ້ງ. ເຖິງແມ່ນວ່ານະໂຍບາຍຂອງພັກຮຽກຮ້ອງໃຫ້ເຈົ້າໜ້າທີ່ຂັ້ນສູງເປີດເຜີຍຊັບສິນສ່ວນຕົວ ແລະຂອງຜູ້ທີ່ຢູ່ພາຍໃຕ້ການດູແລຂອງຕົນກ່ອນຈະເຂົ້າຮັບຕຳແໜ່ງກໍຕາມ ແຕ່ກໍບໍ່ໄດ້ບອກ ໃຫ້ເປີດເຜີຍລາຍໄດ້ຂອງເຂົາເຈົ້າຕໍ່ຄະນະກຳມະການກວດກາພັກເລີຍ. ຄະນະກຳມະການທໍາການກວດກາຊັບສິນຂອງເຈົ້າໜ້າທີ່ກ່ອນ ແລະຫຼັງຈາກພວກເຂົາເຈົ້າໄດ້ຮັບຕຳແໜ່ງໄປ. ບຸກຄົນທີ່ບໍ່ປະຕິບັດຕາມນະໂຍບາຍນີ້ ຈະຖືກລົງໂທດແຕ່ບໍ່ໄດ້ລະບຸຢ່າງຈະແຈ້ງກ່ຽວກັບໂທດນັ້ນ. ພັກໄດ້ໃຊ້ສິດຄວບຄຸມຂອງລັດຖະບານ ແລະສື່ມວນຊົນບໍ່ໃຫ້ມີການຕິດຕາມຂ່າວກ່ຽວກັບເຈົ້າໜ້າສໍ້ລາດບັງຫຼວງທີ່ເປັນສະມາຊິກພັກ.

ໝວດທີ 5. ທັດສະນະຄະຕິຂອງລັດຖະບານກ່ຽວກັບການສືບສວນຂອງສາກົນແລະ ອົງການບໍ່ຂຶ້ນກັບລັດຖະບານກ່ຽວກັບການລະເມີດສິດທິມະນຸດ

ກຸ່ມສິດທິມະນຸດພາຍໃນແລະຕ່າງປະເທດສາມາດດຳເນີນງານພຽງແຕ່ຢູ່ພາຍໃຕ້ການຕິດຕາມກວດກາຂອງລັດຖະບານເທົ່ານັ້ນ. ລັດຖະບານໄດ້ຈຳກັດຄວາມສາມາດໃນການສືບສວນ ຫຼືເຜີຍແຜ່ຜົນການສືບສວນກ່ຽວກັບການລະເມີດສິດທິມະນຸດ. ລັດຖະບານຮັກສາການສົນທະນາກ່ຽວກັບສິດທິມະນຸດ ກັບລັດຖະບານຕ່າງປະເທດຈຳນວນນຶ່ງ ແລະສືບຕໍ່ໄດ້ຮັບການຝຶກອົບຮົມໃນສົນທິສັນຍາວ່າ ດ້ວຍສິດທິມະນຸດຂອງອົງການສະຫະປະຊາຊາດ ຈາກຜູ້ໃຫ້ທຶນສາກົນ.

ໝວດທີ 6. ການຈຳແນກ, ການລ່ວງລະເມີດທາງສັງຄົມ, ແລະການຄ້າມະນຸດ ກົດໝາຍໄດ້ກຳນົດວ່າ ການຂົ່ມຂືນ “ບຸກຄົນນຶ່ງ” ໃຫ້ຖືກໂທດຈຳຄຸກແຕ່ 4 ປີຫາ 6 ປີ. ການຈໍາຄຸກແມ່ນດົນກວ່າ ຖ້າຜູ້ຖືກເຄາະຮ້າຍອາຍຸຕໍ່າກວ່າ 18 ປີ ຫຼືໄດ້ຮັບບາດ ເຈັບສາຫັດ ຫລືຖືກຂ້າຕາຍ. ການສຶກສາຄົ້ນຄວ້າຂອງກອງທຶນເພື່ອປະຊາກອນປະຈຳປີ 2016 ຂອງອົງການສະຫະປະຊາຊາດ ພົບວ່າ ແມ່ຍິງ 1 ໃນ 7 ຄົນໃດໄດ້ປະສົບກັບການທາລຸນທາງຮ່າງກາຍ ຫລື ທາງເພດ. ພຽງແຕ່ 4 ເປີເຊັນຂອງແມ່ ຍິງຜູ້ທີ່ເຄີຍປະສົບກັບການຖືກຄວາມຮຸນແຮງແບບນີ້ໄດ້ຕິດຕໍ່ຫາຕຳຫຼວດ ແລະກໍບໍ່ຄ່ອຍມີໃຜລາຍງານວ່າຖືກກະທໍາແບບທາລຸນຢູ່ໃນຄອບຄົວ ຍ້ອນຢ້ານຖືກດູໝິ່ນໃນສັງຄົມ.

ໃນເດືອນມິຖຸນາປີ 2019, ຜູ້ສະໜັບສະໜູນສິດທິຂອງແມ່ຍິງກ່າວວ່າຄວາມຮຸນແຮງທາງເພດແມ່ນມີຢ່າງແຜ່ຫຼາຍ ແລະຖືກຝັງຢູ່ໃນຫລັກທາງວັດທະນະທຳ. ກົດໝາຍກໍໃຫ້ການຍົກເວັ້ນຈາກການລົງໂທດໃນກໍລະນີທີ່ມີການທໍາຄວາມຮຸນແຮງທາງຮ່າງກາຍທີ່ບໍ່ໄດ້ຮັບບາດເຈັບສາຫັດ. ການປະພຶດອະນາຈານຕໍ່ບຸກຄົນ ອື່ນແມ່ນຜິດກົດໝາຍ ແລະອາດຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີ ແຕ່ຜູ້ເຄາະຮ້າຍບໍ່ຄ່ອຍມີຄົນລາຍງານກ່ຽວກັບການລວນລາມທາງເພດເລີຍ.

ກົດໝາຍໃຫ້ສິດທິເທົ່າທຽມກັນລະຫວ່າງແມ່ຍິງກັບຜູ້ຊາຍໃນດ້ານຄ່າຈ້າງທີ່ມີການເຮັດວຽກເທົ່າທຽມກັນ, ແຕ່ວ່າໃນບາງຂົງເຂດທັດສະນະຄະຕິດັ້ງເດີມກ່ຽວກັບບົດບາດຍິງ -ຊາຍໄດ້ເຮັດໃຫ້ແມ່ຍິງ ແລະເດັກຍິງຢູ່ໃນຖານະທີ່ຕໍ່າກວ່າ ຜູ້ຊາຍ ແລະກີດຂວາງພວກເຂົາເຈົ້າບໍ່ໃຫ້ເຂົ້າເຖິງການສຶກສາ, ການຈ້າງງານ ແລະໂອກາດທາງທຸລະກິດໄດ້.

ການສຶກສາໃນຊັ້ນປະຖົມແມ່ນເປັນພາກບັງຄັບ, ບໍ່ເສຍຄ່າ, ແຕ່ວ່າກໍມີຄວາມແຕກຕ່າງກັນຫລາຍທາງໂອກາດໄດ້ຮັບການສຶກສາສໍາລັບເດັກຊາຍ ແລະເດັກຍິງຢູ່ໃນກຸ່ມຊົນເຜົ່າ. ອັດຕາການເຂົ້າໂຮງຮຽນສຳລັບເດັກຍິງແມ່ນຕໍ່າກວ່າເດັກຊາຍ. ອີງຕາມຂໍ້ມູນໃນປີ 2016, 17 ເປີເຊັນຂອງເດັກຍິງທີ່ຢູ່ໃນເກນອາຍຸເຂົ້າໂຮງຮຽນ ບໍ່ເຄີຍໄດ້ເຂົ້າໂຮງຮຽນເລີຍ ຂະນະທີ່ມີແຕ່ 11 ເປີເຊັນຂອງເດັກຊາຍໃນໄວດຽວກັນທີ່ບໍ່ເຄີຍເຂົ້າໂຮງຮຽນ.

ກົດໝາຍກໍານົດອາຍຸຕໍ່າສຸດໃນການແຕ່ງງານທັງສຳລັບຜູ້ຊາຍ ແລະແມ່ຍິງແມ່ນ 18 ປີ ແຕ່ກໍມີປະມານ 35 ເປີເຊັນຂອງເດັກຍິງທີ່ແຕ່ງງານກ່ອນຮອດ 18 ປີ, ແລະ ມີ 9 ເປີເຊັນທີ່ແຕ່ງງານກ່ອນຮອດ 15 ປີ.

ກົດໝາຍບໍ່ໄດ້ກໍານົດເຖິງການຮ່ວມເພດວ່າຕ້ອງມີການຍິນຍອມຂອງສອງຝ່າຍ ຢູ່ລາວ. ແຕ່ກົດໝາຍຫ້າມຜູ້ໃຫຍ່ມີເພດສຳພັນກັບເດັກນ້ອຍອາຍຸ 12 ປີ ລົງໄປ ຖ້າບໍ່ດັ່ງນັ້ນກໍຈະຖືກລົງໂທດຈຳຄຸກ 10 ປີ ຫາ 15 ປີ. ການມີເພດສຳພັນກັບເດັກອາຍຸລະ ຫວ່າງ 12 ຫາ 15 ປີ ແມ່ນຜິດກົດໝາຍຖ້າມັນກ່ຽວຂ້ອງກັບການຈ່າຍເງິນ ຫຼືການສະເໜີຜົນປະໂຫຍດອື່ນໃຫ້ ແລະການຮ່ວມເພດກັບເດັກອາຍຸລະຫວ່າງ 15-18 ປີແມ່ນຜິດກົດໝາຍ ຖ້າມັນກ່ຽວຂ້ອງກັບ "ການຊັກຊວນ, ການຫລອກລວງ, ການກະຕຸ້ນ ... [ຫຼື] ຈ່າຍເງິນ" ໃຫ້ເດັກນ້ອຍ. ກົດໝາຍກຳນົດວ່າບຸກຄົນໃດທີ່ບັງຄັບຜູ້ໃດຜູ້ນຶ່ງທີ່ອາຍຸຕໍ່າກວ່າ 18 ປີ ໄປເປັນໂສເພນີ ຈະຖືກລົງໂທດຈຳຄຸກ 10 ປີ ຫາ 20 ປີ ແຕ່ວ່າ ລາວກໍຍັງເປັນປະເທດທີ່ເປັນຈຸດໝາຍຂອງການທ່ອງທ່ຽວທາງເພດເດັກຢູ່.

ລັດຖະທຳມະນູນບໍ່ໄດ້ກໍານົດການຫ້າມຈໍາແນກຕໍ່ຄົນພິການເປັນການສະເພາະ ແຕ່ກໍໄດ້ມີການຂະຫຍາຍສິດຂອງຄົນພິການໃຫ້ໄດ້ຮັບການສຶກສາ, ການປິ່ນ ປົວສຸຂະພາບ ແລະການຍົກເວັ້ນພາສີສຳລັບທຸລະກິດຂະໜາດນ້ອຍຂອງຄົນພິການ. ເຖິງແນວໃດກໍຕາມ ຍັງມີລາຍງານຢູ່ວ່າບາງຄັ້ງຄົນພິການຍາກທີ່ຈະເຂົ້າເຖິງການບໍລິການຂັ້ນພື້ນຖານແລະການຈ້າງງານໄດ້.

ຍັງສືບຕໍ່ມີການຈຳແນກຊົນຊາດຊົນເຜົ່າສ່ວນນ້ອຍຢູ່ໃນສັງຄົມຢູ່ ເຖິງແມ່ນວ່າກົດໝາຍ ແລະນະໂຍບາຍໄດ້ໃຫ້ສິດທິເທົ່າທຽມກັນ ແກ່ສະມາຊິກຂອງທຸກຊົນ ຊາດ ຊົນເຜົ່າ ໃນດ້ານການຈ້າງງານ ແລະອາຊີບ ແລະຫ້າມມີການຈຳແນກກໍຕາມ. ບາງກຸ່ມຊົນເຜົ່າສ່ວນນ້ອຍ, ໂດຍສະເພາະແມ່ນຜູ້ທີ່ຢູ່ຫ່າງໄກສອກຫຼີກທີ່ບໍ່ໄດ້ມີສ່ວນຮ່ວມໃນການຍົກຍ້າຍຈັດສັນບ່ອນຢູ່ບອກວ່າ ເຂົາເຈົ້າມີສິດສຽງໜ້ອຍດຽວ ຢູ່ໃນການຕັດສິນໃຈຂອງລັດຖະບານທີ່ມີຜົນກະທົບຕໍ່ທີ່ດິນແລະການຈັດສັນຊັບພະຍາກອນທຳມະຊາດໃນເຂດຂອງເຂົາເຈົ້າ.

ກົດໝາຍຫ້າມການຈຳແນກຕໍ່ພວກມີຄວາມຄິດທາງເພດ ຫລືກໍານົດດ້ານເພດ ເອົາເອງໃນດ້ານການໃຫ້ເຊົ່າເຮືອນ, ການຈ້າງງານ, ຫຼືການບໍລິການຂອງລັດຖະ ບານ. ແຕ່ນັກສັງເກດການກ່າວວ່າ ມົນທິນທາງສັງຄົມ ແລະຄວາມກັງວົນກ່ຽວກັບຜົນກະທົບທີ່ຈະຕາມມາ ເຮັດໃຫ້ບາງຄົນບໍ່ຍອມໄປລາຍງານກ່ຽວກັບເຫດການລ່ວງລະເມີດໃນດ້ານນີ້.

ໝວດທີ 7. ສິດທິຂອງຜູ້ອອກແຮງງານ
ຜູ້ອອກແຮງງານບໍ່ມີສິດທາງກົດໝາຍໃນການສ້າງຕັ້ງ ແລະເຂົ້າຮ່ວມອົງການ ຈັດຕັ້ງແຮງງານທີ່ເປັນເອກະລາດນອກຈາກສະຫະພັນກຳມະບານລາວ ເຊິ່ງເປັນອົງການນຶ່ງຂອງພັກນັ້ນ. ກົດໝາຍໃຫ້ສິດໃນການປະທ້ວງ ແຕ່ກໍມີຂໍ້ຈຳກັດບາງຢ່າງ. ມີລາຍງານວ່າ ມີການຂັດແຍ້ງດ້ານແຮງງານຢູ່ເລື້ອຍໆ, ແລະໂດຍທົ່ວໄປແລ້ວ ກະຊວງແຮງງານ ບໍ່ໄດ້ບັງຄັບໃຊ້ພາກສ່ວນທີ່ກ່ຽວຂ້ອງກັບແກ້ໄຂຂໍ້ຂັດແຍ່ງຂອງກົດໝາຍແຮງງານ, ໂດຍສະເພາະແມ່ນການຈັດການກັບບໍລິສັດຮ່ວມທຶນຂອງເອກະຊົນ.

ໃນເດືອນພຶດສະພາທີ່ຜ່ານກໍາມະກອນຂອງວິສາຫະກິດເອກະຊົນທີ່ໃຫຍ່ທີ່ສຸດແຫ່ງນຶ່ງໄດ້ໂຮມຊຸມນຸມກັນຢູ່ນອກກະຊວງ ແຮງງານ ແລະສະ ຫວັດດີການສັງຄົມ ຊຶ່ງເຮັດໃຫ້ເຈົ້າໜ້າທີ່ຂອງກະຊວງໄປຕ້ອງໄປແກ້ໄຂຮ່ວມກັນ ກັບສະຫະພັນກໍາ ມະບານ ແລະສະພາການຄ້າ ແລະອຸດສາຫະກໍາ. ກົດໝາຍ ຫ້າມກໍາມະກອນເຂົ້າ ຮ່ວມອົງການທີ່ສົ່ງເສີມການປະທ້ວງ, ເດີນຂະບວນ ແລະ ການເຄື່ອນໄຫວອື່ນໆ ທີ່ກໍ່ໃຫ້ເກີດ “ຄວາມວຸ້ນວາຍ ແລະ ຂາດສະຖຽນລະພາບ”.

ໃນປີ 2018 ລັດຖະບານໄດ້ຂຶ້ນຄ່າແຮງງານຂັ້ນຕໍ່າໃນລາຍເດືອນສຳລັບພະນັກ ງານພາກເອກະຊົນທັງໝົດ. ແຕ່ກໍບໍ່ຖືກບັງຄັບໃຊ້ຢ່າງມີປະສິດທິຜົນຍ້ອນບໍ່ມີ ການກວດກາຢ່າພຽງພໍ.

ໃນເດືອນຕຸລາ 2019, ມີການລະເບີດຢູ່ໂຮງງານຊີມັງຂອງຈີນ ທີ່ເຮັດໃຫ້ເສຍຊີວິດ 1 ຄົນ ແລະບາດເຈັບຢ່າງໜ້ອຍ 20 ຄົນ. ສື່ມວນຊົນສາກົນໄດ້ອ້າງຄຳເວົ້າຂອງຊາວບ້ານຜູ້ນຶ່ງທີ່ບອກວ່າ, "ໂຮງງານຈີນບໍ່ເຄີຍເຕືອນຊາວບ້ານກ່ຽວກັບເຫດລະເບີດນັ້ນກ່ອນເລີຍ."

ໃນເດືອນສິງຫາຂອງປີດຽວກັນ ເສັ້ນທາງນໍ້າຢູ່ໂຄງການເຂື່ອນໄຟຟ້ານໍ້າຕົກຂະ ໜາດນ້ອຍທີ່ກຳລັງກໍ່ສ້າງນັ້ນໄດ້ພັງລົງ, ເຮັດໃຫ້ເກີດນໍ້າຖ້ວມກະທັນຫັນ ແລະສ້າງຄວາມກັງວົນກ່ຽວກັບຄວາມປອດໄພຂອງໂຄງການເຂື່ອນໄຟຟ້າພະລັງງານໄຟຟ້າ.

ອີງຕາມອົງການຈັດຕັ້ງທາງສັງຄົມ, ການຕັ້ງນິຄົມກະສິກຳຂະໜາດໃຫຍ່ ແລະເປັນການລົງທຶນຂອງຕ່າງປະເທດນັ້ນ ເຮັດໃຫ້ຊາວກະສິກອນໃນທ້ອງຖິ່ນຕ້ອງໄດ້ຍົກຍ້າຍຖິ່ນຖານ ແລະຫຼາຍຄົນຕ້ອງໄດ້ໄປຊອກຫາວຽກເຮັດງານທຳເປັນລາຍ ວັນ ໂດຍຜ່ານນາຍໜ້າໃນທ້ອງຖິ່ນເຊິ່ງເຮັດໃຫ້ມີຄວາມສ່ຽງສູງທີ່ຈະຖືກຂູດຮີດ.

ມີແຮງງານທີ່ເປັນຄົນເຂົ້າເມືອງທີ່ບໍ່ມີໃບອະນຸຍາດຢູ່ໃນປະເທດ, ໂດຍສະເພາະແມ່ນມາຈາກຫວຽດນາມແລະມຽນມາ ທີ່ມີຄວາມສ່ຽງສູງທີ່ຈະຖືກຂູດຮີດຈາກນາຍຈ້າງໃນຂະແໜງການຕັດໄມ້, ຂຸດຄົ້ນບໍ່ແຮ່ແລະຂະແໜງກະສິກຳ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG