ລາຍງານປະຈຳປີ 2022 ຂອງກະຊວງການຕ່າງປະເທດສະຫະລັດ ກ່ຽວກັບ ການນັບຖືສິດທິມະນຸດຢູ່ໃນທົ່ວໂລກທີ່ເຜີຍແຜ່ອອກມາໃນທ້າຍເດືອນມີນາ ຜ່ານມາຍັງສືບຕໍ່ພົບວ່າ ສປປ ລາວທີ່ປົກຄອງໂດຍພັກດຽວນນັ້ນ ມີຂໍ້ບົກຜ່ອງ ໃນດ້ານການເຄົາລົບນັບຖືສິດທິມະນຸດຢູ່ໃນຫລາຍດ້ານ ຊຶ່ງພໍສະຫລຸບໄດ້ດັ່ງນີ້.
ກ່ອນອື່ນໝົດຈະເຫັນໄດ້ຈາກການເລືອກຕັ້ງສະພາແຫ່ງຊາດ ໃນເດືອນພະຈິກ ປີ 2021 ຜ່ານມາ ທີ່ດຳເນີນໄປແບບບໍ່ມີເສລີພາບ ແລະບໍ່ຍຸຕິທຳ. ພັກຂອງ ລັດຖະບານທີ່ປົກຄອງປະເທດ ຢູ່ນັ້ນໄດ້ຄັດເລືອກເອົາຜູ້ສະໝັກລົງແຂ່ງຂັນທັງໝົດ ແລະການປ່ອນບັດເລືອກຕັ້ງ ແມ່ນມີຂໍ້ບັງຄັບສຳລັບພົນລະເມືອງທຸກຄົນ.
ອີກດ້ານນຶ່ງກໍຄືກະຊວງຮັກສາຄວາມສະຫງົບເປັນຜູ້ຮັກສາຄວາມປອດໄພພາຍໃນ ແລະຮັບຜິດຊອບໃນການປະຕິບັດກົດໝາຍຊຶ່ງກະຊວງດັ່ງກ່າວ ໄດ້ຄວບຄຸມດູແລໃນຂັ້ນທ້ອງຖິ່ນ, ການຈະລາຈອນ, ການກວດຄົນເຂົ້າເມືອງ ແລະຕຳຫຼວດຮັກສາຄວາມສະຫງົບ, ກອງຫຼອນໃນແຕ່ລະຄຸ້ມບ້ານ ແລະໜ່ວຍຕຳຫຼວດຕິດອາວຸດອື່ນໆ. ກອງກຳລັງທະຫານທຸກພາກສ່ວນໃນກະຊວງປ້ອງກັນປະເທດ ກໍມີຄວາມຮັບຜິດຊອບໃນບາງສ່ວນຂອງການຮັກສາຄວາມສະຫງົບພາຍໃນປະເທດເຊັ່ນກັນ ຊຶ່ງກຳລັງທະຫານທີ່ວ່ານີ້ ຈຳນວນນຶ່ງໄດ້ລະເມີດສິດທິມະນຸດຢ່າງໜັກ.
ໃນຂະນະທີ່ລັດຖະບານຂອງລາວໄດ້ດຳເນີນ ຄະດີ ແລະລົງໂທດຕໍ່ພວກເຈົ້າໜ້າທີ່ ແລະຕຳຫລວດໃນການສໍ້ລາດບັງຫຼວງ ແຕ່ບໍ່ມີການດຳເນີນຄະດີຫລືລົງໂທດຕໍ່ພະນັກງານທີ່ກະທຳຜິດໃນດ້ານອື່ນ. ຕຳຫລວດພ້ອມກັບເຈົ້າໜ້າທີ່ຮັກສາຄວາມໝັ້ນຄົງໄດ້ລະເມີດສິດທິມະນຸດໂດຍບໍ່ຖືກໂທດ ຫລືເອົາຄວາມຜິດແຕ່ຢ່າງໃດເລີຍ.
ຍັງມີລາຍງານທີ່ໜ້າເຊື່ອຖືໄດ້ກ່ຽວກັບ ການກັກຂັງຄົນແບບພາລະການ, ນັກໂທດການເມືອງ, ການດຳເນີນຄະດີຍັງຂາດຄວາມເປັນອິດສະຫລະ, ມີຂໍ້ຈຳກັດຢ່າງໜັກ ໃນການສະແດງຄວາມຄິດເຫັນຢ່າງເປີດເຜີຍ ແລະໃນການອອກຂ່າວ ຊຶ່ງລວມມີການສິ້ງຊອມຕິດຕາມເບິ່ງແລະການແຊກແຊງຢ່າງຫຼວງ ຫຼາຍຕໍ່ສິດ ໃນການໂຮມຊຸມນຸມ ຢ່າງສັນຕິ ແລະ ສິດເສລີພາບ. ນອກນັ້ນ ກໍຍັງມີຂໍ້ຈຳກັດໃນການເຂົ້າຮ່ວມທາງດ້ານ ການເມືອງ ແລະການສໍ້ລາດບັງຫຼວງ.
ໃນລາຍງານສະບັບນີ້ ຈັດການນັບຖືສິດທິມະນຸດອອກເປັນ 7 ໝວດ:
ໝວດ ທີ 1 ແມ່ນການນັບຖືສິດອັນຊອບທໍາຂອງບຸກຄົນ. ໃນນີ້ມີຢູ່ 6 ດ້ານ ໃນການໄດ້ຮັບມີເສລີພາບທີ່ບໍ່ໃຫ້ຖືກ:
1. ການຂ້າຄົນຕາຍໂດຍພາລະການ ແລະການສັງຫານຊີວິດທີ່ບໍ່ຖືກຕ້ອງຕາມ ກົດໝາຍແບບອື່ນໆ ຫຼື ຍ້ອນເຫດຜົນທາງການເມືອງ ຊຶ່ງໃນດ້ານນີ້ປີຜ່ານມາແມ່ນບໍ່ມີລາຍງານທີ່ໜ້າເຊື່ອຖືໄດ້ວ່າ ລັດຖະບານລາວ ຫລືອົງການໃດຂອງ ລັດຖະບານໄດ້ກະທໍາເຊັ່ນນັ້ນ.
2. ບໍ່ມີລາຍງານທີ່ໜ້າເຊື່ອຖືໄດ້ວ່າມີກໍລະນີຫາຍສາບສູນໃໝ່ຢູ່ໃນລາວ ແຕ່ຢ່າງໃດກໍຕາມກໍຍັງບໍ່ມີຄວາມຄືບໜ້າໃດໆ ໃນເລື້ອງການລັກພາຕົວທ່ານສົມບັດ ສົມ ພອນ, ຜູ້ນຳສັງຄົມພົນລະເຮືອນທີ່ໂດດເດັ່ນທີ່ຖືກລັກພາຕົວໃນປີ 2012 ນັ້ນເລີຍ.
3. ການທໍລະມານ ແລະການກະທຳທີ່ໂຫດຮ້າຍອື່ນໆ ຫລື ການລົງໂທດທີ່ ຂາດມະນຸດສະທໍາ: ມີລາຍງານວ່າການທີ່ຜູ້ລະເມີດສິດທິມະນຸດໃນດ້ານນີ້ ທີ່ຖືກປົກປ້ອງບໍ່ໃຫ້ຖືກ ໂທດຍັງຄົງເປັນບັນຫາຢູ່.
4. ທັງຕໍາຫລວດ, ທະຫານ ແລະກົມພາສີມີສິດອໍານາດໃນການຈັບກຸມຄົນ ແຕ່ ກໍມີແຕ່ຕໍາຫລວດເທົ່ານັ້ນທີ່ໄດ້ໃຊ້ສິດດັ່ງກ່າວ. ກົດໝາຍໄດ້ໃຫ້ສິດໃນການກໍາ ນົດກ່ຽວກັບຄວາມຖືກຕ້ອງຂອງການກັກຂັງເຂົາເຈົ້າໃນທັນທີທັນໃດ. ກົດໝາຍ ດັ່ງກ່າວຍັງຮຽກຮ້ອງໃຫ້ພວກເຈົ້າໜ້າທີ່ແຈ້ງເຕືອນພວກຖືກກັກຂັງຊາບ ກ່ຽວກັບ ຂໍ້ກ່າວຫາທີ່ມີຕໍ່ເຂົາເຈົ້າ ແລະແຈ້ງໃຫ້ພີ່ນ້ອງຮູ້ຈັກກ່ຽວກັບການກັກ ຂັງພວກ ເຂົາໄປພາຍໃນ 24 ຊົ່ວໂມງຫລັງຈາກຖືກຈັບ, ແຕ່ວ່າເຫດການຕົວຈິງ ບໍ່ໄດ້ ເປັນແບບນັ້ນສະເໝີໄປໂດຍສະເພາະແມ່ນຢູ່ໃນເຂດຊົນນະບົດ.
ພວກນັກຊ່ຽວຊານດ້ານສິດທິມະນຸດເວົ້າວ່າ ມີຢ່າງໜ້ອຍ 4 ຄົນທີ່ເປັນນັກໂທດການເມືອງຢູ່ລາວ ແລະ ລັດຖະບານບໍ່ອານຸຍາດໃຫ້ອົງການສິດທິມະນຸດ ແລະອົງການບໍ່ຂຶ້ນກັບລັດຖະບານ ເຂົ້າຫາພວກນັກໂທດການເມືອງໄດ້.
5. ລັດຖະທຳມະນູນ ແລະກົດໝາຍແມ່ນບໍ່ມີສິດເທົ່າທຽມກັບພັກທີ່ປົກຄອງປະເທດ. ການສໍ້ລາດບັງຫຼວງ ແລະຜູ້ພິພາກສາທີ່ປະຕິບັດງານຢູ່ນອກກົດໝາຍ ໂດຍບໍ່ ຄ່ອຍໄດ້ຮັບການລົງໂທດຍັງສືບຕໍ່ມີຢູ່ໃນລາວ. ກົດໝາຍແມ່ນໃຫ້ສິດແກ່ຄົນວ່າ ໃຫ້ໄດ້ຮັບການດຳ ເນີນຄະດີ ທີ່ມີຄວາມຍຸຕິທຳ ແລະເປີດເຜີຍ, ແຕ່ວ່າຜູ້ພິພາກສາ ກໍບໍ່ໄດ້ເຮັດຕາມ ສິດນີ້ສະເໝີໄປ.
6. ໂດຍທົ່ວໄປແລ້ວກົດໝາຍຫ້າມ ການແຊກແຊງເຂົ້າໃນຄວາມເປັນສ່ວນຕົວຂອງບຸກຄົນ, ຂອງຄອບຄົວ ຫລື ຂອງເຮືອນແຕ່ລັດຖະບານໄດ້ສືບຕໍ່ ນຳໃຊ້ຂໍ້ການຍົກ ເວັ້ນໃນກົດໝາຍດ້ານຄວາມ ໝັ້ນຄົງຢ່າງກວ້າງຂວາງເມື່ອເຂົາເຈົ້າຄິດວ່າ ມັນເປັນໄພຂົ່ມຂູ່ດ້ານຄວາມໝັ້ນຄົງຂອງຊາດ.
ໝວດທີ 2 ການນັບຖືສິດເສລີພາບ ຊຶ່ງລວມມີເສລີພາບໃນ 5 ດ້ານຄື:
1. ລັດຖະບານໄດ້ຈຳກັດການປາກເວົ້າ, ການຂຽນ ແລະຫ້າມການວິພາກວິຈານທາງການເມືອງ ຂອງປະຊາຊົນສ່ວນໃຫຍ່ທີ່ຖືວ່າເປັນອັນຕະລາຍຕໍ່ຊື່ສຽງຂອງ ລັດນັ້ນຢ່າງເຄັ່ງຄັດ. ລັດເປັນເຈົ້າຂອງແລະຄວບຄຸມສື່ສິ່ງພິມ ແລະຂ່າວສານ ທາງ ເອເລັກໂຕຣນິກພາຍໃນປະເທດ. ບໍ່ມີອົງການຂ່າວຕ່າງປະເທດໃດສາມາດຕັ້ງຫ້ອງການຂອງຕົນໃນລາວໄດ້ນອກຈາກຈີນ ແລະຫວຽດນາມເທົ່ານັ້ນ. ສຳນັກພິມ ແລະພວກນັກຂ່າວໂດຍລວມແລ້ວ ແມ່ນຮູ້ຈັກວ່າເນື້ອໃນຂຽນແບບໃດຈຶ່ງໄດ້ຮັບອະນຸມັດຈາກລັດຖະບານໃຫ້ອອກຂ່າວໄດ້ ແລະກໍຕ້ອງລະມັດລະວັງໃນການອອກຂ່າວ ຕົວຢ່າງເຊັ່ນ ມີການອອກຂ່າວຢ່າງຈຳກັດກ່ຽວກັບການບຸກລຸກຂອງຣັດເຊຍໃນຢູເຄຣນ ແລະບໍ່ມີການອອກຂ່າວກ່ຽວກັບການປະທ້ວງຢ່າງແຜ່ຫລາຍຄັດຄ້ານການປິດເມືອງຍ້ອນໂຄວິດ-19 ຢູ່ຈີນ.
1. ສິດເສລີພາບໃນການຊຸມນຸມປະທ້ວງຢ່າງສະຫງົບຍັງຖືກຈຳກັດ. ມີການຫ້າມເຂົ້າຮ່ວມການເດີນຂະບວນປະທ້ວງ, ຫຼືການເຄື່ອນໄຫວອື່ນໆທີ່ “ກໍ່ໃຫ້ເກີດຄວາມວຸ້ນວາຍຫຼືຄວາມບໍ່ສະຫງົບໃນສັງຄົມ,” ໂດຍບໍ່ໄດ້ຮັບ ອະນຸຍາດຈາກລັດຖະບານ.
3. ລັດຖະບານຮັບຮູ້ຢ່າງເປັນທາງການວ່າຢູ່ລາວມີ 4 ສາສະໜາຄື: ສາສະໜາພຸດ, ສາສະໜາຄຣິສຕຽນ, ອິສລາມ ແລະສາດສະໜາ ບາຮາຍ. ແຕ່ຜູ້ນຳສາສະໜາກ່າວວ່າ ຍັງມີການຈໍາກັດແບບບໍ່ຖືກຕ້ອງຕໍ່ສິດເສລີພາບທາງ ສາສະໜາຢູ່ໃນເຂດຊົນນະບົດ.
4. ການເຄື່ອນໄຫວພາຍໃນຂອງພົນລະເມືອງ: ລັດຖະບານໄດ້ ຈຳກັດສິດເສລີພາບໃນກເພື່ອຈຸດປະສົງທາງສາດສະໜາ, ລວມທັງການເດີນທາງຂອງອາຈານ ສອນສາສະໜາ ຫລືໄປໂບດ.
5. ຍ້ອນການຂາດການຕິດຕາມກວດກາຢ່າງຄົບຖ້ວນ ແລະທັນເວລາຂອງອົງການຈັດຕັ້ງສາກົນ ແລະນັກສັງເກດທີ່ເປັນອິດສະຫຼະເຮັດໃຫ້ມີຄວາມຫຍຸ້ງຍາກ ໃນການກວດ ສອບຈຳນວນ ແລະສະພາບຂອງຜູ້ອົບພະຍົບພາຍໃນ.
ໝວດທີ 3. ສິດເສລີພາບໃນການມີສ່ວນຮ່ວມໃນຂະບວນການທາງການເມືອງ ກົດໝາຍບໍ່ອະນຸຍາດໃຫ້ພົນລະເມືອງເລືອກເອົາລັດຖະບານຂອງຕົນຢ່າງເສລີ ແລະຍຸຕິທຳໂດຍອີງໃສ່ການມີສິດເສຣີພາບໃນທົ່ວໂລກ ແລະເທົ່າທຽມກັນນັ້ນໄດ້ ຢູ່ໃນການເລືອກຕັ້ງຕ່າງໆ. ເຖິງແມ່ນວ່າລັດຖະທຳມະນູນໄດ້ກຳນົດລະບົບການ ປົກຄອງປະເທດວ່າມີຂະແໜງບໍລິຫານ, ນິຕິບັນຍັດ ແລະຕຸລາການກໍຕາມ ແຕ່ວ່າ ພັກປະຊາຊົນປະຕິວັດລາວ ເປັນຜູ້ຄວບຄຸມການປົກຄອງ ແລະການນຳພາທຸກຂັ້ນ.
ໝວດທີ 4. ການສໍ້ລາດບັງຫຼວງແລະການຂາດຄວາມໂປ່ງໃສໃນລັດຖະບານ
ກົດໝາຍລະບຸໃຫ້ລົງໂທດທາງອາຍາສຳລັບການສໍ້ລາດບັງຫຼວງຂອງເຈົ້າໜ້າທີ່ແລະ ລັດຖະບານກໍໄດ້ມີຄວາມຄືບໜ້າບາງຢ່າງໃນດ້ານນີ້ ແຕ່ເຈົ້າໜ້າທີ່ບາງຄົນກໍຍັງສືບຕໍ່ ປະຕິບັດການສໍ້ລາດບັງຫຼວງໂດຍບໍ່ຖືກລົງໂທດໃດໆ. ການສໍ້ລາດບັງຫຼວງຂອງ ພະະນັກງານລັດແມ່ນມີຢ່າງແຜ່ຫຼາຍ ແລະສາມາດເຫັນໃນທຸກລະດັບ ຂອງລັດຖະບານ.
ໝວດທີ 5. ທັດສະນະຄະຕິຂອງລັດຖະບານກ່ຽວກັບການສືບສວນຂອງສາກົນແລະ ອົງການບໍ່ຂຶ້ນກັບລັດຖະບານກ່ຽວກັບການລະເມີດສິດທິມະນຸດ
ກຸ່ມສິດທິມະນຸດພາຍໃນແລະຕ່າງປະເທດສາມາດດຳເນີນງານພຽງແຕ່ຢູ່ພາຍໃຕ້ການຕິດຕາມກວດກາຂອງລັດຖະບານເທົ່ານັ້ນ. ລັດຖະບານໄດ້ຈຳກັດຄວາມ ສາມາດໃນການສືບສວນ ຫຼືເຜີຍແຜ່ຜົນການສືບສວນກ່ຽວກັບ ການລະເມີດສິດ ທິມະນຸດ.
ໝວດທີ 6. ການຈຳແນກ, ການລ່ວງລະເມີດທາງສັງຄົມ, ແລະການຄ້າມະນຸດ ກົດໝາຍໄດ້ກຳນົດວ່າ ການຂົ່ມຂືນ “ບຸກຄົນນຶ່ງ” ໃຫ້ຖືກໂທດຈຳຄຸກແຕ່ 4 ປີຫາ 6 ປີ. ກົດໝາຍໄດ້ກຳນົດວ່າ ການຂົ່ມຂືນ “ບຸກຄົນນຶ່ງ” ໃຫ້ຖືກໂທດຈຳຄຸກແຕ່ 4 ປີຫາ 6 ປີ. ການຈໍາຄຸກແມ່ນດົນກວ່າ ຖ້າຜູ້ຖືກເຄາະຮ້າຍອາຍຸຕໍ່າກວ່າ 18 ປີ ຫຼືໄດ້ຮັບບາດ ເຈັບສາຫັດ ຫລືຖືກຂ້າຕາຍ.
ເຖິງແມ່ນການທາລຸນຮ່າງກາຍພາຍໃນຄອບຄົວ ແມ່ນຜິດກົດໝາຍແຕ່ກໍບໍ່ ຄ່ອຍມີໃຜລາຍງານເລື້ອງນີ້ ຍ້ອນຢ້ານຖືກດູໝິ່ນໃນສັງຄົມ.
ໃນບາງຂົງເຂດທັດສະນະຄະຕິດັ້ງເດີມກ່ຽວກັບບົດບາດຍິງ -ຊາຍໄດ້ເຮັດໃຫ້ແມ່ຍິງ ແລະເດັກຍິງຢູ່ໃນຖານະທີ່ຕໍ່າກວ່າ ຜູ້ຊາຍ ແລະກີດຂວາງພວກເຂົາເຈົ້າບໍ່ໃຫ້ເຂົ້າເຖິງ ການສຶກສາ, ການຈ້າງງານ ແລະໂອກາດທາງ ທຸລະກິດໄດ້.
ຍັງສືບຕໍ່ມີການຈຳແນກຊົນຊາດຊົນເຜົ່າສ່ວນນ້ອຍຢູ່ໃນສັງຄົມຢູ່ ເຖິງແມ່ນວ່າກົດໝາຍ ແລະນະໂຍບາຍໄດ້ໃຫ້ສິດທິເທົ່າທຽມກັນ ແກ່ສະມາຊິກຂອງທຸກຊົນຊາດຊົນເຜົ່າ ໃນດ້ານການຈ້າງງານ ແລະອາຊີບ ແລະຫ້າມມີການຈຳແນກກໍຕາມ.
ໝວດທີ 7. ສິດທິຂອງຜູ້ອອກແຮງງານ:
ຜູ້ອອກແຮງງານບໍ່ມີສິດທາງກົດໝາຍໃນການສ້າງຕັ້ງ ແລະເຂົ້າຮ່ວມອົງການ ຈັດຕັ້ງ ແຮງງານທີ່ເປັນເອກະລາດນອກຈາກສະຫະພັນກຳມະບານລາວ ເຊິ່ງເປັນອົງການນຶ່ງຂອງພັກນັ້ນ.
ນອກຈາກນັ້ນ ແຮງງານລາວ ແລະຕ່າງປະເທດທີ່ຢູ່ໃນ ແລະຢູ່ໃກ້ນິຄົມຂອງຕ່າງປະເທດ ແລະເຂດເສຖະກິດພິເສດມີຄວາມສ່ຽງສູງທີ່ຈະຕົກເປັນເຫຍື່ອຂອງການຄ້າມະນຸດ.
ທີ່ທ່ານໄດ້ຮັບຟັງຜ່ານໄປຄືບົດລາຍງານປະຈໍາປີ 2022 ກ່ຽວກັບການ ນັບຖືສິດທິມະນຸດຢູ່ໃນທົ່ວໂລກຂອງກະຊວງການຕ່າງປະເທດສະຫະລັດ ທີ່ກ່ຽວຂ້ອງກັບ ສ ປປ ລາວ.