ລິ້ງ ສຳຫລັບເຂົ້າຫາ

logo-print

ລາຍງານການນັບຖືສິດທິມະນຸດຢູ່ລາວ ປະຈໍາປີ 2020 ໂດຍກະຊວງການຕ່າງປະເທດ ສຫລ (ພາກ II)


ທ່ານ ແອນໂຕນີ ບລິງເກັນ ກ່າວຄໍາປາໄສເຖິງ 'ບົດລາຍງານ ປະຈໍາປີ 2020 ກ່ຽວກັບການນັບຖືສິດທິມະນຸດ,' ທີ່ກະຊວງການຕ່າງປະເທດສະຫະລັດ,​ ວັນທີ 30 ມີນາ, 2021 (ພາບຖ່າຍໂດຍ Mandel Ngan/Pool via AP)

ໃນລາຍການພິເສດມື້ນີ້ ພວກເຮົາຈະນໍາບົດລາຍງານປະຈໍາປີ 2020 ກ່ຽວກັບການນັບຖືສິດທິມະນຸດ ຢູ່​ໃນ​ທົ່ວ​ໂລກທີ່ກະຊວງການຕ່າງປະເທດສະຫະລັດ ໄດ້ພິມເຜີຍແຜ່ອອກມາ ໃນວັນທີ 30 ມີນານີ້ເອງ ຊຶ່ງໃນນັ້ນ ພາກສ່ວນທີ່ກ່ຽວຂ້ອງກັບລາວ ມີຢູ່ 3 ພາກທີ່ສໍາຄັນ​ ແລະມື້ນີ້ ພວກເຮົາຈະນໍາ​ພາກທີ 2 ມາສະເໜີທ່ານ. ອັນດັບຕໍ່ໄປຂໍ​ເຊີນ​ທ່ານ​ຮັບ​ຟັງລາຍລະອຽດກ່ຽວ ກັບລາຍ​ງານນີ້ ຈາກບົວສະຫວັນໄດ້​ເລີຍ.

ດັ່ງໄດ້ສະເໜີໄປໃນວັນອາທິດແລ້ວນີ້ ລາຍ​ງານ​ປະຈຳປີ 2020 ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່ຽວກັບການນັບຖືສິດທິມະນຸດຢູ່​ໃນ​ທົ່ວ​ໂລກ ໄດ້ ຈັດການນັບຖືສິດທິມະນຸດ ອອກເປັນ 7 ໝວດ. ມື້ນີ້ ພວກເຮົາຈະເວົ້າເຖິງ 2 ດ້ານສຸດທ້າຍ ຂອງໝວດທີ 1 ຊຶ່ງມີລາຍລະອຽດດັ່ງນີ້.

5. ການດໍາເນີນຄະດີແບບເປີດເຜີຍທີ່ຍຸຕິທໍາ:
ກົດໝາຍລະບຸໄວ້ວ່າໃຫ້ມີການດໍາເນີນຄະດີທີ່ເປັນອິດສະລະ, ແຕ່ວ່າການສໍ້ລາດບັງຫຼວງ ແລະຜູ້ພິພາກສາທີ່ປະຕິບັດງານຢູ່ນອກກົດໝາຍໂດຍບໍ່ໄດ້ຮັບການລົງ ໂທດຍັງສືບຕໍ່ມີຢູ່ໃນລາວ. ມີລາຍງານວ່າຜູ້ພິພາກສາບາງຄົນຍອມຮັບສິນບົນ. “ມັນເປັນການຍາກຫລາຍສຳລັບຄົນທີ່ບໍ່ມີເງິນຫລາຍທີ່ຈະຊະນະຄະດີ ໃນສານຍ້ອນການສໍ້ລາດບັງຫຼວງທີ່ແຜ່ຫຼາຍ,” ອີງຕາມທະນາຍຄວາມຄົນນຶ່ງ. ກອບກົດ ໝາຍໃຫ້ຄຳແນະນຳ ໃຫ້ຈໍາເລີຍມີທີ່ປຶກສາ, ການທົບທວນຫຼັກຖານ ແລະການສົມມຸດໄວ້ກ່ອນວ່າບໍລິສຸດ. ແຕ່ກໍມີລາຍງານວ່າ ຜູ້ພິພາກສາໄດ້ຕັດສິນວ່າ ຄົນ ຜູ້ນຶ່ງມີຄວາມຜິດ ຫລືບໍ່ມີຄວາມຜິດໂດຍອີງໃສ່ບົດລາຍງານການສືບສວນຂອງຕຳຫຼວດ ຫລື ຂອງໄອຍະການ.

ກົດໝາຍແມ່ນໃຫ້ສິດແກ່ຄົນໄດ້ຮັບການດຳເນີນຄະດີທີ່ມີຄວາມຍຸຕິທຳ ແລະເປີດເຜີຍ, ແຕ່ວ່າຜູ້ພິພາກສາກໍບໍ່ໄດ້ເຮັດຕາມສິດນີ້ສະເໝີໄປ. ການໄຕ່ສວນ ຄະດີສ່ວນໃຫຍ່, ລວມທັງການໄຕ່ສວນຄະດີອາຍາ, ຕົ້ນຕໍແມ່ນການກວດສອບເບື້ອງຕົ້ນຂອງຜູ້ຖືກກ່າວຫາແລະການທົບທວນຫຼັກຖານ. ຈຳເລີຍບໍ່ມີສິດທີ່ຈະຮູ້ໄດ້ທັນທີແລະລະອຽດກ່ຽວກັບການກ່າວຫາຕໍ່ພວກເຂົາເຈົ້າ ເຖິງແມ່ນວ່າກົດ ໝາຍຮຽກຮ້ອງໃຫ້ເຈົ້າໜ້າທີ່ຕ້ອງແຈ້ງໃຫ້ບຸກຄົນຮູ້ເຖິງສິດທິຂອງເຂົາເຈົ້າກໍຕາມ.
ພ້ອມກັນນັ້ນກົດໝາຍໄດ້ໃຫ້ສິດແກ່ຈຳເລີຍໃນການປ້ອງກັນຕົວເອງໂດຍໄດ້ຮັບການຊ່ວຍເຫຼືອຂອງທະນາຍຄວາມຫຼືບຸກຄົນອື່ນ, ແຕ່ວ່າ ບາງຄັ້ງທະນາຍຄວາມ ກໍບໍ່ຍິນດີທີ່ຈະປ້ອງກັນ ໃນຄະດີທີ່ມີຄວາມຫລໍ່ແຫລມ ຍ້ອນຢ້ານກົວຕໍ່ການແກ້ ແຄ້ນຂອງເຈົ້າໜ້າທີ່ທ້ອງຖິ່ນ.

ຍັງບໍ່ມີສະຖິຕິຂອງລັດຖະບານ ຫລືຈໍານວນຄາດຄະເນທີ່ໜ້າເຊື່ອຖືໄດ້ກ່ຽວກັບ ຈຳນວນນັກໂທດການເມືອງ ແລະຜູ້ຖືກຄຸມຂັງຍ້ອນເລື້ອງການເມືອງ. ໃນເດືອນມິຖຸນາ 2019, ມີ 9 ຄົນຈາກແຂວງເຊກອງຖືກຕັດສິນລົງໂທດຈຳຄຸກແຕ່ 2 ປີຫາ 6 ປີ ຍ້ອນທໍາການປະທ້ວງໃນປີ 2017 ຕໍ່ການທີ່ລັດຖະບານໃຫ້ບໍລິສັດຫວຽດ ນາມສຳປະທານດິນໃນເນື້ອທີ່ດິນ ທີ່ເຄີຍຖືກນຳໃຊ້ເຂົ້າໃນການປູກຝັງພືດ ຕ່າງໆ. ນັກໂທດການເມືອງ 3 ຄົນ ຄື ທ້າວ ສົມພອນ ພິມ-ມະສອນ, ທ້າວສຸການ ໃຈທັດ ແລະນາງຫລອດຄໍາ ທໍາມະວົງ ໄດ້ຖືກຕັດສິນໂທດຈຳຄຸກ 20 ປີ, 16 ປີ, ແລະ 12 ປີ ຕາມລຳດັບ ຖືກຂໍ້ຫາຫຼາຍຢ່າງລວມທັງການກະບົດ, ການໂຄສະນາຊວນເຊື່ອຕ້ານລັດຖະບານແລະການໂຮມຊຸມນຸມເພື່ອແນໃສ່ກໍ່ໃຫ້ເກີດຄວາມວຸ້ນວາຍໃນສັງຄົມ.

ນອກນັ້ນ ກໍຍັງມີການແກ້ແຄ້ນຄືນຍ້ອນເຫດຜົນທາງການເມືອງຕໍ່ບຸກຄົນທີ່ຢູ່ຕ່າງປະເທດ. ມາຮອດເດືອນພະຈິກຜ່ານມາ, ຍັງບໍ່ມີໃຜຮູ້ບ່ອນຢູ່ອາໄສຂອງທ້າວອອດ ໄຊຍະວົງ, ນັກເຄື່ອນໄຫວລາວເພື່ອປະຊາທິໄຕ ທີ່ອາໄສຢູ່ໄທທີ່ຫາຍຕົວໄປໃນເດືອນສິງຫາ 2019 ນັ້ນເທື່ອ. ລາວໄດ້ຕຳໜິຕິຕຽນລັດຖະບານລາວແລະ ກຳລັງຊອກຫາບ່ອນລີ້ໄພຢູ່ ໃນປະເທດທີສາມຢູ່ໃນຕອນນັ້ນ.

ສ່ວນຂັ້ນຕອນການດຳເນີນຄະດີແລະວິທີການແກ້ໄຂທາງແພ່ງນັ້ນ ກົດໝາຍໄດ້ ກຳນົດວ່າ ໃຫ້ມີຄວາມເປັນອິດສະຫລະ ໃນການພິພາກສາຄະດີແພ່ງ, ແຕ່ວ່າ ການບັງຄັບໃຊ້ ຄຳສັ່ງຂອງສານຍັງຄົງເປັນບັນຫາ. ການຊົດເຊີຍຊັບສິນຂອງບາງຄອບຄົວຖືກຍົກຍ້າຍຍ້ອນໂຄງການທາງລົດໄຟເຊື່ອມຕໍ່ນະຄອນຫຼວງວຽງຈັນກັບຈີນຈົ່ມວ່າ ພວກເຂົາບໍ່ໄດ້ຮັບຄ່າຊົດເຊີຍພຽງພໍ.

6. ການແຊກແຊງເຂົ້າໃນຄວາມເປັນສ່ວນຕົວຂອງບຸກຄົນ, ຂອງຄອບຄົວ ຫລື ຂອງເຮືອນກົດໝາຍຫ້າມການກະທຳເຊັ່ນນັ້ນ ແຕ່ລັດຖະບານໄດ້ສືບຕໍ່ນຳໃຊ້ຂໍ້ການຍົກເວັ້ນໃນກົດໝາຍດ້ານຄວາມໝັ້ນຄົງຢ່າງກວ້າງຂວາງເມື່ອເຂົາເຈົ້າ ຄິດວ່າມັນເປັນໄພຂົ່ມຂູ່ດ້ານຄວາມໝັ້ນຄົງຂອງຊາດ. ກົດໝາຍຫ້າມບໍ່ໃຫ້ກວດຄົ້ນຫາ ແລະຢືດເອົາ ສິ່ງຂອງໂດຍປາດສະຈາກໃບອະນຸຍາດໃນການຄົ້ນຫາຈາກໄອຍະການ ຫລືຄະນະຜູ້ພິພາກສາ, ແຕ່ຕຳຫຼວດກໍບໍ່ໄດ້ມີໃບອະນຸມັດກ່ອນສະເໝີໄປໃນເວລາ ເຂົ້າກວດຄົ້ນ ໂດຍສະເພາະໃນເຂດຊົນນະບົດ.
ໃນເດືອນມີນາປີກາຍນີ້ ກະຊວງໄປສະນີແລະໂທລະຄົມມະນາຄົມໄດ້ປະກາດໃຫ້ຜູ້ໃຊ້ໂທລະສັບມືຖືທຸກຄົນຕ້ອງລົງທະບຽນຊິມກາດ ໂດຍໃຫ້ຂໍ້ມູນສ່ວນຕົວແກ່ລັດຖະ ບານ. ກະຊວງປ້ອງກັນຄວາມສະຫງົບກວດກາເບິ່ງການເຄື່ອນໄຫວຂອງພົນລະເມືອງໂດຍຜ່ານເຄືອຂ່າຍເຝົ້າຕິດຕາມ ເຊິ່ງປະກອບມີຕຳຫຼວດລັບ.

ກົດໝາຍອະນຸຍາດໃຫ້ພົນລະເມືອງລາວແຕ່ງງານກັບຄົນຕ່າງປະເທດໄດ້ໂດຍມີການອະນຸມັດຈາກລັດຖະບານກ່ອນ ແຕ່ວ່າຂັ້ນຕອນຂໍອະນຸຍາດດັ່ງກ່າວ ແມ່ນຫຍຸ້ງຍາກ, ເຊິ່ງເປັນການເປີດໂອກາດໃຫ້ເຈົ້າໜ້າທີ່ຮັບສິນບົນ.

ໝວດທີ 2 ການນັບຖືສິດເສລີພາບ ຊຶ່ງລວມມີເສລີພາບໃນ 6 ດ້ານຄື:

1. ການປາກເວົ້າ, ລວມທັງເສລີພາບໃນການອອກຂ່າວ
ກົດໝາຍໄດ້ກຳນົດໃຫ້ທຸກຄົນ ມີສິດເສລີພາບໃນການສະແດງຄວາມຄິດຄວາມ ເຫັນ, ລວມທັງການອອກຂ່າວ, ແຕ່ລັດຖະບານໄດ້ ຫ້າມການຂຽນແລະເວົ້າວິພາກວິຈານທາງການເມືອງທີ່ຖືວ່າເປັນອັນຕະລາຍຕໍ່ຊື່ສຽງຂອງຕົນນັ້ນຢ່າງ ເຄັ່ງຄັດ.

ໃນທ້າຍເດືອນສິງຫາຜ່ານມາ, ເຈົ້າໜ້າທີ່ ປ ກ ສ ແຂວງຈຳປາສັກໄດ້ຈັບກຸມທ້າວສັງຂານ ພະຈັນທະວົງ ທີ່ໄດ້ຕຳນິຕິຕຽນລັດຖະບານໂດຍໄດ້ຂຽນຂໍ້ຄວາມລົງໃນເຟສບຸກຂອງລາວ; ລາວໄດ້ຖືກຄຸມຂັງໃນຄຸກ ເປັນເວລານຶ່ງເດືອນ.

ນາງຫ້ວຍເຮືອງ ຫລື “ໝ້ວຍ” ໄຊຍະບູລີ ຖືກຈັບໃນເດືອນກັນຍາ 2019 ໃນຂໍ້ກ່າວຫາທີ່ດູຖູກປະເທດໃນເວລາທີ່ນາງວິພາກວິຈານຢູ່ໃນເຟສບຸກກ່ຽວກັບການຮັບມືຂອງລັດຖະບານກັບໄພນໍ້າຖ້ວມຢູ່ແຂວງຈຳປາສັກ ແລະແຂວງສາລະວັນ, ພາຍຫລັງທີ່ໄດ້ໃຊ້ສື່ສັງຄົມວິພາກວິຈານການທຸຈະລິດ ແລະຄວາມໂລບມາກໃນບັນດາເຈົ້າໜ້າທີ່ລັດໃນກ່ອນໜ້ານີ້. ນາງໄດ້ຖືກຕັດສິນຈຳຄຸກ 5 ປີແລະປັບໃໝ 20 ລ້ານກີບ (2,260 ໂດລາ).

ພ້ອມກັນນັ້ນ ໂດຍທົ່ວໄປແລ້ວ, ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ຫລື NGO ໄດ້ປະຕິບັດການກວດກາຕົນເອງ, ໂດຍສະເພາະຫຼັງຈາກການຫາຍຕົວໄປຂອງທ່ານສົມບັດສົມພອນ, ນັກສັງຄົມພົນລະເຮືອນທີ່ໄດ້ຮັບການນັບຖືຈາກສາກົນໃນປີ 2012.

ລັດເປັນເຈົ້າຂອງແລະຄວບຄຸມສື່ສິ່ງພິມ ແລະຂ່າວສານທາງເອເລັກໂຕຣນິກພາຍໃນປະເທດເກືອບໝົດທຸກແຫ່ງ. ຕາມກົດໝາຍແລ້ວ ສື່ມວນຊົນຕ່າງປະເທດຕ້ອງສົ່ງບົດຂຽນໃຫ້ລັດຖະບານກ່ອນຈຶ່ງພີມອອກເຜີຍແຜ່ໄດ້ ແຕ່ເຈົ້າໜ້າທີ່ກໍບໍ່ໄດ້ບັງຄັບໃຊ້ການຄວບຄຸມເຫລົ່ານີ້. ລັດຖະບານບໍ່ອະນຸຍາດໃຫ້ອົງການຂ່າວຕ່າງ ປະເທດສ້າງຕັ້ງສຳນັກງານຢູ່ໃນປະເທດ, ຍົກເວັ້ນອົງການຂ່າວຈາກປະເທດເພື່ອນບ້ານຈີນ ແລະຫວຽດນາມ. ໃນເດືອນກັນຍາຜ່ານມາກອງທັບໄດ້ເລີ່ມຕົ້ນເປີດຊ່ອງໂທລະພາບໃໝ່, ເຊິ່ງມີລາຍງານວ່າໄດ້ຮັບທຶນຈາກລັດຖະບານຈີນ. ເຖິງແມ່ນວ່າລັດຖະບານຈະຄວບຄຸມ ການອອກອາ ກາດທາງໂທລະພາບແລະວິທະຍຸພາຍໃນປະເທດຢ່າງເຄັ່ງຄັດກໍຕາມ ແຕ່ກໍບໍ່ໄດ້ແຊກແຊງເຂົ້າໃນການອອກອາກາດຈາກຕ່າງປະເທດ.

ເດືອນສິງຫາຜ່ານມາ, ທ່ານນາຍົກລັດຖະມົນຕີທອງລຸນ ສີສຸລິດໄດ້ຮຽກຮ້ອງໃຫ້ສື່ມວນຊົນແລະໂຄສະນາເຜີຍແຜ່ໃຫ້ເຈົ້າໜ້າທີ່ສືບຕໍ່ “ຕີຖອຍຂ່າວປອມ, ຫຼອກລວງ, ແລະຂ່າວຮ້າຍທີ່ພົບເຫັນ” ໃນສື່ສັງຄົມອອນລາຍ. ບົດລາຍງານສື່ມວນຊົນສາກົນຕີຄວາມໝາຍຄໍາເວົ້າດັ່ງກ່າວວ່າ ເປັນການແນະນຳໃຫ້ນັກຂ່າວບໍ່ໃຫ້ລາຍງານໃນທາງລົບຕໍ່ລັດຖະບານ. ລັດຖະບານໄດ້ຈຳກັດການເຄື່ອນໄຫວຂອງນັກຂ່າວຕ່າງປະເທດ. ເຈົ້າໜ້າທີ່ໄດ້ປະຕິເສດຕໍ່ນັກຂ່າວບໍ່ໃຫ້ເຂົ້າເຖິງແຫລ່ງຂໍ້ມູນຂ່າວສານຢ່າງມີອິດສະຫລະ. ພ້ອມກັນນັ້ນກໍຍັງມີຂໍ້ຫ້າມຫລືການຈຳກັດເນື້ອຫາຂອງຂ່າວອີກດ້ວຍ. ໃນເດືອນດຽວກັນກະຊວງໄປສະນີໂທລະຄົມມະນາຄົມ ແລະການສື່ສານກໍໄດ້ອອກຄຳແນະນຳຄືນອີກວ່າຜູ້ໃຊ້ສື່ສັງຄົມອອນລາຍຕ້ອງບໍ່ເອົາເນື້ອຫາຫລືຄຳເຫັນທີ່ຕໍາໜິວິຈານລັດ ຖະບານລົງ.

ນອກນັ້ນແລ້ວລັດຖະບານຍັງຄວບຄຸມໜ່ວຍເກັບຄວາມຈໍາອິນເຕີແນັດພາຍໃນ ປະເທດອີກດ້ວຍ ພ້ອມທັງເຝົ້າຕິດຕາມການໃຊ້ອິນເຕີແນັດຂອງຄົນ ແຕ່ກໍບໍ່ໄດ້ ກີດກັນ ຫລືຕັດການເຊົ້າເຖິງເວັບໄຊທ໌ຕ່າງໆ. ກົດໝາຍໃຫ້ສິດເສລີພາບໃນການຂີດຂຽນທາງສຶກສາ ແຕ່ວ່າລັດຖະບານໄດ້ ວາງຂໍ້ຈໍາກັດອອກມາ. ທັງຄົນສັນຊາດລາວ ແລະຕ່າງປະເທດຖືກຈໍາກັດໃນ ການເດີນທາງ, ການເຂົ້າເຖິງຂໍ້ມູນ, ແລະການພິມເຜີຍແຜ່.

2. ເຕົ້າໂຮມ ແລະຊຸມນຸມກັນຢ່າງສະຫງົບ
ກົດໝາຍບໍ່ໄດ້ກຳນົດໄວ້ວ່າ ໃຫ້ມີສິດເສລີພາບໃນການຊຸມນຸມປະທ້ວງຢ່າງສະ ຫງົບ ແລະຫ້າມການມີສ່ວນຮ່ວມໃນການເດີນຂະບວນປະທ້ວງ, ຫຼືການກະທຳອື່ນໆທີ່ “ກໍ່ໃຫ້ເກີດຄວາມວຸ້ນວາຍຫຼືຄວາມບໍ່ສະຫງົບໃນສັງຄົມ,” ໂດຍບໍ່ໄດ້ຮັບອະນຸຍາດຈາກລັດຖະບານ. ການເຂົ້າຮ່ວມກິດຈະກຳດັ່ງກ່າວ ແມ່ນຖືກລົງໂທດຕັດອິດສະລະພາບສູງສຸດ 5 ປີ. ໃນປີ 2018 ຕຳຫຼວດແຂວງສະຫວັນນະເຂດໄດ້ຫ້າມການສະແດງຄອນເສີດທີ່ນັກສະແດງແລະຜູ້ເຂົ້າຮ່ວມໃສ່ເສື້ອຍືດທີ່ມີຄຳຂວັນທີ່ວ່າ“ ບໍ່ໃຫ້ຮັບສິນບົນເພື່ອໃຫ້ເຂົ້າເຮັດວຽກ”.

3. ເສລີພາບໃນການເຊື່ອຖືສາສະໜາ
ລັດຖະທຳມະນູນແມ່ນອະນຸຍາດໃຫ້ພົນລະເມືອງມີ "ສິດ ແລະເສລີພາບໃນການເຊື່ອຖືຫຼືບໍ່ເຊື່ອຖືສາສະໜາ." ລັດຖະບານຮັບຮູ້ຢ່າງເປັນທາງການວ່າ ຢູ່ລາວມີ 4 ສາສະໜາຄື: ສາສະໜາພຸດ, ສາສະໜາຄຣິສຕຽນ, ອິສລາມ ແລະສາດສະໜາບາຮາຍ. ດຳລັດເລກທີ 315 ທີ່ວາງອອກໃນປີ 2016 ອະທິບາຍກ່ຽວກັບກົດລະບຽບໃນການປະຕິບັດທາງສາດສະໜາໃຫ້ຈະແຈ້ງຂຶ້ນ ແລະໄດ້ກຳນົດວ່າລັດຖະບານເປັນຜູ້ຕັດສິນສຸດທ້າຍໃນການໃຫ້ອະນຸຍາດທໍາກິດຈະກຳທາງສາສະໜາ. ແຕ່ຜູ້ນຳສາສະໜາກ່າວວ່າ ໃນຂະນະທີ່ອຳນາດການປົກຄອງໃນເຂດຕົວເມືອງແລະໃນບາງເມືອງມີຄວາມເຂົ້າໃຈດີກ່ຽວກັບກົດໝາຍທີ່ຄຸ້ມຄອງກິດຈະກຳທາງສາສະໜາ ແຕ່ກໍຍັງມີການຈໍາກັດແບບບໍ່ຖືກຕ້ອງຕໍ່ເສລີພາບທາງສາສະໜາຢູ່ໃນເຂດຊົນນະບົດ, ໂດຍສະເພາະແມ່ນຢູ່ໃນໝູ່ບ້ານທີ່ຫ່າງໄກສອກຫລີກ.

4. ເສລີພາບໃນການເຄື່ອນໄຫວ
ລັດຖະບານ ໄດ້ຈຳກັດສິດເສລີພາບ ໃນການເຄື່ອນໄຫວພາຍໃນຂອງພົນລະ ເມືອງເພື່ອຈຸດປະສົງທາງສາດສະໜາ, ລວມທັງການເດີນທາງ ຂອງອາຈານ ສອນສາສະໜາ, ໃຫ້ຄຳແນະນຳ, ຫລືໄປໂບດອື່ນໆ, ແມ່ນຕ້ອງໄດ້ຂໍອະນຸຍາດຈາກອົງການປົກຄອງຂັ້ນສູນກາງແລະແຂວງ ຊຶ່ງອາດໃຊ້ເວລາຫຼາຍອາທິດ.

5. ສະຖານະພາບ ແລະການປະຕິບັດຕໍ່ພວກທີ່ຖືກຍົກຍ້າຍຖິ່ນຖານຢູ່ພາຍໃນປະເທດ
ຍ້ອນການຂາດການຕິດຕາມກວດກາຢ່າງຄົບຖ້ວນ ແລະທັນເວລາຂອງອົງການ ຈັດຕັ້ງສາກົນ ແລະນັກສັງເກດທີ່ເປັນອິດສະຫຼະເຮັດໃຫ້ມີຄວາມຫຍຸ້ງຍາກໃນການກວດສອບຈຳນວນ ແລະສະພາບຂອງຜູ້ອົບພະຍົບພາຍໃນ. ຄວາມຫຍຸ້ງຍາກເຫລົ່ານີ້ເພີ້ມຂຶ້ນຢ່າງຫຼວງຫຼາຍ ເມື່ອມີຂໍ້ຈຳກັດໃນການເດີນທາງທີ່ກ່ຽວຂ້ອງກັບການລະບາດຂອງພະຍາດ COVID-19.

ເຫດເຂື່ອນແຕກຢູ່ແຂວງອັດຕະປືໃນປີ 2018 ໄດ້ຍົກຍ້າຍປະຊາຊົນປະມານ 6.000 ຄົນ. ສື່ມວນຊົນສາກົນແລະພາຍໃນປະເທດ ລາຍງານວ່າ ຍັງມີຜູ້ທີ່ຖືກຍົກຍ້າຍອອກຈາກເຂື່ອນໄຟຟ້າແຕກນີ້ຢູ່ມາຮອດເດືອນພະຈິກປີກາຍນີ້. ລັດຖະບານໄດ້ສືບຕໍ່ຮ່ວມມືກັບຄູ່ຮ່ວມງານສາກົນໃນການສະໜອງທີ່ຢູ່ອາໄສຫຼືທີ່ດິນໃຫ້ຜູ້ທີ່ຖືກຍົກຍ້າຍຈາກເຂື່ອນແຕກ 2018 ແລະຍົກຍ້າຍຍ້ອນໄພນໍ້າຖ້ວມທີ່ ເກີດຈາກຝົນຕົກໜັກ ແຕ່ກໍມີລາຍງານວ່າຂັ້ນຕອນການເຫລືອແມ່ນຊັກຊ້າຍ້ອນ ການສໍ້ລາດບັງຫລວງ.

ໂຄງການໄຟຟ້ານໍ້າຕົກທັງຫລາຍທີ່ກໍາລັງສ້າງຢູ່ ໄດ້ກໍ່ໃຫ້ຫຼາຍຄອບຄົວຕ້ອງໄດ້ຍົກຍ້າຍຖິ່ນຖານ. ໃນຫລາຍໆກໍລະນີ, ລັດຖະບານໄດ້ຍົກຍ້າຍຄອບຄົວໄປສູ່ພື້ນທີ່ທີ່ສູງກວ່າ (ແລະບໍ່ມີປະສິດທິພາບເທົ່າເກົ່າ). ຜູ້ລາຍງານຂ່າວພິເສດຂອງອົງການສະຫະປະຊາຊາດໃນເດືອນມີນາ 2019 ໄດ້ອອກບົດລາຍງານວິຈານລັດຖະບານທີ່ໄດ້ສຸມໃສ່ "ໂຄງການລິເລີ່ມຂະໜາດໃຫຍ່ລວມທັງໂຄງການພື້ນ ຖານໂຄງລ່າງ ແລະນິຄົມປູກຝັງ ທີ່ແຍກເອົາຄົນອອກຈາກທີ່ດິນຂອງພວກເຂົາ ເຈົ້າ, ເຊິ່ງມັກຈະເຮັດໃຫ້ເກີດຄວາມຫຍຸ້ງຍາກ ແລະມີໜີ້ສິນ." ລັດຖະບານໄດ້ເພິ່ງພາອາໄສການຊ່ວຍເຫຼືອຈາກອົງການ NGO, ຜູ້ໃຫ້ທຶນສອງຝ່າຍ, ແລະອົງການຈັດຕັ້ງສາກົນ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ທີ່ຕົນໃຫ້ຍົກ ຍ້າຍໄປຕັ້ງຖິ່ນຖານໃໝ່, ແຕ່ວ່າການຊ່ວຍເຫຼືອກໍບໍ່ໄດ້ມີຢູ່ໃນທຸກຂົງເຂດ.

6. ການປົກປ້ອງຊາວອົບພະຍົບ
ລັດຖະບານໄດ້ຮ່ວມມືໃນບາງກໍລະນີ ກັບຫ້ອງການຂອງອົງການຂ້າຫລວງໃຫຍ່ສະຫະປະຊາຊາດດ້ານອົບພະຍົບ ແລະອົງການຈັດຕັ້ງມະນຸດສະທຳອື່ນໆ ໃນການສະໜອງການປົກປ້ອງ ແລະຊ່ວຍເຫລືອຜູ້ຖືກຍົກຍ້າຍຖິ່ນຖານ, ຜູ້ອົບພະ ຍົບກັບໄປຖິ່ນຖານເດີມ, ຜູ້ຂໍລີ້ໄພ ແລະຜູ້ທີ່ບໍ່ຂາດພູມລຳເນົາຢູ່ອາໄສ ແລະບຸກ ຄົນອື່ນໆ. ແຕ່ກໍຍັງມີການລ່ວງລະເມີດຕໍ່ຜູ້ອົບພະຍົບ ແລະຜູ້ຂາດປະເທດຢູ່ອາ ໄສ. ນັກເຄື່ອນໄຫວທາງການເມືອງໄທ ທີ່ອາໄສຢູ່ໃນລາວໄດ້ຫາຍສາບສູນໄປໃນຊຸມປີມໍ່ໆມານີ້. ກົດໝາຍໄດ້ກຳນົດກ່ຽວກັບການໃຫ້ສະຖານະພາບການລີ້ໄພ ຫລືອົບພະຍົບ, ແຕ່ລັດຖະບານກໍບໍ່ໄດ້ສ້າງລະບົບ ສຳລັບການປົກປ້ອງຊາວອົບ ພະຍົບ ແລະໄດ້ແກ້ໄຂບັນຫານີ້ ເປັນແຕ່ລະກໍລະນີໄປ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG