ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວ ມຸສລິມ ເລີ່ມພິທີ ທາງສາສະໜາ ປະຈຳປີໃນນະຄອນ ເມັກກະ


Muslims Climb Nearly 700 Meters Above Sea Level to Visit Cave Where Islam Began
please wait

No media source currently available

0:00 0:02:23 0:00

ຊາວມຸສລິມປີນພູເຂົາ ເກືອບ 700 ແມັດເໜືອລະດັບນໍ້າທະເລ ເພື່ອເຂົ້າຢ້ຽມຢາມຖໍ້າບ່ອນທີ່ສາສະໜາອິສລາມໄດ້ເລີ່ມຂຶ້ນ.

ຊາວມຸສລິມເກືອບ 2 ລ້ານຄົນ ຈາກທົ່ວໂລກ ໄດ້ເລີ້ມການສະແຫວງ ບຸນ ຮາຈ໌ ປະຈຳປີ
ໃນນະຄອນ ເມັກກະ ປະເທດ ຊາອຸດີ ອາເຣເບຍ, ເຊິ່ງແມ່ນສະຖານທີ່ໆສັກສິດທີ່ສຸດ
ຂອງສາສະໜາອິສລາມ.

ທ່ານ ເອສຊາມ-ເອັດດິນ-ອາຟີຟີ, ຜູ້ສະແຫວງບຸນຈາກປະເທດ ອີຈິບ ໄດ້ກ່າວຕໍ່ອົງການ
ຂ່າວ AP ວ່າ “ພວກເຮົາໄດ້ບຸນຫຼາຍ ຈາກພະອັລລາ ທີ່ໄດ້ມາຢູ່ທີ່ນີ້, ແລະ ພວກເຮົາຂໍ
ໃຫ້ພະອັລລາ ຊ່ວຍບັນດາປະເທດ ອິສລາມ ຈາກທິດຕາເວັນຕົກ ຫາຕາເວັນອອກມີສະ
ພາບທີ່ດີຂຶ້ນກວ່າເກົ່າ, ພວກເຮົາຂໍອວຍພອນໃຫ້ບັນດາປະເທດ ອິສລາມ ເອົາຊະນະ
ຜ່ານຜ່າພວກສັດຕູຂອງເຂົາເຈົ້າໄປໄດ້.”

ບັນດາຜູ້ມີສັດທາໃນສາສະໜາ ໄດ້ເລີ່ມພິທີທາງສາສະໜາປະຈຳປີ 5 ວັນ ໃນວັນອາທິດ
ວານນີ້, ດ້ວຍການຍ່າງທວນເຂັມໂມງ ອ້ອມອະນຸສາ ວະລີ ກາບາ, ເຊິ່ງແມ່ນຕຶກທີ່ມີຮູບ
ຮ່າງເປັນສີ່ຫຼ່ຽມກ້ອນ ຕັ້ງຢູ່ໃຈກາງ ຂອງວັດອິສລາມໃຫຍ່ ຂອງນະຄອນ ເມກະ, ທີ່ຊາວ
ມຸສລິມເຊື່ອວ່າ ແມ່ນຈຸດທີ່ພະອໍລະຫັນ ອາບຣາຮຳ ໄດ້ສ້າງວັດແຫ່ງທຳອິດຂອງເພິ່ນ.

ບັນດານັກສະແຫວງບຸນຊາວມຸສລິມຈາກທົ່ວໂລກ ຈະຫັນໜ້າໄປຫາ ອະນຸສາວະລີ
ກາບາ ໃນລະຫວ່າງການສູດມົນຫ້າມື້ຂອງເຂົາເຈົ້າ.

ໃນລະຫວ່າງບຸນ ຮາຈ໌ ນີ້, ຜູ້ສັດທາຊາວມຸສລິມທັງຫຼາຍ ຈະທຳພິທີ ທາງສາສະໜາ
ຫຼາຍຄັ້ງ. ນອກຈາກຈະຍ່າງອ້ອມອະນຸສາວະລີ ກາບາ ແລ້ວ, ເຂົາເຈົ້າຍັງຈະດື່ມນໍ້າ
ອາລກາໄລນ໌ ຈາກນໍ້າສ້າງ ຊຳຊຳ (Zamzam), ທີ່ເຂົາເຈົ້າເຊື່ອວ່າ ມີຄວາມສາມາດ
ໃນການປິ່ວປົວພະ ຍາດ. ເຂົາເຈົ້າຍັງຈະເຮັດພິທີແກວ່ງກ້ອນຫີນ ອັນເປັນສັນຍາລັກ
ຂອງ ພວກຜີປີສາດດ້ວຍ.

ການສະແຫວງບຸນຄັ້ງນີ້ ເປັນຫຼັກການທີ່ສຳຄັນອັນນຶ່ງໃນຈຳນວນຫ້າ ຢ່າງ ຂອງສາສະ
ໜາອິສລາມ ແລະ ຊາວມຸສລິມທຸກໆຄົນ ທີ່ມີຄວາມ ສາມາດ ແລະ ພໍໃຊ້ຈ່າຍໄດ້ ຈະຖືກຄາດໝາຍກັນວ່າ ຄວນປະກອບສ່ວນ ໃນບຸນ ຮາຈ໌ ນີ້ ຢ່າງໜ້ອຍເທື່ອນຶ່ງໃນຊີວິດ.

ກະຊວງ ຮາຈ໌ ແລະ ອຸມຣາ ຂອງຊາອຸດີ ອາເຣເບຍ ໄດ້ຮຽກຮ້ອງ ໃຫ້ບັນດານັກສະ
ແຫວງບຸນທັງຫຼາຍ ຄຳນຶງເຖິງຄວາມປອດໄພ ຂອງເຂົາເຈົ້າ ເພື່ອ ປ້ອງກັນການຢຽບ
ກັນຕາຍ ທີ່ໄດ້ເກີດຂຶ້ນໃນຫຼາຍປີທີ່ຜ່ານມາ ຈົນນຳ ໄປສູ່ການເສຍຊີວິດຂອງຄົນຫຼາຍ
ຄົນ. ໃນລະຫວ່າງ ບຸນ ຮາຈ໌ ຂອງປີ 2015 ນັ້ນ, ການຢຽບກັນຕາຍ ໃນພວກນັກສະ
ແຫວງບຸນທີ່ເມືອງ ມີນາ, ບ່ອນທີ່ເຫດການທີ່ຮ້າຍແຮງທີ່ສຸດ ໄດ້ເກີດຂຶ້ນນັ້ນ, ໄດ້ມີປະ
ຊາຊົນ ເສຍຊີວິດຢ່າງໜ້ອຍ 2,426 ຄົນ ອີງຕາມການກ່າວຂອງອົງການ ຂ່າວສານ
AP.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG