ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ວັນຄົບຮອບ 100 ປີ ແຫ່ງການໄດ້ຮັບສິດ ໃນການປ່ອນບັດເລືອກຕັ້ງ ຂອງແມ່ຍິງ ໃນ ສຫລ


US Women Voting Rights Centennial -- USAGM
please wait

No media source currently available

0:00 0:02:48 0:00

ຂະບວນຮຽກຮ້ອງສິດຂອງແມ່ຍິງ ໃນການປ່ອນບັດເລືອກຕັ້ງ ໃນສະຫະລັດ

ບັນດາຜູ້ສະໜັບສະໜຸນສິດທິແມ່ຍິງຢູ່ໃນທ້າຍ ສັດຕະວັດ 19 ແລະຕົ້ນສັດຕະ ວັດ 20 ໄດ້ປຸກລະດົມຢ່າງແຂງຂັນເພື່ອສິດໃນການເລືອກຕັ້ງຂອງແມ່ຍິງໃນສະ ຫະລັດ ໂດຍມີການຈັດຕັ້ງ, ການຮ້ອງຮຽນ ແລະ ຖືປ້າຍປະທ້ວງ.

ກົງກັບເດືອນນີ້ ໃນ 100 ປີກ່ອນນັ້ນ ພວກເຂົາເຈົ້າ ໃນທີ່ສຸດກໍໄດ້ຮັບສິດໃນ ການປ່ອນບັດເລືອກຕັ້ງ ໂດຍຜ່ານການຮັບຮອງເອົາ ບົດແກ້ໄຂລັດຖະທຳມະ ນູນ ສະບັບທີ 19 ຂອງສະຫະສັດ.

ເມື່ອຮອດເວລາ ທີ່ການແກ້ໄຂລັດຖະທໍາມະນູນດັ່ງກ່າວ ຖືກນໍາສະເໜີຢູ່ໃນລັດ ຖະສະພາ ໃນປີ 1878, ມັນໃຊ້ເວລານານກວ່າ 40 ປີ ເພື່ອມັນຈະໄດ້ຖືກຮັບ ຜ່ານ ແລະຈາກນັ້ນ ກໍໄດ້ຮັບການໃຫ້ສັດຕະຍາບັນໂດຍ ¾ ຂອງຈໍານວນລັດ ທັງໝົດ.

ການຕໍ່ສູ້ເພື່ອໃຫ້ໄດ້ປ່ອນບັດເລືອກຕັ້ງ ແມ່ນຫວນຄືນໄປຫາກອງປະຊຸມໃຫຍ່ ກ່ຽວກັບສິດທິຂອງແມ່ຍິງໃນເມືອງເຊເນກາ ຟອລສ໌ (Seneca Falls), ລັດ ນິວຢອກ ໃນປີ 1848. ໂດຍທີ່ຈັດຂຶ້ນໃນໂບດເວສລີຢານ ຂອງສາສະໜາເມ ໂທດິສ (Weslyan Methodist), ກອງປະຊຸມໃຫຍ່ນັ້ນມີປະມານ 300 ຄົນ ເຂົ້າຮ່ວມ ຊຶ່ງລວມທັງ ທ່ານເຟີເດີຣິກ ດັກກລາສ (Frederick Douglass) ຜູ້ທີ່ເຮັດເລື້ອງຂ້າທາດ ຖືກລົບລ້າງໄປທ່ານນຶ່ງ. ບໍ່ມີແມ່ຍິງຜິວດໍາແມ່ນແຕ່ຄົນ
ດຽວເຂົ້າຮ່ວມໃນພິທີ.

ໂບດນັ້ນ ດຽວນີ້ກາຍເປັນສວນສາທາລະນະປະຫວັດສາດແຫ່ງຊາດ ດ້ານສິດທິ ຂອງແມ່ຍິງ ຢູ່ໃນເມືອງເຊເນກາ ຟອລສ໌ (Seneca Falls), ເພື່ອລະນຶກເຖິງ ບ່ອນກໍາເນີດ ຂອງຂະບວນການ ເພື່ອສິດທິຂອງແມ່ຍິງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG