ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊີເຣຍ ຕົກລົງ ຈະຖອນທະຫານ ອອກຈາກເຂດ ທີ່ມີການປະທ້ວງ (ເບິ່ງວີດີໂອ)


ບັນດາພວກປະທ້ວງຕໍ່ຕ້ານປະທານາທິບໍດີຊີເຣຍ ທ່ານ Bashar al-Assad ທີ່ Kafranbel ໃກ້ໆເມືອງ Idlib ທີ 1 ເມສາ, 2012.
ບັນດາພວກປະທ້ວງຕໍ່ຕ້ານປະທານາທິບໍດີຊີເຣຍ ທ່ານ Bashar al-Assad ທີ່ Kafranbel ໃກ້ໆເມືອງ Idlib ທີ 1 ເມສາ, 2012.

ທູດ​ສັນ​ຕິ​ພາບ​ນາໆ​ຊາດ ທ່ານ Kofi Annan ກ່າວ​ວ່າ ປະທານາທິ ບໍດີ​ຊີ​ເຣຍທ່ານ
Bashar al-Assad ​ໄດ້​ຕົກ​ລົງ​ທີ່​ຈະ​ເລີ້ມຖອນ​ກໍາລັງ​ທະຫານ​ ອອກ​ຈາກ​ເຂດ ​ທີ່​ເປັນ​
ສູນ​ກາງ​ປະ​ທ້ວງ​ ຂອງ​ພວກ​ຝ່າຍ​ຄ້ານ ​ແລະເສັດ​ສິ້ນການ​ຖອນ​ກຳລັງ​ ​ພາຍໃນວັນ​ທີ
10 ​ເມສາຈະ​ມາ​ເຖິງ​ນີ້.

ທ່ານ Annan ​ໄດ້​ປະກາດ​ການກ່ຽວ​ກັບ​ການ​ຕົກລົງ​ດັ່ງກ່າວໃນ​ວັນ​ຈັນ ​ວານ​ນີ້ຢູ່ໃນ
ລາຍງານ​ຕໍ່ສະພາ​ຄວາ​ມໝັ້ນຄົງອົງການ​ສະຫະ​ປະຊາ​ຊາດ ​ໂດຍຜ່ານ​ທາງ​ວີ​ດີ​ໂອ ຈາກ​
ນະຄອນເຈ​ນີວາ. ​ໃນ​ເວລາຕໍ່ມາບັນດາ​ນັກ​ການ​ທູດ​ ​ໄດ້​ອ້າງຄໍາ​ເວົ້າ​ຂອງທ່ານ Annan
ທີ່​ກ່າວວ່າ ປະທາ​ນາ​ທິບໍ ດີຊີ​ເຣຍ ​ໄດ້​ຕົກລົງ​ຮັບ​ເອົາ​ບາດກ້າວ “​ໃນທັນ​ທີ” ຫຼາຍໆ​ຂໍ້
ຮວມ​ທັງ ການຢຸດເຊົາ​ບໍ່​ໃຫ້​ເຄື່ອນ​ຍ້າຍ​ກໍ​າລັງ​ທະ​ຫາ​ນ​ໄປ​ສູ່​ສູນ​ກາງ​ທີ່​ປະຊາຊົນອາ​ໄສ​
ຢູ່ ແລະ​ເລີ້ມຖອນ​ທະຫານ ​ແລະ​ອາວຸດ​ໜັກ​ອອກ​ຈາກ​ຂົງ​ເຂດເຫຼົ່ານັ້ນ.

ທ່ານ Ahmad Fawzi ໂຄສົກຂອງທ່ານ Annan ກ່າວ​ຕໍ່ VOA ວ່າ ຂໍ້​ຕົກລົງ​ສະບັບ​
ນີ້ຮຽກຮ້ອງ​ໃຫ້ທ່ານ Assad ​ເສັດ​ສິ້ນບາດ​ກ້າວ​ຕ່າງໆ​ພາຍ​ໃນວັນ​ທີ 10 ​ເມສາ ​ແລະ​
ບັງຄັບ​ໃຫ້​ພວກ​ກະບົດ​ຈົ່ງ​ໄດ້​ປະຕິບັດ​ຕາມ​ສັນຍາ​ການ​ຢຸດ​ຍິງ​ພາຍ​ໃນ 48 ຊົ່ວ​ໂມງ​ຂອງ
ເສັ້ນຕາຍດັ່ງກ່າວ.

ເອກ​ອັກ​ຄະ​ລັດ​ຖະ​ທູດຊີ​ເຣຍປະ​ຈໍາສະຫະປະຊາ​ຊາດ ທ່ານ Bashar Ja’afari ກ່າວ​ຕໍ່​
ບັນດາ​ນັກ​ຂ່າວ​ວ່າ ລັດຖະບານ​ຂອງ​ທ່ານ ມີ​ຄວາມ​ໝາຍ​ໝັ້ນ​ທີ່​ຈະເຮັດໃຫ້​ການ​ປະຕິບັດ​
ງານ​ຂອງ​ທ່ານ Annan ປະສົບ ກັບ​ຄວາມ​ສຳ​ເລັດ. ທ່ານ​ກ່າວ​ຕື່ມ​ອີກ​ວ່າ ກຸງ
Damascus ຍັງ​ຄາດໝາຍວ່າ ທ່ານ Annan ຈະ​ຕິດ​ຕໍ່​ໄປ​ຍັງ​ພັກ​ຝ່າຍທີ່​ເປັນ​ຜູ້​ລິ​ເລີ່​ມ ​
ໃຫ້ການ​ຊຸກ​ຍູ້​ ແລະປະກອບ​ອາວຸດໃຫ້ແກ່​ພວກ​ກໍ່​ການ​ຮ້າຍ ທີ່​ຊີ​ເຣຍຖິ້ມ ​ໂທດ​ໃສ່​ວ່າ​
ເປັນ​ກະບົດນັ້ນ.

ນອກ​ນັ້ນ ທ່ານ Ja’afari ຍັງ​ໄດ້​ຕິ​ຕຽນ​ກອງ​ປະ​ຊຸມ​ໃນ​ວັນ​ອາທິດຜ່ານ ມາທີ່​ກຸງ
Istanbul ປະ​ເທດ​ເທີ​ກີ ຂອງ 70 ປະ​ເທດທີ່​ຄັດ​ຄ້ານ​ຕໍ່ການ ປາບ​ປາມ​ຂອງທ່ານ
Assad ໃນການ​ທັບ​ມ້າງການລຸກ​ຮື​ຂື້ນ ​ໂດຍ​ເອີ້ນ ກຸ່ມ​ແນວ​ໂຮມ “​ເພື່ອນຂອງ​ຊີ​ເຣຍ”
ນັ້ນວ່າ ​ເປັນ​ສັດ​ຕູ​ຂອງ​ຊີ​ເຣຍ.

ທ່ານ​ຍັງ​ໄດ້​ປະນາມ​ ແຜນການ​ຂອງບັນດາ​ປະ​ເທດສະມາ​ຊິກ​ໃນ​ເຂດ​ອ່າວ​ເປີ​ເຊຍ ທີ່​ໃຫ້
ເງິນ​ເດືອນແກ່​ພວກ​ກະບົດ​ຊິີເຣຍ ​ແລະ​ສະຫະລັດ ​ໄດ້​ສະ​ເໜີ​ທີ່​ຈະ​ສົ່ງ​ອຸປະກອນ​ສື່ສານ​ໄປ
ໃຫ້​ພວກ​ນັກເຄື່ອນໄຫວຊີ​ເຣຍ ນັ້ນວ່າ “​ເປັນ​ການ​ປະກາດ​ສົງຄາມ.”

ເບິ່ງວີດີໂອ ກ່ຽວກັບຊາວເຄີຣດໃນຊີເຣຍ

XS
SM
MD
LG