ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານເອີດວນ ຈະສອບຖາມ ປ. ທຣຳ ກ່ຽວກັບ ການຕັດສິນໃຈ ຈະຕິດອາວຸດ ໃຫ້ຊາວເຄີດ


ນັກລົບ ຈາກກຸ່ມທະຫານບ້ານ YPG ຂອງຊາວເຄີດ ທີ່ເມືອງ Hasaka ໃນພາກຕາເວັນອອກສຽງເໜືອ ຂອງຊີເຣຍ.
ນັກລົບ ຈາກກຸ່ມທະຫານບ້ານ YPG ຂອງຊາວເຄີດ ທີ່ເມືອງ Hasaka ໃນພາກຕາເວັນອອກສຽງເໜືອ ຂອງຊີເຣຍ.

ປະທານາທິບໍດີ​ເທີ​ກີ ທ່ານ Recep Tayyip Erdogan ກ່າວ​ວ່າ ທ່ານ​ຈະ​ສອບ​ຖາມ ປະທານາທິບໍດີດໍໂນລ ທຣຳ ຢ່າງ​ຂຸ້ນຂ້ຽວ ກ່ຽວ​ກັບ​ການ​ຕັດສິນ​ໃຈ​ຂອງ​ສະຫະລັດທີ່​
ຈະ​ຕິດ​ອາວຸດ​ ໃຫ້ແກ່​ກຳລັງ​ທະຫານ​ບ້ານ​ຊາວ​ເຄີ​ດ​ ໃນ​ຊີ​ເຣຍ ​ເວລາ​ທ່ານ​ພົບ​ປະກັນ​
ກັບ​ປະທານາທິບໍດີ​ທຣຳ ທີ່​ນະຄອນຫຼວງວໍ​ຊິງ​ຕັນໃນ​ອາທິດ​ໜ້າ.

ທ່ານ Erdogan ກ່າວ​ໃນ​ວັນພຸດ​ວານ​ນີ້ວ່າ ການ​ສູ້​ລົບ​ກັບກຸ່ມ​ກໍ່ການ​ຮ້າຍ​ລັດ​ອິສລາມ
ຫຼື Daesh ນັ້ນ ບໍ່​ຄວນ​ທີ່​ຈະ​ດຳ​ເນີນ​ໄປ ກັບ​ກຸ່ມ​ກໍ່​ການ​ຮ້າຍ​ ອີ​ກກຸ່ມ​ນຶ່ງ ການ​ເອົາ​ບາດ
ກ້າວ​ແບບ​ນີ້ ຈະ​ເປັນ​ອັນຕະລາຍ ຕໍ່​ອະນາຄົດ​ຂອງ​ຊີ​ເຣຍ ແລະ​ຂົງ​ເຂດ​ນຳ​ດ້ວຍ.

ນາຍທະຫານ ສຫລ ຄົນນຶ່ງ (ທີ 2 ຈາກຂວາ) ພວກຍ່າງກັບພວກນັກລົບ YPG.
ນາຍທະຫານ ສຫລ ຄົນນຶ່ງ (ທີ 2 ຈາກຂວາ) ພວກຍ່າງກັບພວກນັກລົບ YPG.

ກຸ່ມ​ກຳລັງ​ທະຫານ​ບ້ານ YPG ຂອງ​ຊາວ​ເຄີ​ດ ​ແມ່ນ​ໄດ້​ຖືກ​ຮັບ​ຮູ້​ກັນ​ຢ່າງ​ເປັນ​ທີ່ກວ້າງ
ຂວາງ​ວ່າ ​ເປັນ​ກຳລັງ​ທີ່​ມີ​ປະສິດທິ​ພາບ​ທີ່​ສຸດໃນ​ການ​ສູ້​ລົບ​ກັບ​ກຸ່ມ​ລັດ​ອິສລາມ​ຢູ່​ໃນ​ຊີ
​ເຣຍ.

​ແຕ່​ອັງກາຣາຖື​ວ່າ ກຸ່ມ​ດັ່ງກ່າວ​ເປັນ​ເຄືອ​ຂ່າຍ​ຂອງ​ພັກ​ກຳມະກອນ​ຊາວ​ເຄີ​ດຫລື PKK
ຊຶ່ງ​ກຳລັງສູ້​ລົບ​ກັບປະ​ເທດ​ເທີ​ກີ​ຢູ່​ນັ້ນ. ​ເທີ​ກີ​ ແລະ​ສະຫະລັດ​ຕ່າງກໍລະບຸ​ວ່າ ກຸ່ມ PKK ​
ເປັນ​ອົງການ​ກໍ່​ການ​ຮ້າຍ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ເທີ​ກີ ທ່ານ Mevlut Cavusoglu ປະກາດ​ວ່າ ອາວຸດ
​ທຸກໆ​ອັນ​ທີ່​ກຸ່ມ​ທະຫານ​ບ້ານ YPG ​ໄດ້​ຮັບ​ນັ້ນ ​ແມ່ນ​ເປັນ​ໄພ​ຂົ່ມຂູ່​ຕໍ່​ເທີ​ກີ.

ປະທານາທິບໍດີ Recep Tayyip Erdogan
ປະທານາທິບໍດີ Recep Tayyip Erdogan

ການ​ເດີນທາງ​ມາ​ຢ້ຽມຢາມ​ວໍ​ຊິງ​ຕັນ​ຂອງ​ທ່ານ Erdogan ​ແມ່ນ​ເບິ່ງ​ກັນ​ວ່າ​ເປັນບ່ອນ
​ຢຸດ​ແວ່​ທີ່​ສຳຄັນ​ສຸດ ​ໃນ​ການ​ຢ້ຽມຢາມ​ຕ່າງປະ​ເທດ ​ເພື່ອ​ເສີມ​ຂະຫຍາຍ ​ຄວາມ​ຖືກ
ຕ້ອງ​ຊອບ​ທຳຂອງ​ລັດຖະບານ​ທ່ານ ຫລັງ​ຈາກ​ໄດ້​ຮັບ​ໄຊ​ຊະນະ​ໃນການ​ລົງ​ປະຊາ​ມະ
ຕິ​ໃນເດືອນ​ແລ້ວທີ່​ເປັນ​ບັນຫາ​ໂຕ້​ແຍ້​ງຍ້ອນ​ມີ​ການ​ມອບ​ອຳນາດທັງ​ໝົດ​ໃຫ້​ແກ່​ທ່ານ.
ການ​ລົງ​ຄະ​ແນນ​ສຽງ​ດັ່ງກ່າວນີ້ ​ແມ່ນ​ເຕັມ​ໄປ​ດ້ວຍ ​ການ​ກ່າວຫາ​ວ່າ ມີ​ການ​ສໍ້​ໂກງ​ຄະ​
ແນນ​ສຽງ​ກັນ.

ບັນຫາ​ໂຕ້​ແຍ້​ງ ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ​ ກ່ຽວ​ກັບ​ພວກ​ນັກ​ລົບ​ຊາວ​ເຄີ​ດ ​ແມ່ນ​ຈຸດ​ທີ່​ກໍ່​ໃຫ້
​ເກີດ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ພັນທະ​ມິດໂດຍສະ​ເພາະ​ໃນ​ຂະນະ​ທີ່​ພວກ​ນັກຊ່ຽວຊານ
​ສ່ວນ​ໃຫຍ່​ທຳນາຍ​ວ່າວໍ​ຊິງ​ຕັນ​ໃນ​ທີ່​ສຸດ​ຈະ​ຕິດ​ອາວຸດ​ໃຫ້​ແກ່​ກຸ່ມ YPG.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG