ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ມັງກອນ ໒໐໒໕

ວຽກງານ ແລະການດໍາລົງຊີວິດໃນອາຊີບນາງແບບຂອງ ອານິຕາ ເຈນ


ວີດີໂອລາຍງານບົດສໍາພາດ ກ່ຽວກັບວຽກງານ ແລະການດໍາລົງຊີວິດໃນອາຊີບນາງແບບຂອງ ອານິຕາ ເຈນ.

ພວກເຮົາມັກຈະເຫັນບັນດານາງແບບ ນາຍແບບ ພາກັນໃສ່ເສື້ອຜ້າ ຂອງຍີ່ຫໍ້ຕ່າງໆທີ່ມີຊື່ສຽງ ໂດຍຍ່າງຢູ່ເທິງເວທີການເດີນແບບດ້ວຍຄວາມງົດງາມ ແລະເປັນຕາອອນຊອນ, ຫຼາຍຄົນອາດຈະຄິດວ່າ ພວກເຂົາເຫຼົ່ານັ້ນ ໄປຢຶນຢູ່ນະຈຸດນັ້ນໄດ້ແນວໃດ.

ນາງ ອານິຕາ ເຈນ ອາຍຸ 29 ປີ, ນາງເປັນນາງແບບອາຊີບທີ່ປັດຈຸບັນນີ້ ດໍາລົງຊີວິດ ຢູ່ນະຄອນນິວຢອກ. ອານິຕາ ເປັນລູກຄົນທີສອງໃນຈໍານວນລູກໆ ສາມຄົນ.

ທໍາອິດ ນາງມີຄວາມຝັນກ່ຽວກັບ Fashion ເສື້ອຜ້າ, ແຕ່ນາງເດີນຕາມເສັ້ນ ທາງນາງແບບຍ້ອນການແນະນໍາ ແລະສະໜັບສະໜູນຈາກຜູ້ປົກຄອງ. ດ້ວຍ ຄວາມສູງເກືອບ 6 ຟີດທ໌ ຫຼື 183 ຊັງ​ຕີ​ແມັດ ແລະມີຮູບຮ່າງໜ້າຕາ​ລູກ​ຊອດ, ຄ້າຍ​ຄື​ຄົນ​ອິນ​ເດຍ ແລະ ຢູ​ໂຣບ, ດັ່ງນັ້ນ ນາງຈຶ່ງໄດ້ຮັບຄວາມສົນໃຈຈາກ ບັນດາບໍລິສັດຈັດຫານາງແບບ ທີ່ຜູ້ປົກຄອງຂອງນາງພາໄປສະໝັກ ໃນເວລາ ທີ່ພວກເຂົາເຈົ້າຈັດງານ ເພື່ອເລືອກຫານາງແບບລຸ້ນໃໝ່ເຂົ້າສູ່ວົງການ.

ອານິຕາ, ເຄີຍໄປເຮັດວຽກກ່ຽວກັບການເປັນນາງແບບໃນຂະນະທີ່ນາງ ມີອາຍຸໄດ້ 15 ປີ ຮ່ວມກັບບໍລິສັດຢູ່ປະເທດໄທເປັນເວລາສອງປີ, ຈາກນັ້ນ ນາງຈຶ່ງປ່ຽນມາເປັນນາງແບບອາຊີບໃນນະຄອນນິວຢອກ ເມື່ອນາງມີອາຍຸໄດ້ 19 ປີ, ເຊິ່ງນາງເວົ້າວ່າ ການກະກຽມ ແລະຊອກຄົ້ນຂໍ້ມູນ ຄືນຶ່ງໃນເສັ້ນທາງ ສູ່ຄວາມຝັນສໍາລັບການມາເປັນນາງແບບອາຊີບ:

“ຂະນ້ອຍຄິດວ່າ ຂັ້ນຕອນທໍາອິດຄື ທໍາການຊອກຫາຂໍ້ມູນຢ່າງຈິງຈັງກ່ຽວກັບບໍລິສັດທີ່ເຂົາເຈົ້າມີຄົນທີ່ມີລັກສະນະຄືເຈົ້າ, ເບິ່ງໜັງສືພິມ, ເບິ່ງວາລະສານທີ່ພວກເຂົາເຈົ້າເຮັດວຽກນໍາ, ທີ່ເປັນບາງຢ່າງທີ່ເຈົ້າຕ້ອງການເຮັດວຽກນໍາ ແລະຂ້ອຍຢາກບອກວ່າ ສົ່ງຮູບຂອງພວກເຈົ້າໄປໃຫ້ບໍລິສັດ ໂດຍຜ່ານເວັບໄຊທ໌ຂອງແຕ່ລະບໍລິສັດທີ່ພວກເຂົາເຈົ້າສະເໜີມາເຊັ່ນ ໃນບ່ອນທີ່ເຮົາສົ່ງຮູບຂອງພວກເຮົາໄປ ໂດຍບໍ່ຕ້ອງແຕ່ງໜ້າ ດ້ວຍການໝັດຜົມຂຶ້ນ ຫຼືປ່ອຍຜົມລົງ.”

ນອກຈາກຮູບຮ່າງໜ້າ​ຕາທີ່ມີເອກະລັກສະເພາະແລ້ວ, ອານິຕາ ຍັງມີບຸກຄະລິກ ທີ່ຍິ້ມແຍ້ມແຈ່ມໃສ ເຊິ່ງນາງກ່າວວ່າ ການເບິ່ງແຍງຕົນເອງໃຫ້ມີສຸຂະພາບດີ, ມີກິດຈະກໍາປະຈໍາວັນ ແລະ ໝັ່ນຝຶກຝົນຕົນເອງ ຄືສິ່ງນຶ່ງທີ່ເຮັດໃຫ້ນາງກາຍມາ ເປັນນາງແບບອາຊີບໄດ້:

“ຂະນ້ອຍພະຍາຍາມເຮັດດີທີ່ສຸດດ້ວຍການກິນອາຫານທີ່ດີຕໍ່ສຸຂະພາບ, ຂະນ້ອຍເຮັດກິນຢູ່ເຮືອນເປັນສ່ວນຫຼາຍ, ຂະນ້ອຍອອກໄປນອກເປັນສ່ວນໃຫຍ່ເພື່ອຮັບເອົາອາກາດສົດ, ໄປຍ່າງເປັນສ່ວນຫຼາຍ ແລະກໍໄປຍ່າງເທິງພູ, ຍ່າງເບິ່ງທໍາມະຊາດ, ແລະຂະນ້ອຍກໍພົບວ່າ ເວລາທີ່ເຮົາເອງເຮັດໃຫ້ຕົນເອງ Active ຢູ່ເລື້ອຍໆ ມັນເປັນການດີຕໍ່ສຸຂະພາບຈິດຂອງຂະນ້ອຍເອງ, ຂະນ້ອຍຫຼິ້ນ ພາລາຕີ້, ຂະນ້ອຍພະຍາຍາມຫຼິ້ນຢ່າງໜ້ອຍສາມຄັ້ງຕໍ່ອາທິດ, ຂ້ອຍທໍາການບັນທຶກ ໂດຍວິເຄາະເບິ່ງແຕ່ລະມື້ຂອງຂະນ້ອຍ ແລະມັນກໍຊ່ວຍໄດ້ຫຼາຍຢ່າງອີຫຼີ. ແລະຂະນ້ອນຄິດວ່າ ສືບຕໍ່ດ້ວຍການເປັນຜູ້ທີ່ມີຄວາມຄິດສ້າງສັນ, ເຊິ່ງຂະນ້ອຍມັກແຕ່ງໜ້າ, ມັກຖ່າຍຮູບໝູ່ເພື່ອນ ພ້ອມທັງຄອບຄົວຂອງຂະນ້ອຍ ແລະກໍຮັບແຮງບັນດານໃຈຈາກໝູ່ເພື່ອນ ແລະຄອບຄົວຂອງຂະນ້ອຍ.”

ການເປັນນາງແບບອາຊີບຢູ່ໃນ ສະຫະລັດ ຂຶ້ນຢູ່ກັບປະສົບການ ແລະການ ຈ້າງງານຈາກໜ່ວຍງານທີ່ຕົນເອງສັງກັດຢູ່, ສ່ວນສັນຍາສໍາລັບການຈ້າງງານ ກໍສຸດແລ້ວແຕ່ທາງບໍລິສັດຈະຕົກລົງນໍານາງແບບ ໂດຍອາດຈະເປັນເວລາສອງ ປີ, ສາມປີ ຫຼຶ ຫຼາຍກວ່າ. ນອກຈາກນັ້ນ, ທາງບໍລິສັດ ຈະເປັນຜູ້ເຈລະຈາກັບ ທາງຜູ້ຈ້າງນາງແບບກ່ຽວກັບຮູບພາບຂອງນາງແບບທີ່ຖ່າຍທໍານໍາ ຫຼື VDO ທີ່ທໍາການເດີນແບບ ຫຼື ໂຄສານາໃດນຶ່ງ.

ອາຊີບຂອງນາງແບບ ກໍບໍ່ແຕກຕ່າງຫຍັງຈາກອາຊີບອື່ນໆຄື ການພົບໜ້າກັບຫຼາຍໆຄົນ, ການປັບໂຕໃຫ້ເຂົ້າກັບສະພາບແວດລ້ອມໃນບ່ອນ ເຮັດວຽກ ແລະການປັບໂຕໃຫ້ເຂົ້າກັບເພື່ອນຮ່ວມງານທີ່ເຮັດວຽກຮ່ວມກັນນັ້ນ ຖືເປັນສິ່ງສໍາຄັນທີ່ສຸດ, ເຊິ່ງ ອານິຕາ ກ່າວວ່າ ການເຮັດວຽກໃຫ້ມັນສອດຄ່ອງກັບສະພາບແວດລ້ອມ ຄືປັດໃຈສໍາຄັນໃນການເຮັດວຽກຂອງນາງ:

“ແນ່ນອນ, ບັນຫາຂອງອາຊີບນາງແບບ/ນາຍແບບ ແມ່ນມີການແຂ່ງຂັນຫຼາຍ, ບາງຄັ້ງເຈົ້າກໍຈໍາເປັນຕ້ອງຢູ່ຖືກບ່ອນຖືກເວລາ ແລະຢູ່ອ້ອມຮອບໃຫ້ຖືກຄົນ, ເຂົ້າຮູ້ບໍ ຂະນ້ອຍເຮັດວຽກໜັກຫຼາຍເພື່ອໂຕຂະນ້ອຍເອງ ແລະຂະນ້ອຍກໍບໍ່ເຄີຍຍອມຈໍານົນ. ຂະນ້ອຍຊິຕັ້ງເປົ້າໝາຍໄວ້ສະເໝີວ່າ ແມ່ນຫຍັງຄືສິ່ງທີ່ຄວນເກີດຂືຶ້ນກັບຂະນ້ອຍ ແລະຂະນ້ອຍ ຈະເຮັດສິ່ງນັ້ນໃຫ້ມັນເກີດຂຶ້ນ.”

ແນວໃດກໍຕາມ, ສິ່ງສໍາຄັນສໍາລັບອາຊີບນາງແບບ ນອກຈາກຕົນເອງຈະມີຮູບ ຮ່າງທີ່ດີ, ມີທັດສະນະ ແລະມຸມມອງທີ່ດີຕໍ່ສະພາບແວດລ້ອມຂອງການເຮັດ ວຽກແລ້ວ ອີກສິ່ງນຶ່ງທີ່ຈໍາເປັນກໍຄື ໂຕຂອງນາງແບບເອງຕ້ອງມີຄວາມອົດທົນ ແລະຮັກໃນອາຊີບ, ນາງແບບ ຈະຕ້ອງມີຄວາມສຸກໃນສິ່ງທີ່ຕົນເອງເຮັດ ແລະມີຄວາມສຸກຈາກພາຍໃນສູ່ພາຍນອກ ເພື່ອໃຫ້ຜູ້ຊົມໄດ້ເຫັນ ແລະ ສາມາດສໍາພັດໄດ້ຈາກການນຸ່ງຖືຂອງນາງແບບ ແລະນາຍແບບຄົນນັ້ນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG