ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລ້ຽງສັດ ທີ່ກາຍມາເປັນທຸລະກິດຫຼັກ ຂອງຄອບຄົວ


ພາບຈາກສວນຄົວ ທີ່ໄດ້ຮັບການສະໜອງຈາກຜູ້ປະກອບການສວນຄົວ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.
ພາບຈາກສວນຄົວ ທີ່ໄດ້ຮັບການສະໜອງຈາກຜູ້ປະກອບການສວນຄົວ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.

ຢູ່ໃນສະພາບຂອງສັງຄົມໃນປັດຈຸບັນ ຫຼາຍຄອບຄົວພົບກັບຄວາມຫຍຸ້ງຍາກ ໂດຍສະເພາະກັບສະພາບຂອງລາຍຮັບທີ່ບໍ່ໝັ້ນຄົງ, ແຕ່ຄວາມພະຍາຍາມ ກໍໄດ້ເຮັດໃຫ້ບາງຄອບຄົວ ມີທຸລະກິດນ້ອຍໆຂຶ້ນມາແບບບັງເອີນ ລຸນຫຼັງພະຍາຍາມສ້າງແຫຼ່ງອາຫານພາຍໃນຄົວເຮືອນ ເຊິ່ງມີການປັບປ່ຽນສະ ພາບໃຫ້ແທດເໝາະກັບຄວາມເປັນຈິງ, ທິບສຸດາ ລາຍງານກ່ຽວກັບກ່ຽວກັບຂັ້ນຕອນຕ່າງໆມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຖ້າການປູກຝັງລ້ຽງສັດເພື່ອເປັນອາຫານສະໜອງຢູ່ໃນຄອບຄົວ ຫາກມີຜົນຕອບແທນທີ່ດີ ແລ້ວກາຍມາເປັນແຫຼ່ງລາຍຮັບອີກອັນນຶ່ງຢູ່ໃນຄົວເຮືອນ, ແລ້ວທ່ານຄິດວ່າມັນຊິດີປານໃດ? ແນ່ນອນວ່າ ຫຼາຍໆຄົນກໍຄົງຊິມີຄວາມສຸກ ກັບໝາກຜົນທີ່ຕົນເອງໄດ້ຮັບ.
ປະຊາຊົນທ່ານນຶ່ງທີ່ອາໄສຢູ່ເມືອງສີໂຄດຕະບອງ ກໍາແພງນະຄອນຫຼວງວຽງຈັນ ເຊິ່ງລາວເປັນພະນັກງານລັດ ທີ່ເຮັດວຽກເຕັມເວລາ, ແຕ່ ເນື່ອງຈາກສະພາບການຂອງສັງຄົມ ແລະຢາກສ້າງຄວາມໝັ້ນຄົງໃຫ້ກັບຄອບຄົວ ລາວຈຶ່ງອາໄສ ດິນທີ່ຕົນເອງອາໄສຢູ່ນັ້ນ ປະມານ 2 ເຮັກຕ້າ ເປັນບ່ອນສ້າງສວນຄົວນ້ອຍໆ, ປູກຝັງ ແລະລ້ຽງສັດ ເພື່ອເປັນອາຫານ.

ລາວກ່າວວ່າ ເລີ້ມຕົ້ນທໍາອິດກໍມີເປັດ ມີໄກ່ ບໍ່ເທົ່າໂຕ, ໂດຍໄດ້ແນວພັນມາຈາກຮ້ານຂາຍເຄື່ອງສະໜອງການກະເສດ ແລ້ວຈຶ່ງໄດ້ເອົາມາລົງໃສ່ສວນ, ເມື່ອເວລາຜ່ານໄປໄດ້ໄລຍະນຶ່ງ ເປັດ-ໄກ່-ປາ-ກົບ ອອກແມ່ແຜ່ລູກ ລາວຈຶ່ງເລີ້ມເພາະພັນ ແລະຂະຫຍາຍແນວພັນຈາກການອອກໄຂ່ຂອງຂອງສັດຕ່າງໆເຫຼົ່ານັ້ນ, ໂດຍລາວໄດ້ກ່າວວ່າ:

“ສົມມຸດເຮົາລ້ຽງເດືອນນີ້ ຕົກຢູ່ 50 ໂຕເນາະ ກະມີກໍາໄລມາເດືອນໜ້າ ເຮົາກໍເພີ້ມຂຶ້ນຈັງຊີ້ນະ, ເຮັດເພີ້ມໄປເລື້ອຍໆຫັ້ນລະ, ສົມມຸດມີກໍາໄລຊຸດນີ້ 50 ເດືອນໜ້າເຮົາກະເພີ້ມເປັນ 70 ຈັງຊີ້ນະ. ລູກເປັດນີ້ ບາງເທື່ອເຮົາກໍເພາະເອງແດ່, ໂຕໃດບໍ່ພໍເຮົາກະຊື້ເພີ້ມເຂົ້າ ກໍໄປເລືອກເອົາແຕ່ລະຟາມ ແຕ່ລະຟາມຫັ້ນລະ ຕ້ອງໄດ້ໄປເບິ່ງເອົາວ່າມັນແຂງແຮງບໍ ຈຶ່ງໄດ້ເອົາຈັງຊີ້ນະ.”

ປັດຈຸບັນ ຢູ່ສວນມີເປັດເທບທັງໝົດປະມານ 200 ໂຕ, ເປັດລາດປະມານ 100 ກວ່າໂຕ ເຊິ່ງເປັດລາດ ສາມາດເກັບໄຂ່ໄດ້ໃນທຸກໆມື້ ໂດຍລວມແລ້ວຈະໄດ້ໄຂ່ຢ່າງໜ້ອຍ 5 ແຕະຕໍ່ມື້. ໃນນັ້ນ, ລາວຈະແບ່ງຂາຍເປັນໄຂ່ ແລະແບ່ງເອົາໄວ້ຟັກໄຂ່ເປັນໂຕເປັດ ເພື່ອເພີ້ມຈໍານວນ ຫຼື ຂາຍລູກເປັດໂຕນໍາອີກດ້ວຍ ເຊິ່ງລູກເປັດທີ່ລາວຂາຍ ຊິມີລາຄາປະມານ 1 ໂຕຕໍ່ 10,000 ກີບ.

ສໍາລັບເປັດເທບຫຼືທີ່ຫຼາຍໆຄົນຮ້ອງວ່າເປັດກືກ ຈະຂາຍຍົກອອກໃນທຸກໆເດືອນ ລວມທັງໝົດ 80 ໂຕ, ໂດຍມີແມ່ຄ້າຄົນກາງມາຮັບຊື້ໂດຍກົງຢູ່ສວນ ເຊິ່ງເປັນຈະມີລາຄາປະມານ 50,000 ກີບຕໍ່ກິໂລ, ໃນນັ້ນ ເປັດໂຕຜູ້ຈະມີນໍ້າໜັກສູງສຸດປະມານ 3,5 ກິໂລຕໍ່ໂຕ ໃຊ້ເວລາໃນການລ້ຽງເຕັມໄວອາຍຸ 75-80 ມື້ ແລະເປັດໂຕແມ່ຈະມີນໍ້າໜັກ 2 ກິໂລຕໍ່ໂຕໃຊ້ເວລາໃນການລ້ຽງເຕັມອາຍຸ 2 ເດືອນ.

ນອກຈາກນີ້ ລາວຍັງມີການລ້ຽງກົບ, ເຊິ່ງກົບ ລາວຈະລ້ຽງໃສ່ກະຊັງຢູ່ໃນໜອງຂອງສວນຫຼັງບ້ານ ເຊິ່ງໜອງມີຂະນາດ 25 ຄູນ 35 ໂດຍມີທັງໝົດ 4 ໜອງ ແລະຈະຂາຍໃຫ້ແມ່ຄ້າຄົນກາງ ໃນລາ 50-60 ກີບຕໍ່ກິໂລ.

ແນວໃດກໍຕາມ, ລາວກ່າວວ່າ ເນື່ອງຈາກສະພາບຂອງດິນ ແລະນໍ້າຢູ່ໃນສວນມີໜ້ອຍ ລາວຈຶ່ງໄດ້ລ້ຽງປາເຂັງ ແລະປາສະລິດໃສ່ໃນໜອງ ແທນການລ້ຽງປານິນ ທີີ່ຄົນນິຍົມບໍລິໂພກ, ເຊິ່ງຜົນການທົດລອງໃນຂັ້ນຕອນທໍາອິດເຫັນວ່າອອກມາດີ ລາວຈຶ່ງໄດ້ຂະຫຍາຍແນວພັນ ດ້ວຍການເພາະພັນປາເຫຼົ່ານີ້ເພິ້ມຂຶ້ນດ້ວຍຕົນເອງ.

ຫຼາຍຄົນອາດຈະສົງໄສວ່າ ໃນການລ້ຽງເປັດ, ໄກ່, ກົບ ແລະປາຢູ່ໃນສວນນີ້ ຈະຄຸ້ມຄ່າບໍ ເພາະຫົວອາຫານສັດມີລາຄາແພງ ແລະຫົວອາຫານສ່ວນຫຼາຍກໍນໍາເຂົ້າຈາກປະເທດເພື່ອບ້ານ, ແຕ່ລາວບອກວ່າ ນີ້ລະຄືຂໍ້ມູນສໍາຄັນທີ່ລາວຢາກແບ່ງປັນໃຫ້ທຸກຄົນຮັບຮູ້ນໍາ, ໂດຍລາວເວົ້າໃຫ້ຟັງວ່າ:

“ຄັນມາໄລ່ດຽວນີ້ຫົວອາຫານມັນຂຶ້ນ ມັນຕົກຢູ່ເປົານຶ່ງ ແນວຖືກເປົານຶ່ງກໍ 250,000-300,000 ລະ, ບາດນີ້ໄປບໍ່ລອດ ສໍາລັບພວກທີ່ບໍ່ລ້ຽງແນວປະສົມແບບນີ້ນະ, ມັນຕ້ອງໄດ້ປະສົມອາຫານຊ່ວຍ ເພື່ອຊິໄປລອດ. ຫຼັກໆຂອງອາຫານເສີມກໍເປັນອາຫານເສີມຄືຜັກຫຍັງນີ້ລະ ເຮົາຕ້ອງໄດ້ເສີມໂຕນີ້ເຂົ້າ, ປູກຫຍ້າພັນນີ້ແດ່ ຫຍ້າພັນມັນຈະຂະຫຍາຍໄວກວ່າ.”

ອາຫານທີ່ໃຊ້ເກືອສັດຕ່າງໆຢູ່ໃນສວນ ລາວປັບປຸງຂຶ້ນມາເອງດ້ວຍການນໍາເອົາຫົວອາຫານທີ່ມີລາຄາປະມານ 290,000 ຕໍ່ເປົາ ໃນຈໍານວນ 100 ກິໂລ ເຊິ່ງຈະໃຊ້ເກືອສັດປະມານ 50-60 ກິໂລຕໍ່ມື້ນັ້ນ ຜະສົມກັບສ່ວນປະກອບອື່ນໆເຊັ່ນ: ຜັກບົ້ງ, ໃບຫຍ້າພັນ, ແລະຂີ້ເບຍ ໂດຍໃຊ້ຫົວອາຫານພຽງແຕ່ 20 ເປີ ເຊັນ.

ຜັກບົ້ງ ແມ່ນປູກແຊມໃສ່ດິນຫວ່າງຢູ່ໃນສວນ, ນອກຈາກຄົນຈະໄດ້ກິນແລ້ວ ສັດກໍໄດ້ກິນນໍາອີກດ້ວຍ. ຫຍ້າພັນ ເຊິ່ງຫຍ້າພັນປະເພດນີ້ປູກງ່າຍ ແລະຂະຫຍາຍໄວ ໂດຍໃຊ້ເວລາພຽງ 14 ມື້ກໍເຫັນຜົນແລ້ວ ຈຶ່ງໄດ້ຂະຫຍາຍອອກໂດຍຫັກປ້ອງຫຍ້າທີ່ມາອາຍຸແກ່ມາຊໍາໃນແຕ່ລະມື້. ສ່ວນຂີ້ເບຍ ລາວຈະສັ່ງຊື້ຈາກໂຮງງານຜະລິດເບຍລາວ.

ສໍາລັບຂີ້ເບຍ ລາວຊື້ຈາກໂຮງງານ 2-3 ຄັ້ງຕໍ່ອາທິດ ປະມານ 6-8 ໂຕນຕໍ່ຄັ້ງ ໃນລາຄາ 650 ຕໍ່ກິໂລ, ເຊິ່ງທາງໂຮງງານຈະມີລົດມາສົ່ງຂີ້ເບຍໃຫ້. ໃນນັ້ນ, ລາວກໍແບ່ງເປັນສັດສ່ວນຂາຍອອກໄປຕື່ມ ໃນລາຄາ 850 ຕໍ່ກິໂລ.

ປັດຈຸບັນນີ້ ລາວກໍໄດ້ທົດລອງເອົາໝູມາລ້ຽງອີກປະມານ 20 ໂຕ.

ຜູ້ປະປອບການບອກວ່າ ທຸກໆສິ່ງທີ່ກ່າວມາຂ້າງເທິງ ແມ່ນລາວເປັນຜູ້ຄໍາເນີນການດ້ວຍຕົນເອງທັງໝົດ ໂດຍແບ່ງເວລາໃຫ້ແທດເໝາະກັບເວລາເຮັດວຽກຂອງຕົນ. ສະນັ້ນ, ຖ້າຜູ້ໃດຢາກທົດລອງ ຫຼື ຢາກດໍາເນີນການແມ່ນສາມາດປະຕິບັດໄດ້ ຖ້າມີຄວາມຕັ້ງໃຈ, ນອກຈາກນັ້ນ ກໍຈະມີອາຫານບໍລິໂພກ ແລະສາມາດຂາຍອອກ ເພື່ອເປັນລາຍຮັບໄດ້ອີກດ້ວຍ, ໂດຍໃນແຕ່ລະເດືອນ ລາວມີກໍາໄລຈາກລາຍຮັບເສີມນີ້ ຫຼາຍສິບລ້ານກີບ, ເຊິ່ງກໍຖືວ່າເປັນລາຍໄດ້ທີ່ດີສົມຄວນ

XS
SM
MD
LG