ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຕອບໂຕ້ທີ່ໂມໂຫ ຕໍ່ຄຳເວົ້າ ຫຍາບຄາຍ ຂອງທ່ານ ທຣຳ ສຳລັບ ຜູ້ຍົກຍ້າຍຖິ່ນຖານ ຍັງມີຕໍ່ໄປ


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຟັງສະມາຊິກ
ສະພາສູງ ສັງກັດພັກເດໂມແຄຣັດ ຈາກລັດອີລີນອຍ ທ່ານ ດິກ ເດີບິນ "Dick Durbin" ເວົ້້າ ໃນລະຫວ່າງ ການປະຊຸມກັບບັນ
ດາສະມາຊິກສະພານິຕິບັນຢັດ ກ່ຽວກັບ ການປະຕິຮູບບັນຫາ
ຄົນເຂົ້າເມືອງທີ່ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 9 ມັງ
ກອນ, 2018.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຟັງສະມາຊິກ ສະພາສູງ ສັງກັດພັກເດໂມແຄຣັດ ຈາກລັດອີລີນອຍ ທ່ານ ດິກ ເດີບິນ "Dick Durbin" ເວົ້້າ ໃນລະຫວ່າງ ການປະຊຸມກັບບັນ ດາສະມາຊິກສະພານິຕິບັນຢັດ ກ່ຽວກັບ ການປະຕິຮູບບັນຫາ ຄົນເຂົ້າເມືອງທີ່ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 9 ມັງ ກອນ, 2018.

ການຕອບໂຕ້ທັງຫຼາຍຕໍ່ການໃຊ້ຄຳເວົ້າຫຍາບຄາຍຂອງປະທານາທິບໍດີ ດໍໂນລ ທຣຳ
ເພື່ອອະທິບາຍເຖິງການຄັດຄ້ານຂອງທ່ານ ຕໍ່ການຍົກ ຍ້າຍຖິ່ນຖານຂອງຊາວ ເຮຕີ
ແລະ ອາຟຣິກາ ມາ ສະຫະລັດ ນັ້ນ ແມ່ນໄດ້ສືບຕໍ່ແຜ່ອອກຫຼາຍໃນວັນເສົາວານນີ້.

ທ່ານ ທຣຳ ໄດ້ເຮັດໃຫ້ບັນດາສະມາຊິກສະພາຕົກໃຈ ໃນກອງປະຊຸມ ກ່ຽວກັບ ບັນຫາ
ຄົນເຂົ້າເມືອງ ທີ່ທຳນຽບຂາວໃນວັນພະຫັດທີ່ຜ່ານມາ ຕາມການລາຍງານຫຼາຍຄັ້ງ
ແລະ ການຢືນຢັນຈາກຜູ້ເຂົ້າຮ່ວມຫຼາຍຄົນ, ເມື່ອທ່ານໄດ້ຖາມວ່າ “ເປັນຫຍັງພວກ
ເຮົາຈຶ່ງເອົາຄົນພວກນີ້ຈາກປະເທດຮູຂີ້ ມາຢູ່ໜີ້?”

ປະຊາຊົນ ເຮຕີ 95 ເປີເຊັນແມ່ນຄົນຜິວດຳ, ເຊັ່ນດຽວກັບຄົນອາຟຣິກາສ່ວນໃຫຍ່.

ທ່ານ ທຣຳ ໄດ້ກ່າວວ່າ ສະຫະລັດ ຄວນອະນຸດຍາດໃຫ້ຄົນຈາກບ່ອນຕ່າງໆເຊັ່ນ ປະ
ເທດ ນໍເວ ເຊິ່ງປະຊາກອນຂອງເຂົາເຈົ້າສ່ວນໃຫຍ່ແມ່ນຄົນຜິວຂາວ ເຂົ້າມາປະເທດ
ເພີ່ມຂຶ້ນ.

ທ່ານ ທຣຳ ໄດ້ຂຽນຂໍ້ຄວາມໃນ Twitter ເມື່ອວັນສຸກທີຜ່ານມາ ປະຕິເສດການໃຊ້ຄຳ
ເວົ້າທີ່ຫຍາບຄາຍນັ້ນ, ເຊິ່ງເປັນພາສາຕະຫຼາດສຳລັບສະຖານທີ່ໆ ສົກກະປົກທີ່ສຸດ
ຫຼື ຊຸດໂຊມ ແລະ ລວມທັງຄຳສັບ ທີ່ມີຄວາມໝາຍຄືກັນສຳລັບ ອຸດຈະລະ. ທ່ານ ໄດ້
ເວົ້າວ່າ ຄຳເວົ້າຂອງທ່ານແມ່ນ “ຮຸນແຮງ” ແຕ່ໄດ້ປະຕິເສດການໃຊ້ຄຳເວົ້າຫຍາບ
ຄາຍນັ້ນ.

ນັບຕັ້ງແຕ່ນັ້ນມາ, ການຕອບໂຕ້ຕໍ່ ຄຳເວົ້າຂອງທ່ານໄດ້ສືບຕໍ່ມີຂຶ້ນຜ່ານ Twitter
ແລະ ການລາຍງານຂອງສື່ມວນຊົນ. ອະດີດຄູ່ແຂ່ງເອົາຕຳແໜ່ງປະທານາທິບໍດີຂອງ
ທ່ານ ທຣຳ, ທ່ານນາງ ຮິລແລຣີ ຄລິນຕັນ "Hillary Clinton" ໄດ້ກ່າວຢໍ້າວ່າ ວັນສຸກ
ທີ່ຜ່ານມາ ແມ່ນວັນຄົບຮອບການເກີດແຜ່ນດິນໄຫວທີ່ຮ້າຍແຮງໃນປະເທດ ເຮຕີ, ເຊິ່ງ
ປະເທດເກາະດັ່ງກ່າວແມ່ນບໍ່ເຄີຍຟື້ນຕົວຢ່າງເຕັມທີ່ຈາກເຫດການນັ້ນເລີຍ.

ທ່ານນາງໄດ້ຂຽນຂໍ້ຄວາມໃນ Twitter ວ່າ “ວັນຄົບຮອບການເກີດແຜ່ນດິນໄຫວທີ່
ຮ້າຍແຮງເມື່ອ 8 ປີທີ່ຜ່ານມາ ແມ່ນວັນເພື່ອລະນຶກເຖິງເຫດການຮ້າຍແຮງນັ້ນ, ໃຫ້
ຄວາມເຄົາລົບຕໍ່ປະຊາຊົນ ເຮຕີ ທີ່ໄດ້ຟື້ນຄືນສູ່ສະພາບເດີມ, ແລະ ຮັບຮອງຄຳໝັ້ນ
ສັນຍາຂອງ ອາເມຣິກາ ເພື່ອຊ່ວຍເຫຼືອປະເທດທີ່ຢູ່ໃກ້ຄຽງຂອງພວກເຮົາ. ແທນທີ່
ພວກເຮົາຈະຖືກຄອບງຳໂດຍທັດສະນະຄະຕິ ທີ່ບໍ່ມີການສຶກສາ, ແບ່ງແຍກເຊື້ອຊາດ
ຂອງທ່ານ ທຣຳ, ຄົນຜູ້ໃດກໍຕາມທີ່ເບິ່ງບໍ່ຄືລາວ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG