ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາວ ເລບານອນ ໂກດແຄ້ນ ຖີ້ມໂທດລະເບີດແຕກ ໃສ່ພວກນັກການເມືອງ ທີ່ສໍ້ລາດບັງຫຼວງ ແລະ ຜິດພາດໃນການບໍລິຫານ


ທະຫານຄົນນຶ່ງຢືນຢູ່ບ່ອນເກີດເຫດລະເບີດ ຢູ່ທ່າເຮືອເບຣຸດ ປະເທດເລບານອນ ວັນທີ 6 ສິງຫາ 2020.
ທະຫານຄົນນຶ່ງຢືນຢູ່ບ່ອນເກີດເຫດລະເບີດ ຢູ່ທ່າເຮືອເບຣຸດ ປະເທດເລບານອນ ວັນທີ 6 ສິງຫາ 2020.

ພວກປະທ້ວງທີ່ໂກດແຄ້ນໄດ້ປະທະກັນກັບຕຳຫຼວດ ໃນຕອນແລງວັນພະຫັດວານນີ້ຢູ່ນະຄອນຫຼວງເລບານອນ ກ່ຽວກັບເຫດການລະເບີດແຕກ ທີ່ໄດ້ເຮັດໃຫ້ມີຜູ້ເສຍຊີວິດ
ກວ່າ 130 ຄົນ ໃນຕົ້ນອາທິດນີ້.

ຕໍາຫຼວດປາບປາມຈາລະຈົນໃຊ້ແກັສນໍ້າຕາຂັບໄລ່ຝູງຊົນທີ່ເຕົ້າໂຮມກັນຢູ່ທາງເຂົ້າ
ຂອງລັດຖະສະພາ ໃນພາກກາງຂອງເບຣຸດ ຫຼັງຈາກພວກປະທ້ວງ ຈຳນວນນຶ່ງໄດ້ພາ
ກັນຈູດສິ່ງຂອງ ແລະແກວ່ງກ້ອນຫີນໃສ່ກຳລັງຮັກສາ ຄວາມປອດໄພ.

ຊາວເລບານອນຫຼາຍຄົນໄດ້ຖິ້ມໂທດຄວາມຫາຍຍະນະຂອງລະເບີດແຕກ ໃສ່ ພວກ
ນັກການເມືອງຂັ້ນສູງ ກ່າວຫາເຂົາເຈົ້າວ່າສໍ້ລາດບັງຫຼວງ ແລະບໍລິຫານ ບໍດີ ໃນຂະ
ນະທີ່ປະເທດໃກ້ທີ່ຈະລົ້ມແຫຼວທາງເສດຖະກິດ.

ໃນຕອນເຊົ້າຂອງວັນພະຫັດວານນີ້ ຊາວເມືອງເບຣຸດໄດ້ພາກັນສະແດງຄວາມ ໂກດ
ແຄ້ນຕໍ່ລັດຖະບານ ລະຫວ່າງການຢ້ຽມຢາມຂອງປະທານາທິບໍດີຝຣັ່ງ ທ່ານເອມມາ
ນູຍແອລ ມາກຣົງ.

ທ່ານມາກຣົງ ເປັນຜູ້ນຳຕ່າງປະເທດຄົນທຳອິດທີ່ຢ້ຽມຢາມເລບານອນ ຫຼັງຈາກລະເບີດ
ແຕກຄັ້ງໃຫຍ່ຂອງວັນອັງຄານທີ່ຜ່ານມາ ຢູ່ທ່າເຮືອເບຣຸດທີ່ເຮັດໃຫ້ ສ່ວນໃຫຍ່ຂອງ
ຕຶກເມືອງເພພັງ ລົດລາຖືກເຜົໄໝ້ ແລະເປັນຂີ້ຝຸ່ນ.

ທ່ານມາກຣົງ ກ່າວວ່າ ທ່ານຈະຈັດກອງປະຊຸມລະດັບສາກົນທເພື່ອລະດົມຫາລາຍໄດ້
ໃຫ້ແກ່ ເລບານອນ ແຕ່ໄດ້ເຕືອນບັນດາຜູ້ນຳເລບານອນວ່າ ເຂົາເຈົ້າຈະບໍ່ໄດ້ຮັບເຊັກ
ທີ່ຈະ “ຂຽນດ້ວຍຕົນເອງ” ທ່ານກ່າວເພີ້ມອີກວ່າ ການຊ່ວຍເຫຼືອໃດໆຕໍ່ການປົວແປງ
ເບຣຸດຈະຕ້ອງມາກັບອັນທີ່ທ່ານຮ້ອງວ່າ “ລະບຽບປົກຄອງການເມືອງໃໝ່” ເພື່ອທົດ
ແທນ “ລະບົບທີ່ຄົນບໍ່ໄວ້ເນື້ອເຊື່ອໃຈອີກແລ້ວ.”

ກ່າວຢູ່ກອງປະຊຸມນັກຂ່າວ ທ່ານມາກຣົງ ກ່າວວ່າ “ຖ້າຫາກການປະຕິຮູບຫາກ ບໍ່ນໍາ
ປະຕິບັດ ເລບານອນຈະດຳເນີນການຈົມລົງ. ສິ່ງທີ່ຕ້ອງການຢູ່ທີ່ນີ້ອີກນັ້ນຄື ຕ້ອງການ
ປ່ຽນແປງການເມືອງ. ລະເບີດແຕກສົມຄວນທີ່ຈເະເລີ້ມຍຸກໃໝ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG