ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການເຄື່ອນໄຫວ ຂອງ ສຫລ ໃນທະເລຈີນໃຕ້ ບໍ່ຊ່ວຍຫຍັງຫຼາຍ ຕໍ່ ຫວຽດນາມ ແລະ ຟີລິບປິນ


ເຮືອບິນຖິ້ມລະເບີດ B-52 ຂອງກອງທັບອາກາດ ສະຫະລັດ ບິນຜ່ານຖານທັບອາກາດ ໂອຊານ ໃນເມືອງ ພຽງແຕັກ, ປະເທດ ເກົາຫຼີໃຕ້. 10 ມັງກອນ, 2016.
ເຮືອບິນຖິ້ມລະເບີດ B-52 ຂອງກອງທັບອາກາດ ສະຫະລັດ ບິນຜ່ານຖານທັບອາກາດ ໂອຊານ ໃນເມືອງ ພຽງແຕັກ, ປະເທດ ເກົາຫຼີໃຕ້. 10 ມັງກອນ, 2016.

ເຮືອບິນຖິ້ມລະເບີດ B-52 ຂອງ ສະຫະລັດ ເຊິ່ງໄດ້ບິນຂ້າມ ທະເລຈີນໃຕ້ ທີ່ມີຄວາມ
ຂັດແຍ້ງກັນໃນສັບປະດານີ້ ເນື່ອງຈາກຍັງບໍ່ມີນະໂຍບາຍຕ່າງປະເທດໃນຂອບເຂດ
ທີ່ກວ້າງຂວາງ, ຈຶ່ງຈະບໍ່ຊ່ວຍໃຫ້ບັນດາປະເທດທີ່ນ້ອຍກວ່າ ລຸກຂຶ້ນຕໍ່ຕ້ານ ການອ້າງ
ເອົາອຳນາດອະທິປະໄຕທາງທະເລຂອງ ຈີນ, ອີງຕາມຄຳເວົ້າຂອງບັນດານັກວິເຄາະ.

ກອງທັບອາກາດ ສະຫະລັດ ໄດ້ສົ່ງເຮືອບິນຖິ້ມລະເບີດສອງລຳຈາກຖານທັບໃນມະ
ຫາສະໝຸດ ອິນເດຍ ບິນໄປຍັງບໍລິເວນ ທີ່ໃກ້ກັບໝູ່ເກາະ ສແປຣັດລີ ໃນທະເລຈີນໃຕ້
ເມື່ອວັນອັງຄານທີ່ຜ່ານມາ, ອີງຕາມລາຍງານຂອງໜັງສືພິມອອນໄລນ Air Force
Times. ການ ເຄື່ອນໄຫວດັ່ງກ່າວແມ່ນເດີນໄປຕາມເສັ້ນທາງໃນການສົ່ງກຳປັ່ນກອງ
ທັບເຮືອ ສະຫະລັດ 7 ຄັ້ງ ແລ່ນຜ່ານເຂດທະເລດຽວກັນ ນັບຕັ້ງແຕ່ປະທານາທິບໍດີ
ດໍໂນລ ທຣຳ ໄດ້ເຂົ້າດຳລົງຕຳແໜ່ງໃນປີ 2017.

ລັດຖະບານ ສະຫະລັດ ບໍ່ຢາກໃຫ້ ປັກກິ່ງ ສ້າງຄ້າຍທະຫານໃສ່ໝູ່ເກາະ ສແປຣັດລີ
ແລະ ໝູ່ເກາະອື່ນໆໃນເຂດທີ່ມີຄວາມຂັດແຍ້ງກັນ, ແລະ ອຸດົມສົມບູນໄປດ້ວຍຊັບ
ພະຍາກອນທຳມະຊາດຂອງທະເລຈີນໃຕ້, ອີງຕາມຄຳເວົ້າຂອງທ່ານ ຢຸນ ຊຸນ, ເຈົ້າ
ໜ້າທີ່ອາວຸໂສ ຈາກ ໂຄງການເອເຊຍ ຕາເວັນອອກ ທີ່ສູນກາງວິໄຈ ສຕິມຊັນ
(Stimson) ໃນນະຄອນຫຼວງວໍໍຊິງຕັນ.

ຈີນ ໄດ້ເອີ້ນທະເລທີ່ມີເນື້ອທີ່ 3 ລ້ານ 5 ແສນຕາລາງກິໂລແມັດວ່າເປັນຂອງຕົນເອງ
ເຖິງແມ່ນຈະມີການອ້າງກຳມະສິດຈາກປະເທດ ບຣູໄນ, ມາເລເຊຍ, ຟີລິບປິນ, ໄຕ້
ຫວັນ ແລະ ຫວຽດນາມ ກໍຕາມ.

ບັນດານັກວິຊາການເຊື່ອວ່າ ການເຄື່ອນໄຫວຂອງກອງທັບ ສະຫະລັດ ຈະສ້າງບັນ
ຫາໃຫ້ແກ່ ຈີນ ໂດຍປາສະຈາກການສ້າງຄວາມແຂງແກ່ນໃຫ້ແກ່ປະເທດອື່ນໆ, ແລະ
ທຸກປະເທດ ທີ່ມີກອງກຳລັງຕິດອາວຸດຂະໜາດນ້ອຍກວ່າກອງທັບປົດປ່ອຍປະຊາ
ຊົນຂອງ ຈີນ, ນອກຈາກວ່າ ວໍຊິງຕັນ ຈະສະເໜີການຮ່ວມມືທາງທະເລເພີ່ມເຕີມ ຫຼື
ການທູດ ແລະ ການສົ່ງເສີມທາງເສດຖະກິດໃຫ້ແກ່ປະເທດອື່ນໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG