ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກວິເຄາະມອງວ່າ ການຊ້ອມລົບ ຂອງຈີນ ແລະຣັດເຊຍ ເປັນສັນຍານການຮ່ວມມື ທີ່ເລິກເຊິ່ງ


ແຟ້ມ-ປະທານາທິບໍດີຣັດເຊຍ ທ່ານວະລາດີເມຍ ປູຕິນ, ຊ້າຍ, ສະແດງທ່າທາງຂະນະທີ່ກໍາລັງເວົ້າກັບປະທານປະເທດຈີນ ທ່ານສີ ຈິ້ນຜິງ ໃນລະຫວ່າງກອງປະຊຸມສຸດຍອດການຮ່ວມມືຊຽງໄຮ ຫຼື SCO ໃນເມືອງ Samarkand, ອຸສເບັກກິສຖານ, ວັນທີ 16 ກັນຍາ 2022.
ແຟ້ມ-ປະທານາທິບໍດີຣັດເຊຍ ທ່ານວະລາດີເມຍ ປູຕິນ, ຊ້າຍ, ສະແດງທ່າທາງຂະນະທີ່ກໍາລັງເວົ້າກັບປະທານປະເທດຈີນ ທ່ານສີ ຈິ້ນຜິງ ໃນລະຫວ່າງກອງປະຊຸມສຸດຍອດການຮ່ວມມືຊຽງໄຮ ຫຼື SCO ໃນເມືອງ Samarkand, ອຸສເບັກກິສຖານ, ວັນທີ 16 ກັນຍາ 2022.

ໃນຂະນະທີ່ສົງຄາມ ຢູ່ໃນຢູເຄຣນ ຍັງ​ດຳ​ເນີນ​ຕໍ່​ໄປ, ຈີນ ແລະຣັດເຊຍ ​ກໍຈັດ ການຊ້ອມລົບທາງທະຫານຢູ່ໃນບໍລິເວນທະເລຍີ່ປຸ່ນ ທີ່ນັກວິເຄາະກ່າວວ່າ ເປັນສັນຍານຫຼ້າສຸດ ຂອງການຮ່ວມມືເລິກເຊິ່ງ ລະຫວ່າງສອງມະຫາອໍານາດທາງທະຫານ. ການຊ້ອມລົບດັ່ງກ່າວ ຍັງເປັນສ່ວນນຶ່ງຂອງຄວາມພະຍາຍາມເພື່ອຕໍ່ຕ້ານການເປັນພາ​ຄີທີ່ເພີ້ມຂຶ້ນຂອງສະຫະລັດ ແລະບັນດາປະເທດພັນທະມິດຂອງພວກເຂົາເຈົ້າ ຢູ່ໃນພູມິພາກແຫ່ງນີ້, ພວກເຂົາເຈົ້າກ່າວເພີ້ມ.

“ຣັດເຊຍ ແລະ ຈີນ ກໍາລັງພະຍາຍາມສະແດງໃຫ້ ຍີ່ປຸ່ນ ແລະ ສະຫະລັດ ເຫັນວ່າ ພວກເຂົາບໍ່ດີໃຈທີ່ສຸດກັບການດໍາເນີນງານຮ່ວມກັນຂອງພວກເຂົາເຈົ້າ ໃນອົງການ NATO ແລະໃນ​ເຂດອິນໂດປາຊີຟິກ, ແລະພວກເຂົາກໍຕ້ອງການພິສູດວ່າ ພວກເຂົາໄດ້ບັນລຸການຮ່ວມມືຢູ່ໃນພູມິພາກແຫ່ງນີ້ ໃນລະ​ດັບດຽວກັນກັບວໍຊິງຕັນ ແລະບັນດາພັນທະມິດຂອງພວກເຂົາເຈົ້າ,” ທ່ານສະຕີເຟັນ ນາກີ (Stephen Nagy), ເຊິ່ງເປັນນັກຊ່ຽວຊານທາງດ້ານຄວາມໝັ້ນຄົງໃນພູມິພາກ ຢູ່ທີ່ມະຫາວິທະຍາໄລຄຣິສຕຽນລະຫວ່າງປະເທດ ກ່າວຕໍ່ VOA.

ສໍາລັບ ຣັດເຊຍ, ທ່ານນາກີ ກ່າວເພີ້ມວ່າ ການຊ້ອມລົບຄືຫົນທາງຂອງການ ສະແດງ “ວ່າ ເຂົາເຈົ້າຍັງຄົງມີຄວາມສາມາດທີ່ຈະຈັດການກັບຄວາມຂັດແຍ້ງໃນບໍລິເວນແນວໜ້າທາງທິດຕາເວັນອອກ ແຕ່ຍັງສະໜອງຄວາມອາດສາມາດຢູ່ໃນເຂດອິນໂດ-ປາຊີຟິກ ໄດ້ເຊັ່ນກັນ ເພື່ອປະຕິບັດງານຮ່ວມກັບຈີນ ແລະກົດດັນສະຫະລັດ.”

“ພວກເຂົາຕ້ອງການພິສູດວ່າ ພວກເຂົາຍັງ​ສາ​ມາດເຮັດວຽກຮ່ວມກັບຈີນ ເພື່ອກໍ່ໃຫ້ເກີດການ​ລົບ​ກວນຄັ້ງໃຫຍ່, ໂດຍສະເພາະ ໃນຫຼັງບ້ານຂອງ ຍີ່ປຸ່ນ,” ທ່ານນາກີ ກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG